ໂຄງການທ່າບົກ ທ່ານາແລ້ງ ສືບຕໍ່, ແຕ່ດິນປະຊາຊົນ ຍັງຕົກລົງ ບໍ່ແລ້ວ

ຈຳປາທອງ
2023.12.27
ໂຄງການທ່າບົກ ທ່ານາແລ້ງ ສືບຕໍ່, ແຕ່ດິນປະຊາຊົນ ຍັງຕົກລົງ ບໍ່ແລ້ວ ໂຕຢ່າງ ດິນຈັດສັນ ຂອງຊາວບ້ານ ຢູ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ປີ 2020
Credit photos: ນັກຂ່າວພົລເມືອງ

ມາເຖິງປັດຈຸບັນ, ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ ຂຍາຍພື້ນທີ່ ຂອງໂຄງການ ໄປກວມເອົາດິນ ຂອງຊາວບ້ານ ຫຼາຍບ້ານ ທັງຂອງຜູ້ທີ່ມີ ສິດນໍາໃຊ້ທີ່ດິນ ແລະ ຂອງຜູ້ທີ່ມີ ໃບຕາດິນຂອບທອງ ໃນເມືອງໄຊເສດຖາ ເປັນຕົ້ນ ຢູ່ເຂດບ້ານນາຄວາຍໃຕ້. ໃນຂະນະທີ່ ການໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍ ກັບຊາວບ້ານ ຍັງບໍ່ທັນຕົກແຕກກັນໄດ້, ຍັງຄ້າງຄາກັນຢູ່. ດັ່ງຊາວບ້ານ ຜູ້ນຶ່ງ ທີ່ຮູ້ບັນຫານີ້ ເວົ້າຜ່ານສື່ສັງຄົມອອນລາຍນ໌ ໃນມື້ວັນທີ 23 ທັນວາ ນີ້ວ່າ:

ໄກ່ເກັ່ຽກັນ ຍັງບໍ່ຕົກບໍ່ແຕກເນາະ ທາງໂຄງການ ເພິ່ນໄດ້ດໍາເນີນການແລ້ວ. ເຂດດິນຈັດສັນນີ້, ມັນເປັນດິນທີ່ວ່າ ໃບຕາດິນຂອບທອງໝົດ ທຸກຫຼັງຄາເຮືອນ ທຸກຕອນ, ແຕ່ວ່າ ທາງໂຄງການ ກໍໄດ້ແຈ້ງລາຄາຂຶ້ນມາ ແລ້ວກະບອກໃຫ້ໄປເອົາ ເງິນຊົດເຊີຍເລີຍ ໂດຍທີ່ວ່າ ຕົກລົງກັນບໍ່ໄດ້ເນາະ. ແຕ່ວ່າ ຕົກລົງກັນແບບພຽງຢິບມື ເກືອບວ່າ ບໍ່ຮອດເຄິ່ງນຶ່ງ ຂອງລາຄາດິນ, ຈັ່ງຊີ້ຫັ້ນນ່າ.

ກ່ຽວກັບບັນຫາ ທີ່ວ່ານີ້ ຊາວບ້ານ ບ້ານນາຄວາຍໃຕ້ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ທັນວາ ນີ້ວ່າ ນາງຍັງບໍ່ທັນຮູ້ເທື່ອວ່າ ໃນອະນາຄົດ ໂຄງການທີ່ວ່ານັ້ນ ຈະກວມເອົາດິນ ຂອງຕົນນໍາດ້ວຍ ຫຼືບໍ່ ເພາະວ່າ ດິນຢູ່ໃກ້ກັບ ແຄມທາງຣົຖໄຟລາວ-ຈີນ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນ ມີບັນຫາຫຍັງເທື່ອ.

ໂອ໋, ຍັງໆ. ໃກ້ກັບຣາງຣົຖໄຟຊື່ໆ, ແຕ່ເຮົາບໍ່ຮູ້ວ່າ ໂຄງການອັນນີ້ ເຂົາເຈົ້າຈະເອົາຈັ່ງໃດ, ແຕ່ວ່າໂຕນັ້ນຫັ້ນ ບໍ່ໄດ້ຖືກ. ດິນໂຕນີ້ຫັ້ນ ບໍ່ໄດ້ມີບັນຫາຫຍັງ.

