ຄົນຕິດໄຂ້ມາເລເຣັຽ ຢູ່ລາວ ໜ້ອຍລົງ

ມະນີຈັນ
2019-04-26
ອີແມວລ໌
ຄໍາເຫັນ
Share
ພິມ
ປະເພດຍຸງລາຍ ທີ່ເປັນພາຫະນະ ໃຫ້ເຊື້ອພຍາດ ໄຂ້ເລືອດອອກ ແຜ່ຣະບາດ
ປະເພດຍຸງລາຍ ທີ່ເປັນພາຫະນະ ໃຫ້ເຊື້ອພຍາດ ໄຂ້ເລືອດອອກ ແຜ່ຣະບາດ
Public Health Image Library

ທີ່ສະໂມສອນນັກຂ່າວ ຕ່າງປະເທດ ຢູ່ບາງກອກ ປະເທດໄທ ໃນມື້ວັນທີ 25 ເມສາ ຊຶ່ງເປັນວັນສາກົລ ຕ້ານເຊື້ອພຍາດ ໄຂ້ປ່າມາເລເຣັຽ ດຣ. Marie Lamy ຜູ້ອໍານວຍການ ອົງການພັນທະມິດ ບັນດາຜູ້ນໍາພາ ຕ້ານໄຂ້ປ່າມາແລເຣັຽ ປະຈໍາເຂດເອເຊັຽ-ປາຊີຟິກ ຫລື APLMA ໃຫ້ສັມພາດ RFA ເປັນພິເສດ ກ່ຽວກັບສະພາບຂອງເຊື້ອພຍາດ ດັ່ງກ່າວຢູ່ລາວ ມີຄວາມຮຸນແຮງ ຫລື ເບົາບາງແນວໃດ ນັ້ນວ່າ:

"ປັດຈຸບັນພວກເຮົາເຫັນວ່າສະພາບການ ຢູ່ທົ່ວພາກພື້ນເຂດອ່າງແມ່ນໍ້າຂອງ ຊຶ່ງມີລາວຮວມຢູ່ດ້ວຍນັ້ນ ກໍຣະນີຄົນຕິດເຊື້ອ ໂດຍສະເພາະຢູ່ ສປປລາວ ແມ່ນຫລຸດລົງຫລາຍ."

ຄວາມຈິງແລ້ວ ໃນປີ 2012 ເຊື້ອໄຂ້ປ່າມາເລເຣັຽ ໄດ້ຣະບາດຂຶ້ນ ຢູ່ຫລາຍແຂວງພາກໃຕ້ຂອງລາວ. ຫາກແຕ່ວ່ານັບແຕ່ນັ້ນມາໄດ້ມີການ ເພີ່ມຄວາມພຍາຍາມ ຫລາຍຂຶ້ນເປັນ 2 ເທົ່າຕົວ ໃນການຄວບຄຸມ ການລະບາດ ຂອງເຊື້ອພຍາດນັ້ນ ແລະພວກທ່ານກໍໄດ້ເຫັນຄວາມ ຄືບໜ້າຫລາຍແທ້ໆ.

ແລະ ຕໍ່ຄໍາຖາມທີ່ວ່າ ມີຫຍັງທີ່ໜ້າກັງວົນ ເປັນພິເສດ ຫລື ບໍ່ນັ້ນ Dr. Lamy ຕອບວ່າ ຫາກເບິ່ງປະເທດຕ່າງໆ ໃນພາກພື້ນແມ່ນໍ້າຂອງ ແລ້ວ ກໍແມ່ນເຣື່ອງພຍາດ ໄຂ້ປ່າມາແລເຣັຽ ທົນທານຕໍ່ຢາ ຊຶ່ງກໍໝາຍເຖິງຊນິດເຊື້ອພຍາດມາເລເຣັຽ ທີ່ພວກທ່ານອາດບໍ່ສາມາດ ປິ່ນປົວ ໃຫ້ຫາຍໄດ້ ໃນສະພາບເງື່ອນໄຂ ບາງຢ່າງ, ເຖິງແມ່ນວ່າຈະມີການປິ່ນປົວກໍຕາມ:

"ພ້ອມດຽວກັນນີ້ ພວກເຮົາຍັງມີເຊື້ອໄຂ້ປ່າມາເລເຣັຽ ຊນິດທີ່ເຂົ້າໄປຢູ່ໃນຕັບຂອງຄົນ ຊຶ່ງຫາກປິ່ນປົວ ບໍ່ຖືກວິທີ ກໍຈະກັບມາເຈັບເປັນ ຄືນອີກຢູ່ຕລອດ ແລະກໍມີຄວາມສ່ຽງສູງ ທີ່ເຊື້ອພຍາດນັ້ນຈະຕິດຕໍ່ ລາມອອກໄປ ອັນເປັນການຍາກ ທີ່ຈະກໍາຈັດມັນໄດ້."

