ຊັພຍາກອນນໍ້າໄທຍວ່າ ຢ່າສົນ ເຂື່ອນຊະນະຄາມ

ມະນີຈັນ
2020.11.26
F-Sanakham-dam ແຜນທີ່ ທີ່ຕັ້ງຂອງ ເຂື່ອນ ຊະນະຄາມ ແຂວງວຽງຈັນ
RFA

ສໍານັກງານຊັພຍາກອນນໍ້າ ແຫ່ງຊາດ ຂອງໄທຍ ຂໍໃຫ້ກະຊວງພະລັງງານ ຂອງໄທຍ ພິຈາຣະນາເຣື່ອງການຊື້ໄຟຟ້າ ຈາກເຂື່ອນ ຊະນະຄາມ ທີ່ແຂວງວຽງຈັນ ຂອງລາວ ຊຶ່ງມີແຜນຈະສ້າງໃນອີກບໍ່ດົນນີ້ ໂດຍຕັ້ງເປັນຄໍາຖາມວ່າ ປະເທດໄທຍ ມີຄວາມຈໍາເປັນ ຫລື ສົມຄວນ ທີ່ຈະຊື້ໄຟຟ້າຈາກເຂື່ອນແຫ່ງນີ້ ຫລືບໍ່ ຍ້ອນວ່າມັນຈະມີຜົລກະທົບ ຫລາຍຢ່າງຕໍ່ໄທຍ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດ ຂອງໄທຍ ນາງນຶ່ງ ຕໍ່ RFA ໃນມື້ວັນທີ 26 ພຶສຈິການີ້.

ນາງກ່າວຕື່ມອີກວ່າ ໃນການປະຊຸມກັນ ວັນທີ 24 ພຶສຈິກາ ນີ້ ສໍານັກງານຊັພຍາກອນນໍ້າ ແຫ່ງຊາດຂອງໄທຍ ໄດ້ສເນີໃຫ້ທາງຣັຖບານ ລາວ ຮັບຊາບ ແລ້ວວ່າ ໃຫ້ສົ່ງບົດຣາຍງານກ່ຽວກັບຜົລກະທົບ ຈາກ ການທີ່ຈະສ້າງເຂື່ອນນັ້ນ ມາໃຫ້ປະເທດສະມາຊິກ ຄະນະກັມມາ ທິການແມ່ນໍ້າຂອງ ສາກົລ ຫລື MRC ຊາບນໍາດ້ວຍ.

ປັດຈຸບັນ ຍັງບໍ່ມີຂະບວນການແຈ້ງການ, ປຶກສາຫາລືລ່ວງໜ້າ ແລະ ຂໍ້ຕົກລົງ ຫລື PNPCA ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື ເພື່ອການ ພັທນາລຸ່ມແມ່ນໍ້າຂອງ ຢ່າງຍັ້ງຍືນ ປີ 1995. ນອກຈາກນີ້ ກໍຍັງໄດ້ ຖາມທາງການລາວວ່າ ຖ້າຫາກສ້າງເຂື່ອນຊະນະຄາມແລ້ວ ຈະມີຜົລ ກະທົບຂ້າມຊາຍແດນຫລືບໍ່ ຍ້ອນຈຸດທີ່ຕັ້ງເຂື່ອນນັ້ນ ຢູ່ໃກ້ກັບເຂດຊາຍແດນໄທຍ, ມັນຈະມີບັນຫາກ່ຽວກັບຊາຍແດນ, ບັນຫານໍ້າຂອງ ຂຶ້ນ-ລົງ ແລະ ຈະສົ່ງຜົລກະທົບ ຕໍ່ຕະລິ່ງຫລືບໍ່.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ການໄຟຟ້າຝ່າຍຜລິດແຫ່ງ ປະເທດໄທ ຫລື EGAT ນາງນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ປັດຈຸບັນ ເຣື່ອງການຊື້ໄຟຟ້າ ຈາກ ເຂື່ອນຊະນະຄາມ ຂອງລາວນັ້ນ ຍັງຢູ່ໃນ ໄລຍະການພິຈາຣະນາຢູ່, ບໍ່ສາມາດໃຫ້ຄໍາຕອບໄດ້ວ່າຈະຊື້ຫລືບໍ່.

