ເກີດມີໂຈນ ປຸ້ນຈີ້ ຣະບາດຢູ່ ໃນເມືອງໃຫຍ່ໆ ຫຼາຍຂຶ້ນ

0:00 / 0:00

ຢູ່ນະຄອນຫລວງວຽງຈັນ ແລະແຂວງຫລວງພຣະບາງ ມີໂຈນປຸ້ນຈີ້ ແລະຄົນຂີ້ລັກງັດແງະຫລາຍ, ເປັນບັນຫາຊໍາເຮື້ອ ທີ່ທາງການລາວຍັງບໍ່ສາມາດ ແກ້ໄຂໃຫ້ຕົກໄປໄດ້ ຍ້ອນ​ຄວາມ​ທຸກ​ຍາກ ແລະ​ບໍ່​ມີ​ວຽກ​ເຮັດ.

ເວົ້າ​​ສະເ​ພາຢູ່ນະຄອນຫລວງວຽງຈັນ ອໍານາດການປົກຄອງກຸ່ມບ້ານໜອງດ້ວງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ສເນີໃຫ້ສະມາຊິກສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຊ່ອຍຫາທາງແກ້ໄຂບັນຫາດັ່ງກ່າວ ຮວມທັງບັນຫາຄົນເລ້ລ້ອນ ທີ່ວ່າງງານ ແລະເສບຢາເສບຕິດ, ລັກເອົາເຄື່ອງຂອງປະຊາຊົນໄປຂາຍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກຸ່ມບ້ານໜອງດ້ວງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ ທີ 7 ກັນຍານີ້.

" ຄົນຕ່າງ ແຂວງມາເລ່ລ້ອນ ກິນຢາໝອກຢາມ້າຫັ້ນແຫລະ ກາງຄໍ່າກາງຄືນ ກໍຍ່າງຊອດແຈ້ງຫັ້ນແຫລະ ເລາະຕາມ ບ້ານນີ້ ກອງຫລອນໄລ່ໜີແລ້ວກໍໄປທາງອື່ນ ແລ້ວກໍກັບຄືນມາອີກ ມັນກໍບໍ່ແມ່ນວ່າລັກເລັກຂໂມຍນ້ອຍ ຮອດແອຣ໌ພຸ້ນແຫລະມັນເອົາ ຮອດຮົ້ວເຫລັກທີ່ຢູ່ແຖສທົ່ງນາ ເຂົາບໍ່ຢູ່ ແບບວ່າ ເປັນເຮັດໜອງປູໜອງປາ ເຮັດສວນ ມີຕະປູຮົ້ວເຫລັກອີ່ຫຍັງຫັ້ນນ່າ ມັນກໍທຸບກໍມ້າງ ເອົາໝົດ. "

ທ່ານກ່າວຕື່ມວ່າ ພວກຄົນເລ້ລ້ອນທີ່ເສບຢາ ເສບຕິດທີ່ວ່ານັ້ນ ທໍາອິດເປັນກັມມະກອນແບກປູນ ແບກຊີເມັນ ໃຫ້ບໍຣິສັດເອກຊົນ, ໄດ້ເງິນມາເທົ່າໃດ ກໍເອົາໄປຊື້ຢາເສບຕິດເສບ ແລະ ເຈົ້າຂອງບໍຣິສັດກໍບໍ່ເອົາເປັນຄົນງານຂອງຕົນຕໍ່ໄປ.

