ບ້ານນໍ້າໂບກບໍ່ຢາກໃຫ້ ຈີນ ປູກອ້ອຍ

ອຸ່ນແກ້ວ ສຸກສະຫວັນ
2020.01.03
f-sugar ສວນປູກອ້ອຍ ຂອງນັກລົງທຶນຈີນ ຢູ່ທາງພາກເໜືອຂອງ ສປປ ລາວ
RFA/VD

ຊາວບ້ານ 600 ຄົນ ຢູ່ບ້ານນ້ຳໂບກເມືອງບຸນໃຕ້ ແຂວງຜົ້ງສາລີ ບໍ່ເຫັນດີກັບໂຄງການປູກອ້ອຍຂອງຈີນ ຍ້ອນພວກເຂົາຢ້ານວ່າ ສັດລ້ຽງ ເຂົາເຈົ້າ ຄື; ງົວ ແລະ ຄວາຍ 400 ກວ່າໂຕ ຈະຕາຍຍ້ອນໄປກິນຫຍ້າ ທີ່ມີສານເຄມີຈາກສວນອ້ອຍ. ຊາວບ້ານ ຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຊາວບ້ານນີ້ບໍ່ພ້ອມໃຈ ສິປູກນີ້ ວ່າມີສັດແມ່ນໂຕ ຄວາຍ ກັບ ງົວ ແລ້ວປ່ອຍຊະຊາຍ ຢ້ານຊິປູກອ້ອຍ ສັດນີ້ ເຂົາໃຊ້ສານເຄມີເນີ, ແລ້ວ ຢ້ານຊິບໍ່ຮັບປະກັນ."

ຊາວບ້ານ ກ່າວຕື່ມອີກວ່າ ຊາວບ້ານນ້ຳໂບກ ຢ້ານສັດລ້ຽງຕາຍ, ແລະ ຢ້ານວ່າ ສວນໝາກແໜ່ງ ແລະ ສວນຊາ ເຂົາເຈົ້າຫລາຍເຮັກຕາ ຈະໄດ້ຮັບຜົນກະທົບ ຈາກສານເຄມີຈາກສວນອ້ອຍຂອງຄົນຈີນ.

ປັດຈຸບັນ ນັກລົງທຶນຂອງຈີນ ຈະມາສຳປະທານທີ່ດິນປູກອ້ອຍ ໃກ້ກັບສວນຊາ ແລະ ສວນໝາກແໜ່ງ ຂອງຊາວບ້ານ ສະນັ້ນເຂົາເຈົ້າຈຶ່ງ ຕົກລົງກັນ ບໍ່ອະນຸຍາດໃຫ້ຄົນຈີນ ມາລົງທຶນ ປູກອ້ອຍຢູ່ບ້ານນ້ຳໂບກ. ແຕ່ໃນເວລາດຽວກັນ ຊາວບ້ານມູຈິຈຳນວນ 50 ຄອບຄົວ ທີ່ຢູ່ຕິດ ກັບ ບ້ານນ້ຳໂບກ ພັດເຫັນດີໃຫ້ຄົນຈີນ ມາເຊົ່າປູກອ້ອຍ. ດັ່ງຊາວບ້ານມູຈິ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ມັນຂັດກັນ ຫັ້ນນ່າ ບ້ານຕໍ່ບ້ານ ບ້ານເຮົາຢາກໄດ້ ຮຽກຮ້ອງຕ້ອງການ ຢາກປູກ ແຕ່ວ່າບ້ານອື່ນຖືວາຂັດ ບໍ່ໃຫ້ປູກນີ້ນ່າ ມີສັດລ້ຽງອັນນີ້ ອັນນັ້ນ ກໍມີບັນຫາ ມັນກໍຄ້າງ ຄືວ່າຫັ້ນນ່າ ກໍເນື້ອທີ່ມີເຂດບຸກຄົນ."

ທາງການເມືອງບຸນໃຕ້ເຄີຍປະຊຸມກັບປະຊາຊົນ ໃນເດືອນພຶສຈິກາ ປີ 2019 ທີ່ຜ່ານມາ ເພື່ອແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າທີ່ຫ້ອງການ ປົກຄອງ ເມືອງບຸນໃຕ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະສິກັມແດ່ ຫົວໜ້າກະສິກັມ ແດ່ໄປ ແຕ່ວ່າ ຊາວບ້ານຫັ້ນບໍ່ຟັງຄວາມພາກຣັຖ ເຂົາຫັ້ນດື້ດ້ານແມະ ກະເອີ້ນມາລົມກັນ ມາປຶກສາກັນ ກໍບໍ່ມາ ຈຳເປັນ ຊາວບ້ານໃຜ ກໍຄືໝົດ ບໍ່ຊ່າງຊິວ່າ ກໍພາກັນກັບ."

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວວ່າ ໃນຕອນນີ້ ຍັງຢູ່ໃນການປຶກສາຫາລື ເພື່ອຫາທາງອອກໃຫ້ຊາວບ້ານ ທັງສອງບ້ານນີ້ ວ່າ ຈະຍຸຕິໂຄງການ ປູກອ້ອຍ ຫລື ວ່າ ສືບຕໍ່ໂຄງການປູກອ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.