ຄນະບ້ານຢືນຢັນວ່າ ດິນ ເປັນຂອງ ທິດໄພ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2019.10.20
F-tidphai-police ເຈົ້າ​ໜ້າ​ທີ່ ຕຳ​ຣວດ ອອກ​ມາ​ຊີ້​ແຈງ ການ​ກັກ​ໂຕ ທ່ານ ທິດ​ໄພ ແຕ່ທາງ ຄນະບ້ານຢືນຢັນ ທີ່ດິນ ເປັນຂອງ ທິດໄພ ແທ້
ຮູບ​ຈາກ: ນັກ​ຂ່າວ​ພົ​ລ​ເມືອງ

ຫລັງຈາກທີ່ມີການໂພັສຂ່າວນີ້ລົງທາງສື່ສັງຄົມອອນລາຍ ໃນວັນທີ 12 ຕຸລາ ກ່ຽວກັບເຣື່ອງ ລຸງທິດໄພ ອາຍຸ 69 ປີ ປະຊາຊົນບ້ານເລົ່າໃນ ຫລື ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຕຳໄຊ ຖືກຈັບ ຍ້ອນບໍເຊັນມອບດິນ ໃຫ້ໂຄງການສ້າງໂຮງໝໍ ຂອງ ວຽດນາມ. ເອເຊັຽເສຣີ ກໍໄດ້ໂທຕິດຕໍ່ຫາຍາດພີ່ນ້ອງ ລຸງທິດໄພ ແລະ ໄດ້ໂທຫາ ອໍານາດການປົກຄອງບ້ານເລົ່າໃນ ແລະ ເຂົາເຈົ້າກໍຢືນຢັນວ່າ ລຸງໄພ ຖືກຈັບແທ້.

ໃນວັນດຽວກັນ ເອເຊັຽເສຣີ ກໍໄດ້ໂທຫາ ທ່ານ ພັນໂທ ວົງພະຈັນ ແກ້ວວິຊຽນ ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອໃຫ້ຝ່າຍເຈົ້າໜ້າທີ່ຕຳຣວດ ໄດ້ຊີ້ແຈ້ງ, ແຕ່ໂທຣະສັບບໍ່ມີສັນຍາ. ແລະ ເອເຊັຽເສຣີ, ຍັງໄດ້ໂທຣະສັບ ຫາ ທ່ານ ສົມພອນ ຈັນທະນາສຸກ, ເຈົ້າເມືອງປາກກະດິງ ໃນເບື້ອງຕົ້ນ ໂທຣະສັບດັງ ແຕ່ບໍ່ມີໃຜຮັບສາຍ.

ຕໍ່ມາເວລາ 12 ໂມງ 40 ນາທີ ຂອງວັນທີ 12 ຕຸລາ, ເອເຊັຽເສຣີ ຈຶ່ງໄດ້ໂພັສຂ່າວ ດັ່ງກ່າວ ລົງເຟສບຸກ ທີ່ຊື່ວ່າ RFA Lao ຊຶ່ງເປັນ ເຟສບຸກ ຂອງວິທຍຸເອເຊັຽເສຣີ.

ຫລັງຈາກອອກຂ່າວໄປແລ້ວ ມີຄົນວິພາກວິຈານກັນ ຢ່າງກ້ວາງຂວາງ, ເຈົ້າໜ້າທີ່ຕຳຣວດ ເມືອງ ປາກກະດິງ ຈຶ່ງມີການແກ້ຂ່າວ ວ່າ ເອເຊັຽເສຣີ ອອກຂ່າວບໍ່ມີມູນຄວາມຈິງ ແລະ ອອກຂ່າວຝ່າຍດຽວ. ດັ່ງ ພັນໂທ ວົງພະຈັນ ແກ້ວວິຊຽນ ຫົວໜ້າ ກອງບັນຊາການ ປກສ ເມືອງປາກກະດິງ ໄດ້ອ່ານຖະແຫລງການຜ່ານ ໂທຣະພາບ ແຂວງບໍລິຄຳໄຊ ທີ່ໄດ້ອອກເຜີຍແຜ່ ທາງ Youtube ໃນວັນທີ 14 ຕຸລາ ຕອນນຶ່ງວ່າ:

[ເອເຊັຽເສຣີ ຣາຍງານ] ນັ້ນເຫັນວ່າ ບໍ່ເປັນຄວາມຈິງ ຖືວ່າ ບໍ່ເປັນຄວາມຈິງຫັ້ນແຫລະເນາະ ລົງເຟສໃສ່ຮ້າຍປ້າຍສີ ເວົ້າຕ່າງໆນາໆ ທີ່ມີຄວາມເສັຽຫາຍຕໍ່ພັກຣັຖຂັ້ນເທິງ ເປັນການໃສ່ຮ້າຍປ້າຍສີ ຕໍ່ແນວທາງຕໍ່ພັກຣັຖ ການຈັດຕັ້ງ ສປປລາວ ໂດຍສະເພາະອົງການ ຈັດຕັ້ງ ເມືອງປາກກະດິງນີ້ແຫລະ.

