ປະຊຸມສິດທິມະນຸສ ອອສເຕຣເລັຽ-ລາວ, ອົງການສາກົລ ຂໍໃຫ້ແກ້ໄຂ ບັນຫາດັ່ງກ່າວ ໃນລາວ

ພູວົງສ໌
2023.11.27
ປະຊຸມສິດທິມະນຸສ ອອສເຕຣເລັຽ-ລາວ, ອົງການສາກົລ ຂໍໃຫ້ແກ້ໄຂ ບັນຫາດັ່ງກ່າວ ໃນລາວ ນັກເຄື່ອນໄຫວ ພາກປະຊາສັງຄົມ ໃນໄທຍ ຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ເພື່ອຮຽກຮ້ອງຄວາມຍຸຕິທັມ ໃຫ້ແກ່ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າສະຖານທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຮຽກຮ້ອງໃຫ້ຣັຖບານລາວ, ວັນທີ 15 ທັນວາ 2022.
RFA

ໃນວັນທີ 23 ພຶສຈິກາ ທີ່ຜ່ານມານີ້, ທາງການອອສເຕຣເລັຽ ແລະ ໂຕແທນຈາກຣັຖບານລາວ ໄດ້ຈັດກອງປະຊຸມ ທະວິພາຄີ ວ່າດ້ວຍເຣື່ອງສິດທິມະນຸສ ລະວ່າງອອສເຕຣເລັຽ ແລະ ລາວ ຄັ້ງທີ 8 ຫຼື (Australia-Laos 8th, bilateral human rights dialogue) ຢູ່ນະຄອນຫຼວງແຄນເບີ່ຣ້າ ປະເທດອອສເຕຣເລັຽ ເພື່ອປຶກສາຫາລື ກ່ຽວກັບປະເດັນ ດ້ານສິດທິມະນຸສ, ສິດທິພົລເມືອງ ແລະ ສິດທິດ້ານການເມືອງ ລວມເຖິງການມີສ່ວນຮ່ວມ ໃນກົລໄກສິດທິມະນຸສ ລະວ່າງປະເທດ ຕລອດເຖິງການຮ່ວມມື ລະດັບທະວິພາຄີ ແລະ ລະດັບພາກພື້ນ.

ກ່ຽວກັບເຣື່ອງນີ້, ກ່ອນຈະມີກອງປະຊຸມດັ່ງກ່າວ ອົງການສິ້ງຊອມ ດ້ານສິດທິມະນຸສ ຫຼື Human Rights Watch ໄດ້ອອກຂໍ້ສເນີ ໄປຍັງກະຊວງການຕ່າງປະເທດ ແລະ ການຄ້າ ຂອງອອສເຕຣເລັຽ ວ່າ ທາງການອອສເຕຣເລັຽ ຄວນທີ່ຈະກົດດັນ ເຣື່ອງສິດທິ ໃນການສະແດງຄວາມເຫັນ ແລະ ສືບສວນສອບສວນ ຕໍ່ຄະດີ ການບັງຄັບໃຫ້ຫາຍສາບສູນ ທີ່ເກີດຂຶ້ນ ກັບນັກເຄື່ອນໄຫວ ດ້ານປະຊາທິປະຕັຍ ໃນລາວ ໃຫ້ມີຄວາມຈະແຈ້ງ. ດັ່ງທ່ານ ຟີລ ໂຣເບີດເຊີ້ນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳພາກພື້ນເອເຊັຽ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິກາ 2023 ທີ່ຜ່ານມານັ້ນວ່າ.

(ພາສາໄທຍ) ທ່ານວ່າ: “ເປັນສິດທິທາງດ້ານການເມືອງ ແລະ ພາກປະຊາສັງຄົມ ຂອງລາວ ກໍເລີຍວ່າບໍ່ທັນໄດ້ດີເທົ່າໃດ. ກໍມີການລະເມີດເສຣີພາບ ໃນການສະແດງອອກ, ການລະເມີດສິດທິ ການລວມໂຕເປັນກຸ່ມ ທີ່ອອກໄປປະທ້ວງ ໂດຍສັນຕິວິທີ. ອັນນີ້ ພວກເຮົາເລີຍກໍຫວັງວ່າ ທາງກະຊວງການຕ່າງປະເທດ ອອສເຕຣເລັຽ ກໍຈະໃຊ້ໂອກາດນີ້ ທີ່ຈະຜັກດັນເຕັມທີ່ ໃຫ້ຣັຖບານລາວ ຕະໜັກວ່າ ເຂົາຕ້ອງປ່ຽນແປງນະໂຍບາຍ ທີ່ຈະຍົກເລີກ ການລະເມີດສິດທິມະນຸສ.”

