ຈຳນວນຜູ້ຕິດເຊື້ອ HIV/AIDS ໃນລາວເພີ່ມຂຶ້ນ
2024.05.01

ສະມາຄົມເຄືອຂ່າຍຜູ້ຕິດເຊື້ອ HIV/AIDS ຫລື Association of people Living with HIV/AIDS (APLPlusLaos) ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 1 ພືດສະພາ 2024 ວ່າ ນັບຕັ້ງແຕ່ປີ 1987 ຈົນຮອດປັດຈຸບັນ ປີ 2024 ພາຍໃນປະເທດລາວ ມີຜູ້ຕິດເຊື້ອ HIV ສະສົມທັງໝົດ ຫລາຍກວ່າ 18,000 ຄົນ ໂດຍຜູ້ຕິດເຊື້ອ HIV ມີທຸກກຸ່ມ ໂດຍສະເພາະ ກຸ່ມແມ່ຍິງ ຂາຍບໍລິການ, ກຸ່ມແມ່ຍິງທີ່ຕິດຈາກຜົວ ທີ່ມັກໄປທ່ຽວໄປຫຼິ້ນ ແມ່ຍິງຂາຍບໍລິການ, ກຸ່ມຜູ້ຊາຍໃນໄລຍະໄວລຸ້ນ ໄວໜຸ່ມ, ກຸ່ມອອກແຮງງານ ເຄື່ອນຍ້າຍໄປຕ່າງປະເທດ, ກຸ່ມໜຸ່ມສາວປະເພດສອງ, ກຸ່ມຊາຍຮັກຊາຍ. ແຕ່ໃນຈໍານວນດັ່ງກ່າວນີ້ ແມ່ນເປັນກຸ່ມຊາຍຮັກຊາຍ ຫລາຍກວ່າໝູ່, ເຊິ່ງແຂວງທີ່ມີຜູ້ຕິດເຊື້ອຫລາຍ ແມ່ນເປັນຕົ້ນ 3 ແຂວງໃຫຍ່ ຄື ນະຄອນຫລວງວຽງຈັນ ແຂວງສະຫວັນນະເຂດ ແລະແຂວງຈໍາປາສັກ.
ສາເຫດທີ່ພົບວ່າ ມີການຕິດເຊື້ອເພີ່ມຂຶ້ນ ແມ່ນທີ່ຜ່ານມາ ກຸ່ມຜູ້ຕິດເຊື້ອ HIV ບໍ່ຮູ້ສະຖານະຕົນເອງ ວ່າຕິດເຊື້ອມາກ່ອນຢູ່ແລ້ວ ແຕ່ພໍທາງການໂຄສະນາ ໃຫ້ເຂົ້າມາກວດເລືອດ ແລະມີຢາເຂົ້າເຖິງ ສາມາດປິ່ນປົວ ຕ້ານເຊື້ອໄດ້ ເຮັດໃຫ້ເຂົາເຈົ້າສະມັກໃຈມາກວດ ຈຶ່ງພົບວ່າ ມີໂຕເລກ ການຕິດເຊື້ອສະສົມເພີ່ມຂຶ້ນຫລາຍ.
ດັ່ງເຈົ້າໜ້າທີ່ ສະມາຄົມເຄືອຂ່າຍ ຜູ້ຕິດເຊື້ອ HIV/AIDS ທ່ານນຶ່ງກ່າວວ່າ:
“18,000 ຄົນ ຊີ້ແມ່ນຕົວເລກສະສົມຕັ້ງແຕ່ປີ 1987 ເນາະ ສ່ວນຫລາຍແມ່ນກຸ່ມຊາຍຮັກຮ່ວມຊາຍເນາະ ສ່ວນຫລາຍແມ່ນຢູ່ໃນ 3 ແຂວງໃຫຍ່ໆ ນະຄອນຫລວງ ສຫວັນນະເຂດ ຈໍາປາສັກ ເຂົາເຈົ້າຍັງບໍ່ຮູ້ສະຖານະ ເຂົາເຈົ້າຕິດເຊື້ອມາກ່ອນເນາະ ແລ້ວເຮົາມີການໂຄສະນາ ໃຫ້ເຂົ້າເຖິງຢາ ແລ້ວເຂົາເຈົ້າມີການສະມັກໃຈ ເຂົ້າມາກວດເລືອດ ແລ້ວກໍພົບວ່າ ມີການຕິດເຊື້ອຫລາຍຂຶ້ນ.”
