ບ.ນໍ້າໂອ ບ.ນໍ້າແອ່ງ ຂໍຄວາມ ຊ່ອຍເຫຼືອ


2020.07.15
f-nam-eng ຊາວບ້ານບ້ານນໍ້າແອ່ງ ກໍາລັງອະນາມັຍ ພາຍໃນເຮືອນຊານ ຂອງພວກເຂົາເຈົ້າ ພາຍຫຼັງນໍ້າຖ້ວມ
ນັກຂ່າວພົລເມືອງ

ຊາວບ້ານບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫລວງນໍ້າທາ 101 ຄອບຄົວ ທີ່ເຮັດນາຫາກໍແລ້ວ ໃນເນື້ອທີ່ທັງໝົດ 31 ເຮັກຕາປາຍແລ້ວຖືກ ນໍ້າຖ້ວມເສັຍຫາຍໝົດ ໃນຕອນເຊົ້າວັນທີ 12 ກໍຣະກະດາ ນີ້.

ປັດຈຸບັນພວກເຂົາເຈົ້າອຸກໃຈຫລາຍ ຍ້ອນຢ້ານຈະອຶດເຂົ້າ, ຕ້ອງການຄວາມຊ່ອຍເຫລືອ ເປັນເຂົ້າສານດ່ວນ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານນໍ້າໂອ ໃນມື້ວັນທີ 15 ກໍຣະກະດາ ນີ້:

“ອຸກໃຈທີ່ສຸດ ຖຶວ່ານາຫັ້ນ ບໍ່ໄດ້ຈັກໜ້ອຍເນາະ ຖ້ວມໝົດແລ້ວ ກໍມີຂອນໄມ້ເນາະ ຂ່ອນໄມ້ບັກຫຼາຍໆ ລົງໄປຖົມຕັນໝົດ ຢູ່ກາງນາຫັ້ນ ເມື່ອວ່ານໍ້າຖ້ວມນາແລ້ວ ພວກເຮົາກໍເຜົ່າຂະມຸ ກໍນໍ້າຖ້ວມນາບໍ່ມີເຂົ້າກິນ ບໍ່ມີເຂົ້າກິນປະຊາຊົນ ເຂົາເຈົ້າບໍ່ມີເງິນເນາະ ເພາະວ່າແຕ່ລະປີ ນໍ້າບໍ່ຖ້ວມລະກະມີເຂົ້າ ຢູ່ເລົ້າ ນໍ້າໂອນີ໊ ໂອ໋ ບໍ່ມີໃຜມາຊ່ວຍ.”

ແລະຊາວບ້ານບ້ານນໍ້າໂອ ອີກຜູ້ນຶ່ງກໍເວົ້າວ່າ ນາຂອງຕົນຖືກນໍ້າຖ້ວມຫຼາຍກວ່າ 4 ພັນຕາລາງແມັດ ຢ້ານອຶດເຂົ້າ ຕ້ອງການຄວາມຊ່ອຍ ເຫຼືອຄືກັນ:

“ແນ່ນອນແຫຼະເນາະ ອຶດເຂົ້າແຫຼະເນາະ ແຕ່ວ່າບາງເທື່ອ ມັນກໍເຮົາສິປູກຄືນດໍາຄືນ ມັນກໍບໍ່ທັນແຫຼະເນາະ. ສົມມຸດວ່າ ຊ່ວງນັ້ນເຂົາດໍາ ນໍ້າຕອນ ມັນມີນໍ້າແຫຼະນ່າ ແຕ່ວ່າດຽວນີ້ມັນກໍ ແຫ້ງແລ້ງນໍ້າຖ້ວມ ມັນກໍເປັນດິນເປັນດອນ ຂຶ້ນໝົດ ຫັ້ນແຫຼະ ກໍຈັ່ງວ່າແຫຼະ ມີແຕ່ລໍຖ້າ ທາງຂັ້ນເທິງ ມາກວດກາ.”

