ລົດເມ ວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ຕາຍ 1, ເຈັບ 43

ຈຳປາທອງ
2025.01.28
ລົດເມ ວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ຕາຍ 1, ເຈັບ 43 ສະພາບຄວາມເສຍຫາຍ ຈາກອຸບັດຕິເຫດ ລົດເມໂດຍສານ ວຽງຈັນ-ປາເຊ ຕຳກົກໄມ້ ມີຜູ້ເສຍຊີວິດ 1 ຄົນ, ເຈັບ 43 ຄົນ ເມື່ອວັນທີ 26 ມັງກອນ 2025
Credit photos: ຮູບພາບຈາກພົນລະເມືອງ

ລົດເມແບບຕຽງນອນ ສອງຊັ້ນ ປະຈໍາທາງ ຈາກນະຄອນຫຼວງວຽງຈັນ ໄປຫານະຄອນປາກເຊ ໄດ້ເກີດອຸບັດຕິເຫດ ລົດເສຍຫຼັກ ຕໍາຕົ້ນໄມ້ ຢູ່ເຂດບ້ານໜອງສະໂນ, ເມືອງລະຄອນເພັງ ແຂວງສາລະວັນ ທີ່ຢູ່ກົງກັນຂ້າມ ກັບແຂວງອຸບົນ ຂອງໄທ ໃນມື້ວັນທີ 26 ມັງກອນ ເວລາປະມານ 5 ໂມງເຊົ້າ ເຮັດໃຫ້ແອັດລົດ ຫຼືຜູ້ບໍລິການໃນລົດ ທີ່ເປັນຄົນລາວ ເສຍຊີວິດຄາທີ່ 1 ຄົນ ແລະ ມີຜູ້ບາດເຈັບອີກ 43 ຄົນ, ເປັນຄົນລາວ 14 ຄົນ ແລະ ຊາວຕ່າງປະເທດ 29 ຄົນ, ຊຶ່ງໃນນັ້ນ ບາດເຈັບສາຫັດ 26 ຄົນ ແລະ ຖືກນໍາສົ່ງ ໄປປິ່ນປົວຢູ່ໂຮງໝໍ ທີ່ແຂວງອຸບົນ ຂອງໄທ.

ກ່ຽວກັບສາເຫດ ຂອງອຸບັດຕິເຫດ ທີ່ວ່ານີ້ ຕໍາຫຼວດຈະລາຈອນ ແຂວງສາລະວັນ ສັນນິຖານ ເບື້ອງຕົນວ່າ ເກີດຈາກຄົນຂັບລົດ ຫຼັບໃນ ເພາະເສັ້ນທາງ ໃນແຖບນັ້ນ ເປັນທາງຊື່ ແລະ ບໍ່ເປ່ເພ. ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມັງກອນ ນີ້ວ່າ:

“ສັນນິຖານວ່າ ຊິແມ່ນຫຼັບໃນ ນີ້ແຫຼະ, ແຕ່ວ່າ ສະພາບເສັ້ນທາງ ເປັນເສັ້ນທາງຊື່ ມັນບໍ່ໄດ້ເປ່ເພ. ການສອບຖາມໂຕຈິງ ມັນກະບໍ່ມີ ຜູ້ເຫັນເຫດການ, ຄົນນອນໝົດ ໂຊເຟີລົດ ກໍຍັງບາດເຈັບສາຫັດ, ຍັງຢູ່ອຸບົນ. ເຮົາກໍຍັງບໍ່ທັນ ໄດ້ສອບເອົາ ຄໍາໃຫ້ການ, ຫັ້ນນ່າ ຄົນເສຍຊີວິດຫັ້ນ ມີແຕ່ເສຍຊີວິດ ຄາທີ່ 1, ເປັນແອັດລົດ. ໃນນັ້ນ, ກໍມີແຕ່ບາດເຈັບ 43 ຄົນ ມັນເປັນລົດສາຍທາງ ປົກກະຕິ ເຮົານີ້ແຫຼະ, ລົດຕຽງນອນ ສອງຊັ້ນ.”

ແລະ ເຈົ້າໜ້າທີ່ຕໍາຫຼວດ ແຂວງຈໍາປາສັກ ທ່ານໜຶ່ງ ກໍເວົ້າວ່າ ສໍາລັບລາຍລະອຽດ ຂອງສາເຫດ ທີ່ແທ້ຈິງ ຂອງອຸບັດຕິເຫດ ໃນເທື່ອນີ້ນັ້ນ, ຍັງບໍ່ທັນຈະແຈ້ງເທື່ອ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງກຳລັງສອບສວນ ສືບສວນຢູ່ ວ່າມັນເປັນ ຍ້ອນຫຍັງກັນແທ້, ເປັນຍ້ອນຄົນຂັບລົດ ຫຼັບໃນ ຫຼືບໍ່? ປົກກະຕິ ຢູ່ໃນລົດເມ ກໍມີກ້ອງວົງຈອນປິດ.

