ເຂື່ອນໄຟຟ້ານ້ຳຄານ ລະບາຍນ້ຳ ຊາວບ້ານກັງວົນກັບການຮັບມື
2024.08.08
ຊາວບ້ານ ທີ່ອາໄສຢູ່ຕາມແຄມ ນ້ໍາຄານ ໃນເມືອງຊຽງເງິນ ແລະ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ເປັນກັງວົນໃຈ ພາຍຫລັງ ທີ່ໂຄງການເຂື່ອນໄຟຟ້ານ້ໍາຄານ 2 ແລະ 3 ທີ່ຢູ່ໃນການຄຸ້ມຄອງຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫລື EDL-Gen ໄດ້ລະບາຍນ້ໍາ ອອກຈາກເຂື່ອນ ຜ່ານປະຕູນ້ໍາລົ້ນ ເພື່ອຄວມຄຸມ ລະດັບນ້ໍາໃນອ່າງ ແຕ່ຊາວບ້ານ ຈໍານວນນຶ່ງ ພັດຍັງບໍ່ຮັບຮູ້ ວ່າການແຈ້ງເຕືອນ ໃຫ້ປະຊາຊົນ ທີ່ອາໄສຢູ່ ເຂດກ້ອງເຂື່ອນໄດ້ກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດສຸກເສີນ. ດັ່ງ ຊາວບ້ານທ່ານນຶ່ງ ໃນເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ສິງຫາ ນີ້ວ່າ:
“ໂຕນີ້ເຂົາບໍ່ໄດ້ແຈ້ງເຮົາ ນ້ໍາຍື່ງຂຶ້ນມາ ແລ້ວເຮົາກະເລີ່ມ ກຽມເຄື່ອງ ຍ້າຍເຄື່ອງ ຈາກດອນມາສູ່ແຄມທາງ ໝົດແລ້ວ ເພາະວ່າປີກາຍນີ້ ເຂົາບໍ່ໄດ້ແຈ້ງເນາະ ເຂົາບໍ່ໄດ້ແຈ້ງແລ້ວ ເຄື່ອງເຮົາເສັຍຫາຍໝົດ. ແລ້ວ ປີນີ້ ເຮົາມີບົດຮຽນແລ້ວ ຮອດເດືອນນີ້ແລ້ວ ເຮົາກໍກະກຽມ ເອົາເຄື່ອງອອກໝົດເລີຍ. ສໍາຄັນແມ່ນ ທາງເຂື່ອນຫັ້ນ ຕ້ອງມີແຈ້ງໃຫ້ນາຍບ້ານ ແລ້ວນາຍບ້ານ ແຈ້ງໃຫ້ປະຊາຊົນທຸກຄົນ ທີ່ຢູ່ແຄມນ້ໍາຄານເນາະ.”
ຊາວບ້ານທ່ານນຶ່ງ ກ່າວອີກວ່າ ໄລຍະ ວັນທີ 5-7 ສິງຫາ ທີ່ຜ່ານມາ ລະດັບນ້ໍາຄານ ເພີ່ມສູງຂຶ້ນ ແບບຜິດປົກກະຕິ ຈາກການສັງເກດ ດ້ວຍສາຍຕາທ່ານເອງ ຈຶ່ງໄດ້ມ້ຽນເຄື່ອງ-ມ້ຽນຂອງ ຂຶ້ນໄວ້ບ່ອນສູງ ເພື່ອປ້ອງກັນຊັບສິນ ຈະໄດ້ຮັບຄວາມເສັຍຫາຍ ແລະ ຫລັງຈາກນັ້ນ ຈຶ່ງໄດ້ຮູ້ຂ່າວ ໂຄງການເຂື່ອນໄຟຟ້ານ້ໍາຄານ 2 ແລະ 3 ໄດ້ລະບາຍນ້ໍາ ອອກຈາກເຂື່ອນ ທ່ານກະຮູ້ສືກ ຕົກໃຈແຮງ ເພາະບໍ່ເຫັນ ມີພາກສ່ວນໃດ ມາແຈ້ງເຕືອນ ໃຫ້ປະຊາຊົນ ຮູ້ລ່ວງໜ້າເລີຍ.