ທ່ານກ່ວາຕື່ມວ່າ ຈາກການປະເມີນ ຄາດຄະເນ ເຊື່ອວ່າມີກຸ່ມທີ່ຕິດເຊື້ອ HIV ໃນປະເທດລາວ ປະມານ 30,000 ຄົນ ແຕ່ທາງການຮູ້ຕົວເລກພຽງແຕ່ 18,000 ຄົນ ທີ່ເຂົາເຈົ້າເຂົ້າມາກວດເລືອດ ນອກຈາກນີ້ ຍັງມີລາຍງານຈາກ ກະຊວງສາທາລະນະສຸກ ໃນລາວອີກວ່າ ແຕ່ລະປີ ກໍຍັງມີຜູ້ຕິດເຊື້ອ HIV/AIDS ລາຍໃໝ່ ປະມານເກືອບ 500 ຄົນຕໍ່ປີ ນໍາດ້ວຍ.
ທາງການກໍໄດ້ແຕ່ໂຄສະນາ ໃຫ້ຜູ້ທີ່ມີກຸ່ມສ່ຽງ ເຂົ້າມາກວດເລືອດ ແລະ ຖ້າພົບວ່າຕິດເຊື້ອ HIV/AIDS ກໍຈະມີຢາຕ້ານເຊື້ອ ໃຫ້ໄປກິນ ເພື່ອຈະໄດ້ບໍ່ໄປແຜ່ເຊື້ອໃຫ້ຄົນອື່ນ ແລະ ນອກຈາກນີ້ ເມື່ອມີເພດສໍາພັນ ຄວນໃສ່ຖົງຢາງອະນາໄມ ປ້ອງກັນທຸກຄັ້ງ.
“ຄາດຄະເນວ່າ ຈະມີ 30,000 ຄົນ ແຕ່ຮູ້ສະຖານະຕົວເອງນີ້ 18 ພັນຄົນ ເຫລືອນັ້ນຍັງບໍ່ຮູ້ວ່າ ຕົວເອງຕິດເຊື້ອ ຄື ມາດຕະການປ້ອງກັນ ນຶ່ງແມ່ນ ເຮົາກໍລົນນະລົງ ມີເພດສໍາພັນທຸກຄັ້ງ ຕ້ອງມີການໃສ່ຖົງຢາງອະນາໄມ ປ້ອງກັນ ຖ້າຜູ້ໃດ ຜູ້ວ່າມີພືດຕິກຳສ່ຽງ ໃຫ້ເຂົ້າມາກວດເລືອດ ຕາມການລາຍງານ ຂອງກະຊວງ ສາທາລະນະສຸກ ຂອງລາວ ແມ່ນແຕ່ລະປີ ແມ່ນມີຜູ້ຕິດເຊື້ອລາຍໃໝ່ອີກ ປະມານເກືອບ 500 ຄົນເນາະຕໍ່ປີ.”
ທ່ານຍັງໃຫ້ຂໍ້ມູນຕື່ມອີກວ່າ ໃນປີ 2023 ທີ່ຜ່ານມາ ປະເທດລາວ ມີຜູ້ຕິດເຊື້ອ HIV/AIDS ສະສົມທັງໝົດ ປະມານ 15,000 ຄົນ ຖືວ່າເພີ່ມຂຶ້ນ ຈາກປີ 2022 ສູງຫລາຍ ຈາກທີ່ມີຜູ້ຕິດເຊື້ອ HIV/AIDS ສະສົມປະມານ 8,000-10,000 ຄົນ.