ທ່ານກ່າວວ່າ “ຍັງບໍ່ມີຫຍັງຄືບໜ້າ ກໍພໍດີ ເຣື່ອງນີ້ບໍ່ສາມາດໃຫ້ຄໍາຕອບໄດ້ ຢູ່ໃນຣະຫວ່າງຜູ້ໃຫຍ່ຢູ່ ຕ້ອງລໍໄປຈັກໄລຍະນຶ່ງອີກກ່ອນ”

ເວົ້າເຖິງການສ້າງເຂື່ອນຊະນະຄາມ ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 26 ພຶສຈິກາ ນີ້ວ່າ ການສ້າງ ເຂື່ອນ ນີ້ມີກໍບໍຣິສັດໄທຍ ຫຸ້ນສ່ວນນໍາ ແລະມີສິດທີ່ຈະເຮັດຂໍ້ຕົກລົງ ຊື້-ຂາຍໄຟຟ້າກັນໄດ້. ແຕ່ປັດຈຸບັນຍັງຢູ່ໃນໄລຍະ ຂະບວນການ PNPCA ກັນຢູ່. ສົມມຸດວ່າ ຣັຖບານໄທຍ ຈະບໍ່ຊື້, ຣັຖບານລາວ ກໍຈະຊອກຫາຕລາດອື່ນ ເປັນຕົ້ນ ຈີນ ແລະ ວຽດນາມ, ແຕ່ຈຸດປະສົງຫລັກ ແມ່ນເພື່ອຂາຍໃຫ້ໄທຍ:

“ການຊື້ຂາຍ ເຈຣະຈາຣາຄາໄຟ ອິຫຍັງນີ້ນ່າ ບໍ່ຮູ້ລະອຽດວ່າ ຜູ້ພັທນາໂຄງການເອງ ໄດ້ປະສານກັບຝ່າຍໄທຍ ແນວໃດແລ້ວ. ໂຄງການນີ້ ກະມີບໍຣິສັດໄທຍ ມາຫຸ້ນສ່ວນ ກໍມີສິດເປັນໄປໄດ້ໃນການພັທນາ. ບາງເທື່ອບໍ່ໄດ້ທາງນຶ່ງ ກໍຈະເດີນໄປທາງນຶ່ງ. ເຮົາກະເບິ່ງຫລາຍແນວທາງ ເນາະ ເພິ່ນກະສິໃຫ້ສືບຕໍ່ຫັ້ນແຫລະ.”  

ເວົ້າເຖິງຜົລກະທົບ ທີ່ຈະໄດ້ຮັບຈາກການສ້າງເຂື່ອນແຫ່ງນີ້ ດຣ. Ian Baird ສາສດາຈານ ຜແນກພູມີສາດມະຫາວິທຍາລັຍ Wisconsin -Madison ທີ່ຣັຖ Wisconsin ສະຫະຣັຖອາເມຣິກາ ໃຫ້ຄໍາເຫັນຕໍ່ RFA ຜ່ານທາງອີແມວ ວ່າ:

“ບໍ່ສົງສັຍເລີຍວ່າ ເຂື່ອນຊະນະຄາມ ຈະສົ່ງຜົລກະທົບອັນໃຫຍ່ຫລວງ ຕໍ່ສັງຄົມແລະສິ່ງແວດລ້ອມ ທັງໃນລາວແລະໄທຍ. ປາກົດວ່າ ຣັຖບານ ແລະ ປະຊາຊົນໄທຍ ຈະຮັບຮູ້ຫລາຍຂຶ້ນ ກ່ຽວກັບ ຜົລກະທົບ ນັ້ນ."

ທ່ານ ອຽນ ແບ ກ່າວຕໍ່ໄປວ່າ ຖ້າໄທຍ ຕັດສິນໃຈບໍ່ຊື້ໄຟຟ້າ ຈາກເຂື່ອນດັ່ງກ່າວ ກໍປາກົດວ່າ ບໍ່ມີທາງທີ່ໂຄງການນີ້ ຈະສາມາດເດີນໜ້າໄດ້ ຍ້ອນວ່າ ບໍ່ມີຕລາດອື່ນຮອງຮັບ. ໂດຍພື້ນຖານແລ້ວ ຣັຖບານໄທຍ ມີບົດບາດສໍາຄັນ ໃນການພິຈາຣະນາ ວ່າ ເຂື່ອນ ໃນແມ່ນໍ້າຂອງທີ່ສົ່ງ ຜົລເສັຽຫາຍ ຕໍ່ປະເທດໄທຍ ນັ້ນ ຈະຖືກສ້າງ ຫລືບໍ່.