ໃນກຸ່ມບ້ານໜອງດ້ວງ ເມືອງສີໂຄດຕະບອງ ມີ 10 ບ້ານ ແລະເກືອບ​ວ່າ ທັງ 10 ບ້ານ ນັ້ນ ມີພັຍສັງຄົມຄືດັ່ງກ່າວໝົດ, ມີການປຸ້ນຈີ້ ຊິງຊັພ ແລະລັກເຄື່ອງຂອງປະຊາຊົນ ແລະ ລ້າສຸດນີ້ ຄືໃນກາງ​ຄືນ​ຂອງວັນທີ 16 ພຶສພາທີ່ຜ່ານມາ ມີຜູ້ຊາຍ 5 ຄົນເອົາ ປືນຈີ້ແມ່ຄົນ​ນຶ່ງ ອາ​ຍຸ 30 ປີ, ບັງ​ຄັບ​ໃຫ້​ເມືອ​ເຮືອນ ຢູ່​ຮ່ອມ 3 ບ້ານ​ດົງ​ນາ​ໂສກ​ເໜືອ ເມືອງ​ສີ​ໂຄດ​ຕະ​ບອງ ແລະ​ບັງ​ຄັບ​ໃຫ້​ບອກ​ລະ​ຫັດ​ໄຂຕູ້ເຊັບ ແລ້ວກວດ​ເອົາ​ຊັ​ພ​ສິນອັນ​ມີ​ຄ່າ​ໄປ. ແລະຢູ່ ເຂດຫ້ອງແຖວ ກໍຖືກຄົນລັກຣົຖຈັກໄປ ຊຶ່ງສ່ວນຫລາຍ ເຈົ້າໜ້າທີ່ຕໍາຣວດບໍ່ສາມາດຕິດ ຕາມຈັບໂຈນ ແລະຄົນຂີ້ລັກໄດ້.

ດັ່ງຊາວບ້ານບ້ານດົງນາໂຊກເໜືອ ເວົ້າໃນມື້ດຽວກັນນັ້ນ ວ່າ:

" ດຶງກະປອກກະເປົ໋າ ກໍເກີດມີແຫລະນີ໋ ຣົຖຈັກແມ່ນຈຸດໜັກ ລະແມ່ນຫ້ອງແຖວ ເວລາເຂົາມາແຕ່ວຽກຈັ່ງຊີ້ ກັບເຂົ້າໄປປະຕູ ຈອດຣົຖໄວ້ແກ້ເຄື່ອງແກ້ຂອງ ບໍ່ທັນໄດ້ ເອົາຣົຖເຂົ້າ ກໍຫລອຍ ມາເອົາໄປ ສ່ວນຫລາຍກໍບໍ່ໄດ້ຫັ້ນແຫລະ ແລ້ວລັກ 10 ຄັນ ກໍຊິໄດ້ຢູ່ຄັນນຶ່ງ ຢູ່ກຸ່ມໜອງດ້ວງ ຢູ່ເຂດໜອງດ້ວງ, ຢູ່ 10 ບ້ານເກືອບວ່າທຸກບ້ານມີໝົດ. "

ເພື່ອແກ້ໄຂບັນຫາດັ່ງກ່າວ ຊາວບ້ານຢູ່ກຸ່ມບ້ານໜອງດ້ວງ ຂໍໃຫ້ເຈົ້າໜ້າທີ່ຕໍາຣວດຕິດຕາມ ຈັບພວກຜູ້ຮ້າຍຊາຍໂຈນ ຮວມທັງປາບປາມ ພວກເລ້ລ້ອນລັກເຄື່ອງຂອງ ປະຊາຊົນຢ່າງຈິງຈັງ ເພື່ອເຮັດໃຫ້ພວກທີ່ວ່ານີ້ໝົດໄປ. ເຫດການທີ່ວ່ານັ້ນ ສ່ວນຫລາຍແມ່ນເກີດຂຶ້ນຢູ່ໃນຕົວເມືອງ ທີ່ມີຄົນຫລາຍ ເປັນຕົ້ນເມືອງຈັນທະບູຣີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະເມືອງໄຊເສດຖາ ທີ່ມີການດຶງກະເປົ໋າ, ລັກຣົຖຈັກ ແລະອື່ນໆ ທີ່ເຮັດໃຫ້ຊາວບ້ານມີຊີວິຕຢູ່ຍາກຂຶ້ນ, ຕ້ອງໄດ້ລະມັດລະວັງຕົວຫລາຍຂຶ້ນ.

