ພປລ ວ່າສິດທິມະນຸດ ພື້ນຖານ ກໍບໍ່ມີຢູ່ລາວ

0:00 / 0:00

ຄນະພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຽຣະມັນ ເຂົ້າຮ່ວມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 74 ທີ່ ນະຄອນນິວຢ໊ອກ ສະຫະຣັຖອະເມຣິກາ ນໍາໂດຍ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການ ດັ່ງກ່າວ ແຕ່ມື້ວັນທີ 23 ຫາ ວັນທີ 27 ກັນຍາ 2019 ນີ້. ທ່ານເວົ້າເຖິງຜົນການເຄື່ອນໄຫວ ໃນຣະຫວ່າງສະມັດຊາໃຫຍ່ ສະຫະປະຊາຊາດ ວ່າໄດ້ຕາມເປົ້າໝາຍ ທີ່ຄາດ ເອົາໄວ້:

"ພວກເຮົາຄນະອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ມາຮ່ວມກອງປະຊຸມ ສມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 74 ຄັ້ງນີ້ ພວກເຮົາເຫັນວ່າເມິດທັງໂລກ ມາຮ່ວມປະຊຸມປຶກສາຫາລື ເຣື່ອງ ການພັທນາແບບຍືນຍົງ ບັນຫາໂຣກຮ້ອນ ບັນຫາ ສິດທິມະນຸດ ບັນຫາ ຂອງໂຣກທັງຫລາຍ ໃນປັດຈຸບັນນີ້ ມັນທີຫຍັງເກີດຂຶ້ນ ແລະມັນມີໄພພິບັດຫຍັງ ທີ່ຈະເປັນອັນຕຣາຍ ໃນຂັ້ນຕໍ່ໄປ ແລະ ຈະຕ້ອງ ຫາວິທີ ການແກ້ໄຂຫຍັງແດ່. ນີ້ແມ່ນເປົ້າໝາຍ ມາຮ່ວມກອງປະຊຸມຄັ້ງນີ້."

ເວົ້າເຖິງການພັທນາແບບຍືນຍົງ ດຣ. ບຸນທອນ ກ່າວວ່າ ປາກົດເຫັນຫລາຍປະເທດ ທີ່ຍັງມີບັນຫາເຣຶ່ອງ ການພັທນາແບບຍືນຍົງ ແລະຈະ ເປັນໄປໄດ້ຍາກ ຊຶ່ງສ່ວນນຶ່ງແມ່ນຍ້ອນ ການຣະເມີດສິດທິມະນຸດ ແລະການປົກປ້ອງທຳມະຊາດ ກໍເປັນໄປບໍ່ໄດ້.

ເວົ້າສະເພາະຢູ່ ສປປລາວ ການພັທນາແບບຍືນຍົງ ແມ່ນມີບັນຫາໃຫຍ່ທີ່ສຸດ ເພາະວ່າທາງການລາວບໍ່ອະນຸຍາດໃຫ້ປະຊາຊົນລາວ ມີ ແມ່ນແຕ່ສິດທິພື້ນຖານ ເທົ່ານັ້ນ ແຕ່ຫາກຍັງປົກປິດບັນຫາ ອັນບໍ່ດີ ຕ່າງໆທີ່ເກີດຂຶ້ນໃນລາວ, ປະຊາຊົນລາວ ຈຳນວນບໍ່ໜ້ອຍນັບມື້ນັບ ທຸກຍາກ, ອຶດຫິວຫລາຍຂຶ້ນ.

ບັນຫານີ້ເກີດຂຶ້ນຍ້ອນຣະບອບການປົກຄອງ ແບບຜະເດັດການ ທີ່ຈໍາກັດຮັດແຄບສິດທິຂອງປະຊາຊົນ ຮວມທັງສິດທາງສື່ສັງຄົມອອນລາຍ. ນອກຈາກຂາດສິດທິແລ້ວ ປະຊາຊົນຍັງຖືກຍຶດທີ່ດິນ ເຮັດໃຫ້ ພວກເຂົາເຈົ້າບໍ່ມີບ່ອນ ທໍາມາຫາກິນ, ບໍ່ມີວຽກເຮັດງານທໍາ. ໃນເມື່ອເປັນຄື ແນວນັ້ນ ການພັທນາແບບຍືນຍົງ ກໍເປັນໄປບໍ່ໄດ້. ເວົ້າເຖິງພາວະໂລກຮ້ອນ ດຣ. ບຸນທອນ ກ່າວວ່າ:

