ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ບ້ານປາກເປັ່ງ ຊິບໍ່ກ່ຽວກັບການຂຸດ ເກືອກາລີ ຈີນ

ອຸ່ນແກ້ວ
2025.01.17
ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ບ້ານປາກເປັ່ງ ຊິບໍ່ກ່ຽວກັບການຂຸດ ເກືອກາລີ ຈີນ ພວກເຈົ້າໜ້າທີ່ ພວມກວດກາຊັ້ນດິນ ທີ່ຖືກເຈາະຂຶ້ນມາ ໃກ້ກັບເຂດ ຂຸດຄົ້ນເກືອກາລີ ຂອງນັກລົງທຶນຈີນ ທີ່ເມືອງທ່າແຂກ ແຂວງຄຳມ່ວນ. ວັນທີ 14 ມັງກອນ 2024
Credit photos: ໜັງສືພິມ ແຂວງຄຳມ່ວນ

ເຈົ້າໜ້າທີ່ທາງການ ໄດ້ສໍາຫຼວດດິນຍຸບ ຢູ່ເຂດສໍາປະທານ ບໍ່ເກືອກາລີ ຫຼື ໂປຕາສ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ແລ້ວ ໄດ້ລະບຸວ່າ: ບໍ່ພົບກິດຈະກໍາ ການຂຸດຄົ້ນ ເກືອໂປຕາສ ຢູ່ໃຕ້ດິນ ບໍລິເວນດັ່ງກ່າວ, ແຕ່ວ່າຊາວບ້ານ ບໍ່ເຊື່ອຄໍາຊີ້ແຈງ ດັ່ງກ່າວ.

ເລື່ອງທີ່ຊາວບ້ານ ສົນໃຈ ກໍຄື ດິນຍຸບລົງ ຍ້ອນການຂຸດຄົ້ນ ເກືອກາລີ ໃນເຂດດັ່ງກ່າວ ເພາະວ່າ ກ່ອນທີ່ຈະມີ ການຂຸດຄົ້ນ ບໍ່ເຄີຍເກີດເຫດການ ດິນຍຸບຈັກເທື່ອ. ຊາວບ້ານ ບ້ານປາກເປັ່ງ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ມັງກອນ ວ່າ:

“ຂັ້ນເມືອງ, ຂັ້ນແຂວງ ກໍແບບນັ້ນແຫຼະ ວ່າ ບໍ່ໃຫ້ປະຊາຊົນຮູ້ເນາະ, ແຕ່ວ່າ ມັນກໍບໍ່ເຄີຍ ຕັ້ງແຕ່ເກີດມາ  ແຕ່ໃຫຍ່, ຂ້ອຍ ກໍອາຍຸ ກໍເປັນ 40 ປີ ກວ່າປີແລ້ວເດ້, ແຕ່ວ່າ ກໍບໍ່ເຄີຍເຫັນຈັກເທື່ອ. ປະກົດການດິນຄ້າຍໆ ເຂົາມາເຮັດນີ້ລະ ມັນຈັ່ງຍຸບ ເພາະວ່າ ມັນກໍໃກ້ໆ ກັບອຸໂມງເຂົາເດ້. ມັນກໍບໍ່ໄກ ປະມານ 100 ກວ່າແມັດ ບໍ່ເກີນ 150 ແມັດ, ມັນໃກ້ກັນ ບ່ອນໂຈະອຸໂມງ.”

ຫຼັງຈາກດິນຍຸບ 2 ຄັ້ງ ໃນເດືອນທັນວາ 2024, ໃນວັນທີ 14 ມັງກອນ 2025 ທີມງານສໍາຫຼວດ ຂອງທາງການ ລວມມີ ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່, ຄະນະວິທະຍາສາດ ມະຫາວິທະຍາໄລແຫ່ງຊາດ, ເຈົ້າໜ້າທີ່ ແຂວງຄໍາມ່ວນ ແລະ ໂຕແທນບໍລິສັດ ໄດ້ລົງສໍາຫຼວດຈຸດດິນຍຸບ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ ແຂວງຄໍາມ່ວນ.

