ພະຍຸຣະດູຮ້ອນເຂົ້າ ມ.ທ່າແຂກ ຂ.ຄໍາມ່ວນ

ສຸພັດຕາ
2021.04.27
ພະຍຸຣະດູຮ້ອນເຂົ້າ ມ.ທ່າແຂກ ຂ.ຄໍາມ່ວນ ພະຍຸຣະດູຮ້ອນ ພັດເຂົ້າ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເສົາໄຟຟ້າ ຫັກລົ້ມທັບ ເຮືອນຊານ
ນັກຂ່າວພົລເມືອງ

ໃນວັນທີ 26 ເມສາ 2021 ນີ້ ເວລາປະມານ 2 ໂມງເຊົ້າ ພະຍຸຣະດູຮ້ອນ ພັດເຂົ້າບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ເສົາໄຟຟ້າ ຫັກລົ້ມທັບເຮືອນຊານ ຂອງຊາວບ້ານ ເສັຍຫາຍຈໍານວນ 20 ປາຍຫຼັງ ແລະປະຊາຊົນຈໍານວນນຶ່ງ ບໍ່ມີໄຟຟ້າໃຊ້, ດັ່ງຊາວບ້ານ ໃນບ້ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ເມສານີ້ວ່າ:

“ເສົາໄຟຟ້າຫັກພະຍຸເຂົ້າ 2 ໂມງກາງຄືນ ມື້ຄືນນີ້ລົມພັດແຮງ ເປັນລົມໝຸນ ແລ້ວເຮັດໃຫ້ເສົາໄຟຟ້າຫັກໄປຫຼາຍເສົາ ຫັກທັບບ້ານ ເຮືອນປະຊາຊົນ ກໍຫຼາຍຫຫຼັງ ມີພະນັກງານໄຟຟ້າ ລາວ ກໍາລັງເລັ່ງຖອນເສົາເກົ່າ ກໍາລັງແປງຢູ່ ມື້ນີ້ຄົງຈະບໍ່ທັນ.”

ຊາວບ້ານອີກຄົນນຶ່ງ ຢູ່ບ້ານດຽວກັນນີ້ ກໍເວົ້າວ່າມື້ຄືນນີີ້ ມີພະຍຸເຂົ້າ ເຮັດໃຫ້ເສົາໄຟຟ້າຫັກຫຼາຍເສົາ ມາເຖິງປັດຈຸບັນພາຍໃນບ້ານ ຍັງບໍ່ມີໄຟຟ້າໃຊ້ເທື່ອ:

“ມີພະຍຸເຂົ້າ ມີລົມພະຍຸເຂົ້າ ຟ້າເຫຼືອມ ຝົນຕົກຟ້າຮ້ອງ ປະມານ 3-4 ຕົ້ນ ໄຟຢູ່ເຂດນັ້ນ ຍັງບໍ່ທັນມາ ແຕ່ໄຟເຂດອື່ນມາແລ້ວ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປົກຄອງບ້ານ ບ້ານເລົ່າໂພຄໍາ ເມືອງທ່າແຂກ ກ່າວວ່າ ຄວາມເສັຍຫາຍໃນເບື້ອງຕົ້ນ ມີເສົາໄຟຟ້າຫັກ ປະມານ 21 ຕົ້ນ ແລະມີເຮືອນປະຊາຊົນເສັຍຫາຍ ປະມານ 20 ປາຍຫຼັງ ຊຶ່ງເສົາໄຟຟ້ານັ້ນ ໜ່ວຍງານກ່ຽວຂ້ອງ ກໍກໍາລັງສ້ອມ ແປງຢູ່ ສໍາລັບເຮືອນປະຊາຊົນ ແມ່ນຍັງບໍ່ໄດ້ສ້ອມແປງ ເພາະຍັງຢູ່ຣະຫວ່າງ ໃນການເກັບກໍາຂໍ້ມູລ, ດັ່ງທີ່ທ່ານກ່າວວ່າ:

“ຫຼັກໄຟຟ້າ 21 ຕົ້ນ ນັບມື້ເຊົ້າ ເພິ່ນກໍາລັງເຮັດຢູ່ ເພິ່ນກໍາລັງຕັ້ງເສົາຢູ່ ເຮືອນກໍປະມານ 20 ປາຍຫຼັງຫັ້ນແຫຼະ ຫຼັກໄຟຫັກທັບ ກໍາລັງໃຫ້ຫົວໜ້າຄອບຄົວ ແຕ່ລະຄອບຄົວ ເອົາຣາຍການ ທີ່ເສັຍຫາຍໃຫ້ຢູ່ ຍັງແປງໃຜແປງມັນຢູ່ຫັ້ນແຫຼະ ທາງບ້ານສິສົ່ງໃຫ້ ເມືອງຫັ້ນແຫຼະ.”

ແລະໃນມື້ວັນທີ 25 ເມສາ ນີ້ ຢູ່ນະຄອນຫຼວງວຽງຈັນ ກໍມີພະຍຸຣະດູພັດເຂົ້າ ເຊັ່ນກັນ ເຮັດໃຫ້ ສວນຜັກຂອງຊາວບ້ານ ຢູ່ບ້ານ ຜາອຸດົມ ເມືອງໄຊທານີ ໄດ້ຮັບຄວາມເສັຍຫາຍຫຼາຍ ສົມຄວນ ເປັນຕົ້ນ ໂຮງເຮືອນທີ່ໃຊ້ປູກຜັກຈໍານວນ 16 ຫຼັງ ແລະພືດຜັກ ໃນໂຮງເຮືອນເສັຍຫາຍ ຈໍານວນຫຼາຍ, ດັ່ງເຈົ້າຂອງສວນຜັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ຫຼາຍຢູ່ ໂຮງເຮືອນນີ້ ໝົດຢູ່ 16 ຫຼັງເພາະວ່າ ມັນທັບລົງ ແລະກໍບາດນີ້ ໂຕທີ່ເຮົາປຸກໄປແລ້ວ ໂຮງເຮືອນທັບ ເຮົາກະສິໄດ້ຮື້ ຫັ້ນແຫຼະເນາະ ຍັງບໍ່ທັນໄດ້ສ້ອມແປງຫຍັງເທື່ອ ຍັງຄິດຢູ່ວ່າ ຊິເຮັດແນວໃດຢູ່ ດຽວນີ້.”

ອີງຕາມການຣາຍງານ ຂອງ ສື່ທ້ອງຖິ່ນຢູ່ລາວ ເມື່ອວັນທີ 26 ເມສາ 2021 ຣະບຸວ່າ ເມື່ອເວລາປະມານ 2 ໂມງເຊົ້າ ພະຍຸຣະດູ ຮ້ອນ ໄດ້ພັດເຂົ້າບ້ານ ເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ມີເສົາໄຟຟ້າຫັກ ຈໍານວນ 20 ຕົ້ນ ແລະ ອຸປກອນ ຕາຂ່າຍ 22 ກິໂລໂວ່ນ ເສັຍຫາຍ ຢ່າງຫຼວງຫຼາຍ, ຜົນກະທົບທີ່ເກີດຂຶ້ນໃນຄັ້ງນີ້ ເສົາໄຟຫັກລົ້ມໃສ່ເຮືອນ ປະຊາຊົນ ເສັຍຫາຍ 29 ຫຼັງຄາ ສ່ວນມູລຄວາມເສັຍ ທັງໝົດນັ້ນ ປັດຈຸບັນ ຍັງປະເມີນ ບໍ່ທັນໄດ້ເທື່ອ.

ນອກຈາກນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ອອກແຈ້ງການເຕືອນ ໃຫ້ປະຊາຊົນໃນແຕ່ລະແຂວງ ເຝົ້າຣະວັງຝົນຕົກ ໜັກ, ລົມພັດແຮງໃນໄລຍະ ວັນທີ 26 ຫາ 30 ເມສາ 2021 ນີ້ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.