ສວນກ້ວຍຈີນສ້າງຄວາມ ກັງວົນ

ພູວົງສ໌
2019.05.14
f-chemical ປະເພດ ເຄມີ ຫຼືຢາປາບສັດຕຣູພືສ ທີ່ໃຊ້ໃນສວນປູກກ້ວຍ ຂອງຈີນ ຢູ່ສປປ ລາວ
RFA

ໃນໄລຍະ 02 ສັປດາ ຜ່ານມານີ້, ຂ່າວການເຂົ້າມາຂໍສັມປະທານປູກກ້ວຍ ຂອງນັກລົງທຶນຈີນ ໃນລາວ ປະກົດວ່າຖີ່ເຂົ້າມາເລື້ອຍໆ, ໂດຍ ສະເພາະໃນເຂດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ ເປັນຕົ້ນແຂວງວຽງຈັນ, ແຂວງບໍຣິຄຳໄຊ ແລະແຂວງ ໄຊຍະບູຣີ ເຮັດໃຫ້ ປະຊາຊົນໃນເຂດບ້ານໂຕເອງ ທີ່ໄດ້ຮັບຮູ້ຂ່າວວ່າ ທາງການທ້ອງຖິ່ນ ຈະອະນຸຍາດ ຫຼື ອະນຸຍາດໃຫ້ນັກລົງທຶນ ເຂົ້າມາປູກກ້ວຍ ແລ້ວ ຮູ້ສຶກເປັນກັງວົນ ພໍສົມຄວນ.

ຫຼ້າສຸດນີ້, ທີ່ແຂວງວຽງຈັນ ກໍປະກົດມີຂ່າວວ່າ ຊາວບ້ານ 266 ຄອບຄົວຢູ່ບ້ານຫີນເຫີບ, ເມືອງຫີນເຫີບ ແຂວງວຽງຈັນ ກໍພາກັນກັງວົນວ່າ ການເຂົ້າມາຂໍປູກກ້ວຍ ຂອງນັກລົງທຶນຈີນ ຣາຍໃໝ່ ໃນເນື້ອທີ່ ປະມານ 100 ເຮັກຕ້າ ຈະມີການໃຊ້ສານເຄມີ ແລະຈະສົ່ງ ຜົນກະທົບຕໍ່ ສຸຂພາບຂອງຊາວບ້ານ ພ້ອມທັງຢ້ານສານເຄມີຈາກສວນກ້ວຍ ຈະໄຫຼລົງໃສ່ສາຍນໍ້າລີກ ອັນເປັນແຫຼ່ງນໍ້າຫຼັກ ທີ່ພວກເຂົາເຈົ້າ ໃຊ້ໃນການ ດໍາຣົງຊີວິຕທຸກມື້, ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ່ 13 ພຶສພາ ຜ່ານມານີ້ວ່າ:

“ປະຊາຊົນຈໍານວນຫຼາຍເນາະ ເຂົາເຈົ້າກໍບໍ່ເຫັນດີຫັ້ນແຫຼະເນາະ ເພາະວ່າອີງໃສ່ທາງໜ້າ ກໍຢ້ານເກີດຜົລກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະ ສັດລ້ຽງ ເພາະວ່າປະຊາຊົນ ສ່ວນຫຼາຍ ກໍຢ້ານສານເຄມີ ລົງນໍ້າເນາະ ເພາະບ້ານເຮົາກໍເປັນບ້ານນຶ່ງ ທີ່ໃຊ້ນໍ້າປະປາ ໃນການທໍາມາ ຫາກິນ ຢູ່ຕາມສາຍນໍ້າລີກເນາະ.”

ທ່ານກ່າວຕື່ມວ່າ ຄັນເປັນໄປໄດ້ ຕົນເອງ ແລະ ຊາວບ້ານຫຼາຍຄົນ ຢາກໃຫ້ທາງການຍົກເລີກ ສັນຍາກັບນັກລົງທຶນຈີນ ກ່ອນທີ່ເຂົາເຈົ້າ ຈະເຣີ້ມລົງມືປູກກ້ວຍ, ແຕ່ຫາກທາງການເຫັນດີ ແລະ ອະນຸຍາດໃຫ້ ປູກແທ້ ກໍຕ້ອງມີມາຕການ ປ້ອງກັນບໍ່ໃຫ້ສານເຄມີຮົ່ວໄຫຼ ຈາກ ສວນກ້ວຍ ພ້ອມທັງຕິດຕາມຢ່າງເຂັ້ມງວດ ເພື່ອຮັບປະກັນວ່າ ຈະບໍ່ເປັນອັນຕະຣາຍ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.

ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຫີນເຫີບ ທ່ານນຶ່ງ ກໍໄດ້ຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ວ່ານັກລົງທຶນຈີນ ຣາຍໃໝ່ ຫາກໍເຊັນບົດບັນທຶກ ຄວາມເຂົ້າໃຈ ກັບທາງການແຂວງວຽງຈັນ ເມື່ອບໍ່ດົນມານີ້, ໂດຍຈະເຊົ່າດິນ ປະຊາຊົນເປັນບ່ອນປູກ. ປະຈຸບັນ ກໍາລັງຢູ່ໃນຂັ້ນຕອນ ການປະກອບເອກກະສານ, ແຕ່ທາງການ ກໍຍັງບໍ່ອະນຸຍາດເທື່ອ ຍັງຈະມີການປຶກສາຫາລືອີກ. ຖ້າຫາກວ່າ ນັກລົງທຶນຈີນ ໄດ້ຮັບອະນຸຍາດແທ້, ທາງຫ້ອງການ ກ່ຽວຂ້ອງ ກໍຈະລົງຕິດຕາມກວດກາ ຢ່າງໃກ້ຊິດ, ໂດຍສະເພາະ ການຄຸ້ມຄອງ ການໃຊ້ສານເຄມີ ໃນສວນກ້ວຍ ເພື່ອບໍ່ໃຫ້ເກີດບັນຫາ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ດັ່ງທີ່ເຄີຍ ມີມາ ຢູ່ໃນຫຼາຍແຂວງຂອງລາວ.

ທີ່ນະຄອນຫຼວງວຽງຈັນ, ນັກທຸຣະກິຈຈາກຈີນ ຈະລົງທຶນປູກກ້ວຍຊຸດໃໝ່ ໃນເນື້ອທີ່ທັງໝົດ 300 ເຮັກຕ້າ ຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍຜ່ານການເຊົ່າດິນຂອງ ປະຊາຊົນ. ໃນນັ້ນ, 100 ເຮັກຕ້າ ຢູ່ບ້ານອີ່ໄລເໜືອ ແລະ 200 ເຮັກຕ້າ ຢູ່ບ້ານ ນາໜາດ, ເຊິ່ງນັກລົງທຶນຈະປູກກ້ວຍໃນກໍານົດ 8 ປີ ນັບຕັ້ງແຕ່ເດືອນມິຖຸນາ 2019 ນີ້ເປັນຕົ້ນໄປ.

ແຕ່ພໍໄດ້ຮັບຮູ້ຂ່າວດັ່ງກ່າວ, ຊາວບ້ານຫຼາຍຄົນ ກໍບໍ່ເຫັນດີໃຫ້ປູກເດັດຂາດ ຍ້ອນຢ້ານໄດ້ຮັບຜົລກະທົບຈາກສານພິດເຄມີ ທີ່ຈະໃຊ້ໃນສວນ ກ້ວຍນັ້ນ ເນື່ອງຈາກວ່າ ສວນກ້ວຍຢູ່ໃກ້ກັບແຄມນໍ້າງື່ມ. ອີງຕາມຄວາມເວົ້າ ຂອງຊາວບ້ານອີ່ໄລເໜືອ ທ່ານນຶ່ງ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 2 ພຶສພາ ຜ່ານມານີ້.

“ຂະເຈົ້າສັນຍາກັບເຈົ້າຂອງດິນ ຕາມທີ່ເພິ່ນໄດ້ເວົ້າ ເພິ່ນວ່າ 8 ປີ ທາງເທິງເພິ່ນວ່າໃຫ້ທົດລອງ 100 ເຮັກຕ້າ ຖືວ່າບໍ່ທັນໄດ້ເຮັດໂຕຈິງ ຖ້າເອກກະສານ ອອກກ່ອນ ຂະເຈົ້າກະຈັ່ງສິປູກໄດ້ ຮ້ອງມາປະຊຸມ ຄົນກະບໍ່ເຫັນດີ ບໍ່ຢາກໃຫ້ປູກຈັກຄົນແຫຼະ ໝົດບ້ານນີ້.”