ທີມງານ ໄດ້ມີການສໍາຫຼວດ 3 ຈຸດ, ເປັນຮູບ 3 ແຈ, ໂດຍ ຮູທີ 1 ມີຄວາມເລິກ 300 ແມັດ ແລະ ຮູທີ 2 ມີຄວາມເລິກ 350 ແມັດ, ເຊິ່ງເປັນຄວາມເລິກ ກວ່າລະດັບ ອຸໂມງໃຕ້ດິນ ທີ່ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ກໍາລັງຂຸດຄົ້ນ ໃນປັດຈຸບັນ ແລະ ໄດ້ມີການລະບຸວ່າ: ບໍ່ພົບກິດຈະກໍາ ການຂຸດຄົ້ນ ເກືອໂປຕາສ ຢູ່ໃຕ້ດິນ ບໍລິເວນດັ່ງກ່າວ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທາງການລາວ ແລະ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ກໍບໍ່ໄດ້ອອກມາ ປະຕິເສດວ່າ ສາເຫດດິນຍຸບ ບໍ່ເປັນຍ້ອນ ການຂຸດຄົ້ນ ເກືອກາລີ.

potash (1).jpg

ພາບມຸມສູງ ຂອງການເຈາະຊັ້ນດິນ ເພື່ອຊອກຫາຕົ້ນເຫດ ຂອງເຫດການດິນຍຸບ ທີ່ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄຳມ່ວນ. ວັນທີ 14 ເດືອນມັງກອນ 2025 Credit photos: (ໜັງສືພິມ ແຂວງຄຳມ່ວນ)

ຊາວບ້ານ ທີ່ຢູ່ໃກ້ກັບ ເຂດຂຸດຄົ້ນ ເກືອກາລີ ເຫັນວ່າ, ແຕ່ກ່ອນ ຫຼາຍຊົ່ວຄົນ ບໍ່ເຄີຍເກີດ ເຫດການດິນຍຸບ ແບບນີ້, ແຕ່ດິນເລີ່ມຍຸບມາ ນັບແຕ່ມີການຂຸດຄົ້ນ ເປັນຕົ້ນມາ. ຊາວບ້ານອີກຄົນໜຶ່ງ ອາຍຸ 60 ປີ ທີ່ຢູ່ໃກ້ ເຂດຂຸດຄົ້ນ ເກືອກາລີ ໄດ້ກ່າວວ່າ:

“ບໍ່ມີໂຮງງານ ກໍບໍ່ໄດ້ເປັນ, ຫາກໍເປັນ. ຍຸບ ຍ້ອນໂຮງງານ ເຂົາມາສ້າງນີ້, ກໍມີສ່ວນຢູ່, ເວົ້າກັນຢູ່ ຕັ້ງແຕ່ເຂົາມາ ຂຸດຄົ້ນນີ້ແລ້ວ ມັນຈັ່ງໄດ້ເປັນ. ແຕ່ເກົ່າ ບໍ່ໄດ້ເປັນ, ຫຼາຍຊົ່ວຄົນ ກໍບໍ່ເຄີຍເປັນ ບໍ່ເຄີຍຍຸບ. ບ້ານນອກ ບ້ານນາເຮົາ ວິໃຈ ບໍ່ໄດ້ອອກດອກ. ແຕ່ເກົ່າ ບໍ່ເຄີຍມີ, ບໍ່ໄດ້ຍຸບ ເທົ່າໃດຊົ່ວຄົນແຫຼະ ຫາກໍເປັນ ຫາກໍມາຂຸດຄົ້ນນີ້ເດ້.”

