ເຈົ້າໜ້າທີ່ ຍັງບໍ່ຊີ້ແຈງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ

ອຸ່ນແກ້ວ
2025.03.05
ເຈົ້າໜ້າທີ່ ຍັງບໍ່ຊີ້ແຈງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ ຮູບພາບດິນຍຸບ ກາງທົ່ງນາ ຂອງຊາວບ້ານ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ. ເດືອນທັນວາ ປີ 2024.
ຮູບພາບຈາກພົນລະເມືອງ

ທີມງານຈີນ ແລະ ລາວ ຢຸດເຈາະສໍາຫລວດຫາສາເຫດດິນຍຸບ 3 ຈຸດເຂດສໍາປະທານຂຸດຄົ້ນເກືອກາລີ ຢູຸ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປະມານ 1-2 ອາທິດແລ້ວ ແຕ່ບໍ່ມີການຊີ້ແຈງວ່າ ສາເຫດດິນຍຸບ ຍ້ອນຫຍັງ.

ເຫດການດິນຍຸບ ເກີດຂຶ້ນໃນວັນທີ 3 ແລະ 21 ທັນວາ ປີ 2024 ທີ່ຜ່ານມາ. ຫຼັງຈາກນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບໍລິສັດ ກໍໄດ້ສົ່ງທີມງານວິຊາການລົງສໍາຫລວດຫາສາເຫດ ໃນວັນທີ 31 ທັນວາ. ທີມງານວິຊາການທັງລາວ ແລະ ຈີນ ໄດ້ມີການກວດກາຫາສາເຫດດິນຍຸບ ແລະ ຂຸດເຈາະວິໃຈດິນ ທີ່ເປັນຊັ້ນດິນໜຽວ ເພື່ອຊອກຫາສາເຫດດິນຍຸບ ຢູ່ເຂດບ້ານປາກເປ່ງ ເມືອງທ່າແຂກ ແລະ ເຈົ້າໜ້າທີ່ ໄດ້ອອກມາເວົ້າ ວ່າ ຈະຮູ້ຜົນປະມານ ຕົ້ນເດືອນກຸມພາ. 

ແຕ່ມາຮອດປັດຈຸບັນ ທີມງານ ທີ່ລວມມີຄະນະມະຫາວິທະຍາໄລແຫ່ງຊາດ, ກະຊວງພະລັງງານ ແລະ ບໍ່ແຮ່, ຄະນະວິສະວະກໍາສາດ ແລະຄະນະວິຊາການ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ກໍໄດ້ຢຸດການຂຸດເຈາະ ຫາສາເຫດດິນຍຸບແລ້ວ ໄດ້ປະມານ 1-2 ອາທິດແລ້ວ, ແຕ່ ຍັງບໍ່ທັນອອກມາຊີ້ແຈງສາເຫດດິນຍຸບ. ຊາວບ້ານ ປາກເປ່ງ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ມີນາ ວ່າ:

“ບໍ່ໄດ້ຄໍາຕອບເລີຍ ງຽບເລີຍ ບໍ່ໄດ້ເຄື່ອນໄຫວເດ້ ເພິ່ນຢຸດເປັນອາທິດແລ້ວເດ້ ຢຸດເຈາະ ຢຸດເຮັດນີ້ແຫຼະ ເອື້ອຍ ອ້າຍນ້ອງເຮົາໄປ ໄປຢາມແຕ່ລະມື້ ໄປຢາມກໍບໍ່ມີຜົນຫຍັງເນາະ ມັນກໍບໍ່ໃຫ້ຄໍາຕອບເທື່ອ ແກ່ຍາວໄປເລື້ອຍໆ ອ້າຍນ້ອງ ເຂົາເຈົ້າກໍເມື່ອຍອອກໄປ ກໍເລີຍພາກັນຢຸດຊະ ເພາະວ່າ ເພິ່ນກໍບໍ່ໃຫ້ຄໍາຕອບວ່າ ມື້ນັ້ນແລ້ວເດ້ ມື້ນີ້ແລ້ວເດ້ ກໍເລີຍພາກັນຢຸດເອງ ອາທິດກວ່າແລ້ວເດ້.”