ສໍາລັບປະຊາຊົນ ທີ່ມີດິນ ຢູ່ເຂດບ້ານຊຽງດາ, ຊຶ່ງຖືກທາງໂຄງການ ດັ່ງກ່າວ ກວມເອົານັ້ນ, ປັດຈຸບັນ ບໍຣິສັດ ເຈົ້າຂອງໂຄງການ ໄດ້ເອົາຣົຖດຸດ ຣົຖໄຖ ມາບຸກເບີກດິນນັ້ນແລ້ວ, ໂດຍທີ່ຍັງບໍ່ທັນມີ ການຕົກລົງກັນ ເຣື່ອງຄ່າຊົດເຊີຍ ກັບຜູ້ໃຊ້ດິນນັ້ນເທື່ອ. ມີແຕ່ໃຫ້ຊາວບ້ານ ຜູ້ໃຊ້ດິນ ໃນເຂດດັ່ງກ່າວ ໄປເປີດບັນຊີທນາຄານໄວ້ ເພື່ອທີ່ຈະໄດ້ ໂອນເງິນຄ່າຊົດເຊີຍໃຫ້ ໂດຍບໍ່ບອກ ໃຫ້ຊາວບ້ານຮູ້ວ່າ ເມື່ອໃດ ຈະໂອນເງິນນັ້ນໃຫ້, ມາເຖິງປັດຈຸບັນ, ກໍຍັງມິດງຽບຢູ່. ດັ່ງຊາວບ້ານ ທີ່ມີດິນ ຢູ່ເຂດບ້ານຊຽງດາ ເວົ້າວ່າ:

ໂຄງການອັນດຽວນີ້ແຫຼະ ຍັງບໍ່ເອີ້ນ. ຕ່າງແຕ່ວ່າ ມີບອກເປີດບັນຊີເນາະ ແລ້ວເຂົາເຈົ້າ ຈະມາດຸດ ມາໄຖ ບ່ອນທີ່ວ່າດິນຫວ່າງ. ເຂົາກະດຸດໄປໝົດເລີຍ ຈຶ່ງຄ່ອຍເຄລັຽ ເຣື່ອງເງິນວ່າຊັ້ນ. ຈ່າຍມື້ໃດ ເຂົາບໍ່ໃຫ້ຄໍາຕອບ ກະມີແຕ່ເຮັດໄປ ຮອດມື້ແລ້ວຈຶ່ງເອີ້ນ.

ໃນຂະນະດຽວກັນ ຊາວບ້ານ ທີ່ມີດິນ ຢູ່ບ້ານຊຽງດາ ອີກຜູ້ນຶ່ງ ກໍເວົ້າວ່າ ທາງໂຄງການດັ່ງກ່າວ  ພະຍາຍາມ ບຸກເບີກພື້ນທີ່ ກວມເອົາດິນ ຂອງປະຊາຊົນ ຢູ່ຕໍ່ໄປ, ເອົາຣົຖມາດຸດດິນ ຕິດກັບເຮືອນ ຢູ່ອ້ອມແອ້ມບ້ານ ໂດຍບໍ່ສົນໃຈ ນໍາການໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍ ວ່າຈະຕົກລົງ ກັບຊາວບ້ານໄດ້ ຫຼືບໍ່, ລົງມືເຮັດໄປກ່ອນເລີຍ.

ມັນບໍ່ມີ. ມີແຕ່ວ່າ ມາດຸດໆ ຕອນອ້ອມແອ້ມບ້ານ ເຂົາກະເຮັດຢູ່ນີ້ ກະຕິດເຮືອນແລ້ວ ເຂົາມາດຸດ ເລາະອ້ອມເຮືອນເລີຍ, ແຕ່ວ່າ ບໍ່ທັນໄດ້ໄກ່ເກັ່ຽ. ເຂົາເອົາລົງມາກ່ອນແຫລະ, ແຕ່ວ່າ ຍັງເຄລັຽກັນບໍ່ໄດ້.