"ບັນຫາພາວະໂລກຮ້ອນນີ້ ໃນກອງປະຊຸມຫຼາຍບ່ອນ ໂຕສໍາຄັນຢູ່ໃນຕຶກໃຫຍ່ສະຫະປະຊາຊາດ ສະນັ້ນທັງກອງປະຊຸມພາກພິເສດຂອງ ບັນດານັກກົດໝາຍ ນັກຄົ້ນຄວ້າ ອົງການຈັດຕັ້ງຕ່າງໆທີ່ເຄື່ອນໄຫວ ທັງໝົດນີ້ໄດ້ມາສລຸບກັນວ່າ ບັນຫາໂລກຮ້ອນປັດຈຸບັນນີ້ ຄັນຫາກ ທັງໂລກ ບໍ່ພາກັນເຮັດຫຍັງຂຶ້ນນີ້ ມັນຈະມີໄພພິບັດ ອັນຮ້າຍແຮງເກີດຂຶ້ນ ໃນຕໍ່ໜ້ານີ້ ເພາະວ່າການໃຊ້ຊັພຍາກອນທັມຊາດ ຢູ່ໃນໂລກນີ້ ມັນໃຊ້ກັນແບບເກີນຂອບເຂດ ແບບບໍ່ມີການຄໍານຶງເຖິງຜົນສະທ້ອນ."

ນອກຈາກບັນຫາທີ່ວ່ານັ້ນແລ້ວ ຢູ່ ສປປລາວ ກໍຍັງມີບັນຫາທີ່ດິນ ຍ້ອນຣັຖບານ ສປປລາວ ຮ່ວມກັບບໍຣິສັດຕ່າງປະເທດ ຍຶດທີ່ດິນຂອງ ປະຊາຊົນ ໃນໂຄງການຕ່າງໆ ທັງການສ້າງເຂື່ອນໄຟຟ້າ ແບບບໍ່ມີ ຂອບແຂດ, ການຂຸດຄົ້ນບໍ່ແຮ່, ການປູກຢາງພາຣາ, ສ້າງເຂດເສຖກິດ ຕ່າງໆ ຊຶ່ງສ້າງບັນຫາຂັດແຍ່ງ ອັນໃຫຍ່ຫຼວງ ແລະ ມີຢູ່ທົ່ວໄປໃນລາວ ຣະຫວ່າງປະຊາຊົນ ຜູ້ເສັຍດິນໄປ ໂດຍໄດ້ຮັບຄ່າຊົດເຊີຍຄວາມ ເສັຍຫາຍ ແບບບໍ່ເປັນທັມ ກັບຣັຖບານ ແລະນັກລົງທຶນ ຫລືບໍຣິສັດຕ່າງປະເທດ ເປັນຕົ້ນຈີນ ແລະວຽດນາມ.

ແລະການລະເມີດສິດທິມະນຸດ ຊຶ່ງເປັນບັນຫາທີ່ຖືກຍົກຂຶ້ນ ເວົ້າກັນຫຼາຍ ຢູ່ໃນສະມັດຊາໃຫຍ່ ສະຫະປະຊາຊາດ ແລະ ກອງປະຊຸມເສີມນັ້ນ ປະທານອົງການພັນທະມິດ ກໍກ່າວວ່າ:

