ຊາວບ້ານ ເມືອງໄຊທານີ ກັງວົນຜົລກະທົບ ບໍ່ເກືອກາລີ

ອຸ່ນແກ້ວ
2023.12.28
ຊາວບ້ານ ເມືອງໄຊທານີ ກັງວົນຜົລກະທົບ ບໍ່ເກືອກາລີ ໂຕຢ່າງ ການເຣີ່ມຕົ້ນ ເຈາະອຸມົງດິນ ເຂດບໍ່ເກືອກາລີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອເດືອນກຸມພາ 2022
Credit photos: facebook fan page ລົງຄິບໄປເລື່ອຍ

ຊາວບ້ານ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ກັງວົນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ເກືອກາລີ ຂອງບໍຣິສັດຈີນ.

ໃນປີ 2022 ທີ່ຜ່ານມາ, ຣັຖບານ ໄດ້ອະນຸຍາດ ໃຫ້ບໍຣິສັດ ບໍ່ແຮ່ປຸ໋ຍກາລີ ລາວ-ຈີນ ຈໍາກັດ ຂອງນັກລົງທຶນຈີນ ສືບຕໍ່ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດເກືອກາລີ ຢູ່ບ້ານທົ່ງມັ່ງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກທີ່ໄດ້ ປິດກິຈການໄປ ໃນປີ 2014 ຍ້ອນຕົ້ນທຶນ ການຜລິຕສູງ ແລະ ບໍຣິສັດ ບໍ່ມີເງິນທຶນພຽງພໍ ໃນການຮັກສາ ສິ່ງແວດລ້ອມ.

ຫຼ້າສຸດ, ກະຊວງຊັບພະຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ປະຊຸມຫາລື ກ່ຽວກັບ ບົດຣາຍງານ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ຢ່າງມີປະສິດທິພາບ.

ນອກຈາກນີ້, ກະຊວງຊັບພະຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ແນະນໍາ ໃຫ້ຜູ້ລົງທຶນ ຄືບໍຣິສັດຈີນ ເອົາໃຈໃສ່ ຕໍ່ກັບບັນຫາຕ່າງໆ ທັງໄລຍະການກໍ່ສ້າງ ແລະ ດໍາເນີນໂຄງການ ຕ້ອງຮັບປະກັນ ບໍ່ໃຫ້ມີຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາດ.

ເຈົ້າໜ້າທີ່ ກະຊວງຊັບພະຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ທັນວາ ວ່າ:

“ຢູ່ນະຄອນຫຼວງນີ້ນ່າ ຂະເຈົ້າເຮັດແລ້ວເດ້, ຣັຖບານ ເປັນຄົນອະນຸມັດ ໃຫ້ແລ້ວເນາະ. ເພິ່ນວ່າ ເຂດນັ້ນ ມັນມີຊັບພະຍາກອນ ທີ່ວ່າໂອເຄ ເໝາະສົມ ໃນການຂຸດຄົ້ນເນາະ. ເອີ, ມັນກະມີ ກົດໝາຍຄຸ້ມຄອງ ມີໂຄງການແລ້ວ ມັນກະຕ້ອງມີການຊົດເຊີຍ ກັນຫັ້ນແຫຼະ. ມັນຕ້ອງມີ ເຮັດບົດປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ.”

ທ່ານກ່າວອີກວ່າ ປັດຈຸບັນ, ບໍຣິສັດ ບໍ່ແຮ່ປຸ໋ຍກາລີ ລາວ-ຈີນ ຈໍາກັດ ຂອງນັກລົງທຶນຈີນ ຢູ່ໃນໄລຍະ ການກໍ່ສ້າງ ໂຮງງານໃຫຍ່ ທີ່ສາມາດຮອງຮັບ ການຜລິຕໄດ້ ຈໍານວນ 4 ລ້ານຕັ່ນ ຕໍ່ປີ, ໂດຍຈະນໍາໃຊ້ເນື້ອທີ່ ເຂດບ້ານທົ່ງມັ່ງ, ເມືອງໄຊທານີ 48 ຕາຕະລາງກິໂລແມັຕ ຫຼື 4,800 ເຮັກຕ້າຣ໌, ເຊິ່ງໄດ້ຮັບສັມປະທານ ເປັນເວລາ 30 ປີ ແລະ ຍັງສາມາດ ຕໍ່ສັນຍາໄດ້ ຕື່ມອີກ 20 ປີ.​