ສາເຫຕຫຼັກໆ ທີ່ພາໃຫ້ຊາວບ້ານຢ້ານເກີດບັນຫາແລ້ວແມ່ນວ່າ ເຂົາເຈົ້າຢ້ານສວນກ້ວຍຈີນ ຈະປ່ອຍສານເຄມີລົງໃສ່ນໍ້າງື່ມ ຍ້ອນວ່າເມື່ອ ປະມານ 2-3 ປີ ທີ່ຜ່ານມາ ເຄີຍມີໂຮງງານຜລິຕເຈັ້ຽຂອງຈີນ ຢູ່ເຂດບ້ານອີ່ໄລເໜືອ ສ້າງຜົລກະທົບໃຫ້ແກ່ຊາວບ້ານ ໂດຍຣະບາຍນໍ້າເສັຽ ລົງໃສ່ນໍ້າງື່ມ ເຮັດໃຫ້ປາຕາຍ ແລະ ນໍ້າກໍໃຊ້ບໍ່ໄດ້. ພ້ອມກັນນັ້ນ, ໂຮງງານຜລິຕນໍ້າປະປາ ທີ່ຕັ້ງຢູ່ຕອນລຸ່ມ ຂອງນໍ້າງື່ມນັ້ນ ກໍໄດ້ຮັບ ຜົລກະທົບ.

ຫຼັງຈາກເກີດບັນຫານັ້ນແລ້ວ, ຊາວບ້ານກໍໄດ້ຮຽກຮ້ອງໃຫ້ ທາງການເມືອງນາຊາຍທອງ ຊ່ອຍແກ້ໄຂ ແລະ ຕໍ່ມາ ຈຶ່ງມີການສັ່ງປິດ ໂຮງງານໄປ. ຍ້ອນເປັນຄືແນວນັ້ນ, ຫຼາຍຄົນ ຈຶ່ງຢ້ານວ່າ ຫາກນັກລົງທຶນຈີນ ທີ່ຈະມາປູກກ້ວຍໃນເຂດບ້ານ ຂອງຕົນເທື່ອນີ້ ກໍຈະເຮັດແນວບໍ່ດີ ຕໍ່ສິ່ງແວດລ້ອມຕື່ມ.

ຊາວບ້ານທ່ານດຽວກັນນັ້ນ ກ່າວຕື່ມອີກວ່າ ການເຂົ້າມາລົງທຶນປູກກ້ວຍຢູ່ລາວ ຂອງບໍຣິສັດຈີນ ໄດ້ສ້າງຄວາມສັບສົນຫຼາຍ ໃຫ້ປະຊາຊົນ ຈົນວ່າເມື່ອກ່ອນໜ້ານີ້ ຣັຖບານໄດ້ອອກຄໍາສັ່ງໃຫ້ຢຸດເຊົາປູກກ້ວຍ ໃນທົ່ວປະເທສ ແລະ ບໍ່ໃຫ້ນັກລົງທຶນ ຜູ້ໃໝ່ເຂົ້າມາສັມປະທານດິນ ປູກກ້ວຍຕື່ມອີກ. ແຕ່ບໍ່ຮູ້ວ່າ ເປັນຫຍັງຈຶ່ງຍັງມີຄົນຈີນ ເຂົ້າມາຂໍປູກກ້ວຍໄດ້ຢູ່, ດັ່ງທີ່ທ່ານກ່າວຕື່ມວ່າ:

“ເພິ່ນກະເວົ້ານໍວ່າ ເພິ່ນໃຫ້ຢຸດເຊົາການປູກກ້ວຍ ເພາະວ່າຜົລກະທົບຜ່ານມາ ຢູ່ເມືອງກະຄືກັນ ຢູ່ນະຄອນຫຼວງກະທົບໝົດເດ້ ແຕ່ວ່າ ຍັງເຮັດໄດ້ແນວໃດ ກະຍັງບໍ່ເຂົ້າໃຈເລີຍ ອະນຸຍາດໄດ້ແນວໃດ.”

ກ່ຽວກັບເຣື້ອງທີ່ວ່ານີ້, ເຈົ້າໜ້າທີ່ຫ້ອງການກະສິກັມ ເມືອງນາຊາຍທອງ ກໍໄດ້ຊີ້ແຈງວ່າ ກໍຣະນີນັກລົງທຶນຈີນ ເຂົ້າມາຂໍເຊົ່າດິນປູກກ້ວຍ ເພີ້ມຕື່ມນັ້ນ ແມ່ນໄດ້ຮັບອະນຸຍາດ ຈາກທາງການລາວ, ແຕ່ການປູກກ້ວຍ ຕ້ອງດໍາເນີນໄປຕາມຫຼັກ ກະສິກັມສະອາດ ບໍ່ໃຫ້ໃຊ້ສານເຄມີ ໃນປະຣິມານຫຼາຍເກີນໄປ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕ້ອງໄດ້ລົງໄປຕິດຕາມກວດກາ ຢ່າງເຂັ້ມງວດກວ່າເກົ່າ ດັ່ງທີ່ທ່ານກ່າວວ່າ:

