ຊາວບ້ານກັງວົນ ຂຸດຄົ້ນຫິນແກ້ວ ການຊິສ ຢູ່ບໍຣິຄຳໄຊ
2022.04.19

ຊາວບ້ານ ຢູ່ບ້ານຄຳມ່ວນ, ເມືອງຄຳເກີດ ແຂວງບໍຣິຄຳໄຊ ກັງວົນເຖິງຜົລກະທົບ ຕໍ່ທົ່ງນາ ແລະ ສິ່ງແວດລ້ອມ ພາຍໃນເຂດບ້ານ ພາຍຫຼັງນັກລົງທຶນລາວ ຈາກບໍຣິສັດ ໂລໂກສ ໄດ້ຮັບອະນຸຍາດ ຈາກຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ຂຸດຄົ້ນ ຫິນແກ້ວການຊິສ ໃນເຂດບ້ານ ໄລຍະສັມປະທານ ປະມານ 15-20 ປີ ເພື່ອສົ່ງອອກໄປຈີນ ແລະ ສິງກະໂປຣ໌.
ກຸ່ມຊາວບ້ານ ມີຄວາມກັງວົນ ກ່ຽວກັບຜົລກະທົບ ຕໍ່ທົ່ງນາ ຂອງພວກເຂົາເຈົ້າ ເນື່ອງຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງມາຮິບໂຮມຂໍ້ມູນ ພ້ອມໄດ້ບອກ ກັບຊາວບ້ານວ່າ ບໍຣິສັດຂຸດຄົ້ນ ຫິນແກ້ວການຊິສ ອາຈເຮັດທາງຄອນກຣີດ ແບບຖາວອນ ເພື່ອຂົນອຸປະກອນ ເຂົ້າເນື້ອທີ່ ສັມປະທານຂຸດຄົ້ນ ຫິນແກ້ວການຊິສ, ໂດຍບໍຣິສັດ ຈະໃຊ້ເນື້ອທີ່ທົ່ງນາ ຂອງພວກເຂົາເຈົ້າ ເພື່ອສ້າງທາງຄອນກຣີດ ດັ່ງກ່າວ ເນື່ອງຈາກເປັນພື້ນທີ່ ທີ່ຢູ່ຕີນພູ ຢູ່ມໍ່ກັບບໍ່ຂຸດຄົ້ນ.
ຊາວບ້ານຈຳນວນນຶ່ງ ກັງວົນວ່າ ຖ້າຫາກບໍຣິສັດ ຕ້ອງການເນື້ອທີ່ທົ່ງນາ ຂອງພວກເຂົາເຈົ້າແທ້ ພວກເຂົາເຈົ້າ ຈະບໍ່ມີເນື້ອທີ່ ທຳມາຫາກິນພຽງພໍ ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງມາໂອ້ລົມ ກັບຊາວບ້ານ ຜູ້ຖືກຜົລກະທົບ ກ່ອນລົງມືຂຸດຄົ້ນ ຢ່າງຄັກແນ່ຕື່ມ, ຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານຄຳມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ນີ້ວ່າ:
“ຄັນເຮັດຖາວອນໄດ້ກໍດີ, ແຕ່ວ່າ ມັນຜ່ານທົ່ງນາ ມັນບໍ່ຢາກໄດ້ຫັ້ນແຫຼະ ຜ່ານທົ່ງນາ ເພາະວ່າ ຈຳນວນນາ ມັນໜ້ອຍ ມັນບໍ່ຫຼາຍ ເຮັດທາງຫັ້ນແລ້ວ ມັນກໍໝົດ ເພາະວ່າ ທຸຣະກິຈອັນອື່ນ ເຮົາບໍ່ໄດ້ເຮັດອີ່ຫຍັງ, ກະຢາກໃຫ້ມາຕົກລົງກັນລະອຽດ. ມາລົມກັນເຮັດແນວໃດໆ ສັມປະທານແນວໃດ ພົວພັນກັນລະຫວ່າງ ທາງເທິງ ກັບທາງລຸ່ມ ໃຫ້ມີຄວາມເອກພາບກັນ.”