ທ່ານກ່າວອີກວ່າ ທາງການອອສເຕຣເລັຽ ຈະຕ້ອງກົດດັນຣັຖບານລາວ ໃຫ້ເປີດເຜີຍວ່າ ບັນດາຜູ້ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ນັ້ນ ຢູ່ໃສ ພ້ອມໃຫ້ຣັຖບານລາວ ໃຫ້ສັຕຍາບັນ ຕາມອະນຸສັນຍາ ລະວ່າງປະເທດ ວ່າດ້ວຍການຄຸ້ມຄອງ ການຫາຍສາບສູນ ໂດຍການບັງຄັບ (International Convention for the Protection of All Persons from Enforced Disappearance: CED) ຫຼືອອກກົດໝາຍ ຫຼືນະໂຍບາຍ ທີ່ຖືກຕ້ອງ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຜແນກສິດທິມະນຸສ, ກົມສົນທິສັນຍາ ແລະ ກົດໝາຍ ປະຈຳກະຊວງການຕ່າງປະເທດ ຂອງລາວ ໃນວັນທີ 22 ພຶສຈິກາ ທີ່ຜ່ານມາ ເພື່ອສອບຖາມກ່ຽວກັບກອງປະຊຸມ ທະວິພາຄີ ວ່າດ້ວຍເຣື່ອງສິດທິມະນຸສ ລະວ່າງອອສເຕຣເລັຽ-ລາວ ຄັ້ງທີ 8 ນີ້, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ທັນສະດວກ ໃຫ້ຂໍ້ມູນໃນຂະນະນັ້ນໄດ້.

ກ່ອນໜ້ານີ້, ໃນປີ 2020 ທາງການລາວ ແລະ ທາງການອອສເຕຣເລັຽ ໄດ້ຍົກລະດັບການຮ່ວມມື ລະດັບທະວິພາຄີ ດ້ານສິດທິມະນຸສ ຮ່ວມກັນ ໃນຫຼາກຫຼາຍປະເດັນ ເປັນຕົ້ນ ການເປີດພື້ນທີ່ ໃຫ້ແກ່ພາກປະຊາສັງຄົມ ແລະ ການສືບສວນສອບສວນ ໃນເຣື່ອງ ການບັງຄັບບຸກຄົນ ໃຫ້ຫາຍສາບສູນ ຜ່ານຂະບວນການທົບທວນສິດທິມະນຸສ ຢ່າງຮອບດ້ານ (Universal Periodic Review: UPR), ເຊິ່ງຣັຖຕ່າງໆ ຈະຮ່ວມກັນ ໃຫ້ຂໍ້ສເນີແນະ ແກ່ປະເທດລາວ. ແຕ່ມາຮອດປັດຈຸບັນ ຍັງບໍ່ທັນໄດ້ເຫັນຄວາມຈະແຈ້ງ ກ່ຽວກັບປະເດັນດັ່ງກ່າວນີ້ ຢ່າງເປັນຮູບປະທັມເທື່ອ.

ດັ່ງໂຄສົກ ຂອງອົງການນິລະໂທສກັມສາກົລ ທີ່ມີຫ້ອງການ ປະຈຳພາກພື້ນປາຊີຟິກ ແລະ ເອເຊັຽຕາເວັນອອກສຽງໃຕ້ ແລະ ເອເຊັຽຕາເວັນອອກ ຫຼື Amnesty International’s East and Southeast Asia and Pacific Regional Office ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