“ການນໍາຂັ້ນສູງຫັ້ນແຫຼະເນາະ ເພິ່ນກໍວ່າ ເຣື້ອງການໃຫ້ເຊົ່າ ຫຼືວ່າ ສັມປະທານດິນປູກພືດນີ້ ກະຕ້ອງໃຫ້ປູກ, ແຕ່ວ່າຕ້ອງປະຕິບັດຕາມ ມາຕຖານ ທີ່ດີຫັ້ນ ປະຕິບັດຕາມຂັ້ນຕອນໃສ່ຝຸ່ນ, ໃສ່ປຸ໋ຍ, ໃສ່ແມ່ນຫຍັງຫັ້ນນະ. ເຣື້ອງໃຫ້ໃຊ້ ກະໃຫ້ໃຊ້, ຕ່າງແຕ່ວ່າ ມີຂອບເຂດ, ມີປະຣິມານ ທີ່ວ່າຈໍາກັດ ມີຈໍານວນທີ່ຄວບຄຸມໄດ້ຫັ້ນນະ.”

ນອກຈາກນີ້, ທີ່ບ້ານແສນດິນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ນັກລົງທຶນຈີນກໍມາຂໍເຊົ່າດິນປະຊາຊົນ ເພື່ອປູກກ້ວຍສົ່ງອອກ ໄປຈີນ ໃນຂອບເຂດເນື້ອທີ່ປະມານ 80 ປາຍເຮັກຕ້າ, ໂດຍມີສັນຍາເຊົ່າ 06 ປີ ນັບແຕ່ປີ 2015-2021. ດັ່ງປະຊາຊົນບ້ານແສນດິນ ໄດ້ກ່າວຕໍ່ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອວັນທີ 07 ພຶສພາ ຜ່ານມາວ່າ:

“ຄົນຈີນມາຢູ່ມາຜລິຕ ຢູ່ບ້ານເຮົານິແຫຼະປູກກ້ວຍ ມາເຊົ່າທີ່ດິນຊາວນາເຮົາ 80 ປາຍເຮັກຕ້າ ປູກແລ້ວຖ້ວມຫົວແລ້ວ ພໍດີໄດ້ປີທີ 4 ແລ້ວ ຂະເຈົ້າເຊົ່າ 6 ປີ ເດ້ ສັນຍາປີ 2 ປີ ເຊົ່າກັນເທື່ອນຶ່ງກຳນົດ 6 ປີ, 6 ປີ ກໍເຊົາແລ້ວ.”

ຕໍ່ການເຂົ້າມາປູກກ້ວຍຂອງນັກລົງທຶນຈີນນີ້, ກໍມີຫາງສຽງປະຊາຊົນຈຳນວນນຶ່ງ ບໍ່ເຫັນດີໃຫ້ປູກກ້ວຍຫອມ ຍ້ອນພວກເຂົາເຈົ້າໄດ້ຍິນຂ່າວ ຈາກພາກເໜືອວ່າ ສານເຄມີທີ່ໃຊ້ໃນການປູກກ້ວຍ ມັນສົ່ງຜົລກະທົບຕໍ່ສະພາບແວດລ້ອມ, ຫ້ວຍນ້ຳ ແລະ ມີຄົນເສັຽຊີວິຕ ຈາກສານເຄມີ ດັ່ງກ່າວນັ້ນ.

ທີ່ແຂວງໄຊຍະບູຣີ, ນັກລົງທຶນກຸ່ມນຶ່ງຈາກຈີນ ກໍກໍາລັງເຈຣະຈາກັບອໍານາດການປົກຄອງ ເມືອງພຽງ ແຂວງໄຊຍະບູຣີ ເພື່ອລົງທຶນປູກກ້ວຍ ຢູ່ເຂດບ້ານໂພນທອງ, ໂດຍໂຄງການທີ່ວ່ານີ້ ຈະເຊົ່າດິນຊາວບ້ານ ຈໍານວນບໍ່ຕໍ່າກວ່າ 100 ເຮັກຕ້າ, ແຕ່ທາງການລາວ ຍັງບໍ່ອະນຸມັດເທື່ອ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງພຽງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ່ 7 ພຶສພາ ຜ່ານມານີ້.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນຂນະທີ່ກໍາລັງລໍຖ້າຢູ່ນີ້ ນັກລົງທຶນຂອງກຸ່ມດັ່ງກ່າວ ກໍກໍາລັງໂອ້ລົມກັບປະຊາຊົນ ຢູ່ບ້ານໂພນທອງ ກ່ຽວກັບ ເຣື້ອງຂໍເຊົ່າດິນ ປູກກ້ວຍ.