ນີ້ບໍ່ແມ່ນກໍຣະນີ ພຍາດດື້ຢາ ແຕ່ເປັນບັນຫານຶ່ງ ອີກຕ່າງຫາກ.

ຕໍ່ຄໍາຖາມທີ່ວ່າ ຢູ່ເຂດໃດແຂວງໃດ ຂອງລາວ ທີ່ມີຄົນຕິດເຊື້ອພຍາດນີ້ ຫລາຍກວ່າໝູ່ນັ້ນ ດຣ. Lamy ຕອບວ່າ ການຊ້ອງສຸມຂອງເຊື້ອ ພຍາດໄຂ້ປ່າ ມາເລເຣັຽ ໃນພາກພື້ນນີ້ ຕົວຈິງແລ້ວ ແມ່ນຢູ່ເຂດປ່າຕຶບດົງໜາ ບ່ອນທີ່ຍາກ ທີ່ຈະເຂົ້າເຖິງໄດ້:

"ແລະກໍມັກສົ່ງຜົລກະທົບ ຕໍ່ຊາວຊົນນະບົດ ທີ່ທຸກຍາກ, ມີເງື່ອນໄຂໜ້ອຍໃນການເຂົ້າເຖິງ, ການໃຫ້ການບໍຣິການ ດ້ານສຸຂພາບ ໃຫ້ຢາ ແລະການປິ່ນປົວ ໄດ້ຢ່າງພຽງພໍ ແລະພວກເຂົາເຈົ້າເຫລົ່ານັ້ນ ກໍຢູ່ໃນຈໍານວນ 200 ລ້ານປາຍຄົນ ທີ່ຢູ່ໃນສະພາບ ຂອງຄວາມສ່ຽງ ໃນພາກພື້ນ ເອເຊັຽ-ປາຊີຟິກ."

ແລະເມື່ອຖາມເຖິງມາຕການ ຂອງຣັຖບານລາວ ໃນການສະກັດກັ້ນເຊື້ອພຍາດນີ້ ມີແນວໃດນັ້ນ ທ່ານກໍຕອບວ່າ ຣັຖບານລາວ ກໍໄດ້ລົງທຶນ ໃສ່ການຄວບຄຸມຍຸງ ອັນໝາຍເຖິງການສະກັດກັ້ນ ບໍ່ໃຫ້ຍຸງ ທີ່ເປັນພາຫານະນໍາເຊື້ອ ໄຂ້ປ່າມາເລເຣັຽ ຈາກຄົນນຶ່ງໄປສູ່ອີກຄົນນຶ່ງ ນັ້ນກັດ. ມາຕການສະກັດກັ້ນ ມີຮວມທັງການກາງມຸ້ງນອນ ເພື່ອປົກປ້ອງບໍ່ໃຫ້ຍຸງກັດ. ແຕ່ພ້ອມດຽວກັນນັ້ນ ກໍໃຊ້ spray ກັນຍຸງສີດ ຢູ່ພາຍໃນ ເຮືອນນໍາດ້ວຍ:

"ຫາກເວົ້າເຖິງເຣື່ອງການປ້ອງກັນຄົນຢູ່ປ່າ ພວກເຮົາກໍເຫັນການໃຊ້ມຸ້ງກາງນອນ ຢູ່ພາກພື້ນແມ່ນໍ້າຂອງ ເພື່ອປ້ອງກັນບໍ່ໃຫ້ຍຸງກັດ ຄືກັນ."