(ພາສາໄທຍ) ທ່ານວ່າ: “ນຶ່ງໃນຂໍ້ສເນີແນະ ທີ່ອອສເຕຣເລັຽ ເຄີຍໃຫ້ລາວເອົາໄວ້ ເມື່ອ 3 ປີກ່ອນ ກໍຄື ອອສເຕຣເລັຽ ບອກວ່າ ລາວ ຄວນທີ່ຈະເປີດພື້ນທີ່ ໃນການເອື້ອອຳນວຍ ໃຫ້ພາກປະຊາສັງຄົມ ສາມາດປະຕິບັດງານ ແລະ ເຮັດວຽກ ໄດ້ຢ່າງເຕັມທີ່, ເຊິ່ງໃນຄວາມເປັນຈິງ ໃນທ້ອງຖິ່ນ ກໍຄື ຄົນທີ່ເຮັດວຽກ ດ້ານປະຊາສັງຄົມ ຫຼືຄົນທົ່ວໄປເອງ ທີ່ອອກມາສົ່ງສຽງ ວິພາກ-ວິຈານ ເພື່ອໃຫ້ເກີດການປ່ຽນແປງ ໃນດ້ານບວກ ໃນປະເທດລາວ ນີ້, ມັກຈະຖືກເພັ່ງເລັງ ແລ້ວກໍຖືກຈັດການ.”

ທ່ານກ່າວຕື່ມວ່າ ທາງດ້ານໜ່ວຍງານ ຂອງທ່ານ ກໍມີຂໍ້ສເນີວ່າ ໃນຂະບວນການໂອ້ລົມ ລະວ່າງທາງການລາວ ແລະ ທາງການອອສເຕຣເລັຽ ຜ່ານກອງປະຊຸມ ທະວິພາຄີ ວ່າດ້ວຍເຣື່ອງສິດທິມະນຸສ ລະວ່າງອອສເຕຣເລັຽ-ລາວ ຄັ້ງທີ 8 ນີ້ ທາງການອອສເຕຣເລັຽ ຄວນທີ່ຈະຕິດຕາມຂໍ້ສເນີແນະ ທີ່ທາງອອສເຕຣເລັຽ ເຄີຍໃຫ້ກັບທາງການລາວໄປ ເມື່ອ 3 ປີທີ່ຜ່ານມາ ວ່າມີຄວາມຄືບໜ້າເທົ່າໃດ, ພາກປະຊາສັງຄົມ ສາມາດໂອ້ລົມ-ຖົກຖຽງ ຫຼືສະແດງອອກ ໄດ້ຫຼາຍຂຶ້ນ ຫຼືບໍ່ ພ້ອມຍົກໂຕຢ່າງ ກໍຣະນີ ຂອງຍານາງ ຫ້ວຍເຮືອງ ໄຊຍະບູລີ (Houayheaung Xayabouly) ຫຼືຍານາງ ໝວຍ ວ່າມີຄວາມຄືບໜ້າແນວໃດ.

ໄລຍະຜ່ານມາ ປະເທດລາວ ໄດ້ລົງນາມ ໃນອະນຸສັນຍາ ລະວ່າງປະເທດ ວ່າດ້ວຍການຄຸ້ມຄອງ ການຫາຍສາບສູນ ໂດຍການບັງຄັບ ແລ້ວ ໃນປີ 2008, ແຕ່ພັດບໍ່ທັນໄດ້ດຳເນີນ ການສືບສວນສອບສວນ ຢ່າງຈິງຈັງເທື່ອ ເປັນຕົ້ນ ກໍຣະນີ ຂອງທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສ ດ້ານການພັທນາທີ່ຍືນຍົງ.

ດັ່ງຍານາງ ອຶ້ງ ຊຸ່ຍເມັ້ງ, ພັນລະຍາ ຂອງທ່ານ ສົມບັດ ສົມພອນ ກ່າວເຖິງຄວາມຄືບໜ້າ ກ່ຽວກັບກໍຣະນີດັ່ງກ່າວນີ້ວ່າ:

“ວັນທີ 15 ເດືອນ 12 ແມ່ນຄົບຮອບ 11 ປີແລ້ວເນາະ. ຜ່ານມາຫຼາຍປີ ກະບໍ່ມີຂ່າວຈັກດີ້ເລີຍ. ສະຖານທູຕຕ່າງໆ ໄປຖາມ ຫຼືວ່າກົດດັນ ຣັຖບານລາວ ວ່າໃຫ້ຂ່າວແນ່, ການສອບສວນ ເປັນໄປແນວໃດ ຂະເຈົ້າໄດ້ຂໍ້ມູນແນວໃດແລ້ວ, ແຕ່ວ່າ ກະບໍ່ມີຄຳຕອບຈັກດີ້ເລີຍ, ມີແຕ່ຄຳຕອບວ່າ ຍັງສືບສວນຢູ່. ຕາມ ຊຸ່ຍເມັ້ງ ຮູ້ເນາະ, ຄະນະຮັບຜິດຊອບສືບສວນໂຕນັ້ນ ກະປ່ຽນ ປ່ຽນທຸກຄົນແລ້ວ.”

