ການຊ່ອຍເຫຼືອຊາວເມືອງແບງ ຍັງ ບໍ່ເກີດ


2013.12.05
F-pakbeng ຊາວບ້ານ ໃນແຂວງ ອຸດົມໄຊ
Oudomxay.info

 

ຊາວບ້ານເພັຽຫົວນໍ້າ ເຂດເມືອງແບງ ແຂວງອຸດົມໄຊ ຈໍານວນ 100 ກວ່າ ຫລັງຄາເຮືອນທີ່ຖືກນໍ້າຖ້ວມໃນຍາມລະດູຝົນ ໃນລະຍະນີ້ຍັງບໍ່ ແນ່ໃຈວ່າຈະໄດ້ຮັບການຊ່ວຍເຫລືອຈາກຣັຖບານດ້ານໃດແດ່ຫຼັງຈາກ
ຖືກສັ່ງໃຫ້ຍ້າຍໄປຢູ່ເຂດໃໝ່ ທີ່ບໍ່ມີຄວາມສ່ຽງຕໍ່ພັຍນໍ້າຖ້ວມແລະດິນ ເຈື່ອນ ແຕ່ວ່າອັນທີ່ແນ່ນອນທີ່ສຸດ ໃນປັດຈຸບັນນີ້ ຊາວບ້ານວ່າທາງ ການບໍ່ມີຫຍັງ ຈະຊົດເຊີຽໃຫ້ໃນການຍ້າຍບ້ານນີ້:

"ເຮັດເຮືອນເຮັດຊານກໍໄດ້ຊໍ່ານີ້ແຫລະ ເຮົາຈະໄປມ້າງ ຄັນເຮືອນໄມ້ ແທ້ກໍພໍມ້າງ ມ້າງໄດ້ຢູ່. ອັນນີ້ແມ່ນເຮືອນກໍ່ເປັນ ບລ໊ອກ ຄັນມ້າງກໍ ຕ້ອງສູນເສັຽ ກໍເສັຽຫາຍ. ກໍຕ້ອງຖາມວ່າ ແມ່ນພັກ ແມ່ນຣັຖຂັ້ນເທິງ ສີ່ຊ່ວຍບໍ.ໂອ້ຄັນວ່າບໍ່ມີແລ້ວບໍ່ມີທຶນແລ້ວ ຈັ່ງໃດກໍຕ້ອງກຸ້ມຕົນເອງ".

ທ່ານວ່າ ສິ່ງທີ່ຊາວບ້ານຕ້ອງການຄວາມຊ່ວຍເຫລືອນັ້ນ ມີ 1. ຫາກ ຍ້າຍໄປກໍຢາກຍ້າຍ ພ້ອມກັນທັງໝົດ 130 ຫລັງຄາເຮືອນ. 2.ຕ້ອງ ການໃຫ້ຣັຖບານຊ່ວຍເຫລືອ ເງິນຄ່າປຸກເຮືອນ ເພາະວ່າ ມ້າງໄປນໍາບໍ່ໄດ້ ມັນເປັນເຮືອນກໍ່ດິນບລ໊ອກ ແລະຕ້ອງການເງິນຊ່ວຍເຫລືອ ເພື່ອ ທໍາພິທີຮີດຄອງປະເພນີ.

ຊາວບ້ານວ່າໄດ້ສະເໜີ ໃຫ້ທາງການເມືອງຮູ້ແລ້ວ ແຕ່ເພິ່ນກໍບໍ່ມີຫຍັງ ຕອບສນອງໃຫ້ ພ້ອມທັງສັ່ງໃຫ້ຍ້າຍ ໃຫ້ສໍາເຣັດກ່ອນ ທ້າຍປີ 2013 ນີ້. ບ້ານຫົວເພັຽນໍ້າ ເປັນນຶ່ງໃນຫລາຍບ້ານທີ່ໄດ້ຮັບຜົນກະທົບຈາກເຫດ ນໍ້າຖ້ວມ ເມື່ອເດືອນສິງຫາຜ່ານມາ ໂດຍມີຜູ້ເສັຽຊີວິດ ຈາກເຫດດິນ ເຈື່ອນ 15 ຄົນ ຍ້ອນບ້ານຕັ້ງຢູ່ຕີນພູ ແລະຢູ່ໃນພື້ນທີ່ຕໍ່າ ມີຄວາມສ່ຽງສູງຈາກຖືກນໍ້າຖ້ວມ. ບ້ານນີ້ ປະກອບດ້ວຍສອງຊົນເຜົ່າ ຄືເຜົ່າລາວ ຂະມຸ ແລະເຜົ້າມົ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.