ແລະຫາກຖາມວ່າການປະກອບສ່ວນ ຂອງຣັຖບານລາວເອງ ແລະການຊ່ອຍເຫລືອຂອງຕ່າງປະເທດ ໃນການແກ້ໄຂບັນຫາໄຂ້ປ່າມາເລເຣັຽ ມີແຕ່ກອງທຶນໂລກ Global Fund ຫລືແນວໃດນັ້ນ ທ່ານບອກວ່າ ສິ່ງນຶ່ງທີ່ທ່ານສາມາດເວົ້າໄດ້ ຄືແນ່ນອນກອງທຶນໂລກ ກໍເປັນນຶ່ງໃນ ຈຳນວນ ຜູ້ໃຫ້ທຶນສນັບສນູນ ທີ່ສໍາຄັນ ສໍາລັບແກ້ໄຂບັນຫາໄຂ້ປ່າ ມາແລເຣັຽ ຮວມເຖິງເຊື້ອ HIV ແລະ ວັນນະໂຣກ. ແລະໃນເວລາ ດຽວກັນ ພວກທ່ານກໍໄດ້ເຫັນ ປະເທດຕ່າງໆໃນພາກພື້ນ ແມ່ນ້ຳຂອງ ຮວມທັງລາວ ກໍໃຊ້ຈ່າຍງົບປະມານ ຂອງຕົນເອງ ເພີ່ມຂຶ້ນຫລາຍ ເພື່ອຕ້ານໄຂ້ ປ່າມາແລເຣັຽ:

"ໃນເຂດແມ່ນໍ້າຂອງທົ່ວໄປແລ້ວ ພວກເຮົາເຫັນການລົງທຶນ ຈາກພາຍໃນເພີ່ມຂຶ້ນ ຫາກປຽບທຽບໃສ່ ທຶນສນັບສນູນຈາກພາຍນອກຄື 65 ເປີເຊັນ ຈາກພາຍໃນ ແລະ 35 ເປີເຊັນ ຈາກພາຍນອກ. ແຕ່ກໍເຫັນວ່າ ທຶນສນັບສນູນຈາກພາຍນອກ ຈະຫລຸດລົງ."

ແລະນັ້ນກໍໝາຍຄວາມວ່າ ຄວາມຮັບຜິດຊອບຕໍ່ຈາກນັ້ນ ຈະຕົກເປັນຂອງຣັຖບານປະເທດນັ້ນໆເອງ ເພື່ອສືບຕໍ່ຄວາມກ້າວໜ້າ ແລະສືບຕໍ່ ສນັບສນູນ ທາງການເງິນໃນ ຄວາມພຍາຍາມ ແກ້ໄຂບັນຫາໄຂ້ປ່າ ມາແລເຣັຽ. ທັງນີ້ກໍຍ້ອນວ່າ ແມ່ນແຕ່ ຫາກພວກທ່ານບັນລຸຜົລສໍາເຣັດ ໃນການກໍາຈັດໄຂ້ປ່າ ມາແລເຣັຽແລ້ວ ພວກທ່ານກໍຍັງ ຈະຈໍາເປັນ ຕ້ອງການທຶນເພື່ອເຝົ້າຣະວັງ ແລະ ຕິດຕາມເບິ່ງຕໍ່ໄປ ເພື່ອໃຫ້ແນ່ໃຈວ່າ ເຊື້ອໄຂ້ມາແລເຣັຽ ບໍ່ກັບມາປາກົດໂຕໄດ້ອີກ.

ແລະເມື່ອຖາມວ່າ ຈະສາມາດເຮັດແນວໃດ ເພື່ອໃຫ້ລາວ ປອດຈາກໄຂ້ປ່າມາແລເຣັຽນັ້ນ ດຣ. Lamy ຕອບວ່າ ບາງສິ່ງບາງຢ່າງທີ່ພວກ ທ່ານປຶກສາຫາຣືກັນ 3 ມື້ ໃນສັປດາໄຂ້ປ່າມາເລເຣັຽ ຣະຫວ່າງອົງການພັນທະມິດ ບັນດາຜູ້ນໍາພາ ຕ້ານມາເລເຣັຽ ປະຈຳເຂດເອເຊັຽ -ປາຊີຟິກ ແລະເຄືອຂ່າຍເພື່ອການລຶບລ້າງ ໄຂ້ປ່າມາແລເຣັຽ ປະຈໍາເຂດເອເຊັຽ -ປາຊີຟິກ ນັ້ນ ຕົ້ນຕໍແລ້ວກໍແມ່ນກ່ຽວຂ້ອງກັບເຣື່ອງ ການສນັບສນູນທາງການເງິນ ແບບຍືນຍາວ:

"ນັ້ນຄືສິ່ງທີ່ຂ້າພະເຈົ້າ ໄດ້ເວົ້າກ່ຽວກັບພັລທະ ຂອງປະເທດນັ້ນໆເອງ ໃນການສືບຕໍ່ຕໍ່ສູ້ ເພື່ອການລຶບລ້າງໄຂ້ປ່າມາເລເຣັຽ."

