ອຸບັດຕິເຫດ ຕາມຖະໜົນ ເກີດຂຶ້ນຫຼາຍ ໄລຍະບຸນປີໃໝ່ 2025

ຈຳປາທອງ
2025.01.04
ອຸບັດຕິເຫດ ຕາມຖະໜົນ ເກີດຂຶ້ນຫຼາຍ ໄລຍະບຸນປີໃໝ່ 2025 ເຈົ້າໜ້າທີ່ ອາສາກູ້ໄພ ພວມສົ່ງຄົນເຈັບ ຈາກອຸບັດຕິເຫດ ໃນມື້ສະຫຼອງ ບຸນປີໃໝ່ສາກົນ ສູ່ຫ້ອງສຸກເສີນ. ວັນທີ 31 ເດືອນທັນວາ 2024
Credit photos: facebook fan page: ສະມາຄົມອາສາກູ້ໄພນະຄອນຫຼວງ1624

ມີຜູ້ປະສົບ ອຸບັດຕິເຫດ ຕາມທ້ອງຖະໜົນ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໃນໄລຍະ ບຸນປີໃໝ່ສາກົນ 2025 ນີ້ ຫຼາຍ, ຊຶ່ງມີທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ມີຜູ້ຄົນ ໄດ້ຮັບບາດເຈັບ ແລະ ເສຍຊີວິດ ທີ່ມີທັງ ຜູ້ເສຍຊີວິດຄາທີ່, ບາດເຈັບສາຫັດ ແລະ ບາດເຈັບເລັກນ້ອຍ, ແຕ່ທາງການ ຍັງບໍ່ທັນໄດ້ລາຍງານ ຜູ້ປະສົບ ອຸບັດຕິເຫດນັ້ນ ໃຫ້ສັງຄົມຮູ້ເທື່ອ ວ່າມີຈໍານວນ ເທົ່າໃດກັນແທ້.

ເວົ້າສະເພາະ ຢູ່ໂຮງໝໍມະໂຫສົດ, ແຕ່ວັນທີ 25 ທັນວາ 2024 ຫາວັນທີ 3 ມັງກອນ 2025 ນີ້, ມີຄົນເຈັບ ຈາກອຸບັດຕິເຫດ ຕາມທ້ອງຖະໜົນ ມາປິ່ນປົວ ຫຼາຍຄົນ, ຊຶ່ງສ່ວນຫຼາຍ ເກີດຈາກການດື່ມເຫຼົ້າ ເມົາ ແລ້ວຂັບລົດ ໄປຕໍາຜູ້ອື່ນ ຫຼືຕໍາກັນເອງ. ມີທັງລົດໃຫຍ່ ແລະ ລົດຈັກ ເຮັດໃຫ້ເສຍຊີວິດ ກໍມີ ແລະມີກໍລະນີ ທີ່ບໍ່ກິນເຫຼົ້າ, ແຕ່ຖືກຜູ້ອື່ນ ມາຕໍາເອົາ ກໍມີ, ອີງຕາມຄໍາເວົ້າ ຂອງທ່ານໝໍ ຢູ່ໂຮງໝໍມະໂຫສົດ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມັງກອນ 2025 ນີ້.

“ມີຫຼາຍ ທີ່ວ່າບໍ່ກິນເຫຼົ້າ ເກີດອຸບັດຕິເຫດ ໂດຍທີ່ຜູ້ອື່ນ ມາຕໍາເອົາ, ຈັ່ງຊີ້ ກໍມີຄືກັນ ຫຼືວ່າ ກໍຕາມຊັກຖາມປະຫວັດ ຂອງເຂົາເຈົ້າ ລະແມ່ນ 80 ຕໍ່ 100 ນີ້ ກໍແມ່ນຈະເກືອບທຸກຄົນຫັ້ນແຫຼະ. ອຸບັດຕິເຫດ ຈາກການດື່ມ, ແຕ່ວ່າ ພວກເຮົາກໍບໍ່ສາມາດ ລະບຸໄດ້ ເພາະວ່າ ເຮົາບໍ່ມີອັນກວດ. ມີທັງລົດໃຫຍ່, ລົດຈັກ  ປານກາງ ຮອດຂັ້ນເສຍຊີວິດ ທີ່ເຂົາເຈົ້າມາ, ຫັ້ນນ່າ. ມີ, ມື້ຄືນນີ້ ກໍມີ.”

