ເຈົ້າໜ້າທີ່ ສາທາ ເຕືອນ, ດື່ມເຫຼົ້າແກ້ໜາວ ສ່ຽງ ເຖິງຂັ້ນເສຍຊີວິດ

ພອນ ພູມ​ມີ​ທອນ
2025.01.17
ເຈົ້າໜ້າທີ່ ສາທາ ເຕືອນ, ດື່ມເຫຼົ້າແກ້ໜາວ ສ່ຽງ ເຖິງຂັ້ນເສຍຊີວິດ ຊາວລາວບັນດາເຜົ່າ ໃນນະຄອນຫຼວງພຣະບາງ ຕ້ອງນຸ່ງຫົ່ມ ດ້ວຍເສື້ອທີ່ໜາ ແລະ ຊ້ອນກັນຫຼາຍໂຕ ໃນໄລຍະຍາມໜາວຈັດ. (TS) ເດືອນມັງກອນ 2025
RFA

ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນຊາວບ້ານ ທີ່ມັກດື່ມ ເຄື່ອງດື່ມທາດເຫຼົ້າ ຫຼື ແອລກໍຮໍ ໃນໄລຍະ ອາກາດໜາວນີ້ ເພາະເຂົ້າໃຈວ່າ ຈະເຮັດໃຫ້ ຮ່າງກາຍອົບອຸ່ນນັ້ນ, ແມ່ນເປັນການ ເຂົ້າໃຈຜິດ ຍ້ອນ ການດື່ມ ເຄື່ອງດື່ມທາດເຫຼົ້າ ບໍ່ໄດ້ເຮັດໃຫ້ຫາຍໜາວ, ແຕ່ຍັງສົ່ງຜົນເສຍ ຕໍ່ສຸຂະພາບ ເນື່ອງຈາກ ຈະເຮັດໃຫ້ ເສັ້ນເລືອດຝອຍ ຂະຫຍາຍໂຕ ເພື່ອລະບາຍຄວາມຮ້ອນ ໃນຮ່າງກາຍ. ຈາກນັ້ນ, ອຸນຫະພູມຮ່າງກາຍ ຈະຫຼຸດຕໍ່າລົງ ກວ່າປົກກະຕິ ແລະ ຄັນຖ້າດື່ມ ໃນປະລິມານ ຫຼາຍເກີນໄປ ຈົນນອນຫຼັບ ໃນສະພາບອາກາດ ທີ່ໜາວແຮງ ກໍຈະອາດເຮັດໃຫ້ ເກີດພາວະຊ໊ອກ ແລະ ເຖິງຂັ້ນສ່ຽງ ເສຍຊີວິດໄດ້.

ເນື່ອງຈາກທີ່ຜ່ານມາ, ກໍມີກໍລະນີ ເສຍຊີວິດ ດ້ວຍສາເຫດນີ້. ດັ່ງເຈົ້າໜ້າທີ່ ສາທາລະນະສຸກ ໃນແຂວງຫົວພັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມັງກອນ ນີ້ວ່າ:

“ໜາວ, ຕໍ່າສຸດ ກະ 1 ອົງສາ ກໍມີ. ມີບາງມື້, ຕອນເຊົ້າ ກາງຄືນ ຄັນຖ້າວ່າ ເຮົາກິນເຫຼົ້າ ແລ້ວມັນເມົາຫຼາຍ ນອນກາງຄືນ ຊ່ວງເດິກໆ ຄັນຖ້າເຮົາ ບໍ່ໄດ້ຫົ່ມຜ້າ ບໍ່ໄດ້ອົບອຸ່ນຮ່າງກາຍ ມັນກໍຊ໊ອກ ມັນກໍໄປເລີຍ ກໍມີ, ເຄີຍເຈິຢູ່ ເພາະວ່າ ຮ່າງກາຍເຮົາ ເຮົາກິນເຫຼົ້ານີ້ ຄວາມດັນເຮົາ ມັນໄຫຼວຽນໄດ້ດີ, ແຕ່ເວລາ ມັນໄປຈັບໜາວຫຼາຍເນາະ ມັນກໍຫາຍໃຈບໍ່ທັນ.”