ທ່ານກ່າວອີກວ່າ ເມື່ອ 2 ປີ ທີ່ຜ່ານມານັ້ນ ຄືປີ 2022 ຮ້ານອາຫານ ເຮືອແພ ຂອງທ່ານ ກະໄດ້ຮັບຄວາມເສັຍຫາຍ ຢ່າງໜັກ ຈາກການລະບາຍນ້ໍາ ອອກຈາກເຂື່ອນໄຟຟ້ານ້ໍາຄານ 2 ແລະ 3 ເນື່ອງຈາກ ບໍ່ໄດ້ຮັບການແຈ້ງເຕືອນ ໃຫ້ຊາວບ້ານໄດ້ຮັບຮູ້ລ່ວງໜ້າ ຈົນເຮັດໃຫ້ ຮ້ານອາຫານເຮືອນແພ ເປ່ເພ ໄດ້ຮັບຄວາມເສັຍຫາຍ ຄິດເປັນມູນຄ່າ ກາຍ 100 ລ້ານກີບ ແລະ ບໍ່ມີພາກສ່ວນໃດ ເຂົ້າມາຮັບຜິດຊອບ ແລະ ໃຫ້ການຊ່ວຍເຫລືອ ຈາກຜົນກະທົບ ທີ່ເກີດຂຶ້ນ.
ຊາວບ້ານອີກທ່ານນຶ່ງ ໃນເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວວ່າ ບໍ່ໄດ້ຮັບການແຈ້ງເຕືອນ ລ່ວງໜ້າ ຢ່າງເປັນທາງການ ມີແຕ່ພນັກງານ ປະຈໍາໂຄງການ ບອກຕໍ່ໆກັນ ມາວ່າ ຈະລະບາຍນ້ໍາ ອອກຈາກເຂື່ອນ ເທົ່ານັ້ນ ບໍ່ມີລາຍລະອຽດ ວ່າ ຈະລະບາຍນ້ໍາ ປະລິມານ ຫລາຍ-ໜ້ອຍ ເທົ່າໃດ ແລະ ຈະລະບາຍນ້ໍາຈັກມື້.
ພາຍຫລັງຮູ້ຂ່າວແລ້ວ ຊາວບ້ານຈໍານວນນຶ່ງ ຈຶ່ງໄດ້ພາກັນ ໄປມ້ຽນເຄື່ອງ-ມ້ຽນຂອງ ແລະ ຍັບຍ້າຍເຮືອ ຂຶ້ນມາໄວ້ບ່ອນສູງ ແລະ ປອດພັຍ ແຕ່ກະຍັງຕ້ອງ ໄດ້ເຝົ້າລະວັງ ຢ່າງໃກ້ຊິດ ຕະຫລອດ 24 ຊົ່ວໂມງ ເພາະບໍ່ຮູ້ວ່າ ລະດັບນ້ໍາ ຢູ່ກ້ອງເຂື່ອນ ຈະເພີ່ມຂຶ້ນສູງຫລາຍປານໃດ ແຕ່ປັດຈຸບັນ ຍັງບໍ່ທັນມີຜົນກະທົບ ເກີດຂຶ້ນ ກັບຊາວບ້ານເທື່ອ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນກະມ້ຽນ ເຮືອໃຜ ເຮືອມັນແຫລະ ໄລຍະນີ້ນ້ໍາກໍາລັງຂຶ້ນເດ້, ເບິ່ງເຮືອເບິ່ງແພ ຫັ້ນແຫລະ. ແຕ່ບໍ່ຮູ້ວ່າ ມັນຂຶ້ນຫລາຍ ຂຶ້ນໜ້ອຍສ່ໍາໃດ. ມີແຕ່ເພິ່ນ ເພິ່ນຊິປ່ອຍເຂື່ອນ ພວກຂະເຈົ້າທີ່ຂາຍເຄື່ອງ ຢູ່ທາງທ່ານ້ໍາ ກະເຝົ້າລະວັງກັນ ມ້ຽນເຄື່ອງມ້ຽນຂອງ.”