ຊາວບ້ານ ຢູ່ບ້ານຄຳມ່ວນ ອີກຜູ້ນຶ່ງ ກ່າວວ່າ ນອກຈາກຈະສົ່ງຜົລກະທົບ ຕໍ່ດິນນາ ຂອງຊາວບ້ານແລ້ວ ບໍຣິສັດຂຸດຄົ້ນແຮ່ທາດ ໃນເຂດດັ່ງກ່າວ ຍັງຈະສົ່ງຜົລກະທົບ ດ້ານສິ່ງແວດລ້ອມນຳດ້ວຍ, ໂດຍສະເພາະ ດ້ານຝຸ່ນລະອອງ ທີ່ປົກຄຸມໄປທົ່ວ ອານາເຂດບ້ານ ແລະ ສຽງດັງລົບກວນ ຈາກເຄື່ອງຈັກ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງດ້ານຜົລກະທົບ ຈາກສິ່ງແວດລ້ອມນຳດ້ວຍ.
“ຄັນວ່າລົງມາບົດ ຢູ່ຂອບເຂດໃດ ຂອບເຂດນຶ່ງ ຢູ່ແຖວທົ່ງນາ ຢູ່ແຖວບ້ານ ມັນກໍກະທົບ ທັງສຽງດັງ, ທັງຝຸ່ນລະອອງຫັ້ນແຫຼະ. ເຮັດຢູ່ພຸ້ນແທ້ນີ້ ບໍ່ກະທົບຫຍັງ ເພາະວ່າ ມັນຂຶ້ນໄປຜາພຸ້ນ. ມັນຈະມີບ່ອນຫຼຸບໆລົງເນາະ ກໍມີຜາອ້ອມຢູ່ ບ່ອນມັນຢູ່ແທ້, ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນແຂວງ ກ່າວໃນມື້ດຽວກັນນີ້ວ່າ ການຂຸດຄົ້ນ ຫິນແກ້ວການຊິສ ຢູ່ເຂດບ້ານຄຳມ່ວນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງຕິດຕາມເຣື່ອງນີ້ຢູ່. ສ່ວນການຂຸດຄົ້ນ ຫິນແກ້ວ ແມ່ນອະນຸຍາດ ໃຫ້ຂຸດຄົ້ນແທ້, ແຕ່ຍັງບໍ່ທັນໄດ້ເຣີ່ມ ຂຸດຄົ້ນເທື່ອ ຍ້ອນຕ້ອງໄດ້ລໍຖ້າ ການດຳເນີນການ ກ່ຽວກັບດິນນາ ທີ່ຊາວບ້ານ ຈະເສັຽໄປ ໃຫ້ບໍຣິສັດກ່ອນ.
“ບ້ານເຂົາບໍ່ມີບັນຫາດອກ, ແຕ່ຊິເວົ້າກັນເຣື່ອງເສັ້ນທາງ ມັນຜ່ານທົ່ງນາເຂົາ ເຂົ້າໄປເດ້, ແຕ່ວ່າ ໄດ້ເຊັນສັນຍາໃຫ້ຂຸດຄົ້ນແລ້ວ, ແຕ່ວ່າ ການລົງມືໂຕຈິງແທ້ນ່າ, ຍັງ ຫັ້ນນ່າ.”
ຖ້າຫາກບົດວິພາກ ສິ່ງແວດລ້ອມ ຂອງບໍຣິສັດຂຸດຄົ້ນ ຫິນແກ້ວການຊິສ ແຫ່ງນີ້ ບໍ່ຜ່ານສິ່ງແວດລ້ອມທີ່ດີ ຈາກເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ກໍຈະບໍ່ສາມາດ ອະນຸຍາດໃຫ້ຂຸດຄົ້ນ ຫິນແກ້ວການຊິສ ໄດ້. ມັນຈຶ່ງໝາຍຄວາມວ່າ ທາງບໍຣິສັດແຫ່ງນີ້ ມີບົດວິພາກ ສິ່ງແວດລ້ອມ ທີ່ດີແລ້ວ ຈຶ່ງສາມາດ ໄດ້ຮັບອະນຸຍາດ ໃຫ້ຂຸດໄດ້.
