ຊາວບ້ານກະລຶມ ຍັງບໍ່ໄດ້ຍ້າຍ
2013.04.03
ນໍ້າເຊກອງ ແຂວງເຊກອງ
ແຜນການ ທີ່ຈະໂຍກຍ້າຍ ສອງຫມູ່ບ້ານ ໄປຢູ່ ເມືອງກາລຶມໃຫມ່ ຍັງບໍ່ພ້ອມ ເທື່ອ ຈຶ່ງຕ້ອງ ເລື່ອນ ເວລາ.
ເຈົ້າຫນ້າທີ່ ຮັບຜິດຊອບ ໂຍກຍ້າຍ ຊາວບ້ານ ທີ່ ເມືອງກາລຶມ ເກົ່າ ໄປເມືອງກາລຶມ ໃຫມ່ ຕາມແຜນການ ຂອງຣັຖບານ ທ່ານນຶ່ງ ເວົ້າວ່າ ເຖິງແມ່ນວ່າ ຣັຖບານ ຈະປະກາດ ໃຫ້ມີການ ໂຍກຍ້າຍ ປະຊາຊົນ ຈາກເມືອງກາລຶມ ເກົ່າ ໄປຢູ່ ເມືອງກາລຶມ ໃຫມ່ ແລ້ວ ກໍຕາມ ແຕ່ຍັງບໍ່ມີ ຄອບຄົວໃດ ຢາກໂຍກຍ້າຍ ເທື່ອ. ດັ່ງທ່ານ ກ່່າວວ່າ:
"ໂຍກຍ້າຍ ຊາວບ້ານ ຕາມແຜນ ນະແມ່ນ ໃຫ້ເຂົ້າໄປ ກ່ອນ ຈຳນວນນຶ່ງ ແບບວ່າໃຜມີ ຄວາມສາມາດ ເຂົ້າໄປໄດ້ ເພີ່ນຈະໃຫ້ ສັງກະສີ 15 ແຜ່ນ ພໍໄດ້ໄປປຸກ ຢູ່ປຸກຫຍັງ ໄປເຮັດການຜລິດ ກໍມີແຕ່ 2 ບ້ານ ຄືບ້ານ ຍີ່ງກູ້ຍີ່ງກຽນ ກັບ ບ້ານເທສບານ ແຕ່ຂະເຂົ້າ ບໍ່ທັນພ້ອມ ກໍເລີຍ ບໍ່ມີໃຜ ເຂົ້າໄປ".
ທ່ານວ່າ ເບຶ້ອງຕົ້ນ ແຜນການຊົດເຊີຍ ໃຫ້ແກ່ ປະຊາຊົນ ໃນເມືອງກາລຶມ ເກົ່າ ຍ້າຍໄປຢູ່ ເມືອງກະລຶມ ໃຫມ່ ທາງການ ປະກາດວ່າ ຈະໃຫ້ ສັງກະສີ ຄອບຄົວລະ 15 ແຜ່ນ ເພື່ອປຸກເຮືອນ ຢູ່ຊົ່ວຄາວ ແຕ່ຮອດ ປັດຈຸບັນ ກໍຍັງບໍ່ມີ ບ້ານໃດ ໂຍກຍ້າຍ ເທຶ່ອ ອາດເປັນ ຍ້ອນວ່າ ຊາວບ້ານຢ້ານວ່າ ການປຸກເຮືອນ ແລະ ບຸກເບີກພື້ນທີ່ ໃຫມ່ນັ້ນ ຈະບໍ່ແລ້ວກ່ອ່ນ ຣະດູຝົນ ປີນີ້.
ເມືອງກາລຶມໃຫມ່ ຕັ້ງຢູ່ຫ່າງ ເມືອງກະລຶມ ເກົ່າ ປະມານ 32 ກິໂລແມັດ ຕາມແຜນການ ຂອງ ຣັຖບານ ຈະມີການ ໂຍກຍ້າຍ ຊາວບ້ານ ປະມານ 4 ພັນ ກວ່າຄົນ ຈາກສອງຫມູ່ບ້ານ ຍ້ອນຈະຖືກ ນ້ຳຖ້ວມ ຈາກການສ້າງ ເຂຶ່ອນ ເຊກອງ4 ການສ້າງ ເມືອງໃຫມ່ ປັດຈຸບັນ ຢູ່ໃນຂັ້ນ ເລິ້ມຕົ້ນ ດັ່ງການ ສ້າງຖນົນ ຫົນທາງ ຫ້ອງການ ຣັຖບານ ຊຶ່ງປັດຈຸບັນ ກໍສຳເຣັດ ພຽງແຕ່ ເລັກນ້ອຍ ເທົ່ານັ້ນ. ທ່ານວ່າ ມີຊາວບ້ານ ບາງຄົນ ບໍ່ຢາກຍ້າຍ ອອກຈາກ ພຶ້ນທີ່ເດີມ ຍ້ອນວ່າ ມີ ຄວາມຄຸ້ນເຄີຍ ກັບພຶ້ນທີ່ ເກົ່າ ແລະ ເປັນຫວ່ງ ກ່ຽວກັບ ການຜລິດ ໃນພຶ້ນທີ່ໃຫມ່ ແຕ່ທາງການ ຈະໂຍກຍ້າຍ ໃຫ້ແລ້ວໝົດ ໃນປີ 2014.