ຜູ້ປະກອບການ ຮ້ານອາຫານແຄມນ້ໍາຄານ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ ບໍ່ໄດ້ຮັບການແຈ້ງເຕືອນລ່ວງໜ້າ ເຊັ່ນດຽວກັນວ່າ ໂຄງການເຂື່ອນໄຟຟ້ານ້ໍາຄານ ຈະລະບາຍນ້ໍາ ອອກຈາກເຂື່ອນ ແຕ່ໃດ້ສັງເກດເຫັນວ່າ ລະດັບນ້ໍາຄານ ໄດ້ເພີ່ມສູງຂຶ້ນ ແບບຜິດປົກກະຕິ ຈຶ່ງໄດ້ມ້ຽນເຄື່ອງ-ມ້ຽນຂອງ ແລະຊັບສິນອື່ນໆ ຂຶ້ນໄວ້ບ່ອນສູງ ເພື່ອປ້ອງກັນຊັບສິນ ຈະໄດ້ຮັບຄວາມເສັຍຫາຍ.
ທ່ານຍັງສະເໜີ ໃຫ້ບໍລິສັດຜູ້ຄຸ້ມຄອງ ໂຄງການເຂື່ອນໄຟຟ້ານ້ໍາຄານ 2 ແລະ 3 ເມື່ອມີການລະບາຍນ້ໍາ ອອກຈາກເຂື່ອນ ບໍ່ວ່າຈະມີປະລິມານ ຫລາຍ-ໜ້ອຍ ເທົ່າໃດກໍຕາມ ຄວນຈະແຈ້ງເຕືອນ ລ່ວງໜ້າ ຢ່າງໜ້ອຍ 3-5 ວັນ ເພື່ອໃຫ້ປະຊາຊົນລາວ ທີ່ຢູ່ກ້ອງເຂື່ອນດັ່ງກ່າວ ໄດ້ກຽມຄວາມພ້ອມ ແລະ ເຝົ້າລະວັງ ເຫດສຸກເສີນ ທີ່ອາດເກີດຂຶ້ນ. ດັ່ງ ຜູ້ປະກອບການ ທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າຊິປ່ອຍມາ ຂະເຈົ້າກະບໍ່ໄດ້ແຈ້ງຫັ້ນນ່າ ມີແຕ່ວ່າ ເຮົາກະຕ້ອງໄດ້ກະກຽມເອງຫັ້ນນ່າ ມັນມາປະລິມານຫລາຍ ທີ່ວ່າຜິດປົກກະຕິຫັ້ນ ຂະເຈົ້າກະບໍ່ໄດ້ແຈ້ງຄືເກົ່າ ກະຖືວ່າ ບໍ່ໄດ້ຮັບຜິດຊອບ ແມ່ນຫຍັງຫັ້ນແຫລະ ຂະເຈົ້າຢາກປ່ອຍ ຂະເຈົ້າກະປ່ອຍຫັ້ນແຫລະ ຄັນຢາກໃຫ້ແນະນໍານີ້ກະ ມີແຕ່ວ່າ ແຈ້ງແລ້ວ ກະໃຫ້ບ້ານນັ້ນ ລົງເລິກຕື່ມເນາະ.”
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ກ່າວວ່າ ກ່ອນຈະມີ ການລະບາຍນ້ໍາ ອອກຈາກເຂື່ອນ ທາງບໍລິສັດ ຜູ້ຄຸ້ມຄອງ ໂຄງການດັ່ງກ່າວ ກະໄດ້ເຮັດໜັງສື ຂໍອະນຸມັດ ໄປເຖິງກະຊວງພະລັງງານ ແລະ ບໍ່ແຮ່ ແລ້ວ ເມື່ອວັນທີ 5 ສິງຫາ 2024 ທີ່ຜ່ານມາ ແລະ ໃນມື້ດຽວກັນນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ກະໄດ້ອະນຸຍາດ ໃຫ້ລະບາຍນ້ໍາໄດ້.
ຫລັງຈາກນັ້ນ ກະຊວງພລັງງານ ແລະ ບໍ່ແຮ່ ກະໄດ້ເຮັດໜັງສື ໄປເຖິງທາງການ ແຂວງຫລວງພຣະບາງ ເພື່ອໃຫ້ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ແຈ້ງເຕືອນປະຊາຊົນ ຜູ້ຢູ່ກ້ອງເຂື່ອນ ແລະ ຜູ້ອາໄສຢູ່ ຕາມແຄມນ້ໍາຄານ ໄດ້ເຝົ້າລະວັງ ແລະ ກະກຽມ ຄວາມພ້ອມຮັບມື ເພື່ອຮັບປະກັນ ຄວາມປອດພັຍ ສູງສຸດ.