ກ່ຽວກັບບັນຫາ ທີ່ວ່ານີ້ ພະນັກງານ ທີ່ເຮັດວຽກ ໃນໂຄງການ ພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນາງນຶ່ງ ເວົ້າວ່າ ທາງໂຄງການນີ້ ກໍາລັງບຸກເບີກພື້ນທີ່ ໃນເຂດດັ່ງກ່າວ ຕໍ່ໄປ ເພື່ອຂຍາຍໂຄງການ. ສ່ວນເຣື່ອງຣາຍລະອຽດ ຂອງແຜນການ ແລະ ການຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານນັ້ນ ຕົນຍັງບໍ່ທັນຮູ້, ຮູ້ແຕ່ວ່າ ມີໜ່ວຍງານ ທີ່ກ່ຽວຂ້ອງ ຮັບຜິດຊອບເຣື່ອງນີ້.

ໂຄງການເຣີ່ມແລ້ວ. ເຈົ້າ, ເຣີ່ມຂຍາຍໄປແລ້ວ ເຈົ້າ. ໂອ໋ ໂຕນີ້ຫັ້ນ ຂໍ້ມູນເຮົາ ກະບໍ່ທັນຮູ້ແໜ້ນ ເຂົາເຈົ້າຊິມີໜ່ວຍງານ ທີ່ວ່າ ຕອບເຣື່ອງນີ້.”

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມ ໄປຍັງຜແນກຊັພຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫ້ອງການປົກຄອງ ເມືອງໄຊເສດຖາ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ບອກໃຫ້ຮູ້ໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ອອກຂໍ້ຕົກລົງ ໃນມື້ວັນທີ 13 ພຶສຈິກາ ທີ່ຜ່ານມາ ວ່າດ້ວຍການລຶບລ້າງ ໃບຕາດິນຣັຖ ຂອງຣັຖວິສາຫະກິຈ ຫຸ້ນສ່ວນພັທນາທີ່ດິນ ຢູ່ບ້ານຊຽງດາ ແລະ ມອບໃຫ້ໂຄງການ ພັທນາທ່າບົກ-ທ່ານນາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.

ມາດຕຣາ 1 ແລະ ມາດຕຣາ 2 ຂອງຂໍ້ຕົກລົງນັ້ນ ລະບຸວ່າ ໃຫ້ຜແນກຊັພຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ລຶບລ້າງໃບຕາດິນ ເນື້ອທີ່ 815,091 ຕາແມັຕ ແລະ ໃບຕາດິນ  ເນື້ອທີ່ 680,808 ຕາແມັຕ ຂອງຣັຖວິສາຫະກິຈ ຫຸ້ນສ່ວນພັທນາທີ່ດິນ ຢູ່ບ້ານຊຽງດາ ແລະ ມອບສິດນໍາໃຊ້ ທີ່ດິນຣັຖ ໃຫ້ໂຄງການ ພັທນາທ່າບົກ-ທ່ານນາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ, ໂດຍອອກໃບຕາດິນ ຣັຖຄຸ້ມຄອງ ໃຫ້ໃໝ່ ອອກຊື່ບໍຣິສັດ ສິດທິ ໂລຈິສຕິກ ຈໍາກັດ.

ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ໄດ້ຈັດພິທີ ວາງສີລາລຶກ ໂຄງການກໍ່ສ້າງ ເຂດໂລຈິສຕິກ ພາກ ຂອງໂຄງການພັທນາ ທ່າບົກ-ທ່ານນາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ໃນມື້ວັນທີ 25 ພຶສຈິກາ 2022. ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 327 ເຮັກຕ້າຣ໌ ຈະກວມເອົາ ຕັ້ງແຕ່ເຂດ ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ບ້ານຊຽງດາ ເມືອງໄຊເສດຖາ ໄປເຖິງເສັ້ນທາງຕັດໃໝ່ ໃນເຂດບ້ານນາຄວາຍໃຕ້. ມູລຄ່າການກໍ່ສ້າງ ໂຄງການນີ້ ຄາດວ່າ ຈະເຖິງ 547 ລ້ານ ໂດລ້າຣ໌ສະຫະຣັຖ ແລະ ຈະກໍ່ສ້າງແລ້ວ ແລະ ເປີດໃຫ້ບໍຣິການ ໃນອີກປະມານ 2 ປີຂ້າງໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.