ຜູ້ປົກຄອງຫຼາຍຄົນ ບໍ່ໃຫ້ລູກຫຼານຮຽນຕໍ່ ຍ້ອນເສດຖະກິດ ຟືດເຄືອງ: ຈົດໝາຍ ຈາກຜູ້ຟັງ
2024.09.23
ຄວາມຄຶດ ຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານ ໃນຫຼາຍເຂດ ຢູ່ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ກະທັນຫັນ ຍ້ອນພາຍຸນາກິ ແລະ ນ້ຳລົ້ນຈາກເຂື່ອນໄຟຟ້ານ້ຳທາ 3, ຜູ້ປົກຄອງຫຼາຍຄົນ ບໍ່ໃຫ້ລູກຫຼານຮຽນຕໍ່ ໂດຍສະເພາະ ໃນປີນີ້ ອັນເນື່ອງມາຈາກ ເສດຖະກິດ ພາຍໃນປະເທດ ຟືດເຄືອງ, ແຂວງຈໍາປາສັກ ຈະກວດຄືນໃໝ່ ໂຄງການ ລົງທຶນຕ່າງໆ ທີ່ອະນຸມັດໄປ ແຕ່ບາງໂຄງການ ບໍ່ມີປະສິດທິພາບ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ຄວາມເຫັນ ກ່ຽວກັບຂ່າວ “ປົກຄອງຫຼາຍຄົນ ບໍ່ໃຫ້ລູກຫຼານຮຽນຕໍ່ ເນື່ອງຈາກ ຟືດເຄືອງ ແລະ ສິນຄ້າ ເຄື່ອງໃຊ້ສໍາລັບການສຶກສາ ກໍ່ມີລາຄາແພງຂຶ້ນຫຼາຍ”
“ເຮັດຄື ປະເທດບໍ່ມີລັດຖະບານແທ້. ອຸປະກອນ ການຮຽນ ຂອງເຍົາວະຊົນ ຍັງມີບັນຫາ. ງຶດຫລາຍ... ສົງສານ ແຜ່ນດີນລາວແດ່!”
“ຈົບງາມຫລາຍນໍ່ ຊີວິດການເປັນຢູ່ ຂອງປະຊາຊົນຄົນລາວ ພັກ-ລັດ ຄືມາກິນ ອີ່ມຫນໍາສໍາລານດີແທ້ ໃສວ່າ ພັກນໍາພາ ປະຊາຊົນ ເປັນເຈົ້າ. ຕົວະໄດ້ຕົວະດີ ພວກຄະນະ ປະຕິວັດຊາດ ສົງສານປາຊາຊົນ ໂອຍ… ຄະນະຂາຍຊາດ”
“ຖ້າບໍ່ມີນັກຮຽນ ເຍົາວະຊົນ ເຂົ້າໂຮງຮຽນແລ້ວ, ໃນອະນາຄົດ ຊິເອົາອັນໃດ ມາສຶບທອດ ເປັນພະນັກງານ ຮັບໄຊ້ຊາດ, ປະເທດຊາດ ຊິມີຄວາມພັດທະນາ, ຈະເລີນກ້າວຫນ້າ ຄືປະເທດອື່ນ. ຖ້າບ່ມີ ຜູ້ສືບທອດແລ້ວ, ສະແດງວ່າ ແນວພັນກະຊິຫມົດໄປ ຢ່າງສີ້ນເຊິງ”
“ແມ່ນໆ.. ປະຊາຊົນລາວ ຢູ່ຍາກລຳບາກແລ້ວ. ເວລາຊື້ ໄລ່ຕາມເງີນຕາຕ່າງປະເທດ. ເວລາຂາຍ ເຄື່ອງປູກ ຂອງ ປະຊາຊົນ ໄລ່ຕາມເງີນກີບ. ຕົວຢ່າງ ຊາດິບ ຢູ່ຜົ້ງສາລີ ຫລັງ 3 ປີ ໂລລະ 12 ພັນ. ຖືກ 9 ຢວນ. ດຽວໂລລະ 18 ພັນ ຖືກຢູ່ 6 ຢວນ. ແຕ່ຂັ້ນເທີງ ບໍ່ເຫ້ນຄວາມລຳບາກ ຂອງ ປະຊາຊົນລາວ”
“ພີ່ນ້ອງລາວ ມີວັນນີ້ ໃນໜ້າ ປະຫວັດສາດ ຂອງຊາດ ກໍຍ້ອນ ມີພັກນຳພາ ປະຊາຊົນເປັນເຈົ້າ ເວົ້າໄດ້ ແຕ່ຊົມເຊີຍ ຕົບມື ເຫັນດີ ເພາະການນຳ ເພີ່ນມີໄວ້ໝົດແລ້ວ ສັງຄົມນິຍົມ!!!”
….
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!