ແລະເຊື້ອ HIV/AIDS ຕິດມາໄດ້ນີ້ ກໍຍ້ອນມາຈາກ ກຸ່ມທີ່ອອກແຮງງານໄປຕ່າງປະເທດ ໂດຍສະເພາະແມ່ຍິງ ແລະ ຊາຍຮັກຊາຍ ທີ່ໄປຂາຍບໍລິການທາງເພດ ຢູ່ຕ່າງແດນ ເຂົາເຈົ້າກໍຈະນໍາເຊື້ອ ເຂົ້າມາແບບບໍ່ຮູ້ຕົວ ຈົນກະທັ້ງເຊື້ອກໍໄດ້ແຜ່ລາມສູ່ຄົນອື່ນໄປແລ້ວ ສະນັ້ນທາງການ ກໍຢາກໃຫ້ກຸ່ມສ່ຽງຕ່າງໆ ເຂົ້າໄປກວດເລືອດ ຖ້າພົບເຊື້ອ HIV/AIDS ກໍຈະໄດ້ປິ່ນປົວທັນ ແລ້ວ ເຊື້ອຈະບໍ່ໄດ້ກະຈາຍໄກສູ່ຄົນອື່ນ.
ກ່ຽວກັບເລື້ອງດັ່ງກ່າວນີ້ ຊາຍຮັກຊາຍ ທ່ານນຶ່ງກໍກ່າວວ່າ ກໍຮູ້ເລື້ອງການປ້ອງກັນເຊື້ອ HIV/AIDS ຢູ່ ເພາະກໍຢ້ານຕິດເຊື້ອເຊັ່ນກັນ ຕອນນີ້ທ່ານອາດບໍ່ເປັນ ແຕ່ຕໍ່ໜ້າ ອາດຈະເປັນກໍໄດ້ ແຕ່ເບື້ອງຕົ້ນ ຖ້າມີຄວາມສ່ຽງ ກໍເຂົ້າໄປກວດເລືອດ ທ່ານກໍເຄີຍໄປກວດແລ້ວ ຍັງບໍ່ພົບເຊື້ອ. ແຕ່ຖ້າຜູ້ໃດທີ່ໄປກວດແລ້ວ ພົບວ່າ ຕິດເຊື້ອ ທາງແພດໝໍ ກໍຈະມີຢາຕ້ານເຊື້ອ ໃຫ້ກິນ ປິ່ນປົວຕໍ່ເນື່ອງ ກໍຈະດີຂຶ້ນ ແລະ ການປ້ອງກັນອີກຢ່າງ ຖ້າມີເພດສຳພັນ ກໍໃຫ້ໃສ່ຖົງຢາງອານາໄມ ປ້ອງກັນທຸກເທື່ອ ເຊິ່ງໃນປັດຈຸບັນນີ້ ກໍບໍ່ແມ່ນ ເລື້ອງໜ້າອາຍ ປ້ອງກັນໄດ້ກໍປ້ອງກັນ.
“ອັນນີ້ກໍຮູ້ສຶກວ່າ ຢ້ານຢູ່ ແຕ່ມັນເປັນການຫລີກລ້ຽງບໍ່ໄດ້ ເຖິງວ່າຕອນນີ້ບໍ່ເກີດ ເທື່ອໜ້າກໍອາດຈະເກີດ ອີກຢ່າງມັນກໍມີຂ່າວອອກມາ ເຂົາເຈົ້າກໍໃຫ້ກິນຢາປ້ອງກັນ ການມີເພດສຳພັນ ສິ່ງແລກ ກໍໃຫ້ໃສ່ຖົງ ອື ມັນຍຸກນີ້ມັນກໍເປັນເລື້ອງປົກກະຕິ ມັນກໍບໍ່ໜ້າອາຍປານໃດ໋.”
ຂະນະທີ່ ແມ່ຍິງລາວ ຍານາງນຶ່ງ ກໍກ່າວວ່າ ທ່ານເອງກໍຮູ້ສຶກຢ້ານ HIV/AIDS ຢູ່ ໂດຍສະເພາະຄົນທີ່ມີຜົວ ແລ້ວມັກໄປທ່ຽວສາວບໍລິການ ເພາະພວກສາວບໍລິການນີ້ ເຂົາເຈົ້າຈະມີຄວາມສ່ຽງ ໃນການຕິດເຊື້ອເອດສ໌ສູງ ສະນັ້ນຄົນເຮົາ ກໍບໍ່ຄວນໄປມີເພດສຳພັນກັບຄົນອື່ນມົ້ວ ແລະ ຖ້າມີເພດສຳພັນ ກໍຄວນປ້ອງກັນຕົນເອງ ໃສ່ຖົງຢາງອານາໄມ ທຸກເທື່ອ.