ສ່ວນເຣື່ອງຜົລກະທົບ ຕໍ່ສັງຄົມນັ້ນ, ຖ້າບໍຣິສັດ ຜູ້ລົງທຶນ ຈະເຂົ້າໄປສໍາຣວດ ຫຼື ຂຸດຄົ້ນ ແຮ່ເກືອກາລີ ຢູ່ຈຸດໃດ ກໍຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ກັບຊາວບ້ານ ຢ່າງເໝາະສົມ ເພື່ອບໍ່ໃຫ້ເກີດ ຂໍ້ຂັດແຍ່ງ ກັບຊາວບ້ານ, ໂດຍເຈົ້າໜ້າທີ່ ທາງການລາວ ເປັນຜູ້ຄຸ້ມຄອງ ແລະ ຊ່ວຍໄກ່ເກັ່ຽ.

ແຕ່ສິ່ງທີ່ຊາວບ້ານ ກັງວົນຫຼາຍທີ່ສຸດ ຄືຜົລກະທົບ ຈາການຂຸດເຈາະດິນ ໃນເວລາຂຸດຄົ້ນ ແຮ່ເກືອກາລີ ແລະ ສານເຄມີ ຮົ່ວໄຫຼໃສ່ດິນ ແລະ ແຫຼ່ງນໍ້າທັມມະຊາດ ຍ້ອນວ່າ ເນື້ອທີ່ດິນອ້ອມຂ້າງ ເປັນເນື້ອທີ່ນາຊາວບ້ານ ທີ່ເຂົ້າເຈົ້າ ເຮັດນາທຸກປີ, ປູກຜັກ ແລະ ລ້ຽງສັດ. ຊາວບ້ານ ບ້ານທົ່ງມັ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ທັນວາ ວ່າ:

“ເຂົາຕັ້ງໂຮງງານ ຕັ້ງຫຍັງໃໝ່ໝົດແລ້ວເດ້, ແຕ່ວ່າ ມັນເວົ້າຫຍັງບໍ່ໄດ້ເດ້, ໃຫ້ເຮັດແນວໃດຊັ້ນ. ຄືວ່າ ປິດແລ້ວ ປິດໄປກະດີ, ແຕ່ວ່າ ກັບມາເຮັດອີກແລ້ວ. ບັນຫາແທ້ໆ ເຂົາເຈາະອຸມົງໃຕ້ດິນພຸ້ນ ເປັນຮູຄືດຽວກັບ ຮູໜູນີ້, ຫັ້ນນ່າ. ດິນມັນກະຖະລົ່ມ ຖະລາຍເດ້ ຈະເຮັດແນວໃດຊັ້ນຕໍ່ໄປ, ເຮົາຢ້ານໂຕນັ້ນ. ປະຊາຊົນ ເຂົາກະຄັດຄ້ານໝົດຫັ້ນແຫຼະ, ແຕ່ວ່າ ມັນເວົ້າບໍ່ໄດ້.”

ຫຼັງຈາກທີ່ ສືບຕໍ່ໂຄງການ ບໍຣິສັດດັ່ງກ່າວ ກໍເຣີ່ມສ້າງ ໂຮງງານປຸງແຕ່ງ ຂນາດໃຫຍ່ ຂຶ້ນມາທັນທີ, ແຕ່ຍັງບໍ່ມີ ການເປີດເຜີຍວ່າ ຈະເຣີ່ມຜລິຕປີໃດ.

ເຖິງຢ່າງໃດກໍຕາມ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ເກືອກາລີ ຂອງຈີນ ບໍ່ໄດ້ແບ່ງປັນຂໍ້ມູນ ແລະ ຖາມຄວາມຄິດເຫັນ ຂອງຊາວບ້ານ ໃນພື້ນທີ່ ເຖິງຄວາມສ່ຽງ ທີ່ຈະເກີດຂຶ້ນ. ຊາວບ້ານ ບ້ານທົ່ງມັງ ອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ແມ່ນແລ້ວ ເພິ່ນສ້າງໃໝ່ໄດ໋, ເພິ່ນສ້າງອີກໂຮງນຶ່ງ ເພິ່ນກໍາລັງເບີກ, ເບີກອັນເຮັດອີກ ໂຮງນຶ່ງນ່າ. ບໍຣິສັດບໍ່ແຮ່, ຫັ້ນນ່າ. ໂອ້, ກະບໍ່ເຫັນເພິ່ນເວົ້າ ອອກມາໄດ໋ ບໍ່ເຫັນປ່ອຍຂ່າວຈັກເທື່ອ.”

