ສວນກ້ວຍຈີນ ບ້ານຖິ່ນຍຸງ ເມືອງວຽງຄໍາ ປ່ອຍສານເຄມີ: ຈົດໝາຍ ຈາກຜູ້ຟັງ

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ສວນກ້ວຍ ຂອງຈີນ ບ້ານຖິ່ນຍຸງ ເມືອງວຽງຄໍາ ປ່ອຍສານເຄມີ , ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ ໄຊຊະນະ ພັທນາໂຄງການ ພະລັງງານສະອາດ , ເຂື່ອນຈີນ ກັກນ້ຳ ເຮັດໃຫ້ນ້ຳ ຂອງຫລຸດລົງ ສົ່ງຜົນ ກະທົບ ຕໍ່ ປະຊາຊົນ ແລະ ຂ່າວອື່ນ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ສວນກ້ວຍ ຂອງຈີນ ບ້ານຖິ່ນຍຸງ ເມືອງວຽງຄໍາ ປ່ອຍສານເຄມີ”

" ຂນະນີ້ ທຸກຢ່າງ ມັນກຳລັງເລີ່ມ ຕົ້ນໄປສູ່ ຄວາມຫາຍະນະ ຫົວພູ ແຕ່ລະບ່ອນ ດິນເປົ່າວ່າງດິນລັດ ດິນລວມບ້ານ ລ້ວນແລ້ວ ແຕ່ອະນຸຍາດໃຫ້ຈີນ ເຂ້າສຳປະທານ ປູກກ້ວຍ ກະຕຸກຢາ ຂ້າຫຍ້າ ສານເຄມີ ເຕັມທຸກ ບ່ອນຄິດເອົາ 80-90% ຄົນລາວ ຍັງອາໃສ ແຫລ່ງນ້ຳ ທຳມະຊາດ ບໍລິໂພກ ກິນດື່ມ. ຕອນນີ້ ໂຮງຫມໍ ຂາດແຄນຢາ ຄົນເຈັບ ເພີ້ມຂື້ນ , ຜູ້ໄດ້ປະໂຫຍດ ກໍຄື ນາຍຜູ້ເຊັນ ອະນຸມັດ ໂຄງການ ໃຫ້ກັບນາຍທຶນ ຈີນ..."

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ , ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ , ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ , ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ , ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!