ຊາວບ້ານຜູ້ນີ້ເວົ້າຕື່ມອີກວ່າ ສະເພາະຢູ່ບ້ານນໍ້າໂອ ນອກຈາກນາຈະຖືກນໍ້າຖ້ວມແລ້ວ ບ້ານເຮືອນຂອງປະຊາຊົນກໍເພ 2 ຫຼັງ ແລະງົວຕາຍ 1 ໂຕ.

ນອກຈາກບ້ານນໍ້າໂອ ແລ້ວຊາວບ້ານບ້ານນໍ້າແອ່ງ 54 ຄອບຄົວກໍໄດ້ຮັບຜົລກະທົບໜັກ ເຊັ່ນກັນ, ນໍ້າຖ້ວມນາ ເຮືອນຊານເພພັງລົງ, ເຄື່ອງ ຂອງແລະເລົ້າເຂົ້າໄຫລໄປກັບນໍ້າ, ສັດລ້ຽງກໍຕາຍ ແຕ່ກໍໄດ້ຮັບການຊ່ອຍເຫຼືອແດ່ແລ້ວ ເປັນຕົ້ນເຄື່ອງໃຊ້ ຄອບຄົວ, ເຄື່ອງນຸ່ງຫົ່ມ, ເຂົ້າສານ ອາຫານແຫ້ງ ແລະນໍ້າດື່ມ ແຕ່ກໍຍັງຕ້ອງການ ຄວາມຊ່ອຍເຫລືອຕື່ມອີກ ຍ້ອນເຂົ້າໃນນາເ ສັຍຫາຍ:

“8 ເຮັກຕາ ນາຫັ້ນແຕ່ໄດ້ປູກໝົດແລ້ວເດ໋ ໄດ້ປູກແລ້ວເຈື່ອນໄປໝົດ ນາເຂົ້ານັ້່ນໂອ໊ ປີໜ້າບໍ່ມີເຂົ້າກິນ ຈະເຮັດແນວໃດກໍຢາກໃຫ້ຂັ້ນເທິງ ມາຊ່ວຍຫັ້ນແລ້ວ ຄັນວ່າຂັ້ນເທິງມີທຶນມີຮອນ ຊົດເຊີຍເລັກໆນ້ອຍໆ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງວຽງພູຄາ ເວົ້າໃນມື້ວັນທີ 15 ກໍຣະກະດາ ນີ້ວ່າການຊ່ອຍເຫຼືອປະຊາຊົນ ທີ່ໄດ້ຮັບຜົລ ກະທົບໃນເບື້ອງຕົ້ນ ແມ່ນທາງເມືອງໄດ້ ຣະດົມບຸກຄົນ, ນັກທຸຣະກິດ, ຄະນະນໍາເມືອງ, ແຂວງແລະສູນກາງ ຊື້ເຂົ້າສານ ອາຫານແຫ້ງ, ນໍ້າດື່ມ, ເຄື່ອງນອນ, ເຄື່ອງນຸ່ງຫົ່ມ ໃຫ້ພວກເຂົາເຈົ້າ ຢູ່ບ້ານນໍ້າແອ່ງກ່ອນເນື່ອງຈາກ ບ້ານນີ້ໄດ້ຮັບຜົລກະທົບໜັກທີ່ສຸດ ແລະເຈົ້າໜ້າທີ່ ມີແຜນທີ່ຈະລົງໄປເກັບກໍາຂໍ້ມູນ ກ່ຽວກັບນໍ້າຖ້ວມ ນາເສັຍຫາຍ ພາຍໃນ 3 ມື້ນີ້ ເພື່ອຂຶ້ນແຜນຂໍງົບປະມານ ຊື້ເຂົ້າສານໃຫ້ປະຊາ ຊົນ:

“ຂໍ້ມູນນໍ້າໂອແທ້ ບໍ່ມີເດ໊ ສິຈະຕອບສນອງ ໃຫ້ເຂົາເຈົ້ານ່າ ມີແຕ່ບ້ານນໍ້າແອ່ງແທ້ ໃຫ້ການຊ່ວຍເຫຼືອ ເພາະວ່າຖ້ວມເຮືອນຊານບ້ານຊ່ອງ ເຂົາເດ໋ ພື້ນທີ່ພື້ນນາແທ້ໆ ກໍຍັງບໍ່ທັນໄດ້ ຕອບສນອງເທື່ອ ມີແຕ່ໄປເກັບກໍາຂໍ້ມູນ ແລະ ຂຶ້ນແຜນ ເພື່ອຊອກການຊ່ວຍເຫລືອເດ໋.”