ແລະ ທ່ານ ຍັງເວົ້າອີກວ່າ ເອເຊັຽເສຣີ ນຳສະເໜີຂ່າວ ບໍ່ມີມູນຄວາມຈິງ ແລະ ການສະເໜີຂ່າວແບບຂໍ້ມູນຝ່າຍດຽວ, ດັ່ງທ່ານກ່າວຕື່ມ ອີກວ່າວ່າ:

ຢູ່ໃນເຟສບຸກຂອງ RFA ນີ້ ຖືວ່າ ເຂົາເຈົ້າບໍ່ຮູ້ມູນຄວາມຈິງ ຫລື ຟັງແຕ່ຄວາມຝ່າຍດຽວ ຖືວ່າ ຟັງແຕ່ຄວາມຝ່າຍດຽວ ແລະ ມີ ເຈດຕະນາ ທໍາລາຍແນວທາງ ນະໂຍບາຍຂອງພັກ ຣັຖ ໂຕນີ້ກະຖືວ່າ ບໍ່ດີປານໃດເນາະ.

ໃນວັນທີ 14 ຕຸລາ, ເອເຊັຽເສຣີ ກໍໄດ້ຕິດຕໍ່ ຫາ ທ່ານ ພັນໂທ ວົງພະຈັນ ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ສຳພາດ ແກ່ ເອເຊັຽເສຣີ, ດັ່ງທ່ານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ຕຸລາ ວ່າ:ເອົາຈັ່ງຊີ້ຊະ ເພາະວ່າ ພວກເຮົາຍັງບໍ່ທັນໄດ້ມີສິດ ໄດ້ໃຫ້ການສັມພາດ ເທື່ອ ເພາະວ່າ ເພາະວ່າ ໂຕນີ້ມັນໄດ້ຮັບການຊີ້ນຳ ຈາກຂັ້ນເທິງເນາະທ່ານ.

ນອກຈາກນີ້ໃນວັນທີ 15, 16, 17 ແລະ 18 ຕຸລາ ເອເຊັຽເສຣີ ໄດ້ພຍາຍາມ ໂທຫາ ທ່ານ ພັນໂທ ວົງພະຈັນ ເພື່ອໃຫ້ທ່ານໄດ້ຊີ້ແຈງ ກ່ຽວກັບເລື້ອງການຈັບລຸງໄພ ອີກຄັ້ງ, ແຕ່ ທ່ານ ບໍ່ຍອມຮັບໂທຣະສັບ.

ເຈົ້າໜ້າທີ່ຕຳຣວດ ກ່າວອ້າງວ່າ ລຸງທິດໄພ ໄດ້ໄປບຸກລຸກ ທີ່ດິນເຂດສະຫງວນຂອງຣັຖ, ແຕ່ຊາວບ້ານ ແລະ ອຳນາດການປົກຄອງ ບ້ານເລົ່າໃນ ໄດ້ກ່າວຕໍ່ເອັຽເສຣີ ວ່າ ທີ່ດິນຕອນດັ່ງກ່າວ ແມ່ນທີ່ດິນຂອງພໍ່-ແມ່ທິດໄພ ໄດ້ມອບໃຫ້. ດັ່ງເຈົ້າໜ້າທີ່ ແນວໂຮມບ້ານ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"ດິນມາແຕ່ພໍ່ແຕ່ແມ່ ແຕ່ກ່ອນນະກ່ອນລະແມ່ນດິນ ມາແຕ່ພໍ່ແຕ່ແມ່ ແລະໝົດເຊັ່ນພໍ່ເຊັ່ນແມ່ ທ້າວ ທິດໄພ ລະຍັງສືບຕໍ່ ລະລາວສືບຕໍ່ ກະເຮັດຮົ້ວເຮັດສວນ ເຮັດປ່າໝາກນັດ ໝາກຫຍັງນີ້ລະ ປ່າໝາກນັດ."

