ມ.ຜາອຸດົມເຜີຍແຜ່ກົດໝາຍ ແຮງງານ

ຈໍາປາທອງ
2016.12.28
F-chemical ຊາວບ້ານ ເວົ້າເຖິງເວລາທີ່ມີການພົ່ນຢາ ຂ້າສັດຕຣູພືດ ຢາຂ້າຫຍ້າ ຜູ້ໃດຢູ່ໃກ້ຄຽງ ຈະຮູ້ສຶກວິນວຽນ ເມື່ອຍອ່ອນເພັຽ ຈົນເຖິງຂັ້ນອາຈຽນ
Screen capູtured lao44.org/vdo

ທາງຫ້ອງການ ເມືອງຜາອຸດົມ ແຂວງບໍ່ແກ້ວ ຕຣຽມເຜີຍແຜ່ ກົດໝາຍ ແຮງງານ ໃຫ້ເຈົ້າຂອງ ສວນປູກກ້ວຍ ແລະ ຄົນງານສວນກ້ວຍ ຮູ້ໃນໄວໆນີ້ ເພື່ອໃຫ້ ພວກເຂົາເຈົ້າ ຄຸ້ມຄອງ ບໍຣິຫານຄົນງານ ໄປຕາມຣະບຽບ ກົດໝາຍ ເປັນຕົ້ນ ເຣຶ່ອງຄວາມປອດພັຍ ຂອງຄົນງານ ໃຫ້ດີຂຶ້ນ, ທຸກມື້ນີ້ ຄົນງານ ສວນກ້ວຍ ບໍ່ມີເຄື່ອງ ປ້ອງກັນ ເວລາສີດພົ່ນ ສານເຄມີ ຂ້າສັດຕຣູພືດ, ເຮັດໃຫ້ມີ ຄວາມສ່ຽງ ຕໍ່ສຸຸຂພາບ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງຜາອຸດົມ ຕໍ່ RFA ໃນວັນທີ 23 ທັນວາ ນີ້ວ່າ:

"ລົງເຜີຍແຜ່ ກ່ຽວກັບກົດໝາຍ ແຮງງານແດ່ ແຕ່ລະທີ ຫັ້ນນະນໍ ໃຫ້ຂະເຈົ້າ ຊາບຊຶມ ກ່ຽວກັບ ການນໍາໃຊ້ ແຮງງານ ຜູ້ໃຊ້ແຮງງານ ກັບຜູ້ອອກແຮງງານ ໃຫ້ເຂົ້າໃຈ ນໍາກັນ ແກ້ໄຂບັນຫາ ທີ່ ສິຖືກ ທໍລະພິດ ນີ້ນໍ ມີວິທີການ ປ້ອງກັນຫັ້ນ".

ນາງເວົ້າວ່າ ການໄປເຜີຍແຜ່ ກົດໝາຍ ແຮງງານເທື່ອນີ້ ຈະເຮັດໃຫ້ ຄົນງານ ສວນກ້ວຍ ໄດ້ຮັບຜົລ ປໂຍດຫຼາຍ ເພາະວ່າ ກົດໝາຍນັ້ນ ກໍານົດແຈ້ງໃຫ້ ຜູ້ເປັນນາຍຈ້າງ ມີຄວາມ ຮັບຜິດຊອບ ຕໍ່ ອັນຕະາຍ ຫລື ສິ່ງບໍ່ດີ ທີ່ອາຈເກີດຂຶ້ນ ກັບຄົນງານ ເຊັ່ນ ອຸປກອນ ທີ່ຈໍາເປັນ ໃນການເຮັດວຽກ ຮວມທັງ ຖົງມື, ເກີບ, ເຄື່ອງປິດດັງ ປ້ອງກັນ ສານເຄມີ ແລະ ສິ່ງອື່ນໆ ແລະ ເມື່ອຄົນງານ ເຈັບປ່ວຍ ທີ່ ສົງສັຍ ວ່າເປັນຍ້ອນ ສານເຄມີ ທີ່ໃຊ້ໃນ ສວນກ້ວຍນັ້ນ ຜູ້ເປັນນາຍຈ້າງ ຕ້ອງພາໄປ ໂຮງໝໍ ແລະ ຮັບຜິດຊອບ ເຣຶ່ອງຄ່າປິ່ນປົວ ນໍາດ້ວຍ.

ນາງກ່າວຕື່ມອີກວ່າ ຈະເວົ້າກັບນາຍຈ້າງ ເຣຶ່ອງຈໍານວນ ຊົ່ວໂມງ ເຮັດວຽກ ຂອງຄົນງານ ເພາະຮູ້ວ່າ ຄົນງານສວນກ້ວຍ ບາງແຫ່ງ ເຮັດວຽກ ຫຼາຍກວ່າເວລາ ທີ່ກົດໝາຍ ກໍານົດຄື 8 ຊົ່ວໂມງຕໍ່ມື້ ແລະ ບາງຄົນ ເຮັດວຽກ ເກືອບ ບໍ່ມີມື້ພັກ ຊຶ່ງນາຍຈ້າງ ຈະຕ້ອງຈ່າຍ ຄ່າເຮັດວຽກ ລ່ວງເວລາ ໃຫ້.

ເມື່ອປີກາຍ ຄົນງານສວນກ້ວຍຈີນ ຢູ່ເມືອງຜາອຸດົມ ໄດ້ເສັຍຊີວິດ 3 ຄົນ ຍ້ອນ ສານພິດເຄມີ ທີ່ນໍາມາໃຊ້ ໃນສວນກ້ວຍ. ແຕ່ນາຍຈ້າງຈີນ ໃຫ້ເງິນຄ່າ ຊົດເຊີຍ ພຽງ 5 ແສນກີບ ຕໍ່ຄົນເທົ່ານັ້ນ. ຄົນງານ ໃນສວນກ້ວຍ ສ່ວນຫລາຍ ມາຈາກຕ່າງແຂວງ ເຊັ່ນ ແຂວງຫຼວງພະບາງ, ອຸດົມໄຊ ແລະ ແຂວງຜົ້ງສາລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.