ຣົຖຂົນແຮ່ທາດຂອງຈີນ ສ້າງຜົລກະທົບ ໃຫ້ຊາວບ້ານ ຢູ່ເມືອງລ່ອງແຈ້ງ, ເມືອງໂພນໂຮງ

ອຸ່ນແກ້ວ
2023.11.21
ຣົຖຂົນແຮ່ທາດຂອງຈີນ ສ້າງຜົລກະທົບ ໃຫ້ຊາວບ້ານ ຢູ່ເມືອງລ່ອງແຈ້ງ, ເມືອງໂພນໂຮງ ຮູບໂຕຢ່າງຈາກຊາວບ້ານ ໃຫ້ເຫັນເຖິງ ສະພາບເສັ້ນທາງ ລະຫວ່າງເມືອງໜອງບົກ-ບ້ານນາຄຳ ແຂວງຄຳມ່ວນ ທີ່ເປ່ເພ ແລະມີຂີ້ຝຸ່ນຫຼາຍ ຍ້ອນຣົຖບັນທຸກໜັກ ຂອງບໍຣິສັດຈີນແຫ່ງນຶ່ງ. ວັນທີ່ 11 ມີນາ 2023.
ຮູບພາບຈາກ: ປະຊາຊົນ

ຊາວບ້ານຢູ່ຫຼາຍບ້ານ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ທີ່ອາໄສຢູ່ລຽບຕາມເສັ້ນທາງ ບ້ານນາມອບ-ນາໄຊສະຫວ່າງ ຮຽກຮ້ອງໃຫ້ທາງການລາວ ແກ້ໄຂບັນຫາຣົຖບັນທຸກຂົນແຮ່ ຂອງຈີນບັນທຸກນໍ້າໜັກເກີນ ແລ່ນໄວ ຈົນເຮັດໃຫ້ເກີດຂີ້ຝຸ່ນປິວໃສ່ເຮືອນປະຊາຊົນ.

ນອກຈາກນີ້ ຍັງເຮັດໃຫ້ເຮັດໃຫ້ເສັ້ນທາງດັ່ງກ່າວ ເປັນຫຼຸບເປັນເປັນຂຸມ ສ້າງຄວາມບໍ່ສະດວກໃຫ້ແກ່ຜູ້ທີ່ສັນຈອນໄປ-ມາ.

ຊາວບ້ານຄົນນຶ່ງ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບຸນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ:

ເອີ...ມັນກະເປັນວຶ່ນຫວັ່ນໆ ຢູ່ນີ້ແຫຼະ ກາຍໄປ ການມາຢູ່ນີ້ ມັນຣົຖຫຼາຍເດ້ ມາທາງລ່ອງແຈ້ງ ອອກມາໄຊສົມບູນ ມາ ນາໄຊສະຫວ່າງ ແລ້ວກະອອມມາໂພນສະຫວ່າງ ໂອ້...ຕາຍແລ້ວ ຂີ້ຝຸ່ນນ່າ ເຂົາບໍ່ໄດ້ສົນຮອດປະຊາຊົນ ກາງຄືນກະບໍ່ນອນ ໝົດຄືນ ໝົດມື້ເລີຍ ເປັນຈັ່ງໃດກະເບິ່ງໃຫ້ແນ່ ປະຊາຊົນຊິຕາຍແລ້ວດົມຂີ້ຝຸ່ນ.

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຣົຖຂົນສົ່ງແຮ່ທາດຂອງບໍຣິສັດຈີນ ແລ່ນຜ່ານໜ້າບ້ານທຸກມື້ ແລ່ນໝົດມື້ ໝົດຄືນ ບໍ່ໄດ້ພັກເຊົາ ໂດຍບໍ່ໄດ້ນຶກເຖິງຜົລກະທົບຕໍ່ຊາວບ້ານໃນພື້ນທີ່, ໄລຍະທີ່ຜ່ານມາ ຊາວບ້ານ ຈໍານວນນຶ່ງ ກໍເຄີຍຮ້ອງຮຽນບັນຫາດັ່ງກ່າວ ໄປຫາທາງການເມືອງລ່ອງແຈ້ງແລ້ວ ແຕ່ກະບໍ່ໄດ້ຮັບການແກ້ໄຂໃດໆ ຈົນມາຮອດດຽວນີ້.