ໃນຮອບຫຼາຍປີທີ່ຜ່ານມາ ຫຼືນັບຕັ້ງແຕ່ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ ກໍຍັງບໍ່ທັນມີຂ່າວສານ ກ່ຽວກັບການຫາຍສາບສູນ ຂອງທ່ານ ແລະ ບຸກຄົນອື່ນໆ ພາຍໃນປະເທດລາວ ເພີ່ມຕື່ມອີກ. ພ້ອມດຽວກັນນີ້, ໃນໄລຍະຫຼັງໆມານີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກວດກາ ແລະ ຕິດຕາມບຸກຄົນ ທີ່ອອກມາສະແດງຄວາມຄຶດເຫັນ ວິພາກ-ວິຈານ ການບໍຣິຫານປະເທດ ຢ່າງໃກ້ຊິດ, ໂດຍສະເພາະ ປະເດັນທາງການເມືອງ.

ດັ່ງຊາວລາວ ທີ່ຮູ້ກ່ຽວກັບເຣື່ອງນີ້ ທ່ານນຶ່ງ ກ່າວວ່າ:

“ສິດທິມະນຸສນີ້ ຄັນເວົ້າແລ້ວ ມັນຍັງມີຂໍ້ຈຳກັດຫຼາຍຢ່າງນ່າ ຢູ່ລາວ. ໃນຣັຖທັມມະນູນ ຫັ້ນ ມີເນາະ, ຂຽນໄວ້, ແຕ່ວ່າການປະຕິບັດໂຕຈິງ ມັນບໍ່ໄດ້ຄືກັນກັບຂຽນໄວ້ ໃນຣັຖທັມມະນູນ ຫຼືວ່າກົດໝາຍຫັ້ນນ່າ. ເວົ້າຊື່ໆ, ແຕ່ວ່າມັນສະແດງອອກບໍ່ໄດ້. ຄັນແມ່ນວ່າ ຄົນທີ່ມາຈາກສາຍຕາເວັນຕົກ ທີ່ມາຈາກປະເທດ ບໍ່ແມ່ນສັງຄົມນິຍົມ ຫຼືບໍ່ແມ່ນຄອມມູນິສ,​ ຫັ້ນນ່າ ທີ່ວ່າກັບມາ ລັກສະນະເຂົາເຈົ້າຕິດຕາມ ຢ່າງໃກ້ຊິດນ່າ. ເວົ້າງ່າຍໆ ທາງການລາວ ຖືວ່າຖ້າເຈົ້າໄປແຮງຫຼາຍ ຈັ່ງຊີ້ຫັ້ນນ່າ ເຂົາຈະຕິດຕາມ. ໂຕນີ້ຍັງບໍ່ທັນມີຫຼາຍປານໃດເນາະ, ໜ້ອຍຫັ້ນແຫຼະ ຫຼັງຈາກທ່ານ ສົມບັດ ສົມພອນ ມາ ຖືວ່າໜ້ອຍ ໂຕນີ້, ຫັ້ນນ່າ.”

ນອກຈາກນີ້, ປະເທດລາວ ຍັງໄດ້ເຂົ້າຮ່ວມ ເປັນສ່ວນນຶ່ງ ຂອງສົນທິສັນຍາລະວ່າງປະເທດ ວ່າດ້ວຍສິດທິພົລເມືອງ ແລະ ສິດທິທາງການເມືອງ ຫຼື (International Covenant on Civil and Political Rights: ICCPR), ແຕ່ຢ່າງໃດກໍຕາມ ທາງການລາວ ກໍຍັງດຳເນີນການປາບປາມ ນັກເຄື່ອນໄຫວ ທາງການເມືອງ ເປັນຕົ້ນ ທ່ານ ອອດ ໄຊຍະວົງ ແລະ ສະມາຊິກກຸ່ມ Free Laos ອີກຈຳນວນນຶ່ງ ທີ່ດຳເນີນການເຄື່ອນໄຫວ ໃນຕ່າງປະເທດ ເພື່ອຮຽກຮ້ອງປະຊາທິປະຕັຍ ໃນລາວ ແລະ ໃນວັນທີ 16 ພຶສພາ 2023 ທີ່ຜ່ານມາ ທ່ານ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ, ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ໃນລາວ ທີ່ເປັນນຶ່ງໃນສະມາຊິກກຸ່ມ Free Laos ແລະ ເປັນຜູ້ລີ້ພັຍ ຂອງອົງການຂ້າຫຼວງໃຫຍ່ ຜູ້ລີ້ພັຍ ແຫ່ງສະຫະປະຊາຊາຕ ຫຼື UNHCR ກໍຖືກຄາຕກັມ ຢູ່ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ ກ່ອນອອກເດີນທາງ ໄປຍັງນະຄອນຫຼວງບາງກອກ ເພື່ອຕິດຕາມເຣື່ອງຂໍລີ້ພັຍ ໄປຍັງປະເທດອອສເຕຣເລັຽ.

