ຄ່າໄຟຟ້າຍັງແພງຢູ່ ເຖິງແມ່ນວ່າ ລາວມີແຫຼ່ງຜະລິດ ໄຟຟ້າເກືອບ 100 ແຫ່ງ: ຈົດໝາຍ ຈາກຜູ້ຟັງ
2024.08.18
ຄວາມຄຶດ ຄວາມເຫັນ ກ່ຽວກັບຂ່າວ ພາສາຈີນ ຍັງຄົງເປັນທາງເລືອກ ອັນດັບໜຶ່ງ ສຳລັບນັກສຶກສາຈົບໃໝ່ ແລະ ຄົນທົ່ວໄປ, ຄົນງານລາວ ທີ່ເຮັດວຽກ ເປັນກໍາມະກອນກໍ່ສ້າງ ຢູ່ໃນເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ຍັງຖືກນາຍຈ້າງຄົນຈີນ ເອົາປຽບ ແລະ ບໍ່ຈ່າຍຄ່າ, ປະຊາກອນລາວ ໄດ້ໃຊ້ໄຟຟ້າໃນລາຄາແພງ ໃນຂະນະທີ່ມີ ແຫຼ່ງຜະລິດໄຟຟ້າ ເກືອບ 100 ແຫ່ງ ໃນລາວ ແລະ ຂ່າວອື່ນໆ
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ຄວາມເຫັນ ກ່ຽວກັບຂ່າວ “ປະຊາກອນລາວ ໄດ້ໃຊ້ໄຟຟ້າໃນລາຄາແພງ ໃນຂະນະທີ່ມີ ແຫຼ່ງຜະລິດໄຟຟ້າ ເກືອບ 100 ແຫ່ງ ໃນລາວ”
“ຫລຸດຜ່ອນ ຄ່າໄຟຟ້າ ລົງອີກແດ່ຫວ້າ, ທຸກຢ່າງ ແມ່ນຄົນເປັນເຮັດ ບໍ່ແມ່ນຫວ້າ, ຄິດເຫັນໃຈ ປະຊາຊົນ ແດ່ເດີ້. ຢ່າຄິດເຫັນແຕ່ ຄອບຄົວຕົນເອງຫລາຍ ຈົ່ງຄິດເຫັນໃຈຄອບຄົວ ຄົນອື່ນ ທີ່ຫາເຊົ້າກິນຄ່ຳແດ່.”
“ມັນຂື້ນກັບ ການຄອງຊີບ ລາຍໄດນ້ອຍ ພ້ອມທັ້ງ ເງີນກີບລາຄາຕົກຕຳ ລາຄາໄຟຟ້າ ມີກົດເກນຢູ່ແລ້ວ ກ່ອນຈະອອກເປັນລາຄາຂາຍ ຄົນລາວ ການຄອງຊີບ ບໍ່ມີການຮັບປະກັນ ແລະ ບໍ່ໄດ້ຜົນ!”
“ປະເທດຊາດ ບໍ່ທັນເປັນປະເທດພັດທະນາ ກ້າວໜ້າ ປະຊາຊົນ ຢາກຮຽກຮ້ອງໃຫ້ລັດຖະບານ ເກື້ອກູນ ບໍ່ໄດ້ດອກ ບໍ່ມີປະເທດໃດ ສາມາດເຮັດໄດ້. ເຫັນສ້າງເຂື່ອນໄຟຟ້າຫຼາຍ ລະວ່າ ລາວມີໄຟຟ້າເຫຼືອເຟືອ ບໍ່ແມ່ນແນວ, ຕ້ອງເບິ່ງ ໃຫ້ຖືກຕ້ອງ ກ່ອນຮຽກຮ້ອງການໃຊ້ລາຄາຕ່ຳ, ເຂື່ອນຕ່າງໆ ແມ່ນການຮ່ວມທຶນ ນຳຕ່າງປະເທດ ລາຍໄດ້ ກໍ່ຕ້ອງສະເລ່ຍແບ່ງສ່ວນ ບໍ່ແມ່ນລາວ ຈະເໝົາເອົາໝົດ ຖ້າທຶນລາວ ສ້າງເອງ ສາມາດສ້າງໄດ້ບໍ່ລະດັບສິບເຂື່ອນ ໃນໄລຍະ ຊາວປາຍປີ ຄົງຈະບໍ່ໄດ້ ແຕ່ຕ່າງປະເທດ ລົງທຶນຮ່ວມ ກໍ່ຍັງຂາດງົບປະມານແລ້ວ.”
“ຄ່າໄຟ້າແພງ ຍ້ອນວ່າ ເຂື່ອນໄຟ້າເຫົ່ລານັ້ນ ບໍ່ມີຈັກເຂື່ອນ ທີ່ເປັນຂອງລາວ.”
...
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!