ເວົ້າເຖິງສາເຫດຂອງນໍ້າຖ້ວມ ເຈົ້າໜ້າທີ່ສະເພາະກິດ ດ້ານພັຍພິບັດ ເມືອງວຽງພູຄາ ກໍເວົ້າວ່າ ສາເຫດທີ່ເຮັດໃຫ້ນໍ້າຖ້ວມຄັ້ງນີ້ ເກີດຈາກ ຂອນໄມ້ໃຫ່ຍ ຕັນທາງນໍ້າໄຫລ ຢູ່ບໍຣິເວນຂົວ ນໍ້າແອ່ງ, ເຮັດໃຫ້ນໍ້າຜ່ານບໍ່ໄດ້ ນໍ້າຈຶ່ງໄຫລເຂົ້າຖ້ວມບ້ານຄົນ, ດີແຕ່ວ່າບໍ່ມີຜູ້ໃດ ເສັຽຊີວິດ ຫລື ບາດເຈັບຍ້ອນ:

“ຖ້ວມຕອນເຂົ້ານີ໋ນ່າ ຄັນແມ່ນກາງຄືນ ກໍສິພົບຄວາມຫຍູ້ງຍາກ ຢູ່ເນາະ. ອັນນີ້ມັນແມ່ນຕອນເຊົ້າ ມັນຈຶ່ງເກັບກູ້ກັນຄືນ ໄດ້ໝົດຫັ້ນນ່າ. ມັນກໍມານໍາຫ້ວຍ ນໍ້າແອ່ງຫັ້ນ. ມັນມາກໍມີ ໄມ້ຂອນ ໄມ້ຫຍັງອິສັງ ມາຕັນຂົວເນາະ. ຫລັງຈາກຕັນຂົວ ແລ້ວນໍ້າບໍ່ໄຫລ ມັນຈຶ່ງຍຶ່ງຂຶ້ນ ແລ້ວມາເຂົ້າບ້ານເຂົາເຈົ້າ ບໍ່ໄດ້ມີຜູ້ເສັຽຊີວິດ ແລະ ໄດ້ຮັບບາດເຈັບ.”

ພາຍຫລັງນໍ້າບົກແຫ້ງລົງແລ້ວ ປະຊາຊົນກໍພາກັນອະນາມັຍ ບ້ານເຮືອນຂອງໃຜລາວ ບໍ່ໄດ້ໂຍກຍ້າຍ ໄປຢູ່ບ່ອນອື່ນ ແລະນອນຢູ່ເຮືອນ ທີ່ເປ່ເພ ນັ້ນໄປກ່ອນ. ໜັງສືພິມວຽງຈັນທາມສ ຂອງທາງການລາວ ສະບັບວັນທີ 15 ກໍຣະກະດາ 2020 ນີ້ ກໍຣາຍງານວ່າ ກະຊວງ ແຮງງານ ແລະ ສວັດດີການສັງຄົມ ໄດ້ໃຫ້ເງິນຊ່ວຍເຫລືອ ແກ່ຜູ້ປະສົບໄພນ້ຳຖ້ວມ ຄັ້ງນີ້ແລ້ວ 30 ລ້ານກີບ ແລະໄດ້ຊ່ອຍສິ່ງຂອງ ທີ່ຈຳເປັນ ເຊັ່ນເຄື່ອງນຸ່ມຫົ່ມ ເຄື່ອງໃຊ້ໃນເຮືອນຄົວ ແລະ ບ່ອນຢູ່ບ່ອນນອນ. ນອກຈາກນີ້ ຫ້ອງວ່າການແຂວງຫລວງນ້ຳທາ ກໍໄດ້ໃຫ້ການ ຊ່ອຍເຫລືອ ເປັນມູນຄ່າ 20 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.