ພະຍຸຣະດູຮ້ອນເຂົ້າ ລາວ

ອຸ່ນແກ້ວ ສຸກສະຫວັນ
2017.03.19
f-storm ພະຍຸຣະດູຮ້ອນ ພັດເຂົ້າ ປະເທດລາວ ສ້າງຄວາມເສັຽຫາຍ ໃນວັນທີ 17 ມິນາ ເວລາ ປະມານ 16 ໂມງ ແລງ
RFA

ພະຍຸຣະດູຮ້ອນພັດເຂົ້າ ປະເທດລາວ ສ້າງຄວາມເສັຽຫາຍ ແລະ ມີຄົນໄດ້ຮັບ ບາດເຈັບ ໃນວັນທີ 17 ມິນາ ເວລາປະມານ 16 ໂມງ ແລງ ຢູ່ແຂວງ ຫຼວງພຣະບາງ ແລະ ນະຄອນຫຼວງວຽງຈັນ.

ຢູ່ແຂວງຫຼວງພຣະບາງ ພະຍຸ ພັດເຂົ້າ ແລະ ມີໝາກເກັບຕົກ ຢູ່ເມືອງໂພນທອງ ຊຶ່ງ ເປັນເມືອງຕັ້ງໃໝ່ ຂອງແຂວງ ເຮັດໃຫ້ບ້້ານເຮືອນ ຂອງປະຊາຊົນ ເພພັງເສັຽຫາຍ ແນ່ຍັງປະເມີນ ບໍ່ໄດ້ ແລະ ມີຄົນໄດ້ຮັບປາດເຈັບ ສາຫັດ 1 ຄົນ. ຕາມການບອກເລົ່າຂອງ ປະຊາຊົນ ເມືອງໂພນທອງ ແຂວງ ຫຼວງພຣະບາງ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 18 ມິນາ ນີ້ວ່າ:

"ຍັງໆບໍ່ມີ ເຂົາຍັງສລຸບ ບໍ່ໄດ້ເທື່ອເນ້ ເຂດມໍ່ພວກຂ້ອຍ ແຖວວັງປ້ານ ນີ້ລະແມ່ນ ເຂົາອອກເຮືອນບໍ່ໄດ້ ເຂົາຄາຢູ່ໃນຫັ້ນ ເຈັບຫຼາຍໂອ້ ໄດ້ໃສ່ອົກຊີ້ ຜູ້ນຶ່ງ ອັນກະໄມ້ລົ້ມທັບ ລົ້ມຫຍັງຫັ້ນແຫລະ ເຂົາຕິດຢູ່ໃນເຮືອນ ຫັ້ນເນ້".

ຢູ່ນະຄອນຫລວງວຽງຈັນ ກໍຖືກພະຍຸ ພັດເຂົ້າ ໄດ້ຮັບຄວາມເສັຽຫາຍຫຼາຍ ເຊັ່ນກັນ, ຕາມການບອກເລົ່າ ຂອງຜູ້ເຫັນ ເຫດການ ໄດ້ຮູ້ວ່າ ມີຜູ້ໄດ້ຮັບ ບາດເຈັບ 7 ຄົນ ຢູ່ຮ້ານອາຫານ ໜອງອໍ້ ເມືອງ ໄຊທານີ ຢູ່່ດ້ານຫລັງ ມະຫະວິທຍາໄລ ແຫ່ງຊາດ ຫລື ມຊ ຍ້ອນວ່າ ຮ້ານ ອາຫານ ທີ່ເປັນຕູບ ຫັກລົງມາທັບຄົນ ທີ່ກໍາລັງ ນັ່ງກິນອາຫານຢູ່.

ຢູ່ບ້ານໜອງໄຮ ບ້ານສົມຫວັງ ແລະຫຼາຍບ້ານຢູ່ ເມືອງຫາດຊາຍຟອງ ກໍໄດ້ຮັບ ຄວາມເສັຍຫາຍ ຈາກພະຍຸ ເຊັ່ນດຽວກັນ, ຫຼັງຄາເຮືອນ ຫຼາຍຫຼັງຖືກພະຍຸ ພັດປິວອອກ, ຮ້ານຂາຍເຄື່ອງ ແລະ ປ້າຍໂຄສະນາ ຕາມແຄມທາງ ຖືກພັດເປ່ເພ. ແລະຢູ່ເຂດ ບ້ານເກົ້າລ້ຽວ ແລະ ບ້ານສີຊົມຊື່ນ ຢູ່ເມືອງ ສີໂຄດຕະບອງ ກໍໄດ້ຮັບ ຄວາມເສັຽຫາຍ ເຊັ່ນດຽວກັນ.

ນອກຈາກນີ້ ຢູ່ເຂດດ່ານສາກົນ ລາວ-ວຽດນາມ ຫລັກ 100 ເມືອງພູວົງ ແຂວງອັດຕະປື ມີພະຍຸພັດເຂົ້າ ແລະມີໝາກເຫັບຕົກ ແລະ ຢູ່ແຂວງເຊກອງ ກໍມີຣາຍງານວ່າ ມີພະຍຸ ພັດເຂົ້າ ເຊັ່ນກັນ.

ເພື່ອສອບຖາມຂໍ້ມູນ ເພີ້ມເຕີມ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທຸກກະສາດ, ແຕ່ບໍ່ມີຜູ້ໃດ ຮັບ ໂທລະສັບ. ມາຮອດ ປັດຈຸບັນ ເຈົ້າໜ້າທີ່ ທາງການລາວ ຍັງບໍ່ທັນມີ ການສລຸບຕົວເລກ ຄວາມເສັຽຫາຍ ຈາກເຫດການ ພະຍຸພັດເຂົ້າ ປະເທດລາວ ໃນຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.