ບໍລິສັດ ຍັງບໍ່ທັນໄດ້ອອກມາ ຊີ້ແຈງເຖິງສາເຫດດິນຍຸບ, ແຕ່ໄດ້ມີການຖົມແລະອັດ ຈຸດທີ່ດິນຍຸບນັ້ນ. ເຈົ້າໜ້າທີ່ທ້ອງຖິ່ນ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ເພິ່ນກໍຍັງບໍ່ທັນໄດ້ສະຫລຸບວ່າ ເປັນແນວໃດເດ້ ເພິ່ນກໍຍັງ ທາງກົມທໍລະນີ ເພິ່ນກໍມາ ຢຸດສໍາຫລວດແລ້ວ ເພິ່ນຈະເຈາະ 3 ຮູ ເຫັນເພິ່ນຖົມ ເອົາປູນລົງຖົມ ເພາະມັນເປັນຜົ້ງ ແລ້ວກໍໃສ່ປູນອັດ ຊີແມ່ນ 2 ອາທິດກວ່າແລ້ວ ນີ້.”


ຂ່າວ ກ່ຽວກັນ
ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ບ້ານປາກເປັ່ງ ຊິບໍ່ກ່ຽວກັບການຂຸດ ເກືອກາລີ ຈີນ

ດິນຍຸບ ຄັ້ງທີ 2 ຢູ່ໃກ້ເຂດ ຂຸດເກືອກາລີ ຈີນ
ຊາວບ້ານອຸກໃຈ ຫຼັງຈາກເກີດເຫດດິນຍຸບ ໃກ້ເຂດຂຸດເກືອກາລີ ຈີນ


ທີມງານວິຊາການຝ່າຍລາວ ພາກັນເດີນທາງຂຶ້ນມາ ນະຄອນຫລວງວຽງຈັນ ໝົດແລ້ວ ແລະບໍ່ໄດ້ມີການຂຸດເຈາະສໍາຫລວດອີກແລ້ວ. ນັກວິຊາການທໍລະນີສາດ ທ່ານໜຶ່ງ ໄດ້ກ່າວວ່າ:

“ຄືເຫດເພິ່ນຂຶ້ນ ເພິ່ນຂຶ້ນມາວຽງ ຄືວ່າແລ້ວ ແລ້ວເຈົ້າ ເພິ່ນຂຶ້ນມາໝົດແລ້ວ ແມ່ນໆ ເພິ່ນຍັງບໍ່ທັນໄດ້ມີການຊີ້ແຈງ ບໍ່ໝັ້ນໃຈນ່າ ເຈົ້າ ອັນນີ້ນ່າ.”

ເຖິງຢ່າງໃດກໍຕາມ, ປະຊາຊົນທີ່ເປັນເຈົ້າຂອງທີ່ດິນ ໃນຈຸດທີ່ດິນຍຸບ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ແຕ່ມີພຽງພະນັກງານບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ມາສອບຖາມປະຊາຊົນ ແລະບໍລິສັດ ກໍຍັງມີການຂຸດຄົ້ນເກືອກາລີ ເປັນປົກກະຕິ. ຊາວບ້ານປາກເປ່ງ ຜູ້ດຽວກັນນີ້ ໄດ້ກາວວ່າ:

“ເຈົ້າຂອງນາ ເຂົາເຈົ້າກໍຖ້າຢູ່ ເພິ່ນມາຖົມໃຫ້ຊື່ໆ ແຕ່ວ່າ ເພິ່ນຕ້ອງການຄວາມຊົດເຊີຍ ແຕ່ວ່າ ມັນກໍຍັງບໍ່ມີຜົນຫຍັງອອກມາຫັ້ນນ່າ, ເພິ່ນກໍຂຸດຄົ້ນຢູ່ຕະຫລອດຫັ້ນແຫຼະ ເພິ່ນບໍ່ໃຫ້ຢຸດເດ້ ທໍ່ລົມເຂົາເຈົ້າ ມັນກໍດັງຢູ່ ທຸກມື້ຫັ້ນເດ້ ເອີ ຕອນກາງຄືນມັນດັງ ກາງເວັນ ຊິບໍ່ດັງປານໃດ ມັນກໍຊິນນີ້ແຫຼະ ເຮັດແນວໃດ ມັນເຄີຍແລ້ວ ມັນກໍຫຼັບ ໂອ້ຕອນມາໃໝ່ໆ ມັນບໍ່ຍາກປານໃດເດ້.”