ເຖິງຢ່າງໃດກໍຕາມ, ທາງຫ້ອງການເມືອງພຽງ ກໍກໍາລັງຢູ່ໃນຂັ້ນຕອນພິຈາຣະນາ ຢ່າງຖີ່ຖ້ວນວ່າ ຈະອະນຸມັດໃຫ້ນັກລົງທຶນຈີນມາປູກກ້ວຍ ຫຼືບໍ່ ຍ້ອນຢ້ານວ່າ ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.

ກ່ຽວກັບຜົລກະທົບຈາກສວນກ້ວຍຈີນນີ້, ກ່ອນໜ້ານີ້ ກໍມີຣາຍງານວ່າ ນັບຕັ້ງແຕ່ ປີ 2013 ຫາ ປີ 2017, ສວນກ້ວຍຈີນ ຢູ່ເມືອງຫີນເຫີບ ໄດ້ເຮັດໃຫ້ຝູງປາຕາຍ ຈໍານວນຫຼວງຫຼາຍ ຍ້ອນສານເຄມີໄຫຼລົງນໍ້າ ແລະ ເມື່ອປີ 2016 ປະຊາຊົນເມືອງຫີນເຫີບ ຈໍານວນ 25 ຄົນ ຖືກນໍາສົ່ງ ໂຮງໝໍ ຍ້ອນມີອາການວິນຫົວ ຫຼັງຈາກໃຊ້ນໍ້າຈາກຫ້ວຍ ທີ່ຢູ່ແຄມສວນກ້ວຍ ຍ້ອນມີສານເຄມີໃນນໍ້າ.

ເມື່ອເດືອນພຶສຈິກາປີກາຍ ສວນກ້ວຍຈີນຂອງບໍຣິສັດໂຢງເຊິ້ນ ກະສິກຳຈຳກັດ ຢູ່ເມືອງສັງທອງ ກໍໄດ້ປ່ອຍນໍ້າລ້າງກ້ວຍລົງໃສ່ນໍ້າຕອນ ເຮັດໃຫ້ປາຕາຍຫຼາຍກວ່າ 300 ກິໂລ, ເຊິ່ງເຈົ້າຂອງສວນກ້ວຍກໍໄດ້ຍອມຮັບຜິດ ແລະ ຮັບປາກວ່າ ຈະຮັບຜິດຊອບຕໍ່ບັນຫາດັ່ງກ່າວ ແລະ ຈະຟື້ນຟູສະພາບແວດລ້ອມ ດ້ວຍການປ່ອຍປາລົງນໍ້າຕອນນັ້ນ ປີລະ 3 ແສນໂຕ ໃນໄລຍະ 3 ປີ.

ທີ່ໄດ້ກ່າວມານັ້ນ, ແມ່ນຄວາມເຄື່ອນໄຫວຫຼ້າສຸດກ່ຽວກັບການເຂົ້າມາຂໍສັມປະທານປູກກ້ວຍ ໂດຍນັກລົງທຶນຈາກຈີນ, ເຊິ່ງບາງໂຄງການ ກໍໄດ້ດຳເນີນການປູກໄປແລ້ວກໍມີ ແລະ ບາງໂຄງການກໍຍັງຢູ່ໃນຂັ້ນຕອນເຈຣະຈາ ຣະຫວ່າງພາກສ່ວນກ່ຽວຂ້ອງ, ຊາວບ້ານ ແລະ ນັກລົງທຶນ. ແຕ່ທີ່ແນ່ນອນແລ້ວກໍແມ່ນວ່າ ຊາວບ້ານສ່ວນໃຫຍ່ ແມ່ນກັງວົນໃຈ ແລະ ບໍ່ເຫັນດີ ເພາະເຄີຍມີບົດຮຽນອັນບໍ່ດີກັບ ການປູກກ້ວຍໃນພື້ນທີ່ ອື່ນມາແລ້ວ ແລະ ບໍ່ຢາກໃຫ້ປວັຕສາຕອັນບໍ່ດີນີ້ ເກີດຂຶ້ນອີກຄັ້ງໃນເຂດບ້ານຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.