“ເຂົາຍັງເອົາຂໍ້ມູນຢູ່ ເກີດຈາກປັດໃຈໃດໜຶ່ງ ຫຼືວ່າ ມັນຫຼັບໃນບໍ່? ເຂົາຈະກວດສອບເອົາ ພະຍານລ້ອມຂ້າງ ຄືກັນ. ປົກກະຕິ ລົດເມ ມັນກໍມີກ້ອງວົງຈອນຢູ່ ນັກຂັບຂີ່, ຜູ້ໂດຍສານ ທີ່ຈິງ ມັນກໍມີກົດໝາຍຢູ່. ກໍລະນີ ຜົນເສຍຫາຍຫຼາຍ ມັນກໍມີໂທດ ທາງອາຍາເດ້ ເຮັດໃຫ້ຜູ້ໂດຍສານ ເສຍຊີວິດ ເກີດຈາກປັດໃຈໃດ ມັນກໍພິສູດ ທາງດ້ານນິຕິສາດ ຄືກັນ.”

ແລະ ປະຊາຊົນລາວ ຜູ້ໜຶ່ງ ທີ່ຮູ້ຈັກເລື່ອງນີ້ ກໍເວົ້າວ່າ ຜູ້ບາດເຈັບ ຈາກເຫດການນີ້ 17 ຄົນ ໄດ້ຖືກນໍາໄປປິ່ນປົວ ຢູ່ໂຮງໝໍ ແຂວງຈໍາປາສັກ ແລະ ສໍາລັບຜູ້ບາດເຈັບໜັກ, ເຈັບສາຫັດ 26 ຄົນ ທີ່ມີປະກັນອຸບັດຕິເຫດ, ຊຶ່ງມີທັງ ຄົນຕ່າງປະເທດ ແລະ ຄົນລາວນໍານັ້ນ, ແມ່ນໄດ້ຖືກນໍາສົ່ງ ໄປປິ່ນປົວ ຢູ່ໂຮງໝໍອຸບັນ ຂອງໄທ.

“ມີຄົນລາວ ແລ້ວກໍມີ ຄົນຕ່າງປະເທດ ປະມານ 40 ປາຍຄົນ. ມີສົ່ງ, ສົ່ງໄປໄທ ນໍາ, ຄົນຕ່າງປະເທດ ແມ່ນສົ່ງໄປໄທ. ມີຄົນລາວ ຄົນເຈັບໜັກ ເພິ່ນກໍຂໍໄປອຸບົນ, ຖະໜົນເລກທີ 13.”

ຕໍ່ເຫດການດັ່ງກ່າວ, ທ່ານ ອະດິສັກ ນ້ອຍສຸວັນ, ຜູ້ວ່າຣາຊະການ ແຂວງອຸບົນຣາຊະທານີ ໄດ້ກ່າວຜ່ານເຟສບຸກຄ໌ ສໍານັກງານ ປະຊາສໍາພັນ ແຂວງອຸບົນຣາຊະທານີ ໃນມື້ວັນທີ 26 ມັງກອນ ນີ້ວ່າ ເຫດການນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ທີ່ໄດ້ຮັບບາດເຈັບ ທັງໝົດ 26 ຄົນ, ມີ 9 ສັນຊາດ ໄດ້ຖືກສົ່ງ ມາປິ່ນປົວ ຢູ່ໂຮງໝໍ ສັບພະສິດປະສົງ 5 ຄົນ, ໂຮງໝໍອຸບົນຣັກ 2 ຄົນ ແລະ ໂຮງໝໍພຣິ້ນ 19 ຄົນ. ໃນຈໍານວນນັ້ນ, ມີສັນຊາດອິສຣາແອລ 12 ຄົນ, ຝຣັ່ງ 5 ຄົນ, ອັງກິດ 2 ຄົນ, ໃຕ້ຫວັນ 2 ຄົນ, ແອັສປາຍ 1 ຄົນ, ປ໋ອກຕູການ 1 ຄົນ, ເບ່ລຢ້ຽມ 1 ຄົນ, ຫວຽດນາມ 1 ຄົນ ແລະ ລາວ 1 ຄົນ. ສໍາລັບລາວ 1 ຄົນນັ້ນ, ແມ່ນຄົນຂັບລົດ ທີ່ມີອາການສາຫັດ ແລະ ຍັງບໍ່ພົ້ນອັນຕະລາຍ. ສ່ວນຜູ້ອື່ນໆ ອາການປອດໄພແລ້ວ. ດັ່ງທີ່ທ່ານກ່າວວ່າ:

“ນັກທ່ອງທ່ຽວ ຊາວຕ່າງຊາດ ທີ່ບາດເຈັບ ທັງໝົດ 26 ຄົນ 9 ສັນຊາດ, ໂຮງໝໍສັບພະສິດປະສົງ ຮັບກໍລະນີ ຜູ້ບາດເຈັບໜັກ, ຄົນຂັບລົດ ເປັນສັນຊາດລາວ ກໍຍັງປະຄອງຢູ່, ຂ້ອນຂ້າງວິກິດ. ແຕ່ສ່ວນທີ່ເຫຼືອ  ທັງໝົດ ຢູ່ໃນອາການປອດໄພ, ສ່ວນໃຫຍ່ ແຂ່ງ, ຂາ ຫັກ.”

ເວົ້າເຖິງເລື່ອງ ລົດໂດຍສານທ່ອງທ່ຽວ ທີ່ແລ່ນ ຈາກນະຄອນຫຼວງວຽງຈັນ ມານະຄອນປາກເຊ ແຂວງຈໍາປາສັກ ຊາວບ້ານ ຢູ່ບ້ານດູ່ໃຫຍ່, ເມືອງລະຄອນເພັງ ແຂວງສາລະວັນ ທີ່ຮູ້ເຫດການດັ່ງກ່າວ ເວົ້າວ່າ ທີ່ຜ່ານມາ ມັກມີລົດທ່ອງທ່ຽວ ຂະໜາດໃຫຍ່ ແລະ ມີນໍ້າໜັກຫຼາຍ ແລະ ໂຊເຟີ້ ກໍມັກຂັບລົດໄວ ຈຶ່ງເຮັດໃຫ້ ເກີດອຸບັດຕິເຫດ ຢູ່ເລື້ອຍໆ.

“ລົດອັນນີ້ ເຂົາກໍແລ່ນໄວໄດ໋, ເອົາມາແລ້ວ ມັນໜັກແລ້ວໄດ໋. ສົມມຸດວ່າ ແລ່ນເປັນຮ້ອຍ ກໍບໍ່ຢາກເວົ້າເລີຍຫັ້ນແຫຼະ. ອັນນີ້ຫັ້ນ ມັນໃຫຍ່ ຢູ່ແລ້ວ, ເກີດອຸບັດຕິເຫດນີ້ ກໍໄດ້ຍິນເຂົາວ່າ ປະມານ ເອີ ກໍຕີ 5 ນີ້ແຫຼະ, ຊ່ວງອັນນັ້ນ ມັນຍັງມືດໆ.”

ອຸບັດຕິເຫດ ຕາມທ້ອງຖະໜົນ ເກີດຂຶ້ນຫຼາຍ ຢູ່ປະເທດລາວ, ແຕ່ທາງການ ຍັງບໍ່ມີ ມາດຕະການປ້ອງກັນ ທີ່ໄດ້ຮັບຜົນດີ ເທົ່າທີ່ຄວນ. ມີແຕ່ໄດ້ໂຄສະນາ ແລະ ຈັດຕັ້ງ ການຝຶກອົບຮົມ ໃຫ້ຜູ້ຂັບລົດ ຮູ້ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ແລະ ຮູ້ກ່ຽວກັບ ຄວາມປອດໄພ 3 ເດືອນເທື່ອນຶ່ງ.

ອີງຕາມມາດຕາ 145 ຂອງປະມວນ ກົດໝາຍອາຍາ ລະບຸວ່າ ບຸກຄົນໃດ ຫາກໄດ້ລະເມີດ ກົດຈະລາຈອນ ແລ້ວພາໃຫ້ເກີດ ອຸບັດຕິເຫດ ແລະ ເຮັດໃຫ້ຜູ້ອື່ນ ຖືກບາດເຈັບ ຈະຖືກປັບໃໝ ແຕ່ 1 ລ້ານກີບ ຫາ 5 ລ້ານກີບ.

ໃນກໍລະນີ ທີ່ການກະທໍາຜິດ ຫາກພາໃຫ້ ມີຄົນບາດເຈັບສາຫັດ, ເຈັບຫຼາຍຄົນ, ເສຍອົງຄະ ຫຼື ພິການ ຈະຖືກລົງໂທດ ຈໍາຄຸກ ແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 4 ລ້ານກີບ ຫາ 15 ລ້ານກີບ.

ຫາກພາໃຫ້ມີ ຄົນເສຍຊີວິດ ຈະຖືກລົງໂທດ ຈໍາຄຸກ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ.

ແລະ ຫາກພາໃຫ້ ມີຄົນເສຍຊີວິດ ແຕ່ 2 ຄົນ ຂຶ້ນໄປ ຈະຖືກລົງໂທດ ຈໍາຄຸກ ແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.