2022-2024, ມີການກວາດລ້າງ ແກ໊ງຄອລເຊັນເຕີ້ ຢູ່ສາມຫຼ່ຽມຄໍາ ໄດ້ 88%
2025.01.11

ໃນໄລຍະ ປີ 2022 ຫາປີ 2024, ພົບເຫັນ ການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງ ທາງໂທລະຄົມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈໍານວນ 306 ຫົວໜ່ວຍ ມີຄົນງານທັງໝົດ 15,970 ຄົນ. ໃນນີ້, ຄົນລາວ 6,120 ຄົນ ແລະ ຕ່າງປະເທດ 9,868 ຄົນ.
ການຈັດຕັ້ງປະຕິບັດ ແກ້ໄຂໂຕຈິງ ໃນໄລຍະ 2 ປີນັ້ນ, ສາມາດມ້າງບໍລິສັດ ໄດ້ 63 ຫົວໜ່ວຍ ມີບໍລິສັດ ສະຫຼາຍໂຕເອງ 46 ຫົວໜ່ວຍ ແລະ ຫັນປ່ຽນການເຄື່ອນໄຫວ ເປັນເກມອອນລາຍ ທີ່ໄດ້ອະນຸມັດ 160 ຫົວໜ່ວຍ ແລະ ຍັງມີສືບຕໍ່ ກວດກາແກ້ໄຂ ອີກ 37 ຫົວໜ່ວຍ. ສະຫຼຸບໄດ້ວ່າ ໄດ້ກວດກາ ແກ້ໄຂສໍາເລັດໂຕຈິງ 88%, ອີງຕາມລາຍງານ ຈາກກອງປະຊຸມ ປະເມີນຜົນ ການແກ້ໄຂ ການສໍ້ໂກງ ທາງໂທລະຄົມ (Call Center) ທີ່ຈັດຂຶ້ນ ໃນວັນທີ 7 ມັງກອນ 2025 ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.
ສ່ວນອີກ 37 ຫົວໜ່ວຍ ຫຼືອີກ 12% ທີ່ຍັງສືບຕໍ່ກວດກາ ຢູ່ນັ້ນ ກໍເພື່ອກວດສອບ ໃຫ້ແນ່ໃຈວ່າ ບໍໍລິສັດ ທີ່ຫັນເປັນ ກາສິໂນອອນລາຍ ທັງໝົດນັ້ນ, ເປັນຈິງ ຕາມທີ່ອ້າງແທ້ ຫຼືບໍ່ ໂດຍຈະກວດກາໃຫ້ແລ້ວ ພາຍໃນ 2 ເດືອນ. ດັ່ງເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມັງກອນ 2025 ວ່າ:
“ນັບຕັ້ງແຕ່ ທີ່ເຮົາກວດພົບວ່າ ມີ 306 ບໍລິສັດ ທີ່ເຄື່ອນໄຫວ ໃນໂຕນີ້ ປັດຈຸບັນນີ້, ຕາມການໂຕເລກ ປະເມີນຜົນ ລະແມ່ນສາມາດ ເຮັດໄດ້ແລ້ວ 88% ຍັງເຫຼືອອີກ ຕັ້ງແຕ່ 12% ທີ່ພວກເຮົາ ຍັງດໍາເນີນການກວດກາ. ມັນຍັງເປັນເຄິ່ງໆ ກາງໆ ວ່າ ຈໍານວນໜຶ່ງ ທີ່ເຂົາຫັນມາເປັນ ກາສິໂນອອນລາຍ ແລ້ວມັນເປັນ ກາສິໂນອອນລາຍ ແທ້ບໍ່ ຫຼື ເອົາໄປອະນຸມັດ ກາສິໂນອອນລາຍ ມາບັງໜ້າ. ແລ້ວເຄື່ອນໄຫວ Call Center ອັນນີ້ ພວກເຮົາ ຕ້ອງໄດ້ທໍາການ ກວດລະອຽດ ພາຍໃນ 2 ເດືອນນີ້ ພວກເຮົາຈະກວດ ໃຫ້ລະອຽດ.”
ຢ່າງໃດກໍຕາມ, ປັດຈຸບັນ ບໍລິສັດຕອບແຊັດ ຈໍານວນໜຶ່ງ ໄດ້ກັບມາດໍາເນີນການ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເປັນປົກກະຕິ ອີກເທື່ອໜຶ່ງແລ້ວ ຫຼັງຈາກມີ ການກວາດລ້າງ ບໍລິສັດຕອບແຊັດ ຄັ້ງໃຫຍ່ ໃນເດືອນສິງຫາ ປີ 2024 ທີ່ຜ່ານມາ ແລະ ຍັງຄົງມີ ການປະກາດຫາ ຄົນຕອບແຊັດ ຢູ່ເລື້ອຍໆ. ສໍາລັບບາງບໍລິສັດ ຕ້ອງການຄົນລາວ ໂດຍສະເພາະ ຍ້ອນເປັນວຽກຕອບແຊັດ ພາສາໄທ, ຂະນະທີ່ ຕ້ອງການ ຄົນມຽນມາຄືກັນ, ຫາກມີຄວາມຮູ້ ດ້ານພາສາຈີນ ຫຼື ຂຽນພາສາໄທ ໄດ້. ດັ່ງພະນັກງານຕອບແຊັດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທ່ານໜຶ່ງ ກ່າວວ່າ:
“ແມ່ນ, ເຮັດວຽກນີ້ດົນແລ້ວ ກໍກັບໄປ ພັກຜ່ອນຢູ່ບ້ານ ແລ້ວກໍຫາກັບມາ, ເຂົາບອກໃຫ້ມາ ກໍກັບມາເຮັດນໍາເຂົາເຈົ້າ ນໍາກັນຕື່ມ. ມັນເປັນພາສາໄທ ນີ້ແຫຼະ, ຄົນໄທ ສ່ວນຫຼາຍ ເຂົາເຈົ້າຈະບໍ່ຢາກຮັບ, ຫັ້ນນ່າ. ຄົນມຽນມາ ກະຮັບ ຄັນວ່າໄດ້ພາສາຈີນ, ຫັ້ນນ່າ.”