"ການຣະເມີດສິດທິມະນຸດ ໃນລາວ ສູ່ມື້ນີ້ ເຮົາສັງເກດເຫັນວ່າໃນຊຸມປີຫລັງໆນີ້ ນັບມື້ນັບຮ້າຍແຮງຂຶ້ນໄປຊັກໃຊ້. ການຈັບນາງໝວຍ ຫຼື ນາງ ຮວາຍເຮືອງ ໄຊຍະບູລລີ ນີ້ນະມັນສະແດງໃຫ້ເຫັນວ່າ ທາງການ ສປປລາວ ຣະເມີດສິດທິມະນຸດ ຢ່າງຮ້າຍແຮງທີ່ສຸດ ເພາະວ່າ ປະຊາຊົນລາວ ຄື ນາງໝວຍ ນີ້ ພຽງແຕ່ມາອອກຂ່າວ ຄໍາເຫັນຢູ່ໃນເຟສບຸກ ຮຽກຮ້ອງໃຫ້ເພິ່ມທະວີ ການຊ່ວຍເຫລືອ ໄພພິບັດນໍ້າຖ້ວມ ໃຫ້ວ່ອງໄວ ໃຫ້ມີປະສິດທິຜົນ ຮຽກຮ້ອງໃຫ້ມີການຍຸຕິ ການສໍ້ກົງເກີດຂຶ້ນ ໃນລາວພຽງແຕ່ມາກ່າວ ຢູ່ໃນນີ້ ກໍຈັບໄປແລ້ວ."

ເມື່ອເວົ້າເຖິງຜົນການເຄື່ອນໄຫວວຽກງານການເມືອງ ທີ່ຄນະພັນທະມິດ ເພື່ອປະຊາທິປະໄຕໃນລາວ ໄດ້ເຂົ້າຮ່ວມ 5 ມື້ຄັ້ງນີ້ ດຣ.ບຸນທອນ ຈັນທະລາວົງ ວີເຊີ ເວົ້າວ່າໄດ້ຕາມເປົ້າໝາຍ ທີ່ໄດ້ວາງເອົາໄວ້. ມີຄວາມພາກພູມໃຈທີ່ສຸດ ທີ່ໄດ້ເຂົ້າຮ່ວມເຄື່ອນໄຫວຢູ່ໃນ ຣະຫວ່າງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງນີ້, ໄດ້ຍົກເອົາບັນຫາ ຂອງລາວ ຂຶ້ນເວົ້າ ຢູ່ໃນກອງປະຊຸມ ສະຫະປະຊາຊາດ ພາກອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ. ໄດ້ຮ່ວມຈັດກອງປະຊຸມເສີມ ຂອງອົງການ ພາກປະຊາຊົນອິນເດັຽ ແລະ ໝູ່ເກາະປາຊີຟິກ, ໄດ້ຍື່ນເອກກະສານກ່ຽວກັບ ການພັທນາແບບຍືນຍົງ ໃຫ້ຄນະກຳມະການ ສະຫະປະຊາຊາດ ແລະໄດ້ຍື່ນເອກກະສານ ເຖິງເລຂາທິການໃຫຍ່ ສະຫະປະຊາຊາດ ກ່ຽວກັບບັນຫາ ວຽດນາມ ຄອບຄອງລາວ ແລະ ອິດທິພົນຂອງຈີນ ທີ່ຄອບຄອງລາວ ໃນປັດຈຸບັນ.

ພ້ອມກັນນັ້ນຍັງໄດ້ເຂົ້າຮ່ວມຂະບວນປະທ້ວງ ທີ່ບັນດາອົງການຈັດຕັ້ງ ພາກປະຊາຊົນ ຈັດຂຶ້ນຢູ່ຕໍ່ໜ້າຕຶກ ສະຫະປະຊາຊາດ ໃນມື້ວັນທີ 25 ກັຍາ ຊຶ່ງໃນນັ້ນໄດ້ຂຽນປ້າຍຄຳຂັວນວ່າ “ໃຫ້ຍຸຕິທໍາຣາຍ ເຊື້ອຊາດລາວ”. ນອກຈາກນັ້ນກໍໄດ້ພົບພໍ້ແລກປ່ຽນ ຄຳຄິດເຫັນກັບນັກເຄື່ອນໄຫວ ຄົນສໍາຄັນຂອງບາງປະເທດ ໄດ້ພົບກັບສາສດາຈານ ຟີລີບ ອໍສະເຕິນ ຜູ້ທີ່ໄດ້ໄປເຫັນສະພາບຄວາມເປັນຈິງຢູ່ ສປປລາວ ທີ່ໄດ້ມາຮ່ວມ ກອງປະຊຸມ ພາກປະຊາຊົນນັ້ນນໍາດ້ວຍ.