ບ້ານຈັດສັນຂາດໝໍປະດຸງຄັນ

ໄມຊູລີ
2017.10.18
F-Nalaie ຄຸ້ມບ້ານຈັດສັນ ສະໜາມ 3 ເຂດລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ ສໍາລັບປະຊາຊົນ ທີ່ຕ້ອງໂຍກຍ້າຍຈາກ ເຂື່ອນນໍ້າທາ 1
Screen captured citizen journalist

ປະຊາຊົນ ເຂດບ້ານຈັດສັນ ເມືອງນາແລ ແຂວງຫລວງນໍ້າທາ ທີ່ ຖຶກຜົນກະທົບ ຈາກເຂື່ອນນໍ້າທາ 1 ຕ້ອງການຢາກໃຫ້ມີ ໝໍປະດຸງຄັນ ຫຼືໝໍຄອດລູກ ໄປປະຈໍາສຸຂສາລາ ໃນເຂດບ້ານເຂົາເຈົ້າ ຍ້ອນປັຈຈຸບັນ ແມ່ຍິງຖືພາມານ ຕ້ອງອາສັຍໝໍປະຈໍາບ້ານ ຫຼືວ່າໝໍຕໍາແຍ ໂດຍ ບໍ່ມີເຄື່ອງມືການແພດ. ດັ່ງປະຊາຊົນ ຜູ້ບໍ່ປະສົງ ອອກຊື່ ຜູ້ນຶ່ງກ່າວວ່າ:

“ມີອັນ 500 ປາຍ ຫຼັງຄານີ້ແຫຼະ ມີໝໍນີ້ 4 ທ່ານ ຜູ້ຍິງນີ້ 3 ຄົນ ບໍ່ຄົບຄວາມຕ້ອງການ ປະຊາຊົນ ໝໍນີ້ໝໍປົກຕິ ແຕ່ໝໍຕໍາແຍ ໝໍຊ່ວຍ ຜູ້ຍິງເກິດລູກ ໝໍຕໍາແຍ ຢາກໄດ້ ຍັງບໍ່ທັນມີ ເອົາມາຢູ່ຕາມ ສຸກສາລາ ອັນຊ່ວຍເຫລືອຄົນເຈັບ ແລ້ວກໍໄວ້ຝາກທ້ອງ ເວລາເກິດລູກ”.

ປະຊາຊົນຜູ້ນີອະທິບາຍວ່າ ສຸກສາລາໃນເຂດບ້ານຈັດສັນນີ້ ມີແຕ່ໝໍປິ່ນປົວພຍາດ ທົ່ວໄປ ບໍມີໝໍປະດຸງຄັນເທື່ອ ຍາມຄອດລູກ ຖ້າແມ່ຍິງ ບໍ່ອາສັຍໝໍຕໍາແຍ ຫຼືໝໍປະຈໍາບ້ານ ກໍຕ້ອງເດີນທາງໄປໂຮງໝໍເມືອງ ຊື່ງຣະຍະທາງຫຼາຍສິບຫຼັກ ແລະວ່າ ນອກຈາກຂາດໝໍສະເພາະແລ້ວ ປະຊາຊົນ ເຂດບ້ານຈັດສັນ ຍັງຕ້ອງການ ຢາປົວພຍາດ ຂັ້ນພື້ນຖານ ນໍາອີກ:

“ແບບຢາແກ້ໄຂ້ ຢາພາລາ ຢານີ້ຢານັ້ນ ຢາກໃຫ້ມັນໄດ້ຄົບຊຸດ ແລະຢາກໃຫ້ມັນໄດ້ ຕາມຄວາມຕ້ອງການ ຂອງປະຊາຊົນ ບາງເທື່ອໄປ ໃຫ້ເຂົາກວດພຍາດ ວ່າພຍາດນີ້ ທາງສຸກສາລາ ມີບໍ່ຄົບ”.

ຜ່ານມາບ້ານຈັດສັນ ຜູ້ຖຶກຜົນກະທົບ ຈາກເຂື່ອນນໍ້າທາ 1 ໄດ້ຮັບການຊ່ວຍເຫລືອ ຈາກທາງການຫຼາຍດ້ານ ເປັນຕົ້ນສຸກສາລາເຂົ້າສານ ອາຫານແຫ້ງ ແລະເສັ້ນທາງ ຈາກບ້ານໃໝ່ ຫາເຂດບ້ານເດີມ ແຕ່ກໍຍັງມີ ຫລາຍບັນຫາ ທີ່ຊາວບ້ານ ຍັງລໍຖ້າໃຫ້ ທາງຫານຊ່ວຍເຫລືອ ເປັນຕົນ ເຣື້ອງໝໍສະເພາະດ້ານ ແລະເຣື້ອງ ເສັ້ນທາງຈັດສັນ ຫາບ້ານເດີມ ໃນບາງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.