ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ: ຈົດໝາຍ ຈາກຜູ້ຟັງ

ໄມ​ໂຊ​ລີ
2024.02.27
ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການຊ່ອຍເຫຼືອແມ່ຍິງລາວ 3 ຄົນ ເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ, ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ, ຫຼວງພຣະບາງ ສ່ຽງທີ່ຈະເສັຍຖານະ ມໍຣະດົກໂລກ, ຣັຖບານ ອະນຸຍາດໃຫ້ ບໍຣິສັດ ເອກະຊົນ ສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ອັດຕະປື ສົ່ງຜົລກະທົບ ຕໍ່ແວດລ້ອມ ແລະ ປະຊາຊົນ ແລະ ຂ່າວອື່ນໆ.

 ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ຄວາມເຫັນ ກ່ຽວກັບຂ່າວ "ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ"

"ຕາມຟັງຂ່າວນີ້ແລ້ວ ມັນໜ້າເສົ້າໃຈ! ຜູ່ນຳ ທາງຜ່າຍຣັດຖະບານ ມົວແຕ່ ຢາກເຫັນຄວາມຈະເຣີນ ຮຸ່ງເຮືອງ ຢ່າງມີແສງສີ ບໍ່ໄດ້ຄິດເຫັນ ຄວາມສຸກທຸກ ຂອງປະຊາຊົນ. ອີກບໍ່ດົນ ຄົນລາວ ເຮົາກໍຈະເປັນ ຄົນຊັ້ນສອງ ຫລືວ່າ ຄົນກຸ່ມນ້ອຍໄປ ໂດຍບໍ່ຮູ້ໂຕ. ປະເທດທີ່ ເຂົາຢາກໃຫ້  ປະເທດຕົນ ຈະເຣີນນັ້ນ ເຂົາຈະພັດທະນາ ໃນຫລາຍດ້ານ ໄປພ້ອມໆກັນ ແລະ ສີ່ງສຳຄັນ ແມ່ນຜູ່ທີ່ ຈະເປັນຜູ່ນຳພາ ປະເທດຊາດ ກ້າວໄປສູ່ ຄວາມຈະເຣີນ, ຜູ້ ຄົນພວກນັ້ນ ກໍແມ່ນ ເຍົາວະຊົນ ຂອງຊາດນັ້ນເອັງ."

 (ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.