ກ່ຽວກັບຂ່າວທີ່ວ່າ ທ້າວ ສຸການ ອາຍຸ 32 ປີ, ປະຊາຊົນ ບ້ານຄຳແຮ້ງ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ ຖືກຕຳຣວດ ແຂວງ ສະຫວັນນະເຂດ ຈັບ ແລະ ນຳໄປຂັງຄຸກ ຢູ່ ນະຄອນຫຼວງ ວຽງຈັນ ເມື່ອປະມານ 2 ເດືອນ ກ່ອນນັ້ນ, ແຕ່ ທາງຫ້ອງການ ເມືອງ ໄຊພູທອງ ບອກວ່າ ບໍ່ຮູ້ໃນເຣື້ອງນີ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ໄຊພູທອງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ພຶສພາ 2016:
"ຍັງບໍ່ຮູ້ ຖືກຈັບ ວັນທີ ເທົ່າໃດ ຍັງໃດ໋ ເພາະວ່າທາງຜແນກ ຕ່າງປະເທດ ຍັງບໍ່ເຫັນ ແຈ້ງມາເທື່ອ ບໍ່ຮູ້ເທື່ອໃດ໋".
ທ່ານກ່າວຕື່ມວ່າ ຕລອດຣະຍະ ທີ່ຜ່ານມາ ກໍບໍ່ເຫັນຄອບຄົວ ຂອງຜູ້ກ່ຽວ ມາແຈ້ງ ຂ່າວນັ້ນໃຫ້ ທາງ ເຈົ້າໜ້າທີ່ ຫ້ອງການ ປົກຄອງເມືອງ ຊາບ ແລະ ທາງຕຳຣວດ ແຂວງ ສະຫວັນນະເຂດ ກໍບໍ່ໄດ້ ແຈ້ງຂ່າວ ທີ່ວ່ານັ້ນ ມາໃຫ້ທາງເມືອງ; ຕາມຣະບຽບ ຫລັກການ ແລ້ວແມ່ນວ່າ ຖ້າຄົນ ເມືອງໃດ ຖືກຈັບ ພາກສ່ວນ ທີ່ຈັບຕ້ອງ ຣາຍງານ ໃຫ້ຫ້ອງການ ປົກຄອງເມືອງ ນັ້ນຊາບ.
ກ່ອນໜ້ານີ້ ຄອບຄົວຂອງ ທ້າວ ສຸການ ໄດ້ໃຫ້ຂໍ້ມູນວ່າ ທາງຄອບຄົວ ໄດ້ໄປແຈ້ງຄວາມ ຕໍ່ ເຈົ້າໜ້າທີ່ ຕຳຣວດ ແຂວງ ສະຫວັນນະເຂດ ແລ້ວ ເພື່ອ ຂໍໃຫ້ຊ່ວຍ ຊອກຫາຕົວ ຜູ້ກ່ຽວ ແຕ່ເຈົ້າໜ້າທີ່ ບໍ່ໃຫ້ຄວາມຮ່ວມມື ແຕ່ຢ່າງໃດ:
"ແຈ້ງຄວາມກະແຈ້ງ ດຽວນີ້ນະ ຍັງບໍ່ທັນໄດ້ ເຮັດຫຍັງໃຫ້ ເພີ່ນຫາຍຫັ້ນແຫຼະ ຈັກສິໄປ ຫາທາງໃດ ບໍ່ຈັກທາງໃຕ້ ທາງນ້ຳ ແຈ້ງຄວາມ ກະແຈ້ງ ໄປແຫລະ".
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບ ເຣຶ່ອງນີ້ RFA ໄດ້ພຍາຍາມຕິດຕໍ່ ໄປຫາຫ້ອງການ ຕຳຣວດ ແຂວງສະຫວັນນະເຂດ ແຕ່ກໍໄດ້ຮັບ ຄຳຕອບ ຄືເກົ່າຢູ່ວ່າ ບໍ່ຮູ້ກ່ຽວກັບ ຂ່າວ ການຈັບ ທ້າວ ສຸການ ຕາມທີ່ທາງຄອບຄົວ ເຂົາເວົ້າ ແຕ່ກໍຈະຕິດຕາມ ເຣຶ່ອງນີ້ໃຫ້.