ເຖິງຢ່າງໃດກໍຕາມ, ຕໍ່ຄວາມກັງວົນ ຂອງຊາວບ້ານນັ້ນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ ກ່າວວ່າ ຖ້າຫາກໃນຕໍ່ໜ້າ ຊາວບ້ານໄດ້ຮັບຜົລກະທົບ ດ້ານຝຸ່ນລະອອງ ແລະ ສຽງ ແທ້ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ຂັ້ນແຂວງ ກໍຈະລົງໄປແກ້ໄຂ ໃຫ້ໃຊ້ລະບົບອາຍນ້ຳ ດັກຈັບຝຸ່ນ ແລະ ໃຫ້ບໍຣິສັດ ຂຸດຄົ້ນໃນຍາມກາງເວັນ ເທົ່ານັ້ນ, ບໍ່ໃຫ້ຂຸດຄົ້ນ ຍາມກາງຄືນ ທີ່ຈະລົບກວນຊາວບ້ານ ໃນເວລາພັກຜ່ອນ.
“ຊິຂຸດຄົ້ນ ມັນຕ້ອງໄດ້ມີແຜນ ເພິ່ນໄດ້ຮັບຮອງ ມີຫຍັງໝົດ ຈັ່ງຂໍອະນຸຍາດຂຸດຄົ້ນ ແລະ ມັນກໍຢູ່ເຂດນອກຊຸມຊົນແນ່ ແລະ ພວກເຮົາກໍຕິດຕາມກວດກາ ປະຈຳດອກ. ຖ້າມີໂຄງການ ມີຫຍັງຜິດປົກກະຕິ ພວກເຮົາກໍຕ້ອງ ໄດ້ໃຫ້ປະຕິບັດ ຕາມແຜນຄຸ້ມຄອງ ສິ່ງແວດລ້ອມ. ຝຸ່ນລະອອງມັນ ຄັນວ່າ ໂຕໃດຊິມີຫຼາຍ ພວກເຮົາຕ້ອງໃຫ້ໃຊ້ ພວກລະບົບອາຍນ້ຳ ພົ່ນອາຍນ້ຳຈັບ. ດັງເກີນນີ້, ກາງເວັນແທ້ ມັນບໍ່ຄ່ອຍປານໃດ ຄັນເຂົາເຮັດກາງຄືນຫັ້ນ ມັນຈະດັງ, ພວກເຮົາກໍບໍ່ໃຫ້ເຮັດ.”
ໃນຂະນະດຽວກັນ, ທ່ານ ພັດສອນ ຈັນທິວົງ, ປະທານບໍຣິສັດ ໂລໂກສ ກໍກ່າວວ່າ ການສັມປະທານຂຸດຄົ້ນ ຫິນແກ້ວການຊິສ ແມ່ນໄດ້ປະຕິບັດ ຕາມຂັ້ນຕອນ ແລະ ກົດລະບຽບຕ່າງໆ ທີ່ທາງແຂວງວາງອອກ, ໂດຍຈະບໍ່ແຕະຕ້ອງ ຜົລປໂຍດ ຂອງປະຊາຊົນ ລວມທັງສິ່ງແວດລ້ອມ ອ້ອມຂ້າງ. ການຂຸດຄົ້ນ ຫິນແກ້ວ ບໍ່ສາມາດເວົ້າໄດ້ວ່າ ຈະຂຸດໄດ້ຈັກຕັ່ນຕໍ່ປີ ຍ້ອນອີງຕາມຄວາມຕ້ອງການ ຂອງລູກຄ້າ ຈາກປະເທດຈີນ ແລະ ສິງກະໂປຣ໌ ແລະ ໃນອະນາຄົດ ບໍຣິສັດ ໂລໂກສ ອາຈລົງທຶນ ສ້າງຕັ້ງໂຮງງານ ເພື່ອຜລິຕ ຜລິຕພັນ ທີ່ເຮັດຈາກຫິນແກ້ວການຊິສ ເພື່ອເປັນການເພີ່ມມູລຄ່າ ໃນສິນຄ້າໄດ້ ແລະ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ໃນເຂດທ້ອງຖິ່ນນຳດ້ວຍ.