ກ່ອນໜ້ານີ້, ກໍເກີດກໍລະນີດິນຍຸບ ຄ້າຍໆຄືກັນ ຢູ່ບ້ານໜອງຜື, ເມືອງທ່າແຂກ ແຂວງຄໍາມ່ວນ, ເຊິ່ງເປັນເຂດ ທີ່ມີການຂຸດຄົ້ນ ເກືອກາລີ. ຊາວບ້ານ ບ້ານປາກເປັ່ງ ຄົນດຽວກັນນີ້ ກ່າວວ່າ:

ປະມານ 4-5 ປີ ຫຼັງ ຢູ່ນີ້ເດ້ ຢູ່ ແຂວງຄໍາມ່ວນ ຄືກັນ, ແຕ່ມັນກໍຢູ່ ບ້ານໜອງຜື, ຫັ້ນນ່າ ຢູ່ແຂວງຄໍາມ່ວນນີ້ ເມືອງທ່າແຂກ. ໂອ້, ສະໄໝນັ້ນ ກໍຄືເວົ້ານີ້ແຫຼະ 4-5 ປີຫຼັງ ບໍ່ເປັນຂ່າວ. ທຸກມື້, ໂຊຊ້ຽວ ມັນຫຼາຍ 4-5 ປີຫຼັງ ໂຊຊ້ຽວ ມັນຍັງບໍ່ທັນອອກ ຂະໜາດນີ້ນ່າ.”

ໜຶ່ງໃນເຈົ້າໜ້າທີ່ ຜູ້ທີ່ຮ່ວມເຈາະ ສໍາຫຼວດໂຄງສ້າງ ບໍລິເວນດິນຍຸບໂຕ ໄດ້ກ່າວວ່າ ທາງການ ກໍຍັງບໍ່ໄດ້ອອກມາ ລະບຸເຖິງສາເຫດດິນຍຸບ:

“ທຸກມື້ນີ້, ຈຸຂ້ອຍ ກໍອອກໄປ ຢູ່ທຸກມື້. ເຂົາເຈົ້າເຈາະ ຫາສາເຫດຢູ່, ເກີດຈາກສາເຫດ ອັນພວກເຈາະເກືອກາລີບໍ່ ເຮົາກໍຍັງບໍ່ທັນເວົ້າ, ມັນເກີດຈາກເຂົາເຈາະ ເປັນຜູ້ເຈາະ ເພາະວ່າ ມັນຍັງບໍ່ຮູ້ສາເຫດນ່າ. ເຂົາເຈົ້າຍັງເຈາະ ຫາຂໍ້ມູນຢູ່ ດຽວນີ້ 3 ທິດທາງ ຂຸດເຈາະ 3 ໝ້ອງ, ຫາສາເຫດເຈົ້າ ເພາະວ່າ ມັນກໍຍັງບໍ່ຮູ້ສາເຫດ, ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຜົນການເຈາະສໍາຫຼວດ ໂຄງສ້າງດ້ານທໍລະນີສາດ ບໍລິເວນດິນຍຸບໂຕ ຢູ່ບ້ານປາກເປັ່ງ ຮູທີ 3 ທີ່ກໍານົດໃຫ້ ມີຄວາມເລິກ ປະມານ 100 ປາຍແມັດ, ເຊິ່ງສ່ວນໃຫຍ່ ເປັນຊັ້ນດິນໜຽວ ແລະ ຫີນຕົມ ນັ້ນ, ຈະມີການສືບຕໍ່ເຈາະ ໃຫ້ທະລຸຊັ້ນເກືອ ຄາດວ່າ ຈະສໍາເລັດ ພາຍໃນວັນທີ 21 ມັງກອນ ຈຶ່ງຮູ້ສາເຫດ ຂອງດິນຍຸບດັ່ງກ່າວ ຢ່າງຄັກແນ່.

ເຫດການດິນຍຸບ ເກີດຂຶ້ນໃນວັນທີ 3 ແລະ ວັນທີ 21 ທັນວາ ປີ 2024 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.