“ເອດສ໌ສ໌ ນີ້ເປັນຕາຢ້ານຢູ່ ຖ້າຜົວມັກທ່ຽວ ແຕ່ວ່າສ່ຽງ ພວກສາວບໍລິການຫັ້ນແຫລະ ເພາະວ່າເຂົາບໍ່ຮູ້ເນາະ ແຂກເປັນແນວໃດຫັ້ນແນາະ ເຂົາກໍມີໜ້າທີ່ຮັບແຂກ ໄປແນວນັ້ນແຫລະ ຕາມພື້ນຖານທໍາມະດາ ບໍ່ຄວນມີເພດສຳພັນມົ້ວຊົ້ວ ຖ້າຈະໄປມີເພດສຳພັນ ກໍຄວນປ້ອງກັນ ໃສ່ຖົງອານາໄມ.”
ໃນຂະນະດຽວກັນ ແມ່ຍິງລາວ ອີກຍານາງນຶ່ງ ກໍກ່າວວ່າ ຖ້າເວົ້າເຖິງ ໂຣກເອດສ໌ ກໍຮູ້ສຶກຢ້ານຢູ່ ແຕ່ຕາມພື້ນຖານເຊື່ອເອດສ໌ ກໍບໍ່ໄດ້ຕິດຕໍ່ກັນງ່າຍຂນາດນັ້ນ ເພາະເຊື້ອເອດສ໌ສ໌ນີ້ ຈະຕິດຕໍ່ກັນທາງເລືອດ ແລະການໄປມີເພດສຳພັນ ໂດຍບໍ່ປ້ອງກັນ ເຊິ່ງມີການສ່ຽງຈະຕິດໄດ້ ສະນັ້ນເຮົາກໍປ້ອງກັນຕົນເອງເອົາ.
“ເອ ມັນກໍຢ້ານຫັ້ນແຫລະເນາະ ບໍ່ຢາກຕິດເຊື້ອເດ້ ຜູ້ຕິດເຊື້ອຫັ້ນ ກໍເປັນຄົນປົກກະຕິ ຄືເຮົານີ້ແຫລະເນາະ ມັນກໍບໍ່ອອກຕຸ່ມ ອອກຫຍັງ ບໍ່ມີອາການຄັນເຮົາບໍ່ໄປສຳຜັດອັນເລືອດເຂົາ ບໍ່ມີເພດສຳພັນ ກໍບໍ່ເປັນຫຍັງ.”
ອີງຕາມຂໍ້ມູນຈາກສູນຕ້ານເອດສ໌ ຫລື ພຕພ ຂອງປະເທດລາວ ພົບວ່າ ໃນປີ 2023 ຕັ້ງແຕ່ ເດືອນມັງກອນ ຫາ ເດືອນຕຸລາ ມີຜູ້ຕິດເຊື້ອ HIV ຫລື ເອດສ໌ ໃນປະເທດລາວ ລາຍໃໝ່ 1,757 ຄົນ ສ່ວນໃຫຍ່ ເປັນກຸ່ມໄວໜຸ່ມ ມີທັງເພດຍິງ ແລະ ເພດຊາຍ ແລະ ປັດຈຸບັນ ກຸ່ມທີ່ມີຄວາມສ່ຽງສູງ ຍັງແມ່ນເປັນຊາຍຮັກຊາຍ.
ເຖິງຢ່າງໃດກໍຕາມ, ບາງກໍລະນີ ທີ່ມີການຕິດເຊື້ອ HIV ກໍເກີດຈາກການຖືເບົາ ຕໍ່ການ ບໍ່ປ້ອງກັນ ມັກຄວາມສະນຸກສະໜານ ແລະ ນອກຈາກນີ້ ຍັງມີການປ່ຽນຄູ່ນອນຫລາຍຄົນ ກໍມີການສ່ຽງສູງ ຈະຕິດເຊື້ອເຊັ່ນກັນ.