ອີງຕາມຂໍ້ມູນຈາກຊາວບ້ານ,​ ເປັນເວລາຫຼາຍປີ ທີ່ບໍຣິສັດ ຂົນແຮ່ທາດຂອງຈີນ ສ້າງຜົລກະທົບໃຫ້ກັບຊາວບ້ານ ໂດຍສະເພາະເລື່ອງຂີ້ຝຸ່ນ ແລະ ເຮັດໃຫ້ເສັ້ນທາງເປ່ເພ ຍ້ອນຣົຖບັນທຸກມີນໍ້າໜັກເກີນ ແລະ ເຖິງວ່າ ບໍຣິສັດ ຈີນຈະສ້ອມແປງເສັ້ນທາງໃຫ້ທຸກປີ ແຕ່ ກໍບໍ່ໄດ້ມາດຕະຖານ ເພາະຜ່ານໄປບໍ່ດົນເສັ້ນທາງກໍເປ່ເພຄືເກົ່າ.

ຊາວບ້ານອີກຜູ້ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ:

ເຂົາຈົ້ມແທ້ ຂີ້ຝຸ່ນສູ່ມື້ ຂີ້ຝຸ່ນຫັ້ນ ເຂົາລະວ່າຊ້ວງນີ້ ກະບໍ່ຄືປີກາຍນ່າ ປີກາຍຂີ້ຝູ່ນຫຼາຍແທ້ໆ ເຂົາປູທາງຢາງໃຫ້ໝົດແລ້ວ ບໍ່ໄດ້ມາຕຖານ ເຂົາກະເຮັດຄືນເດ້.​

ຊາວບ້ານຮຽກຮ້ອງໃຫ້ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂບັນຫາຢ່າງຮີບດ່ວນ ເພື່ອໃຫ້ເຂົາເຈົ້າສາມາດ ດໍາເນີນຊີວິດໄດ້ຢ່າງເປັນປົກກະຕິ.

ຊາວບ້ານອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ແຮ່ງຮ້າຍແຮງກ່ອນເກົ່າດຽວນີ້ນ່າ ພິເລິກໂພດ ມີຜົລກະທົບຕໍ່ປະຊາຊົນຫຼາຍດຽວນີ້ ຊິມີວິທີແກ້ໄຂແນວໃດເນາະ ຊ່ວຍປະຊາຊົນນີ້ເນາະ ເບິ່ງກະພໍແຕ່ເບິ່ງ ບໍ່ມີການປ່ຽນແປງຈັກໜ້ອຍ.

ຣົຖຂົນສົ່ງແຮ່ທາດ ຂອງຈີນທີ່ສົ່ງຜົລກະທົບຕໍ່ຊາວບ້ານ ໃນເຂດດັ່ງກ່າວ ມາຈາກຫຼາຍບໍຣິສັດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດ ແລະ ສົ່ງແຮ່ທາດດັ່ງກ່າວ ໄປປຸ່ງແຕ່ງຢູ່ປະເທດຈີນ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຜແນກພລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ.

ສໍາລັບຣົຖບັນທຸກຂົນສົ່ງແຮ່ທາດ ຈະເຣີ່ມຈາກຈຸດຂຸດຄົ້ນແຮ່ທາດ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລ້ວແລ່ນຜ່ານ ບ້ານ ນາໄຊສະຫວ່າງ, ບ້ານນາເລົາ, ບ້ານໂພນສະຫວ່ງ, ບ້ານນາມອມ ຂຶ້ນຮອດເມືອງວັງວຽງ ແລ້ວຂົນແຮ່ທາດຂຶ້ນຣົຖໄຟ ໄປປຸງແຕ່ງ ຢູ່ປະເທດຈີນ.​