ດັ່ງຊາວລາວ ທີ່ຮູ້ກ່ຽວກັບເຣື່ອງນີ້ ອີກທ່ານນຶ່ງ ກ່າວວ່າ:

“ຄວາມປອດພັຍ ດ້ານສິດທິມະນຸສ ນີ້ນ່າ ຢູ່ໃນລາວນີ້ນ່າ ມັນຕ່ຳຫຼາຍ ເພາະວ່າ ມັນກໍມີຫຼາຍໆເຄສເນາະ ທີ່ວ່າ ມີຄົນອອກມາເວົ້າ ແລ້ວກໍແມ່ນໄດ້ຫາຍໄປເລີຍ. ແລ້ວກໍມີອີກບາງເຄສ ທີ່ວ່າ ໄດ້ໜີເຂົ້າມາໃນຝັ່ງໄທຍ, ແຕ່ກໍຍັງໄດ້ຫາຍໂຕເນາະ, ເຊິ່ງວ່າ ເຮົາກໍບໍ່ສາມາດຮັບຮູ້ຂໍ້ມູນໄດ້ ເພາະວ່າ ນຶ່ງ ຣັຖບານ ເປັນຜູ້ມີສ່ວນກ່ຽວຂ້ອງ ໃນເຫດການດັ່ງກ່າວເນາະ. ສື່ ກໍຖືກຄວບຄຸມໂດຍຣັຖບານນີ້ ກໍຄືເວົ້າງ່າຍໆ ກໍຄືເກືອບ 100% ເນາະ.”

ກ່ອນໜ້ານີ້, ທາງການອອສເຕຣເລັຽ ແລະ ທາງການລາວ ໄດ້ຈັດກອງປະຊຸມ ແບບທະວິພາຄີ ວ່າດ້ວຍເຣື່ອງສິດທິມະນຸສ ລະວ່າງອອສເຕຣເລັຽ-ລາວ ມາແລ້ວ ເປັນຈຳນວນ 7 ຄັ້ງ, ແຕ່ພັດເປັນການຫາລື ລະວ່າງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເທົ່ານັ້ນ ແລະ ບໍ່ທັນໄດ້ມີການເປີດເຜີຍ ຜົລການຫາລື ໃຫ້ແກ່ສາທາຣະນະຮັບຮູ້ ບໍ່ວ່າຈະເປັນປະຊາຊົນ ຊາວອອສເຕຣເລັຽເອງ ທີ່ສົນໃຈ ກ່ຽວກັບເຣື່ອງສິດທິມະນຸສ ທີ່ເກີດຂຶ້ນໃນປະເທດລາວ ຫຼືກຸ່ມຄົນລາວ ທີ່ອົບພະຍົບ ໄປຢູ່ປະເທດອອສເຕຣເລັຽ ໃຫ້ໄດ້ຮັບຮູ້ ຂໍ້ມູນ-ຂ່າວສານ ພໍເທົ່າໃດ. ແຕ່ໃນຄວາມເປັນຈິງແລ້ວ, ກຸ່ມຄົນດັ່ງກ່າວນີ້ ມີສິດທີ່ຈະຮັບຮູ້ວ່າ ທາງການອອສເຕຣເລັຽ ໄດ້ດຳເນີນການຫາລື ກ່ຽວກັບເຣື່ອງສິດທິມະນຸສ ໃນລາວ ກັບໂຕແທນຣັຖບານລາວ ໃນປະເດັນໃດແດ່, ອີງຕາມຄວາມເວົ້າ ຂອງທ່ານ ຟີລ ໂຣເບີດເຊີ້ນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.