ນອກຈາກນີ້ ຊາວບ້ານອີກທ່ານນຶ່ງ ກໍຍັງຢືນຢັນ ຕໍ່ເອເຊັຽເສຣີ ອີກວ່າ:

“ດິນມາແຕ່ພໍ່ແຕ່ແມ່ ຂອງເຂົາເຈົ້າພຸ້ນລະ ເຂົາເຈົ້າກະເຮັດ ກ່ອນຕັ້ງບ້ານວຽງຄຳ ມາອີກຊ້ຳ ເຂົາກະບໍ່ຮູ້ວ່າເປັນດິນ ສງວນ ຫຼື ບໍ່ສງວນ ເນາະ ເລື້ອງດິນອັນນີ້ ເຂົາເຈົ້າບໍ່ຮູ້ດອກວ່າ ເປັນດິນສະຫງວນ ຫລື ບໍ່ສະຫງວນ ແຕ່ວ່າ ເລື້ອງເຂົາເຮັດ ລະເຂົາເຮັດຕັ້ງແຕ່ລຸ້ນພໍ່ລຸ້ນແມ່ ເຂົາເຈົ້າພຸ້ນ.”

ຊາວບ້ານ ແລະອຳນາດການປົກຄອງບ້ານ ກໍຢັ້ງຢືນວ່າທີ່ດິນຕອນດັ່ງກ່າວ ເປັນທີ່ດິນສືບທອດມູນມໍຣະດົກ ຈາກ ພໍ່ແລະແມ່ ຂອງທິດໄພ ກ່ອນທີ່ເຈົ້າໜ້າທີີ່ ຈະປະກາດວ່າ ທີ່ດິນເຂດດັ່ງກ່າວ ເປັນດິນສະຫງວນຂອງຣັຖ.

ອໍານາດການປົກຄອງ ບ້ານເລົ່າໃນ ລວມທັງຊາວບ້ານ ຢັ້ງຢືນວ່າ ພໍ່ ແລະ ແມ່ ຂອງທິດໄພ ໄດ້ເລີ້ມນຳໃຊ້ທີ່ດິນ ຕອນດັ່ງກ່າວ ມາແຕ່ປີ 1965 ເປັນຕົ້ນມາກ່ອນທີ່ຈະມອບໂອນໃຫ້ ທິດໄພ.

ວັກທີ່ນຶ່ງໃນມາດຕາ 58 ຂອງກົດໝາຍວ່າດ້ວຍທີ່ດິນ ໄດ້ລະບຸວ່າ ສິດສືບທອດ ການນຳໃຊ້ທີ່ດິນ ແມ່ນສິດໃນການໄດ້ຮັບສິດນຳໃຊ້ທີ່ດິນ ທີ່ມີການພັທນາແລ້ວ ຊຶ່ງຕົກທອດມາຍັງ ຜົວ ຫລື ເມັຍ, ລູກຫານ, ພໍ່ແມ່ນ ຫລື ຍາດພີ່ນ້ອງໃກ້ຊິດ ຕາມກົດໝາຍ ພາຍຫລັງທີ່ໄດ້ຮັບສິດ ນຳໃຊ້ທີ່ດິນ ໄດ້ເສັຽຊີວິດໄປແລ້ວ.

ຜູ້ຊ່ຽວຊານທີ່ເຮັດວຽກວິໃຈ ທາງດ້ານທີ່ດິນ ໄດ້ໃຫ້ທັສນະວ່າການນຳໃຊ້ທີ່ດິນ ໃນນັບແຕ່ປີ 1965-1985 ນັ້ນຊາວບ້ານບໍ່ມີເອກກະສານ ທີ່ດິນ ຫລືໃບຕາດິນ ແຕ່ເຂົາເຈົ້າຈະໃຊ້ຫລັກການ ຕາມຮີດຄອງປະເພນີ ເຊັ່ນການປັກຫລັກໝາຍ ຫລື ເອົາຕົ້ນໄມ້ ໃຫຍ່ເປັນຫລັກ ແລ້ວ ຊາວບ້ານພາຍໃນບ້ານ ກໍຮັບຮູ້ກັນວ່າ ຢູ່ໃນເຂດດັ່ງກ່າວ ເປັນດິນຂອງໃຜ.

ສະເພາະທີ່ດິນຂອງ ທິດໄພ ທີ່ຖືຄອງຢູ່ນັ້ນ ຣັຖໄດ້ປະກາດເປັນເຂດ ສະຫງວນຂອງຣັຖ ໂດຍ ເຈົ້າແຂວງບໍລິຄຳໄຊ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 0486/ຂບຊ ລົງ ວັນທີ 13 ພືສຈິກາ ປີ 2008 ໄດ້ຮັບຮອງ ເອົາຂອບເຂດແຜນຜັງ ທີ່ຈະສ້າງເປັນເຂດ ພັທນາຈຸດສຸມ ວຽງຄຳ-ທ່າສະອາດ ອີງຕາມໜັງສືແຈ້ງການ ສະບັບ ເລກທີ 126 ລົງວັນທີ 7 ມີນາ ປີ 2017 ຂອງ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງ ປາກກະດິງ.