ໂຄງການດັ່ງກ່າວ ເຄີຍຢຸດ ປິດກິຈການ ໃນປີ 2014 ແລະ ກັບມາເປີດຄືນໃໝ່, ແຕ່ເຈົ້າໜ້າທີ່ ກໍມີຄວາມເປັນຫ່ວງ ເຣື່ອງບັນຫາ ສິ່ງແວດລ້ອມ. ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ທັນວາ ວ່າ:

“ທົ່ງມັ່ງ ກະຜ່ານມາ ໄລຍະຕົກຕໍ່ານີ້ ກະຢຸດ. ການສົ່ງອອກ ລາຄາປາຍທາງ ມັນຕໍ່າ ເຂົາກະໄປບໍ່ລອດ. ຈິດໃຈ ກະຍາກໃຫ້ໂຈະ, ຫັ້ນນ່າ ປະຊຸມຫວ່າງຢ່ານີ້ນ່າ ກະວ່າ ສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ.”

ສໍາລັບຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ທີ່ຈະເກີດຂຶ້ນ ຈາກການຂຸດຄົ້ນ ກໍຄື ຊາວບ້ານ ມີອາການເຄືອງຕາ, ກິ່ນເໝັນ, ກິ່ນຂິວ ເຮັດໃຫ້ ຜູ້ທີ່ສູດດົມເຂົ້າໄປ ມີອາການວິນຫົວ. ນອກຈາກນີ້, ແຫ່ງນໍ້າ ຈະປົນເປື້ອນ ກັບສານເຄມີ ນັ້ນ, ກະທົບໃສ່ ສັດນໍ້າຕ່າງໆ, ເຊິ່ງຜົລກະທົບ ຈະເກີດຂຶ້ນຫຼາຍ ປານໃດນັ້ນ, ຂຶ້ນກັບການຂຸດເຈາະ, ຂະບວນການຍ່ອຍ ແລະ ປຸງແຕ່ງ, ການຖິ້ມເສດ ຂີ້ເກືອກາລີ, ປະຣິມານ ການຂຸດເຈາະ ແລະ ໄລະຍະຫ່າງ ຂອງບໍ່ແຮ່ ກັບເຂດຊຸມຊົນ.

ໃນວັນທີ 25 ສິງຫາ 2023 ທີ່ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການສເນີຊອກຄົ້ນ, ສໍາຣວດ, ຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຫຼື ໂປຕາສ ຢູ່ນະຄອນຫຼວງວຽງຈັນ ໂດຍທີ່ປະຊຸມ ໄດ້ເນັ້ນໃສ່ ການຄຸ້ມຄອງ ແລະ ກຽມພ້ອມຮັບມື ກັບຜົລກະທົບ ທີ່ຈະເກີດຂຶ້ນ ເພື່ອບໍ່ໃຫ້ມີຜົລກະທົບ ຕໍ່ແຜນພັທນາ ຫຼື ຕໍ່ການຂຍາຍໂຕເມືອງ ຂອງນະຄອນຫຼວງວຽງຈັນ.

ໃນລະຫວ່າງກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາຕ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັ ຫຼາຍຄົນ ໄດ້ມີຄໍາເຫັນຄັດຄ້ານ ໂຄງການຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ, ໂດຍສະເພາະ ການລົງທຶນ ຂອງບໍຣິສັດຈີນ ທີ່ເຂົ້າມາ ຂຸດຄົ້ນບໍ່ແຮ່ ຢູ່ບ່ອນຕ່າງໆ ແລ້ວເຮັດໃຫ້ ດິນຊຸດໂຊມ ແລະ ເສັ້ນທາງເປ່ເພ.

ກະຊວງອຸດສາຫະກັມ ແລະ ການຄ້າ ກໍຄື ຣັຖບານ ໄດ້ກ່າວອ້າງວ່າ ເກືອກາລີ ເປັນສິນຄ້າສົ່ງອອກ ຂອງປະເທດລາວ ໃນປີ 2022 ສູງເຖິງ 320 ລ້ານໂດລ້າຣ໌ ແລະ ໃນໄລຍະ 10 ເດືອນ ຂອງປີ 2023 ການສົ່ງອອກ ເກືອກາລີ ຈາກປະເທດລາວ ມີມູລຄ່າເກືອບ 400 ລ້ານໂດລ້າຣ໌.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.