ຂະນະທີ່ ເຈົ້າໜ້າທີ່ ສາທາລະນະສຸກ ໃນແຂວງອຸດົມໄຊ ທ່ານໜຶ່ງ ກໍໄດ້ກ່າວເຖິງເລື່ອງນີ້ ເຊັ່ນດຽວກັນວ່າ ສໍາລັບຢູ່ແຂວງອຸດົມໄຊ ກໍເປັນອີກແຂວງ ທີ່ກໍາລັງອາກາດໜາວແຮງ ອຸນຫະພູມຕໍ່າສຸດ ປະມານ 4 ອົງສາ ແລະ ກໍມີຊາວບ້ານ ຈໍານວນໜຶ່ງ ທີ່ມັກດື່ມເຫຼົ້າ ແກ້ໜາວ, ແຕ່ການດື່ມເຫຼົ້າ ໃນໄລຍະ ອາກາດໜາວນີ້, ກໍຕ້ອງລະມັດລະວັງ ບໍ່ຄວນດື່ມ ຫຼາຍເກີນໄປ ເພາະອາດຊ໊ອກ ແລ້ວເສຍຊີວິດໄດ້, ຊຶ່ງກໍມີກໍລະນີ ເກີດຂຶ້ນຫຼາຍຢູ່ ທີ່ດື່ມເຄື່ອງດື່ມທາດເຫຼົ້າ ແລ້ວນອນຫຼັບ ທ່າມກາງອາກາດໜາວ ແລະ ເສຍຊີວິດ.

“ຄວນເຕືອນກັນແລ້ວ ເລື່ອງກິນເຫຼົ້ານີ້, ມັນບໍ່ດີ ຕໍ່ຮ່າງກາຍ ຫັ້ນແຫຼະ. ຄັນກິນໜ້ອຍ ພໍເປັນຢາ ບໍ່, ບໍ່ມີບັນຫານ່າ. ຄັນເຮົາກິນຫຼາຍ ກາຍຂອບເຂດ ກະບໍ່ດີແຫຼະ, ໜາວນີ້ ແຮງອັນຕະລາຍແຫຼະ ຜູ້ເສຍ ກໍເສຍເດ້. ຄືວ່າແຫຼະ ອ້າຍມານີ້ ມາເຮືອນໝູ່ ກໍຍ້ອນກິນເຫຼົ້າຫຼາຍແຫຼະ ຫົວໃຈຫຼົ້ມເຫຼວ ນອນຫຼັບມັກໜາວໆເນາະ. ຫຼາຍຄົນ ຢູ່ອຸດົມໄຊ ກໍເຫັນກັນ ຫຼາຍກໍລະນີ ຕາຍໄປ ກິນເຫຼົ້າຫຼາຍ ມັນໜາວຫຼາຍເດ້.”

ດ້ານເຈົ້າໜ້າທີ່ຂັ້ນບ້ານ ໃນແຂວງອຸດົມໄຊ ທ່ານໜຶ່ງ ໄດ້ກ່າວວ່າ ກໍລະນີຊາວບ້ານ ທີ່ດື່ມທາດເຫຼົ້າ ແກ້ໜາວ ແລ້ວຊ໊ອກ ເສຍຊີວິດ ກໍເຄີຍເກີດຂຶ້ນ ຫຼາຍກໍລະນີຢູ່, ຊຶ່ງສາເຫດຫຼັກ ຍ້ອນຊາວບ້ານ ຫຼາຍຄົນ ບໍ່ມີຄວາມຮູ້ ທາງດ້ານສຸຂະສຶກສາ ແລະ ເຖິງແມ່ນທາງບ້ານ ຈະແຈ້ງເຕືອນກໍຕາມ, ແຕ່ກໍຫ້າມ ບໍ່ໄດ້ທັງໝົດ.