ແຈ້ງການຂອງເຈົ້າເມືອງ ໃນວັນທີ 7 ມີນາ 2017 ຍັງໄດ້ອ້າງອີງເຖິງຂໍ້ຕົກລົງ ຂອງເຈົ້າແຂວງບໍລິຄຳໄຊ ເຈົ້າແຂວງບໍລິຄຳໄຊ ສະບັບ ເລກທີ 133/ຂບຊ ລົງວັນທີ 22 ກຸມພາ ປີ 2017 ວ່າດ້ວຍການອະນຸມັດ ເນື້ອທີ່ດິນ ໃຫ້ບໍຣິສັດ ຢາງພາຣາ ໂອເອໂກ [ຂອງວຽດນາມ] ສຳປະທານ ຢູ່ບ້ານເລົ່າໃນ ເມືອງປາກກະດິງ.

ຕໍ່ມາໃນອາທິດນີ້, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ໄດ້ເປີດເຜີຍວ່າ ເຂດດິນຕອນດັ່ງກ່າວ ແມ່ນຣັຖ ມີຄວາມຕ້ອງການ ຈະໄດ້ປຸກສ້າງໂຮງໝໍຊຸມຊົນ ຂອງເມືອງປາກກະດິງ ເພື່ອຮັບໃຊ້ປິ່ນປົວ ສຸຂພາບ ພະນັກງານ ແລະ ປະຊາຊົນ ໂດຍ ມີທຶນຊ່ວຍເຫລືອ ຈາກປະເທດເພື່ອນມິດ ວຽດນາມ ແຕ່ບໍ່ແມ່ນ ໃຫ້ບໍຣິສັດ ໂກເອໂກ ວຽດນາມ ສຳປະທານແຕ່ຢ່າງໃດ.

ຄຳກ່າວອ້າງຂອງທ່ານ ເຈົ້າເມືອງ ໃນອາທິດນີ້ ວ່າ ທີ່ດິນຕອນດັ່ງກ່າວ ບໍ່ແມ່ນບໍຣິສັດ ໂກເອໂກ ວຽດນາມ ສຳປະທານແຕ່ຢ່າງໃດ, ແຕ່ແຈ້ງການ ທ່ານ ເຈົ້າເມືອງ ໃນວັນທີ 7 ມີນາ ປີ 2017 ພັດລະບຸວ່າ ເຈົ້າແຂວງບໍລິຄຳໄຊ ອອກຂໍ້ຕົກລົງ ວ່າດ້ວຍ ການອະນຸມັດເນື້ອທີ່ດິນ ໃຫ້ບໍຣິສັດ ຢາງພາຣາ ໂອເອໂກ [ຂອງວຽດນາມ] ສຳປະທານ.

ກ່ຽວກັບເລື້ອງການຖືກຄອງສິດນຳໃຊ້ ທີ່ດິນຕາມຮີດຄອງປະເພນີ, ນັກກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ນິຕິກັມກ່ຽວກັບ ສິດນຳໃຊ້ທີ່ດິນ ກໍໄດ້ຮັບຮອງເອົາສິດນຳໃຊ້ທີ່ດິນ ຕາມຮີດຄອງປະເພນີ ຂອງປະຊາຊົນ ຊຶ່ງໝາຍຄວາມວ່າ ໃນກໍຣະນີ ຊາວບ້ານບໍ່ມີ ໃບຕາດິນ ຖາວອນກໍຕາມ ແຕ່ວ່າ ອຳນາດການປົກຄອງ ໄດ້ຢັ້ງຢືນວ່າ ທີ່ດິນຕອນນັ້ນ ເປັນຂອງຊາວ ບ້ານຄົນນັ້ນ ທີ່ໄດ້ສືບທອດມູນມໍຣະດົກ ຈາກ ພໍ່ແມ່ ນັ້ນກໍສະແດງວ່າ ຊາວບ້ານຄົນນັ້ນ ຖືຄອງທີ່ດິນ ຖືກຕ້ອງຕາມກົດໝາຍ.

ແລະ ນັກກົດໝາຍ ທ່ານນີ້ ຍັງກ່າວຕື່ມອີກວ່າ ຢູ່ໃນດຳຣັຖ ເລກທີ 84 ວ່າ ດ້ວຍຈ່າຍຄ່າຊົດເຊີຍ ກໍໄດ້ລະບຸວ່າ ຊາວບ້ານມີສິດ ໄດ້ຮັບຄ່າຊົດເຊີຍ ໃນກໍຣະນີທີ່ດິນ ຂອງເຂົາເຈົ້າຖືກ ໂຄງການລົງທຶນກວມເອົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.