ການຂຸດຄົ້ນ ເກືອກາລີ ໄດ້ສົ່ງກິ່ນຂິວໃນຕອນເຊົ້າ ໂດຍສະເພາະຢູ່ເຂດບ້ານດົງໃຕ້ ແລະ ການຂຸດຄົ້ນເກືອນກາລີ ດໍາເນີນໄປຕະຫລອດ 24 ຊົ່ວໂມງ ໂດຍມີການແບ່ງກະກັນ. ຊາວບ້ານທີ່ຢູ່ໃກ້ຄຽງ ໄດ້ກ່າວວ່າ:

“ຕອນເຊົ້າ ເວລາອາກາດໜາວ ແລ້ວມັນຊິຂິວ ແຕ່ວ່າ ມັນຊິບໍ່ຂຽວປານໃດ ຮູ້ນໍາກໍາມະກອນເຮັດວຽກຢູ່ຫັ້ນ ເຂົາເຮັດ 3 ກະ 7-3, 3 ຫາ 11, 11 ຫາ ແຈ້ງ ເຮັດຕໍ່ເນື່ອງກັນເລີຍ ບໍ່ໄດ້ຢຸດ ບໍ່ໄດ້ຢ່ອນເລີຍ ກໍບໍ່ຢາກແຂງເຮັດປານໃດແຫຼະ ບາດໄຂ້ ບາດເຈັບ ບາດປ່ວຍ ແລ້ວກໍດົນ ຈັ່ງຊິປົວເຊົາ ເປັນໄອ ເປັນຫຍັງ ບາງເທື່ອ ເຈັບແໜ້ນໜ້າເອິກ ມັນລົງຮູ ມັນເລິກເນາະ ມັນບໍ່ມີອົກຊີ້ເນາະ.”

ໃນວັນທີ 14 ມັງກອນ 2025, ທີມງານວິຊາການ ໄດ້ມີການການເຈາະສໍາຫລວດ ເພື່ອຫາສາເຫດ ໄດ້ດໍາເນີນໄປເປັນຮູບ 3 ແຈ ໂດຍຮູບທີ 1 ມີຄວາມເລິກ 300 ແມັດ ແລະ ຮູບທິີ 2 ມີຄວາມເລິກ 350 ແມັດ ເຊິ່ງເປັນຄວາມເລິກກ່ອນລະດັບອຸໂມງ ໃຕ້ດິນທີ່ມີການຂຸດຄົ້ນເກືອກາລີ.

ກໍລະນີດິນຍຸບ ບໍ່ແມ່ນເກີດຂຶ້ນສະເພາະໃນ ປີ 2024. ດິນຍຸບຄັ້ງທີ 1 ເກີດຂຶ້ນ ໃນເດືອນມິຖຸນາ ປີ 2018 ຢູ່ເຂດບ້ານໜອງຜື ເມືອງທ່າແຂກ ແຂວງຄໍາມ່ວນ. ດິນຍຸບໃນເວລານັ້ນ ກວມເອົາຄວາມກວ້າງ 5 ແມັດ ຄວາມຍາວ 8 ແມັດ ຄວາມເລິກປະມານ 3.7 ແມັດ ອີງຕາມຂໍ້ມູນຈາກໂທລະພາບແຂວງຄໍາມ່ວນ.

ໃນເດືອນທັນວາ 2023 ທີ່ຜ່ານມາ ນັກວິຊາການກໍ່ສ້າງເຄຫາສະຖານ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ເຄີຍເຕືອນວ່າ ດິນເຂດທີ່ມີການຂຸດຄົ້ນ ມີຄວາມສຽງສູງທີ່ຈະມີການຍຸບໂຕລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.