ພ້ອມດຽວກັນ ກໍແມ່ນເຣື່ອງການຮ່ວມມື ກັບພາກສ່ວນຕ່າງໆ ຊຶ່ງບໍ່ພຽງແຕ່ກະຊວງສາທາຣະນະສຸຂ ແຕ່ຫາກຍັງທັງກະຊວງປ້ອງກັນປະເທດ ແລະ ກະຊວງ ການຕ່າງປະເທດ ເພື່ອຮັບປະກັນວ່າ ພວກທ່ານມີການຮ່ວມມືຂ້າມຊາຍແດນ ເພື່ອທີ່ຈະຮູ້ທຸກກໍຣະນີ ຮວມທັງຈາກພາກສ່ວນ ເອກກະຊົນ ແລະກໍຣະນີທີ່ມີການຣາຍງານ ຜ່ານທະຫານແລະຕໍາຣວດ ເປັນຕົ້ນ.

ການໃຫ້ສັມພາດ RFA ເປັນພິເສດຂອງ ດຣ. Marie Lamy ຜູ້ອໍານວຍການ ອົງການພັລທະມິດ ບັນດາຜູ້ນໍາພາຕ້ານມາເລເຣັຽ ປະຈຳ ເຂດເອເຊັຽ-ປາຊີຟີກ APLMA ມີຂຶ້ນໃນມື້ວັນທີ 25 ເມສາ 2019 ຊຶ່ງເປັນມື້ຕ້ານໄຂ້ປ່າ ມາເລເຣັຽໂລກ ຢູ່ສະໂມສອນ ນັກຂ່າວຕ່າງ ປະເທດ ທີ່ບາງກອກ ປະເທດໄທ.

ບົດບາດຂອງອົງການ APLMA ໃນພາກພື້ນແມ່ນເພື່ອປະຕິບັດ ພັລທະທາງການເມືອງ ໃຫ້ຍືນຍາວ ແລະເພື່ອສືບຕໍ່ເວົ້າກັບບັນດາຜູ້ນໍາ ປະເທດທັງຫລາຍ ທີ່ມີພັລທະເຮັດໃຫ້ເອເຊັຽ-ປາຊີຟິກ ປອດຈາກໄຂ້ປ່າມາແລເຣັຽ ພາຍໃນປີ 2030 ຊຶ່ງບັນຫາທ້າທາຍສໍາຄັນ ແນວນຶ່ງ ຄືເຣື່ອງ ທຶນສນັບສນູນ ໃນການຕໍ່ສູ້ຕ້ານໄຂ້ປ່າມາເລເຣັຽ."

ພຍາດໄຂ້ປ່າມາເລເຣັຽ, ຕາມຂໍ້ມູນຂອງອົງການອະນາມັຍໂລກ, ເປັນພຍາດຕິດຕໍ່ຈາກຜູ້ນຶ່ງ ໄປໃສ່ອີກຜູ້ນຶ່ງ ຜ່ານການກັດຂອງຍຸງ ທີ່ມີ ເຊື້ອພະຍາດນັ້ນ. ເມື່ອພຍາດເຂົ້າສູ່ຮ່າງກາຍຂອງຄົນແລ້ວ ເຊື້ອພຍາດນັ້ນກໍຈະຂຍາຍຢູ່ໃນຕັບ, ຫຼັງຈາກນັ້ນກໍເຮັດໃຫ້ ເສັ້ນເລືອດແດງ ຕິດເຊື້ອ.

ອາການຂອງຄົນເປັນໄຂ້ປ່າມາເລເຣັຽ ກໍມີຮວມທັງໄຂ້ ຄີງຮ້ອນ, ເຈັບຫົວ, ໜາວສັ່ນ ແລະເຮື່ອຊຶມອອກມາ ເປັນເວລາ 10 ຫາ 15 ມື້ ຫລັງຈາກຍຸງກັດ. ຫາກບໍ່ໄດ້ຮັບການ ປີິ່ນປົວ ຜູ້ເປັນໄຂ້ມາແລເຣັຽ ກໍຈະເສັຽຊີວິດໄດ້.

ເຕັມຫນ້າ