ຜູ້ສ້າງເຂື່ອນປາກແບງ ບໍ່ມາ ພົບກັບ ຊາວບ້ານ

0:00 / 0:00

ບໍຣິສັດຕ້າຖັງ ທີ່ເປັນເຈົ້າຂອງ ໂຄງການເຂື່ອນປາກແບງ ບໍ່ໄດ້ມາປະຊຸມໂອ້ລົມ ກັບຊາວເມືອງຊຽງຂອງ ແຂວງຊຽງຣາຍ ປະເທດໄທ ແລະ ບັນດາເຄືອຂ່າຍ ອົງການຈັດຕັ້ງທາງສັງຄົມ ຕາມທີ່ໄດ້ໃຫ້ສັນຍາເອົາໄວ້.

ບໍຣິສັດໄດ້ນັດໝາຍ ທີ່ຈະມາຮັບຟັງຄຳຄິດຄຳເຫັນ ຂອງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນປາກແບງ ແລະ ຈະຮັບຟັງ ຂໍ້ ສະເໜີຈາກອົງການຈັດຕັ້ງ ທາງສັງຄົມ, ແຕ່ຮອດວັນທີ 20 ທັນວາ ເປັນມື້ປະຊຸມ ບໍຣິສັດ ບໍ່ໄດ້ມາພົບຊາວບ້ານ ໂດຍບໍຣິສັດ ໃຫ້ເຫດຜົນ ວ່າຍັງບໍ່ພ້ອມ ແລະຂໍເລື່ອນເວລາອອກໄປ ເປັນເດືອນມົກກະຣາ 2018. ດັ່ງ ທ່ານ ນິວັດ ຣ້ອຍແກ້ວ ປະທານເຄືອຂ່າຍ ຄົນຮັກຊຽງຂອງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 21 ທັນວາ ວ່າ:

"ເລື້ອງການເຈຣະຈາກັບບໍຣິສັດຕ້າຖັງ ກັບພາກປະຊາສັງຄົມ ກຸ່ມຮັກຊຽງຂອງນັ້ນ ໃນເບື້ອງຕົ້ນເຮົາກໍມີການ ເວົ້າເຖິງເລື້ອງນີ້ ກໍຄືຈະມີການ ປະຊຸມກັນໃນ ວັນທີ 20 ທັນວາ ແຕ່ບໍຣິສັດຕ້າຖາງ ມີເຫດຂັດຂ້ອງບາງປະການ ໃນເລື້ອງຂອງການຕຽມຂໍ້ມູນ ເລື້ອງການເດີນທາງ ແລະ ກໍມີການໂອ້ລົມກັນ ໃຫ້ເລື່ອນກອງປະຊຸມ ໄປເດືອນມົກກະຣາ."

ທ່ານກ່າວຕື່ມວ່າ ການທີ່ບໍຣິສັດ ຜິດນັດນັ້ນ ຊາວບ້ານກໍບໍ່ໄດ້ວ່າຫຍັງ ແຕ່ວ່າຂໍໃຫ້ບໍຣິສັດມາແທ້ ໃນເດືອນມົກກະຣາ ປີ 2018 ຕາມທີ່ໄດ້ ນັດໝາຍກັນໃໝ່ເພາະວ່າ ຊາວບ້ານຢາກເປີດເວທີສາທາຣະນະ ເປີດໃຫ້ສື່ມວນຊົນໃຫ້ບັນດາເຈົ້າແຂວງ ເຈົ້າເມືອງ ແລະເຈົ້າໜ້າທີ່ຂັ້ນສູງ ຂອງໄທ ຮ່ວມເປັນພິຍານວ່າ ຖ້າເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ຕໍ່ປະຊາຊົນ ຫລັງຈາກກໍ່ສ້າງເຂື່ອນ ບໍຣິສັດຈະຕ້ອງຮັບຜິດຊອບ.

ບັນຫາທີ່ອົງການຈັດຕັ້ງທາງສັງຄົມເປັນຫ່ວງກໍຄື ເລື້ອງການຂຶ້ນລົງຂອງປາ ເລື້ອງການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ ໃນການ ສຶກສາ ຜົນກະທົບຂ້າມພົມແດນ, ແລະ ຜົນກະທົບ ທີ່ຈະເກີດຂຶ້ນ ກັບປະຊາຊົນອີກຫລາຍ 10 ລ້ານຄົນ ທີ່ອາສັຍທຳມາຫາກິນກັບ ແມ່ນ້ຳຂອງ. ດັ່ງທ່ານ ນິວັດ ກ່າວຕື່ມອີກວ່າ:

"ປະເດັນທີ່ເປັນຫ່ວງກັນກໍຄື ເລື້ອງທາງປາຜ່ານ ລັກສນະທາງຜ່ານ ທີ່ຜ່ານມານັ້ນ ກໍຖືວ່າ ຍັງໃຊ້ບໍ່ໄດ້ເນາະ ຍົກຕົວຢ່າງເຊັ່ນ ເຂື່ອນ ໄຊຍະບູລີ ກໍມີການປັບເລື້ອງທາງປາຜ່ານ ແລ້ວເຂື່ອນປາກແບງ ຈະມີການລົມກັນແນວໃດ ເລື້ອງທາງປາຜ່ານ, ແລະ ເລື້ອງປະຊາຊົນ ສາມາດ ເຂົ້າມາມີສ່ວນຮ່ວມ ໃນການສຶກສາ ຜົນກະທົບຂ້າມພົມແດນ ແນວໃດ, ແລະຍັງມີປະຊາຊົນຫລາຍ 10 ລ້ານຄົນ ທີ່ອາສັຍ ທຳມາຫາກິນນຳ ແມ່ນ້ຳຂອງ ແຕ່ບໍ່ແມ່ນ ກຸ່ມນາຍທຶນ ກຸ່ມໃດກຸ່ມນຶ່ງ ຊິມາກຳນົດ ອະນາຄົດ ຂອງແມ່ນ້ຳຂອງ."

ອີງຕາມຂໍ້ມູນຈາກທາງການ ເຈົ້າຂອງໂຄງການ ມີແຜນທີ່ຈະເລີ້ມລົງມື ກໍ່ສ້າງເຂື່ອນປາກແບງ ມາໄດ້ 2 ປີແລ້ວ ແລະມີແຜນຈະຍົກຍ້າຍ ປະຊາຊົນ ຢູ່ບ້ານປາກເງີຍ ແລະ ບ້ານຫ້ວຍກ້ຽງ ໃຫ້ໄປຢູ່ບ່ອນໃໝ່.