ອາຫານເສີມໃຫ້ນັກຮຽນບໍ່ ຕໍ່ເນື່ອງ
2016.11.28
ເດັກນ້ອຍ ນັກຮຽນ ຢູ່ເມືອງ ຍອດອູ ແຂວງ ຜົ້ງສາລີ ບໍ່ໄດ້ກິນ ອາຫານເສີມ ຢ່າງຕໍ່ເນື່ອງ ໃນການ ແກ້ໄຂ ບັນຫາ ຂາດ ສານອາຫານ ໃນຊ່ວງ ວັຍຈະເຣີນ ເຕີບໂຕ ຍ້ອນວ່າ ໂຮງຮຽນ ຢຸດພັກ ປະຈຳປີ ແລະ ພວກເຂົາເຈົ້າ ກໍບໍ່ໄດ້ຮັບ ການແຈກ ອາຫານ ຈາກ ໂຮງຮຽນ ສົ່ງຜົລ ຕໍ່ ການເຕີບໂຕ ແລະ ສຸຂພາບ ຂອງ ພວກເຂົາເຈົ້າ. ດັ່ງເຈົ້າຫນ້າທີ່ ຂແນງ ແມ່ແລະເດັກ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ວີທຍຸ ເອເຊັຽເສຣີ ວ່າ.
"ເອີ ອາຫານເສີມນີ້ ຂອງ ອັນສຶກສາ ນໍ ຂະເຈົ້າກໍ ຈ່າຍຢູ່ ອັນນະ ອາຫານເສີມ ແມ່ນແຫຼະ ອັນບໍ່ໄດ້ ເຂົ້າໂຮງຮຽນ ບໍ່ໄດ້ຮັບ ອັນເຂົ້າ ໂຮງຮຽນ ກໍໄດ້ຮັບຢູ່ ອາຫານເສີມ ຫັ້ນນ່າ ຈ່າຍຢູ່ໂຮງຮຽນ ເນາະ ບໍ່ໄດ້ເນື່ອງ ຕອນເຂົ້າ ໂຮງຮຽນ ກໍໄດ້ກິນຢູ່ ແຕ່ປິດ ໂຮງຮຽນ ກໍບໍ່ໄດ້ກິນ".
ນາງກ່າວ ຕື່ມວ່າການແຈກ ອາຫານເສີມ ຂອງໂຄງການ ກອງທຶນ ອາຫານໂລກ ທີ່ເມືອງ ຍອດອູ ນັ້ນສ່ວນຫຼາຍ ຈະແຈກ ໃຫ້ນັກຮຽນ ອາຍຸ ລະຫວ່າງ 2 ຫາ 10 ປີ ເລີ້ມຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນປະຖົມ ສຳລັບ ເດັກນ້ອຍ ທີ່ບໍ່ໄດ້ ເຂົ້າໂຮງຮຽນ ນັ້ນຈະ ບໍ່ໄດ້ຮັບ ອາຫານເສີມ.
ທ່ານວ່າ ນອກຈາກ ໂຄງການ ກອງທຶນອາຫານໂລກ ໄດ້ເຂົ້າມາແຈກ ອາຫານເສີມ ໃຫ້ນັກຮຽນ ດັ່ງກ່າວ ເລີ້ມແຕ່ປີ 2015 ເປັນຕົ້ນມາ ແລ້ວ ກໍຍັງ ບໍ່ມີໂຄງການ ອື່ນເຂົ້າມາຊ່ອຍເຫຼືອ ແລະ ທາງການລາວ ກໍມີພຽງແຕ່ ໄປສິດສອນ ກ່ຽວກັບ ໂພຊນາການ ໃຫ້ແກ່ ເຂົາເຈົ້າ ເທົ່ານັ້ນ.
"ເອີ ກໍຫາກ ບໍ່ມີ ໂຄງການໃດ ມາຊ່ອຍ ກໍບໍ່ຊ່າງ ເຮັດແນວໃດ ຫັ້ນ ກໍມີແຕ່ໄປ ສຸຂສຶກສາ ຂະເຈົ້າເນາະ ກິນຊິ້ນ ກິນປາ ກິນຜັກ ມີແຕ່ໄປ ໂພຊນາການ ເທົ່ານັ້ນ ເວລາ ໄປສັກຢາ ວັກຊີິນ ຫຍັງກັນນາ ມີແຕ່ ໂພຊນາການ ແບບຫັ້ນ".
ນາງວ່າ ໃນພາກສ່ວນ ຂອງຣັຖບານ ໃນການ ແກ້ໄຂບັນຫາ ຂາດສານອາຫານ ໃນເດັກນ້ອຍ ພາກຣັຖ ກໍໄດ້ໃຫ້ ງົບປະມານ ໃນຣະຍະ ສັ້ນໆ ໃນປີ 2015 ແຕ່ ໃນປັດຈຸບັນ ກໍບໍ່ມີ ງົບປະມານ ເພີ່ມຕື່ມ.