ດັ່ງປະຊາຊົນບ້ານນາແຄ ເມືອງໄຊທາ ນີ ເວົ້າໃນມື້ວັນທີ 7 ກັນຍານີ້ວ່າ:

" ດຶງກະເປົານີ້ສ່ວນຫລາຍ ມັນຢູ່ໃນເມືອງ ກຸ່ມໃນວ່າຊັ້ນສາໄປ ຄົນຈໍານວນ ຫລາຍ ແລ້ວມັນຄົນແອອັດ ມັນສວຍໂອກາດດຶງກະເປົາແລ້ວ ມັນໄປໄດ້ງ່າຍເດ໋ ມັນຫລີກໄດ້ງ່າຍ ຢູ່ຍາກ ປາກົດການຫຍໍ້ທໍ້ ຄິດວ່າຕໍ່ໄປຕ້ອງໄດ້ລະວັງໄດ້ລະແວງອີ່ຫຍັງຕ່າງໆ ຢູ່ຍາກໄປຍາກມາຍາກ. "

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ກໍເວົ້າວ່າ ໃນຕົວເມືຶອງຕ່າງໆ ຢູ່ນະຄອນຫລວງວຽງຈັນ ມີໂຈນປຸ້ນຈີ້ ຊິງຊັພ ແລະມີຄົນລັກເຄື່ອງຂອງແທ້ ແຕ່ບໍ່ຫລາຍ ເນື່ອງຈາກ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຣວດກຸ່ມບ້ານ ສຸມໃສ່ແກ້ໄຂບັນ ຫາດັ່ງກ່າວ ແລະທັງໄດ້ໂຄສະນາ ສຶກສາອົບຮົມ ຄົນຕິດຢາເສບຕິດໃຫ້ເລີກ ແລະອອກ ກວດກາລາດຕະເວນ ຈຸດທີ່ຫລໍ່ແຫລມ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

" ໂຕເມືອງທີ່ວ່າ ປະຊາຊົນຖືວ່າໜາແໜ້ນ ແຕ່ປາກົດການຫຍໍ້ທໍ້ ມັນກໍເກີດມີ ມັນກໍຫລາຍ ຄືວ່າ ບໍ່ຫລາຍດອກໂຕນີ້ ກໍລົງເຄື່ອນໄຫວຢູ່ເນາະ ເປັນ ຕົ້ນແມ່ນວຽກງານຮາກຖານນີ້ ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆນີ້ແຫລະ ການຂີ້ລັກງັດແງະ ການໂຄສະນາສຶກສາອົບຮົມ ແລ້ວກໍໃຫ້ກຸ່ມເນາະ ອອກກວດກາລາຕເວນ ຕາມຈຸດສຸມທີ່ຫລໍ່ແຫລມ. "

ແລະຢູ່ແຂວງຫລວງພຣະບາງ ປີທີ່ຜ່ານມາ ມີໂຈນປຸ້ນຮ້ານຂາຍຄໍາຢູ່ຕລາດ ແລະຄົນລັກ ພຣະພຸທຮູບເກົ່າແກ່ ທີ່ມີຄຸນຄ່າສູງຢູ່ຕາມສະຖານທີ່ທ່ອງທ່ຽວ, ແຕ່​ໃນປີນີ້ ​ຍັງບໍ່ມີການປຸ້ນຈີ້, ມີແຕ່ຄົນລັກຣົຖຈັກ ແລະລັກເລັກຂະໂມຍນ້ອຍ, ເຈົ້າໜ້າທີ່ຕໍາຣວດແຂວງ ແລະຕໍາຣວດທ້ອງຖິ່ນ ກວດກາເຣື່ອງນີ້ຢ່າງຕໍ່ເນື່ອງ.

