ວຽງຈັນ ຂາດນ້ຳປະປາໃຊ້, ນ້ຳບົກແຫ້ງ

ພູ​ວົງ​ສ໌
2019.10.23
F-Nam-Ngeum-Dry ສະພາບ ນ້ຳງື່ມບົກແຫ້ງໜັກ ໃນເຂດບ້ານທ່າງ່ອນ ເມືອງໄຊທານີ ນະ​ຄອນ​ຫຼວງວຽງ​ຈັນ (ວັນ​ທີ 23 ຕຸ​ລາ 2019)
RFA/TS

ປະຊາຊົນ ໃນຫຼາຍໂຕເມືອງ ຂອບເຂດ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ພວມປະສົພ ກັບພາວະຂາດ ນ້ຳປະປາໃຊ້ ມາຫຼາຍມື້ແລ້ວ ຍ້ອນໂຮງງານ ຜລິຕນ້ຳປະປາ ດົງໝາກຄາຍ ບໍ່ສາມາດ ຜລິຕ ນ້ຳປະປາໄດ້ ມາຕັ້ງແຕ່ ວັນທີ 20 ຕຸລາ. ຫຼາຍຄົນ ພາກັນຈົ່ມວ່າ ບໍ່ມີນ້ຳໃຊ້-ນ້ຳອາບ ແລະ ຢາກໃຫ້ ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາ ດັ່ງກ່າວ, ດັ່ງຊາວບ້ານ ທ່ານນຶ່ງ ໃນເຂດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ຕຸລາ ວ່າ:

“ບັນຫາ ເພາະວ່າ ມັນບໍ່ມາເລີຍ ມັນໃຊ້ບໍ່ໄດ້ເລີຍ. ປະຊາຊົນ ຫຼາຍບ່ອນຫຼາຍເຂດ ຂະເຈົ້າ ກໍຈົ່ມຢູ່ ນ້ຳບໍ່ພໍໃຊ້. ຫຼາຍພື້ນທີ່ ທີ່ວ່າ ເຮັດໃຫ້ມີ ບັນຫາຢູ່ ເຣື່ອງນ້ຳປະປາ, ແຕ່ມາກໍຄື ເປັນນ້ຳ ຄືນ້ຳກ໊ອກ ຫັ້ນແຫຼະ, ມັນບໍ່ແຮງເນາະ.”

ຂນະທີ່ ປະຊາຊົນ ທີ່ອາໃສ ຢູ່ຫຼັງເຂື່ອນນ້ຳງື່ມ 1, ເມືອງທຸຣະຄົມ ແຂວງວຽງຈັນ ກໍໄດ້ກ່າວຕໍ່ ຜູ້ສື່ຂ່າວ ພວກເຮົາ ໃນມື້ດຽວກັນວ່າ ເຣີ່ມບໍ່ມີ ນ້ຳໃຊ້ເຊັ່ນກັນ ຍ້ອນໂຮງງານ ຜລິຕນ້ຳ ປະປາແຈ້ງວ່າ ຜລິຕນ້ຳ ໄດ້ບໍ່ພຽງພໍ. ມີພຽງ 5-6 ໝູ່ບ້ານ ໃນເຂດເທສບານ ທີ່ມີນ້ຳໃຊ້, ແຕ່ເຂດນອກ ແມ່ນອຶດນ້ຳໃຊ້ແລ້ວ. ດັ່ງຊາວບ້ານ ທ່ານນີ້ ໄດ້ກ່າວວ່າ:

“ຂະເຈົ້າ ກະຜລິຕຢູ່ ເພາະວ່າ ມັນກະເປັນ ນ້ຳປະປາ ໃຊ້ສະເພາະ ເທສບານ 5-6 ໝູ່ບ້ານນີ້, ແຕ່ກະຍັງ ບໍ່ຢາກພໍໃຊ້ ຫັ້ນລະ. ມາໄລຍະເດືອນ 9 ມານີ້ນ່າ ມັນແຫ້ງລົງຫຼາຍ ຂະເຈົ້າ ກະໄດ້ ເຈາະບາດານນຳ.”

ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ ບັນຫາ ນ້ຳປະປາ ບໍ່ພໍໃຊ້ ໃນເຂດເມືອງທຸຣະຄົມ ເປັນມາ ແຕ່ເດືອນ ສິງຫາແລ້ວ, ບວກກັບ ໂຮງງານຜລິຕ ນ້ຳປະປາ ໃນເມືອງ ເປັນໂຮງງານນ້ອຍ ຜລິຕນ້ຳປະປາໄດ້ ບໍ່ທັນ ຊາວບ້ານ ຈຶ່ງພາກັນ ໄປນຳໃຊ້ນ້ຳບາດານ ແລະ ບາງຄອບຄົວ ກໍເຣີ່ມເຈາະນ້ຳບາດານ ມາໃຊ້ແລ້ວ.

ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ ຣັຖວິສາຫະກິຈ ນ້ຳປະປາລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວຕໍ່ ຜູ້ສື່ຂ່າວພວກເຮົາ ໃນມື້ດຽວກັນວ່າ ການຜລິຕ ນ້ຳປະປາ ໃນຫຼາຍເຂດ ພວມປະສົພ ກັບບັນຫາ ຜລິຕນ້ຳ ບໍ່ພຽງພໍ ແລະ ບໍ່ສາມາດ ສນອງນ້ຳປະປາ ໃຫ້ປະຊາຊົນ ໃຊ້ໄດ້ ເນື່ອງຈາກ ມີບັນຫາ ຈາກການດູດນ້ຳ ຈາກນ້ຳຂອງ ແລະ ນ້ຳງື່ມ ທີ່ແຫຼ່ງນ້ຳ 2 ສາຍນີ້ ພວມບົກແຫ້ງ ຢ່າງໜັກ.

“ປະຈຸບັນນີ້ ນ້ຳມັນແຫ້ງ ເດເນາະ ນ້ຳຂອງ ບໍ່ເຄີຍແຫ້ງ ບໍ່ທັນຮອດ ເດືອນ 5 ແລ້ວ ກະແຫ້ງຫຼາຍ. ອັນທີ 2 ມາ ລຳນ້ຳສາຂາ, ນ້ຳງື່ມນີ້ ກະແຫ້ງຫຼາຍ ແຫ້ງຜິດປົກກະຕິ ເພາະວ່າ ມັນແຫ້ງເກີນໄປ. ບາງບ່ອນ ກະຈົນຊິຍ່າງ ຂ້າມໄດ້ລະ.”

ທ່ານເວົ້າວ່າ ປະຊາຊົນ ຈະໄດ້ຮັບ ຜົລກະທົບ ຈາກການຂາດ ນ້ຳປະປາໃຊ້ ຕໍ່ໄປຢູ່ ສ່ວນໃຫຍ່ ຈະຢູ່ເຂດ ເມືອງໄຊທານີ, ໄຊເສດຖາ, ຈັນທະບູຣີ ແລະ ເມືອງທຸຣະຄົມ ແຂວງວຽງຈັນ ເນື່ອງຈາກ ໂຮງງານຜລິຕ ນ້ຳປະປາ ຕ້ອງໃຊ້ນ້ຳງື່ມ ໃນການຜລິຕ ທັງໝົດ. ສ່ວນການແກ້ໄຂ ບັນຫາ ໃນໄລຍະຍາວນັ້ນ, ພາກສ່ວນກ່ຽວຂ້ອງ ຈະປະຊຸມ ປຶກສາຫາລືກັນຕື່ມ.

ເຖິງຢ່າງໃດກໍຕາມ, ເພື່ອແກ້ໄຂບັນຫາ ນ້ຳປະປາ ບໍ່ພຽງພໍໃຊ້ ໃນໄລຍະນີ້, ຣັຖວິສາຫະກິຈ ນ້ຳປະປາລາວ ຈະເລັ່ງ ຕິດຕັ້ງ ຈັກສູບນ້ຳເພີ່ມ ໃນປະຣິມານ 20 ພັນແມັຕກ້ອນ ຕໍ່ມື້ ຢູ່ເມືອງໄຊທານີ ເພື່ອບໍ່ໃຫ້ ກະທົບ ຕໍ່ການໃຊ້ຊີວິຕ ຂອງປະຊາຊົນ ໜັກກວ່ານີ້.

ປັດຈຸບັນ, ນະຄອນຫຼວງວຽງຈັນ ມີໂຮງງານຜລິຕ ນ້ຳປະປາ ທັງໝົດ 7 ແຫ່ງ, ສາມາດຜລິຕ ນ້ຳປະປາໄດ້ 280,000 ແມັຕກ້ອນ ຕໍ່ມື້, ແຕ່ປະຊາຊົນ ມີຄວາມຕ້ອງການ ນ້ຳໃຊ້ ຕໍ່ມື້ເຖິງ 350,000 ແມັຕກ້ອນ. ນັ້ນໝາຍຄວາມວ່າ ໃນບາງພື້ນທີ່ ຈະມີນ້ຳໄຫຼຊ້າ ແລະ ໃນບາງຈຸດ ນ້ຳປະປາ ຈະບໍ່ພຽງພໍໃຊ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.