ຂະນະທີ່ ນາຍໜ້າຮັບສະໝັກ ພະນັກງານຕອບແຊັດ ນາງໜຶ່ງ ກ່າວວ່າ ສໍາລັບເກມອອນລາຍ ນັ້ນ, ບໍ່ໄດ້ແຕກຕ່າງ ຈາກວຽກຕອບແຊັດ ທີ່ເຄີຍເຮັດປານໃດ ແຕກຕ່າງກັນ ພຽງແຕ່ແອັບທີ່ໃຊ້ ເທົ່ານັ້ນ. ດັ່ງນາງກ່າວວ່າ:
“ວຽກຕອບແຊັດ ຫາລູກຄ້າ ທາງລາຍເຈົ້າ. ແມ່ນ, ສ່ວນຫຼາຍ ຈະຫາລູກຄ້າທາງລາຍ ຫຼືວ່າ ທາງຕິກຕ໋ອກ, ທາງອີ່ຫຍັງ ກໍໄດ້ໝົດ. ມັນກໍຕ່າງກັນ, ຕ່າງກັນໜ້າວຽກ ໜ້າແອັບ ມີແຕ່ຕ່າງກັນ ໜ້າແອັບຊື່ໆ ມັນກໍ່ຄ້າຍໆກັນ ຫັ້ນແຫຼະ.”
ຜູ້ທີ່ໄດ້ຮັບຜົນກະທົບ ໂດຍກົງ ແມ່ນຄອບຄົວ ແລະ ຜູ້ປົກຄອງ ຂອງເຫຍື່ອຄ້າມະນຸດ ທີ່ຖືກຕົວະໄປ ໃຫ້ເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່ອນຈະຖືກຄ້າມະນຸດ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນປະເທດມຽນມາ ທີ່ນອກຈາກ ຈະສົ່ງຜົນກະທົບ ດ້ານຈິດໃຈແລ້ວ ຍັງສົ່ງຜົນກະທົບ ຕໍ່ສະພາບ ເສດຖະກິດຄອບຄົວນໍາ ຍ້ອນຕ້ອງເສຍເງິນ ກວ່າຮ້ອຍປາຍລ້ານກີບ ໃນການຕິດຕາມຫາລູກ, ອີງຕາມຄໍາເວົ້າ ຂອງຜູ້ປົກຄອງ ເຫຍື່ອຄ້າມະນຸດ ທີ່ແຂວງຫຼວງນໍ້າທາ ນາງໜຶ່ງ ກ່າວວ່າ:
“ອີ່ແມ່ ກໍເສຍເງິນ ຮອດຕັ້ງ 100 ປາຍລ້ານນີ້, ລູກຈັ່ງໄດ້ມາເຮືອນ. ດຽວນີ້, ອີ່ແມ່ໝົດເງິນ-ໝົດຄໍາ ຍ້ອນຂາຍໂຕງົວ, ມີໂຕງົວໂຕໜຶ່ງ ກໍຂາຍຊ່ອຍລູກ ແລ້ວກໍເລື່ອຍໄມ້ ວ່າຊິເຮັດເຮືອນ ກໍຂາຍຊອກລູກ. ກະວ່າເລື່ອຍໄມ້ ຊິເຮັດເຮືອນ, ເລົ້າເຂົ້າກໍຂາຍ ໃຫ້ຊອກລູກ. ແລ້ວກໍຊິເຮັດສວນ ປູກຢາງພາລາ ບໍ່, ປູກຫຍັງ ກໍຂາຍຊອກລູກ ຫັ້ນກໍ, ຢືມທະນາຄານຕື່ມ.”
ກອງປະຊຸມ ປະເມີນຜົນ ການແກ້ໄຂ ການສໍ້ໂກງ ທາງໂທລະຄົມ (Call Center) ເທື່ອນີ້, ຍັງລາຍງານຕື່ມວ່າ ໃນໄລຍະ 2 ປີທີ່ຜ່ານມາ ສໍາລັບດ້ານແຮງງານນັ້ນ, ທາງການລາວ ໄດ້ມີການສົ່ງໂຕ ຜູ້ກ່ຽວຂ້ອງ ໃຫ້ຕໍາຫຼວດຈີນ 9 ຄັ້ງ ລວມມີ 1,394 ຄົນ, ເປັນເພດຍິງ 73 ຄົນ.