ແມ່ຍິງຊົນເຜົ່າຍັງບໍ່ຢາກ ພົບໝໍ

ມະນີຈັນ
2016-10-26
ອີແມວລ໌
ຄໍາເຫັນ
Share
ພິມ
ຜູ້ຍິງຊົນເຜົ່າ ທີ່ໄດ້ຮັບການກວດສຸຂພາບ ທີ່ສຸຂສາລາປະຈຳທ້ອງຖິ່ນ
ຜູ້ຍິງຊົນເຜົ່າ ທີ່ໄດ້ຮັບການກວດສຸຂພາບ ທີ່ສຸຂສາລາປະຈຳທ້ອງຖິ່ນ
Screen captured from Phongsaly Hospital you tube Video

ແມ່ຍິງລາວ ຊົນເຜົ່າ ແລະ ແມ່ຍິງ ທີ່ຢູ່ໃນເຂດ ຫ່າງໄກ ຢູ່ແຂວງຫົວພັນ ສ່ວນຫຼາຍ ຍັງອາຍ ທີ່ຈະໄປກວດ ຫຼື ປິ່ນປົວ ນໍາທ່ານໝໍ ໂດຍສະເພາະ ພຍາດເຊື້ອຣາ ຍ້ອນວ່າ ພວກເຂົາເຈົ້າ ຍັງມີ ຄວາມເຊື່ອ ໃນການ ຮັກສາ ແບບດັ່ງເດີມຢູ່ ເຖິງວ່າ ປັດຈຸບັນ ທາງເມືອງ ໄດ້ຕັ້ງ ສຸຂສາລາ ບໍຣິການ ໃຫ້ແກ່ ປະຊາຊົນ ໃນ ທຸກເຂດແລ້ວ. ແຕ່ສໍາລັບ ພຍາດອື່ນໆ ກໍມີແມ່ຍິງ ຊົນເຜົ່າ ຈໍານວນນຶ່ງ ໄປປິ່ນປົວຢູ່ ແຕ່ບໍ່ຫຼາຍ. ຖ້າວ່າເປັນ ພຍາດແມ່ຍິງ ກໍຈະບໍ່ໄປ ຫາໝໍເລີຍ, ດັ່ງ ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ແຂວງຫົວພັນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ.

"ອັນນີ້ ກໍແນວວ່າ ນັ້ນແຫຼະ ຢູ່ຊົນນະບົດ ນັ້ນນະ ເຂົານັ້ນອາຍ ແບບຜູ້ຍິງ ເຈັບເປັນດ້າມໜ້ອຍ ສ່ວນຫຼາຍ ພຍາດ ອື່ນນັ້ນ ເຂົາກໍມາຢູ່ ມາຮັບຮັກສາ ແຕ່ກ່ຽວກັບ ພຍາດຍິງ ແທ້ນັ້ນ ເຂົາລະບໍ່ນັ້ນ ເພາະເຂົາ ນັ້ນອາຍເນາະ ເຂົາບໍ່ໄປ ໃຫ້ໝໍເບິ່ງແລ້ວ ສຸຂສາລາ ກໍເກືອບມີ ໝົດແລ້ວ ຢູ່ບ້ານນອກ ມັນເປັນກຸ່ມ ບ້ານເນາະ ບ່ອນຫ່າງໄກ ສອກຫລີກ ເຂົາກໍລົງໄປ ຕັ້ງສຸຂສາລາ ຢູ່ ແລ້ວກໍມີ ພະນັກງານ ລົງໄປປະຈໍາ".

ທ່ານກ່າວ ຕື່ມວ່າ ແມ່ຍິງ ສ່ວນຫຼາຍ ຍັງຕິດຢູ່ນໍາ ຄວາມເຊື່ອ ຂອງຊົນເຜົ່າ ຕົນເອງຢູ່ ແລະ ບາງເທື່ອ ກໍເປັນຍ້ອນ ການເດີນທາງ ໄປປິ່ນປົວ ບໍ່ສະດວກ ເຮັດໃຫ້ ພວກເຂົາເຈົ້າ ບໍ່ໄປປິ່ນປົວ. ກ່ຽວກັບ ເຣື່ອງນີ້ຫ້ອງການ ແມ່ແລະເດັກ ແຂວງຫົວພັນ ອະທິບາຍ ວ່າ ແມ່ຍິງ ສ່ວນຫຼາຍ ຈະເປັນ ພຍາດເຊື້ອຣາ ຫຼື ອະວັຍວະເພດ ເພາະ ການອະນາມັຍ ຂອງ ພວກເຂົາເຈົ້າ ບໍ່ດີພໍ. ເມື່ອທຽບໃສ່ ກັບ ແມ່ຍິງລາວ ທົ່ວໄປ ຈະເຫັນວ່າ ແມ່ຍິງຊົນເຜົ່າ ຍັງເຂົ້າມາ ປິ່ນປົວ ໜ້ອຍຢູ່:

"ສ່ວນຫຼາຍ ແທ້ກໍມີ ແຕ່ເປັນເຊື້ອຣາ ຫຍັງນະ ເພາະວ່າ ເຣື່ອງການ ອະນາມັຍ ເຂົາເຈົ້າ ບໍ່ໄດ້ນະ ຫັ້ນນະ ລາວເຮົາແທ້ໆ ຈະເຂົ້າເຖິງ ສະຖານທີ່ ບໍຣິການເນາະ ແຕ່ວ່າ ດ້ານຊົນເຜົ່າ ເຂົາເຈົ້າ ຍັງອາຍນະ ເຂົາເຈົ້າ ຈະບໍ່ເຂົ້າມາ".

ທ່ານກ່າວວ່າ ທາງຂແນງ ແມ່ແລະເດັກ ພຍາຍາມ ລົງໄປຊຸກຍູ້ ອົບຮົມເຣື່ອງ ການອະນາມັຍ ໃຫ້ແກ່ ພວກເຂົາເຈົ້າ ແຕ່ ບໍ່ໄດ້ໄປ ປິ່ນປົວ ແບບເຄື່ອນທີ່ ເຮັດໃຫ້ ບໍ່ສາມາດ ແກ້ໄຂ ບັນຫາ ພຍາດຍິງ ຢູ່ເຂດຫ່າງໄກ ແລະ ເຂດຊົນເຜົ່າ ໄດ້. ຢູ່ປະເທດລາວ ມີຫຼາຍສິບ ຊົນເຜົ່າ ແລະ ສ່ວນຫຼາຍ ຍັງຖື ປະເພນີ ດັ່ງເດີມ ແລະ ມີຄວາມເຊື່ອ ໃນການ ປິ່ນປົວ ແບບດັ່ງເດີມ ຢູ່ ເຖິງທາງການ ຈະພຍາຍາມ ສົ່ງເສີມ ການປິ່ນປົວ ແບບສມັຍໃໝ່ ແຕ່ກໍຍັງ ໄດ້ຮັບການ ຕອບຮັບ ຈາກຊົນເຜົ່າ ໜ້ອຍຢູ່.

ເຕັມຫນ້າ