ປະຊາຊົນ ລັກປູກຝິ່ນ ເກືອບ 10 ເຮັກຕ້າ ຢູ່ ແຂວງຫຼວງນໍ້າທາ

ອຸ່ນແກ້ວ
2025.01.16
ປະຊາຊົນ ລັກປູກຝິ່ນ ເກືອບ 10 ເຮັກຕ້າ ຢູ່ ແຂວງຫຼວງນໍ້າທາ ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ໄດ້ໄປທຳລາຍສວນຝິ່ນ ທີ່ຊາວບ້ານ ໃນເຂດເມືອງວຽງພູຄາ ແຂວງຫຼວງນ້ຳທາ ລັກລອບປູກ. ວັນທີ 8 ມັງກອນ 2025
Credit photos: facebook fac page: ສະຖານີ ວິທະຍຸກະຈາຍສຽງ ແຫ່ງຊາດລາວ

ປະຊາຊົນ ຈໍານວນໜຶ່ງ ພາກັນລັກລອບປູກຝິ່ນ ຢູ່ເຂດບ້ານພູຫຍ້າຄາ, ເຂດບ້ານໜອງອົ້ນ ນໍ້າເຄືອງ ແລະ ເຂດຖໍ້າເຈ່ຍ ຍອດນໍ້າໂຮງ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ໃນວັນທີ 8 ມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງນໍ້າທາ ໄດ້ລົງທໍາລາຍສວນຝິ່ນ ທີ່ປະຊາຊົນ ລັກລອບປູກ ຢູ່ເຂດບ້ານດັ່ງກ່າວ 33 ຕອນ, ເນື້ອທີ່ເກືອບ 10 ເຮັກຕ້າ, ໂດຍຊາວບ້ານ ຈໍານວນໜຶ່ງ ກໍເອົາໄປເຮັດເປັນ ຢາປົວພະຍາດ. ເຈົ້າໜ້າທີ່ທ້ອງຖິ່ນ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມັງກອນ ວ່າ:

“ຍ້ອນວ່າ ເປັນຢາ ເປັນປົວພະຍາດ ຫັ້ນແຫຼະ, ເຈັບທ້ອງ, ເຈັບຫົວ ແລ້ວກໍເປັນຫວັດ, ເປັນໄອ ເຂົາກໍກິນຢູ່.”

ເຖິງຢ່າງໃດກໍຕາມ, ອີງຕາມຂໍ້ມູນ ທາງດ້ານການແພດ ໄດ້ລະບຸວ່າ ຢາຝິ່ນ ຖືກຈັດຢູ່ໃນປະເພດ ຢາເສບຕິດ ຕ້ອງຫ້າມ ແລະ ຜູ້ທີ່ໃຊ້ຢາຝິ່ນ ປິ່ນປົວດ້ວຍຕົນເອງ ໄລຍະຍາວໄປ ກໍຈະກາຍເປັນ ຄົນຕິດຢາ ແລະ ມີຜົນຂ້າງຄຽງອື່ນໆ ຕາມມາ. ອີກສາເຫດໜຶ່ງ ກໍຄື ດິນຢູ່ໃນເຂດດັ່ງກ່າວ ບໍ່ເໝາະສົມ ສໍາລັບການປູກພືດ ຊະນິດອື່ນໆ. ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນີ້ ໄດ້ກ່າວຕື່ມວ່າ:

“ບາງຄອບຄົວ ທີ່ເຂົາເຈົ້າເຊົາບໍ່ໄດ້ ເຂົາເຈົ້າຍັງເຮັດ ຍ້ອນວ່າ ສະພາບອາກາດ ບໍ່ອໍານວຍ. ດິນນີ້ກ້ວາງຢູ່  ປູກຫຍັງກໍບໍ່ຂຶ້ນ, ຫັ້ນນ່າ. ປູກຂຶ້ນແຕ່ໝາກກ້ຽງ ຜັກກາດເທົ່ານັ້ນ.”