ແລະ ນາງພະຍາບານ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຜູ້ໜຶ່ງ ກໍເວົ້າວ່າ ໃນໄລຍະ ບຸນປີໃໝ່ສາກົນ ປີນີ້, ໄດ້ປິ່ນປົວ ຄົນບາດເຈັບ ຈາກອຸບັດຕິເຫດ ຕາມທ້ອງຖະໜົນ ຫຼາຍຄືກັນ. ມີຕັ້ງແຕ່ ຜູ້ບາດເຈັບເລັກນ້ອຍ ໄປເຖິງຂັ້ນປິ່ນປົວ ຢູ່ຫ້ອງສຸກເສີນ ກໍມີ ແຕ່ບໍ່ຫຼາຍ ແລະ ວ່າ ເວລາເກີດເຫດ ມັກເປັນຕອນກາງຄືນ.

“ສ່ວນຫຼາຍ ກໍທ້ອງຖະໜົນຫັ້ນແຫຼະ, ອຸບັດຕິເຫດນ່າ. ຊ່ວງນີ້, ເຫັນແຕ່ເຈັບເລັກນ້ອຍ, ICU ກໍມີຢູ່, ແຕ່ມັນກໍບໍ່ຫຼາຍ. ສ່ວນຫຼາຍ ຈະເປັນກາງຄືນ ຫຼາຍກວ່າ. ເດັກນ້ອຍ ກໍມີໜ້ອຍດອກ, ເດັກນ້ອຍ. ກໍສ່ວນຫຼາຍ ວ່າລົ້ມເອງ, ຫຼິ້ນຫັ້ນ-ຫຼິ້ນນີ້, ຕົກຫັ້ນ-ຕົກນີ້ ໄປຈັ່ງຊັ້ນແຫຼະ. ຊ້ອນລົດໄປນໍາຜູ້ໃຫຍບໍ່, ຈັ່ງຊີ້ ກໍມີ.”

ນາງເວົ້າຕື່ມວ່າ ຄົນເຈັບຈາກອຸບັດຕິເຫດ ບາງຄົນ ບໍ່ຍອມເວົ້າຄວາມຈິງວ່າ ອຸບັດຕິເຫດນັ້ນ ເກີດຈາກຫຍັງ, ເກີດຈາກການດື່ມເຫຼົ້າ, ຈາກການຂັບລົດໄວ ຫຼືວ່າແນວໃດ. ສໍາລັບທີມແພດ, ໝໍ, ກໍເອົາໃຈໃສ່ ປິ່ນປົວຜູ້ບາດເຈັບ ແລະ ປະສານຫາ ຍາດພີ່ນ້ອງ ຂອງຄົນເຈັບ ເພື່ອມາຊ່ອຍ ເບິ່ງແຍງຜູ້ກ່ຽວ.

ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ ອາສາສະໝັກກູ້ໄພ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ເວົ້າສັ້ນໆວ່າ ໃນໄລຍະ ບຸນປີໃໝ່ສາກົນ ປີນີ້, ຊາວນະຄອນຫຼວງວຽງຈັນ ພາກັນສະຫຼອງ ຢ່າງມ່ວນຊື່ນ, ແຕ່ມີອຸບັດຕິເຫດ ລົດຕໍາກັນຫຼາຍໂພດ, ຫຼາຍກວ່າປີທີ່ຜ່ານມາ, ແຕ່ກໍຍັງ ບໍ່ທັນມີການສະຫຼຸບ.

“ກໍມ່ວນຊື່ນ, ແຕ່ວ່າ ລົດຕໍາກັນຫຼາຍໂພດ ປີນີ້, ຫຼາຍກວ່າເກົ່າ. ໜຶ່ງ, ລົ້ມເອງ ປະມານນີ້.”

ສໍາລັບຢູ່ແຂວງຈໍາປາສັກ, ເຈົ້າໜ້າທີ່ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງຈໍາປາສັກ ນາງໜຶ່ງ ເວົ້າວ່າ ໜ່ວຍກູ້ໄພ ທີ່ຕົນສັງກັດຢູ່ ໃນມື້ປົກກະຕິ ກໍໄດ້ຊ່ອຍສຸກເສີນ 5-6 ກໍລະນີ, ແຕ່ໃນໄລຍະ ບຸນປີໃໝ່ສາກົນ ປີນີ້, ເຫດການສຸກເສີນ ເພີ່ມຂຶ້ນຫຼາຍ ເປັນມື້ລະ 10 ປາຍກໍລະນີ, ຊຶ່ງສ່ວນຫຼາຍ ອຸບັດຕິເຫດເກີດຂຶ້ນ ຍ້ອນເມົາແລ້ວຂັບ. ໃນນັ້ນ, ກໍລະນີ ເສຍຊີວິດຄາທີ່ ກໍມີ. ດັ່ງທີ່ນາງເວົ້າວ່າ:

“ມື້ວານນີ້, ລວມໆແລ້ວ 10 ປາຍເຫດ ກັບປັດຈຸບັນນີ້, ກໍຍັງອອກ ບໍ່ທັນໄດ້ມາ. ເມົາແນ່, ແລ້ວແບບວ່າ ຕໍາກັນແນ່, ແລ້ວຕ່າງຄົນ ກໍຕ່າງເມົາ. ບາງຄັ້ງ, ເຂົາມາຕໍາ, ຈັ່ງຊີ້ນ່າ. ຄືມື້ວານນີ້, ກໍເສຍຊີວິດຄາທີ່  ຢູ່ຈໍາປາສັກ, ລົດມັນຫຼາຍ ຢູ່ແລ້ວ. ມັນກໍເປັນປົກກະຕິເນາະ ເພາະວ່າ ແຕ່ລະມື້ ເຮົາຕ້ອງມີຢູ່ແລ້ວ 5-6 ເຫດ ແຕ່ລະມື້ ບໍ່ມີວ່າມື້ໃດ ຈະບໍ່ໄດ້ອອກ, ບໍ່ທັນແຕ່ຖ້າ ເທດສະການ ເພາະວ່າ ມັນຈະມີທຸກມື້ຫັ້ນແຫຼະ.”

ນາງເວົ້າຕື່ມວ່າ ໃນໄລຍະ ບຸນປີໃໝ່ສາກົນ ປີນີ້, ໜ່ວຍກູ້ໄພສຸກເສີນ ໄດ້ກຽມແພດ ແລະ ອາສາສະໝັກກູ້ໄພ ເພື່ອຊ່ອຍເຫຼືອ ຜູ້ບາດເຈັບ ຈາກອຸບັດຕິເຫດ ຕາມທ້ອງຖະໜົນ ຫຼາຍກວ່າ ເພື່ອຊ່ອຍເຫຼືອ ໃຫ້ທັນເວລາ. ສ່ວນການຊ່ອຍເຫຼືອ ຄົນເຈັບສຸກເສີນ ຈາກພະຍາດປະຈໍາໂຕນັ້ນ, ທາງໜ່ວຍກູ້ໄພສຸກເສີນ ແນະນໍາໃຫ້ ຍາດພີ່ນ້ອງ ນໍາໂຕຜູ້ກ່ຽວ ໄປໂຮງໝໍ.

ໃນຈໍານວນ ອຸບັດຕິເຫດ ທີ່ເກີດຂຶ້ນນັ້ນ, ກໍມີຮວມທັງ ກໍລະນີ ອຸບັດຕິເຫດ ທີ່ໄດ້ເກີດຂຶ້ນ ຢູ່ພູເກົ້າຫຼັກ  ທາງກາສີ-ເມືອງນານ ໃນມື້ວັນທີ 31 ທັນວາ 2024 ທີ່ເຮັດໃຫ້ ຄົນຂັບລົດ ເສຍຊີວິດ ແລະ ຄົນທີ່ຂີ່ລົດໄປນໍາ 1 ຄົນ ໂດດອອກຈາກລົດທັນ ໄດ້ຮັບບາດເຈັບ, ຊາຍທັງ 2 ຄົນນັ້ນ ເປັນຄົນລາວ.

ແຕ່ເຖິງຢ່າງໃດກໍຕາມ, ສໍາລັບສະຖິຕິ ອຸບັດຕິເຫດ ຕາມທ້ອງຖະໜົນ ໃນທົ່ວປະເທດລາວ ໃນໄລຍະ ບຸນປີໃໝ່ສາກົນ 2025 ນີ້, ຍັງບໍ່ມີການເປີດເຜີຍ ຢ່າງເປັນທາງການເທື່ອ, ແຕ່ກໍມີ ສະຖິຕິ 4 ປີຢ້ອນຫຼັງ ຄື ປີ 2024 ມີອຸບັດຕິເຫດ 148 ຄັ້ງ, ເສຍຊີວິດ 21 ຄົນ, ບາດເຈັບ 227 ຄົນ; ປີ 2023 ມີອຸບັດຕິເຫດ 190 ຄັ້ງ, ເສຍຊີວິດ 26 ຄົນ, ບາດເຈັບ 311 ຄົນ; ປີ 2022 ມີອຸບັດຕິເຫດ 197 ຄັ້ງ, ເສຍຊີວິດ 43 ຄົນ, ບາດເຈັບ 297 ຄົນ ແລະ ປີ 2021 ມີອຸບັດຕິເຫດ 217 ຄັ້ງ, ເສຍຊີວິດ 36 ຄົນ ບາດເຈັບ 342 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.