ຊາວບ້ານດອນເມນ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ເວົ້າວ່າ ບ້ານຂອງຕົນ ກໍເປັນນຶ່ງໃນຈໍານວນບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກ ໂຄງການສ້າງ ເຂື່ອນ ຊະນະຄາມ ຕາມການສໍາຣວດ ຂອງເຈົ້າໜ້າທີ່. ແຕ່ຊາວບ້ານບໍ່ສາມາດ ຄັດຄ້ານໄດ້. ຖ້າຫາກຣັຖບານຈະສ້າງ ກໍຕ້ອງໄດ້ຍອມປະຕິບັດຕາມ ແລະເຣື່ອງຄ່າຊົດເຊີຍ ເພິ່ນກໍບອກວ່າ ຈະໄດ້ແນ່ນອນ ແຕ່ຊາວ ບ້ານ ຍັງບໍ່ຮູ້ວ່າ ຄ່າຊົດເຊີຍນັ້ນ ຈະສົມ ເຫດສົມຜົລ ຫລືບໍ່ ກໍຍັງບໍ່ຮູ້. ດັ່ງທີ່ທ່ານກ່າວວ່າ:

“ປະຊາຊົນເຂົາເຈົ້າ ກະຢາກຈະຂັດຂື້ນຫັ້ນແລ້ວ ເພາະວ່າຜູ້ທີ່ມີຜົລກະທົບ ເຂົາເຈົ້າກະບໍ່ຢາກ ໃຫ້ເຮັດ ກະຄິດຄ້ານທາງຣົດທາງຫລວງ ກໍບໍ່ໄດ້ ເຣື່ອງກະທົບ ມີແນ່ນອນ ຖ້ວມໄຮ່ຖ້ວມນາ ຖ້ວມເຮືອນ ຖ້ວມຊານ ກະມີຫັ້ນແຫລະ ແລ້ວເພິ່ນກະວ່າ ຈະໃຫ້ເງິນຊົດເຊີຍຫັ້ນແຫລະ ໜ້ອຍຫລາຍປານໃດ ສົມຄ່າຫລືບໍ່ກໍຍັງບໍ່ຮູ້.”

ແລະຊາວບ້ານຫ້ວຍລາ ເມືອງແກ່ນທ້າວ ຊຶ່ງເປັນບ້ານທີ່ຈະໄດ້ຮັບຜົລກະທົບ ຄືກັນຈາກການສ້າງເຂື່ອນນັ້ນ ກໍເວົ້າວ້າ ຫາກທາງຣັຖບານ ຈະສ້າງເຂື່ອນຊະນະຄາມ ຊາວບ້ານ ຈໍານວນນຶ່ງ ກໍບໍ່ດີໃຈ ຍ້ອນມັນ ຈະເຮັດໃຫ້ດິນນາ ດິນສວນ ເສັຍຫາຍຫລາຍ:

“ບາງຄົນກໍບໍ່ຢາກໃຫ້ສ້າງຊິແຫລະ ມັນໃຫ້ຜົລກະທົບຕໍ່ດິນໄຮ່ ດິນສວນຫລາຍເນາະ ສວນຢາງພາຣາຊີ້ນະເນາະ ເປັນເຂດທີ່ອຸດົມສົມບູນ ທາງສັດປ່າບໍ່ ສັດນໍ້າ ຈັ່ງຊີ້ມັນກະອຸດົມ ສົມບູນ ຢູ່ໃນປັດຈຸບັນ ຫາປາເນາະ ໃສ່ມອງ ກວດມອງ ຫາປາໄດ້ດີ ດີ.”

ເຂື່ອນໄຟຟ້າຊະນະຄາມ ເປັນເຂື່ອນນໍ້າລົ້ນ ຂນາດ 684 ເມກາວັດ, ຕັ້ງຢູ່ເມືອງຊະນະຄາມ, ຫ່າງຈາກຊາຍແດນໄທຍ ແຂວງເລີຍ 2 ກິໂລແມັດ, ຈະເຮັດໃຫ້ມີຜົລກະທົບຕໍ່ ປະຊາຊົນເກືອບ 3,000 ຄົນ ໃນ 13 ບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງ ແກ່ນທ້າວ ແຂວງໄຊຍະບູຣີ.

ເຂື່ອນໄຟຟ້າແຫ່ງນີ້ ມີມູນຄ່າການກໍ່ສ້າງປະມານ 2,073 ລ້ານໂດລາ ສະຫະຣັຖ, ໃນນັ້ນຈະໃຊ້ປະມານ 27.2 ລ້ານໂດລາ ສະຫະຣັຖ ເປັນຄ່າໃຊ້ຈ່າຍ ໃນການຫລຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະໃນໂຄງການຕິດຕາມເບິ່ງ. ບໍຣິສັດ ຕ້າຖັງ ຂອງ ຈີນເປັນຜູ້ສ້າງເຂື່ອນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.