ການປູກພືດ ຊະນິດອື່ນ ເພື່ອທົດແທນ ບໍ່ໄດ້ຮັບຜົນດີ. ສະນັ້ນ, ປະຊາຊົນ ຈໍານວນໜຶ່ງ ຈຶ່ງພາກັນ ຫັນໄປລັກລອບປູກຝິ່ນ. ຊາວບ້ານ ບ້ານພູຫຍ້າຄາ ທ່ານໜຶ່ງ ໄດ້ກ່າວວ່າ:

“ເມືອງອີ່ຫຍັງ ກໍມາລະດົມເຂົາແລ້ວ ຢາກໃຫ້ປູກ ໝາກກາເຟ. ປູກອັນນີ້ ຫຼາຍກວ່າ ສວນຢອກ ສວນຢາງນີ້ ຫຼາຍກວ່າ. ອັນນີ້, ຝິ່ນ ບາງຄອບຄົວ ກໍເຮັດໄດ້ ບາງຄອບຄົວ ກໍເຮັດບໍ່ໄດ້ ຫັ້ນແຫຼະ. ຄືອັນປູກຢາງ ເຂົາກໍຢາກປູກຢູ່, ປູກມັນບໍ່ມີນໍ້າຢາງເດ້ ກໍມີບາງປີ ມັນກໍໄດ້ຮັບຜົນ ບາງປີ ມັນກໍບໍ່ໄດ້ຮັບຜົນ. ຄືປີນີ້, ມັນບໍ່ໄດ້ຮັບຜົນແຫຼະ ປີນີ້ນ່າ. ສ່ວນຫຼາຍ ໝາກກ້ຽງ ມັນແຂງເດ້ ມັນບໍ່ເປັນກິນເດ້.”

ຍັງມີການລັກລອບເອົາຝິ່ນ ເພື່ອໄປເປັນຄ່າແຮງງານ ສໍາລັບຄົນ ທີ່ຕິດຝິ່ນ. ຊາວບ້ານ ບ້ານຖໍ້າເຈ່ຍ ທ່ານໜຶ່ງ ໄດ້ກ່າວວ່າ:

“ປູກແລ້ວ ກໍເອົາມາ ໃຫ້ພວກທີ່ວ່າ ສູບ, ພວກທີ່ຕິດຫັ້ນ ເພື່ອໄປແລກປ່ຽນ ເປັນແຮງງານເຂົາ. ໂຕຢ່າງວ່າ ຄອບຄົວໜຶ່ງຫັ້ນ ມີຄົນໜຶ່ງ ສູບເນາະ ແບບວ່າ ຕ້ອງການແຮງງານ ໄປຕັດໄມ້ບໍ່ ແບກໄມ້, ຈັ່ງຊີ້ນ່າ ຈໍາເປັນຕ້ອງໄດ້ເອົາໂຕນັ້ນ ໄປແລກປ່ຽນ, ຫັ້ນນ່າ. ພວກທີ່ສູບຫັ້ນ ເຂົາກໍຫິວ, ເຂົາບໍ່ມີອັນສູບ ເຂົາໄປຮັບຈ້າງ ແບບນັ້ນໄປ. ມັນຂາດເດ້ ບໍ່ມີເງິນຊິຊື້ ຕ້ອງໄດ້ເອົາແຮງງານ ໄປແລກເອົາ.”

ໃນການທໍາລາຍ ສວນຝິ່ນ ຄັ້ງນີ້, ເຈົ້າໜ້າທີ່ ບໍ່ສາມາດ ເອົາເຈົ້າຂອງສວນຝິ່ນ ມາດໍາເນີນຄະດີ ຕາມກົດໝາຍໄດ້, ແຕ່ເຈົ້າໜ້າທີ່ ໃຊ້ໄມ້ຟາດຕົ້ນອ່ອນ ແລະ ທໍາລາຍຮາກ ເພື່ອບໍ່ໃຫ້ປະຊາຊົນ ສາມາດເກັບກູ້ໄດ້, ເຊິ່ງການດໍາເນີນການ ດັ່ງກ່າວ ແມ່ນເປັນໄປ ຕາມຄໍາສັ່ງ ນາຍົກລັດຖະມົນຕີເລກທີ 36 ວ່າດ້ວຍ ການເພີ່ມທະວີ ການຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການປູກຝິ່ນ ແລະ ກັນຊາ, ອີງຕາມຂໍ້ມູນ ຈາກຫ້ອງການ ປກສ ແຂວງ ຫຼວງນໍ້າທາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.