“ໜາວຢູ່, ຢູ່ອຸດົມໄຊ ກໍໜາວໄດ້ 3 ມື້ນີ້ ໜາວແຮງໄດ໋. ອຸບັດຕິເຫດ ໂຕນີ້ ມັນກໍມີຫຼາຍຄົນເນາະ  ພາກສ່ວນໜຶ່ງ ກໍກິນເຫຼົ້າ, ກິນເບຍ ກໍໄປນອນ ແລ້ວກໍຕາຍເລີຍ. ຢູ່ອຸດົມໄຊນີ້ ຫຼາຍຄົນຢູ່ ເຂົາກໍຊິຈະບໍ່ຮູ້ຕິ. ລວມບ້ານ, ນາຍບ້ານ ກໍເຕືອນຢູ່ແລ້ວ.”

ຂະນະດຽວກັນ, ຊາວບ້ານ ຢູ່ແຂວງຫົວພັນ ກ່າວວ່າ ສໍາລັບຢູ່ແຂວງຫົວພັນ ກໍມີຊາວບ້ານ ຫຼາຍຄົນ ທີ່ມັກດື່ມເຫຼົ້າ ແກ້ໜາວ ຈົນບາງຄົນ ດື່ມຫຼາຍເກີນໄປຫຼາຍ ຈົນເກີດພາວະຊ໊ອກ ແລ້ວເສຍຊີວິດ ກໍມີ. ນອກຈາກບັນຫານີ້ແລ້ວ, ກໍມີພະຍາດອື່ນໆ ທີ່ຕ້ອງລະມັດລະວັງ ໃນໄລຍະໜາວ ນີ້ອີກ ນໍາດ້ວຍ ເປັນຕົ້ນ ໄຂ້ຫວັດ, ໄອ ແລະ ອື່ນໆ.

“ບາງຄົນ ກໍກິນໜ້ອຍ ພໍເປັນຢາ, ບາງຄົນ ກໍກິນຫຼາຍ ກໍຊ໊ອກ ກະຕາຍເລີຍ. ເອີ, ບາງເທື່ອ ກໍມີຫຼາຍແນວເນາະ ຖອກທ້ອງ ກໍມີເດ້ ຍາມໜາວເດ້, ໄຂ້, ຊ໊ອກ ທຸກຢ່າງມັນກໍເກີດຂຶ້ນ ຕາມແຕ່ລະດູ ຫັ້ນແຫຼະ. ເຮົາບໍ່ຮັກສາ ສຸຂະພາບ ກໍເປັນບັນຫາ.”

ເຖິງຢ່າງໃດກໍຕາມ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ສະພາບອາກາດ ໃນວັນທີ 13 ມັງກອນ 2025 ວ່າ ວັນທີ 13 ມັງກອນ ຫາ 15 ມັງກອນ 2025 ອາກາດໜາວ ຍັງຈະສືບຕໍ່ ປົກຄຸມທຸກພາກ ຂອງປະເທດລາວ ໂດຍສະເພາະ ພາກເໜືອ ຈະມີອາກາດ ໜາວເຢັນຫຼາຍ ຢູ່ເຂດພູສູງ, ພູດອຍ ເປັນຕົ້ນ ແຂວງໄຊສົມບູນ, ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຊຽງຂວາງ ອຸນຫະພູມ ຈະຢູ່ທີ່ 1-13 ອົງສາ. ລວມທັງພາກກາງ ແລະ ພາກໃຕ້ ກໍຍັງໜາວເຢັນ ແລະ ເຂດພູພຽງ ຈະມີໝອກໜາ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງ ຢູ່ເກືອບທົ່ວໄປ. ປະຊາຊົນ ຄວນນຸ່ງຫົ່ມ ໃຫ້ຮ່າງກາຍອົບອຸ່ນ ຢູ່ຕະຫຼອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.