ທາງການລາວເລັ່ງຕ້ານ ຊິກ້າ

0:00 / 0:00

ຫ້ອງການ ຄວບຄຸມ ແລະ ປ້ອງກັນ ໂຣຄຣະບາດ ກະຊວງ ສາທາຣະນະສຸຂ ສປປລາວ ຮ່ວມກັບ ອົງການ ອະນາມັຍ ໂລກ ໃນລາວ ຈະກວດ ເລືອດ ຈາກ ຄົນໄຂ້ ຍ້ອນ ໂຣຄ ໄຂ້ເລືອດອອກ ທຸກຄົນ ໃນ ທົ່ວປະເທດ ຜູ້ທີ່ອາດ ຈະຕິດ ເຊື້ອ ໄວຣັສ ຊີກາ ຈາກ ຍຸງລາຍ ກໍເປັນໄດ້.

ສາສດາຈານ ດຣ ບຸນກອງ ສີຫາວົງ ຮອງ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ກ່າວຕໍ່ ວຽງຈັນທາມສ ໃນ ມື້ວານນີ້ ວ່າ ນີ້ເປັນ ເທື່ອທຳອິດ ທີ່ ສປປລາວ ໄດ້ ທຳການ ວິຈັຍ ພິສູດ ກ່ຽວກັບ ເຊື້ອໂຣຄ ຊິກ້າ ແລະ ໄວຣັສ ທີ່ກ່ຽວພັນກັບ ໂຣຄ ນີ້.

ການດໍາເນີນການ ດັ່ງກ່າວ ຂອງ ກະຊວງ ສາທາຣະນະສຸຂ ມີຂຶ້ນ ຫຼັງຈາກ ສະຖາບັນ ວິຈັຍ ຄົ້ນຄວ້າ ກ່ຽວກັບ ໂຣຄ ປາສເຕີ ຈາກ ປະເທດ ຝຣັ່ງເສສ ປະຈຳລາວ ເວົ້າວ່າ ມີຄົນຕິດ ເຊື້ອໄວຣັສ ຊິກ້າ 19 ຄົນ ໃນເຂດ ນະຄອນຫຼວງ ວຽງຈັນ ຣະຫວ່າງ ປີ 2012-15.

ທ່ານວ່າ ທາງການ ຄາດວ່າ ກຸ່ມຄົນໄຂ້ ຍ້ອນໂຣຄ ໄຂ້ເລືອດອອກ ໃນ ທົ່ວປະເທດ ຈະໃຫ້ຄວາມ ຮ່ວມມື ໃນການ ວິຈັຍ ເຊື້ອໂຣຄ ຊິກ້າ ແລະ ໂຣຄອື່ນໆ ທີ່ກ່ຽວພັນ ກັບ ຍູງລາຍ ເທື່ອນີ້ ແລະວ່າ ອົງການ ອະນາມັຍ ໂລກ ກໍພ້ອມ ທີ່ຈະໃຫ້ ການຊ່ອຍເຫລືອ ດ້ານ ງົບປະມານ ໃນການຊື້ ສານເຄມີ ທີ່ໃຊ້ໃນ ການວິຈັຍ.

ດຣ ບຸນກອງ ບອກອີກວ່າ ທີ່ຜ່ານມາ ຍັງບໍ່ມີ ຣາຍງານ ຄົນຕີດເຊື້ອໂຣຄ ຊິກ້າ ຈາກການ ກວດເລືອດ ຂອງຄົນ ໄຂ້ເລືອດອອກ ນັ້ນເທື່ອ. ທ່ານ ເນັ້ນວ່າ ປະຊາຊົນ ລາວ ບໍ່ຄວນຢ້ານ ກົວ ແລະ ແຕກຕື່ນ ເພາະວ່າ ໂຣຄ ດັ່ງກ່າວ ບໍ່ເປັນ ອັນຕຣາຍ ເທົ່າກັບໂຣຄ ໄຂ້ເລືອດອອກ ທີ່ ຣະບາດ ໃນລາວ ໃນ ແຕ່ລະປີ.