ເຖິງວ່າ ບໍຣິສັດ ຈີນຈະມີການສ້ອມແປງກໍຕາມ, ແຕ່ ເສັ້ນທາງກໍຍັງເປ່ເພ ເຮັດໃຫ້ຊາວບ້ານໄປມາບໍ່ສະດວກ.​ ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:

ເປັນແຮ່ຊື່ໆ ແລ້ວຂົນອອກໄປປຸງແຕ່ງຢູ່ຈີນພຸ້ນແຫຼະ ອອກຈີນພຸ້ນນ່າ ກໍທຸກໆ ບໍຣິສັດ ເລີຍເອົາອອກ ໄປພຸ້ນໝົດແຫຼະ ບາງບ່ອນກະແປງ ບາງບອ່ກະບໍ່ແປງຊັ້ນແຫຼະ ແປງແດ່ ປະເພແດ່ ຫັ້ນແຫຼະ.​

ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງລ່ອງແຈ້ງ ກໍກ່າວອ້າງວ່າ ຍັງບໍ່ທັນຮູ້ບັນຫາດັ່ງກ່າວ ເພາະວ່າ ບໍ່ມີຊາວບ້ານມາຮ້ອງຮຽນບັນຫາດັ່ງກ່າວ ມາຫາເມືອງ.

ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງ ລ່ອງແຈ້ງ ແຂວງໄຊສົມບູນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ທ່ານ ເຈົ້າເມືອງ ເພິ່ນຈະປະສານຫາພາກສ່ວນກ່ຽວຂ້ອງ [ເມືອງຮັບຮູ້ບັນຫານີ້ ຫຼື ບໍ່​] ຄັນບໍ່ມີຜູ້ມາ [ຮ້ອງຮຽນ] ກະບໍ່ຮູ້ກໍ້.”

ກ່ອນໜ້ານີ້ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ເຄີຍກ່າວຢູ່ໃນກອງປະຊຸມສະພາ ແຫ່ງຊາຕ ໃນວັນທີ 7 ທັນວາ 2022 ຕອນນຶ່ງວ່າ:

ການຂົນສົ່ງແຮ່ທາດ ແລະ ຂົນສົ່ງສິນຄ້າຕ່າງໆ ໄດ້ສ້າງຄວາມເສັຽຫາຍຢ່າງໜັກໜ່ວງ ໃຫ້ກັບເສັ້ນທາງຫຼວງ ແລະ ເສັ້ນທາງຊົນບົດ ເປັນໄລຍະທາງ 2,175 ກິໂລແມັດ ໃນ 14 ແຂວງ ທົ່ວປະເທດລາວ ສາເຫດມາຈາກທາງການລາວ ມີການຄຸ້ມຄອງເສັ້ນທາງ ຢ່າງບໍ່ມີປະສິດທິຜົລເທື່ອ.​

ນອກຈາກນີ້ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຢູ່ໃນກອງປະຊຸມສະພາແຫ່ງຊາຕ ໃນວັນທີ 7 ພຶສຈິກາ 2023 ຕອນນຶ່ງວ່າ ນັບແຕ່ປີ 2021 ຫາ ເດືອນພຶສພາ 2023 ຣັຖບານໄດ້ອະນຸຍາດໃຫ້ນັກລົງທຶນ ຂຸດຄົ້ນ ແລະ ສົ່ງອອກແຮ່ທາດແບບທົດລອງ ລວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນຫຼາຍເປັນບໍຣິສັດຂອງຈີນ ແລະ ວຽດນາມ.​

ອີງຕາມຂໍ້ມູນຈາກທາງການລາວ, ບໍຣິສັດ ເຫຼົ່ານັ້ນ ຈະມອບພັນທະໃຫ້ຣັຖບານລາວ ເປັນຈໍານວນເງິນເກືອບ 100 ລ້ານໂດລ້າຣ໌ ແລະ ເງິນກີບປະມານ 500 ຕື້ ກີບ. ແຕ່ປະຊາຊົນ ກໍປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ກໍເຫັນວ່າ ຄວາມເສັຽຫາຍ ທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ ສັງຄົມ ກໍໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະ ພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ລົງຕິດຕາມ ກວດກາ ຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.