ເກີດພະຍຸຝົນສວນກ້ວຍ ເສັຽຫາຍ

0:00 / 0:00

ສວນກ້ວຍຈີນ ໃນເມືອງລອງ ແຂວງຫຼວງນໍ້າທາ ໄດ້ຮັບຜົລກະທົບ ຈາກພະຍຸຝົນ ແລະ ນໍ້າຖ້ວມ ພະຍຸຝົນແຮງ ແລະ ນໍ້າຖ້ວມ ເມື່ອວັນທີ 15 ເດືອນສິງຫາ ຜ່ານມາ ໄດ້ທໍາລາຍ ສວນກ້ວຍ ຂອງຈີນ ຢູ່ບ້ານ ນໍ້າບັກ ແລະ ບ້ານໂພຄໍາ, ເມືອງລອງ, ແຂວງ ຫຼວງນໍ້າທາ ຢ່າງ ຫຼວງຫຼາຍ, ໂດຍສະເພາະ ສວນກ້ວຍ ທີ່ຢູ່ຕາມ ແຄມນໍ້າບັກ.

ເຫດການ ຝົນຕົກແຮງ ໃນວັນທີ 15 ເດືອນ ສິງຫາ 2016 ນີ້, ປະຊາຊົນ ຫຼາຍບ້ານ ເປັນຕົ້ນແມ່ນ ບ້ານນໍ້າບັກ, ບ້ານໂພຄຳ, ບ້ານໂຄກ -ຫີນ, ບ້ານມ່ວງ ແລະ ອີກຫຼາຍບ້ານ ທີ່ຊົມໃຊ້ ນໍ້າຫ້ວຍ ສາຍດັ່ງກ່າວ ມີຄວາມກັງວົນ ຫລາຍດ້ານ, ບໍ່ວ່າ ຈະເປັນ ເຣື່ອງ ສານເຄມີ ທີ່ຢູ່ໃນ ສວນກ້ວຍ ທີ່ຈະໄຫລລົງສູ່ ແມ່ນໍ້າລຳທານ ແລະ ອາດຈະສົ່ງ ຜົນກະທົບ ໃນລະຍະຍາວ ຕໍ່ການ ດຳລົງຊີວິດ ຂອງ ຊາວບ້ານ ທີ່ ໃຊ້ນໍ້າ ດັ່ງກ່າວ ເພື່ອອຸປໂພກ ແລະ ບໍຣິໂພກ.

ນອກຈາກ ສານເຄມີ ທີ່ໄຫລລົງ ສູ່ສາຍນໍ້າແລ້ວ, ຍັງມີເສດ ຖົງຢາງຕ່າງໆ ທີ່ໃຊ້ຢູ່ ໃນສວນກ້ວຍ, ຊຶ່ງ ມີຈຳນວນຫຼາຍ ທີ່ໄຫລໄປ ຕາມ ລໍານໍ້າ ແລະ ອາດຈະສ້າງ ມົລພິດ ໃນນໍ້າ ເຊັ່ນກັນ, ດັ່ງຄຳເວົ້າ ຂອງ ປະຊາຊົນ ບ້ານນໍ້າບັກ ທ່ານນຶ່ງ ຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

“ສວນກ້ວຍກະຢູ່ ແປະແຄມນໍ້າ ຂນາດຝົນຕົກ ບໍ່ແຮງປານໃດ ນໍ້າທີ່ໄຫລລົງ ມາແຕ່ສວນກ້ວຍ ລົງມາໃສ່ ແມ່ນໍ້າ ກະຍັງເຮັດໃຫ້ ນໍ້າມີກິ່ນ ເໝັນ ຢູ່ແລ້ວ ອັນນີ້ ຝົນຕົກບັກແຮງໆ ນໍ້ານອງຖ້ວມຮອດ ສວນກ້ວຍ, ຢາ ຫລືວ່າ ສານເຄມີ ຕ່າງໆ ທີ່ເຂົາເຈົ້າ ໃສ່ ໃນສວນກ້ວຍ ແຮ່ງຊິ ໄຫລລົງ ໃສ່ນໍ້າ ໝົດຕີ໊, ພວກເຮົາ ຢ້ານມັນມີ ຜົນສະທ້ອນ ຕໍ່ໜ້າພຸ້ນໜ່າ”.

ບັນຫາດັ່ງກ່າວ ທີ່ເກີດຂຶິ້ນ ຈາກຜົນກະທົບ ຈາກພັຍ ທັມມະຊາດ ເຮັດໃຫ້ສວນກ້ວຍ ຂອງຈີນ ທີ່ ປູກລຽບຕາມ ແຄມແມ່ນໍ້າ ເປັນຕົ້ນແມ່ນ ສວນກ້ວຍ ຂອງຈີນ ທີ່ ຢູ່ເມືອງຮຸນ ແຂວງ ອຸດົມໄຊ ກໍປະສົບ ບັນຫາ ລົມພາຍຸ ແລະ ຝົນຕົກໜັກ ເຮັດໃຫ້ ນໍ້າຖ້ວມ ສວນກ້ວຍ ເສັຽຫາຍ ແລະ ສົ່ງຜົນກະທົບ ຫຼາຍດ້ານ ບໍ່ວ່າຈະເປັນ ດ້ານສຸຂພາບ, ດ້ານ ສິ່ງແວດລ້ອມ ແລະ ດ້ານ ເສຖກິດ.