ດັ່ງເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

" ບໍ່ມີເວົ້າເຣື່ອງຈີ້ ແຕ່ວ່າເຣື່ອງຂີ້ລັກຂໂມຍນ້ອຍນີ້ ກໍປາກົດຢູ່ ປົກຕິຢູ່ ເຣື່ອງຣົຖ ຈັກນີ້ຖືວ່າ ເກີດໄປຊັ້ນແຫລະ ມາແຕ່ກີ້ພຸ້ນ ສ່ວນຫລາຍລັກກໍແມ່ນວ່າ ສືບສວນຖາມ ເຂົາກໍກິນອັນນີ້ ແຫລະ ກິນຢາບ້າ. "

ເພື່ອ​ແກ້​ໄຂ​ບັນ​ຫາ​ ຄົນ​ເລ້​ລ້ອນ​ຢູ່​ລາວ ທີ່ຜ່ານ​ມາ ກະ​ຊວງ​ແຮງ​ງານ ແລະ​ສວັດິ​ການ​ສັງ​ຄົມ ກໍ​ໄດ້ຈັດລະ​ບຽບ ແລະ​​ການຊ່ອຍແກ້​ໄຂ ​ເຣື່ອງ​ຄົນ​ເລ້​ລ້ອນ, ແຕ່​ໃນ​ປັດ​ຈຸ​ບັນ ບໍ່​ເຫັນ​ການ​ຈັດ​ລະ​ບຽບ ແລະ​ຊ່ອຍ​ເຫລືອ​ນັ້ນ​ແລ້ວ ຍ້ອນບໍ່​ມີ​ງົບ​ປະ​ມານ ດັ່ງ​ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ທາງ​ສັງ​ຄົມ ທີ່ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ເວົ້າ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ໃນ​ມື້​ວັນ​ທີ 7 ກັນ​ຍານີ້​ວ່າ:

" ປັດຈຸບັນນີ້ ມັນກໍຮອດເຣື່ອງງົບປະມານເນາະ ຂອງພັກ-ຣັຖ ຍົກຕົວຢ່າງວ່າ ຄັນເຮົາເກັບຄົນເລ່ລ້ອນໄປ ບາງຄົນກໍສຸຂພາບດີ ບາງຄົນກໍສຸຂພາບບໍ່ດີ. ບາດນີ້ເຮົາໄປເກັບກັກຂັງເຂົາ ຕ້ອງໄດ້ກິນໄດ້ຢູ່ ສຸຂອະນາມັຍຕ່າງໆ ບາດນີ້ເຂົາເຈົ້າເປັນຫຍັງມາ ຜູ້ຮັບຜິດຊອບນ່າຢາກໜັກ. ເອົາໄປ, ເອົາມາແລ້ວ ເປັນໂທດຕໍ່ຄອບຄົວ ຂອງຜູ້ຖືກເລ່ລ້ອນຫັ້ນນ່າ ສົມມຸດວ່າເຂົາຕາຍນໍ໋ ເຮົາເກັບເຂົາເຈົ້າເຂົ້າ ມາຢູ່ໃນສູນ ເຂົາກໍຕ້ອງໃສ່ໂທດ ເພື່ອຢາກໄດ້ຄ່າຫົວ ອັນນີ້ສັນນິຖານເບິ່ງ. "

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ອີງ​ຕາມ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່ ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ ທ່ານ​ດຽວ​ກັນ​ນີ້​ແລ້ວ​ ແມ່ນ​ວ່າ ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ ​ກໍໄດ້​ເຮັດ​ວຽກ​ການພັ​ທ​ນາ ​ສັງ​ຄົມ​ຈຳ​ນວນ​ນຶ່ງ, ຮ່ວມ​ມື​ກັບ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໃນ​ການ​ສຶກ​ສາ​ຄົ້ນ​ຄວ້າ ​ກ່ຽວ​ກັບ​ທີ່​ມາ​ຂອງ​ຢາ​ເສບ​ຕິດ, ຜົ​ລ​ຮ້າຍ​ຂອງ​ຢາ​ເສບ​ຕິດ ແລະ​ອື່ນໆ ເພື່ອ​ຊ່ອຍ​ສັງ​ຄົມ​ ໃຫ້​ປອດ​ຢາ​ເສບ​ຕິດ, ​ຊ່ອຍ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ​ໃຫ້​ຜູ້​ທີ່​ເຄີຍ​ຕິດ​ຢາ​ເສບ​ຕິດ​ເຮັດ.