ເຖິງແນວໃດກະຕາມ ເມື່ອປະຊາຊົນລາວ ຢູ່ກ້ອງເຂື່ອນ ບໍ່ໄດ້ຮັບການແຈ້ງເຕືອນ ລ່ວງໜ້າ ຈົນສ້າງຄວາມກັງວົນໃຈ ໃຫ້ນັ້ນ ບໍລິສັດ ຜູ້ຄຸ້ມຄອງ ໂຄງການເຂື່ອນໄຟຟ້າ ນ້ໍາຄານ 2 ແລະ 3 ຈະໄດ້ມີການປະຊຸມ ຫາລືກັນຕື່ມ ກັບພາກສ່ວນ ທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອປັບປຸງ ການເຮັດວຽກຄືນໃໝ່. ດັ່ງ ເຈົ້າໜ້າທີ່ນາງນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ທາງເບື້ອງເຮົານີ້ ແມ່ນຮັບຜິດຊອບ ແຈ້ງ ເລື້ອງທາງຂ່າວສານ ຕົວນີ້ເນາະ (ສື່ທາງການ)ທາງເມືອງ ທາງແຂວງອີ່ຫຍັງຕ່າງໆ ຂະເຈົ້າຕ້ອງລົງແຈ້ງ. ມີແຕ່ວ່າ ເຮົາຊິໄດ້ ອັນ ມີການປະຊຸມ ແລ້ວເຮົາຊິໄດ້ລົມ ນໍາທາງພາກສ່ວນກ່ຽວຂ້ອງ ຕົວນີ້ຕື່ມ ວ່າ ໃຫ້ເພິ່ນເອົາໃຈໃສ່ ໃນການແຈ້ງຕື່ມ.”
ສໍາລັບ ວິທີການປະຕິບັດ, ການບໍຣິຫານ-ຈັດການນ້ໍາ ຂອງໂຄງການເຂື່ອນໄຟຟ້າ ນ້ໍາຄານ 2 ແລະ 3 ໃນໄລຍະ ທີ່ຈະມີການລະບາຍນ້ໍາ ອອກຈາກເຂື່ອນ ໃນເທື່ອນີ້ ມີລາຍລະອຽດດັ່ງນີ້:
1. ໂຄງການເຂື່ອນໄຟຟ້ານ້ໍາຄານ 2 ມີກໍາລັງການຕິດຕັ້ງ ຂນາດ 130 ເມກະວັດ ເບື້ອງຕົ້ນ ໂຄງການ ຈະຂໍເປີດ ປະຕູລະບາຍນ້ໍາລົ້ນ ຈໍານວນ 2 ປ່ອງ, ປ່ອງລະ 5 ເຊັນ (Cm) ປະລິມານນ້ໍາ ຜ່ານປະຕູ ລະບາຍນ້ໍາລົ້ນ ເທົ່າກັບ 44.34 ແມັດກ້ອນຕໍ່ວິນາທີ (m3/s) ຈໍານວນ 8 ວັນ (ຊຶ່ງ ບໍ່ເປີດເຜີຍ ວັນລະບາຍນ້ໍາ) ເພື່ອຄອບຄຸມ ລະດັບນໍ້າ ບໍ່ໃຫ້ເກີນ ລະດັບນ້ໍາ ເຕັມອ່າງ.
2. ໂຄງການເຂື່ອນໄຟຟ້ານ້ໍາຄານ 3 ມີກໍາລັງການຕິດຕັ້ງ ຂນາດ 60 ເມກາວັດ ເບື້ອງຕົ້ນ ໂຄງການຈະຂໍເປີດ ປະຕູລະບາຍນ້ໍາລົ້ນ ຈໍານວນ 3 ປ່ອງ, ປ່ອງລະ 15 ເຊັນ (Cm) ປະລິມານນ້ໍາ ຜ່ານປະຕູ ລະບາຍນ້ໍາລົ້ນ ເທົ່າກັບ 72.66 ແມັດກ້ອນຕໍ່ວິນາທີ (m3/s) ຈໍານວນ 9 ວັນ (ບໍ່ເປີດເຜີຍ ວັນລະບາຍນ້ໍາ) ເພື່ອຄວມຄຸມ ລະດັບນ້ໍາ ບໍ່ໃຫ້ເກີນ ລະດັບນ້ໍາ ເຕັມອ່າງ.