ອາຊ້ຽນ ແບ່ງແຍກ ອອກເປັນ 2 ກຸ່ມ

0:00 / 0:00

ເມື່ອ 10 ກວ່າປີກ່ອນ ເຈົ້າໜ້າທີ່ກົມອາຊ້ຽນ ປະຈຳກະຊວງ ການຕ່າງປະເທດ ສປປ ລາວ ໃຫ້ສັມພາດຕໍ່ວິທະຍຸ ເອເຊັຽເສຣີວ່າ ສະມາຄົມປະຊາຊາຕ ໃນເອເຊັຽຕາວັນອອກສ່ຽງໃຕ້ ຫຼື ຊື່ຫຍໍ້ ອາຊ້ຽນ ເປັນອົງການຈັດຕັ້ງ ປະຈຳພາກພື້ນ ທີ່ມີສະມາຊິກ 10 ປະເທດ ແລະມີຈຸດປະສົງ ເພື່ອຮ່ວມມືທາງດ້ານເສຖກິຈ ແລະຄວາມໝັ້ນຄົງ. ໃນການດຳເນີນງານ ອາຊ້ຽນ ຈະປະຕິບັດຕາມຫຼັກການ ເອກກະສັນ ແປວ່າ ກ່ອນຈະເຮັດຫຍັງ ທຸກປະເທດໃນອາຊ້ຽນ ຕ້ອງເຫັນດີເຫັນພ້ອມກັນ ເປັນເອກກະສັນ. ແຕ່ໃນໄລຍະ ເວລາກວ່າ 55 ປີ ທີ່ຖືກຈັດຕັ້ງຂຶ້ນມາ ອາຊ້ຽນ ບໍ່ສາມາດປະຕິບັດຕາມຫຼັກການນັ້ນ ຫຼືເວົ້າງ່າຍໆ ແຕກແຍກກັນຫຼາຍເທື່ອແລະໃນຫຼາຍໆເຣື່ອງ.

ເທື່ອລ້າສຸດ ຄວາມແຕກແຍກເກີດຂຶ້ນ ເມື່ອອາທິດທີ່ແລ້ວ; ໄທຍເປັນເຈົ້າພາບ ຈັດກອງປະຊຸມຢ່າງບໍ່ເປັນທາງການ ເພື່ອຫາທາງແກ້ໄຂບັນຫາ ການເມືອງໃນພະມ້າ ຫຼືມຽນມ້າ ຊຶ່ງກໍເປັນສະມາຊິກ ຂອງອາຊ້ຽນ; ແຕ່ປະກົດວ່າ ມີພຽງແຕ່ຣັຖມົນຕຣີ ກະຊວງ ການຕ່າງປະເທດ ຂອງສະມາຊິກອາຊ້ຽນ 5ປະເທດເທົ່ານັ້ນ ເຂົ້າຮ່ວມ ຄືໄທຍ, ລາວ, ພະມ້າ, ວຽດນາມ, ແລະກັມພູຊາ; ອີກ 5 ປະເທດ ຄື ມາເລເຊັຽ, ສິງກະໂປ, ອິນໂດນີເຊັຽ, ບຣູໄນ, ແລະ ຟີລິບປິນສ໌ ບໍ່ເຂົ້າຮ່ວມ ແປວ່າ ເຄິ່ງນຶ່ງເຂົ້າຮ່ວມ ອີກເຄິ່ງນຶ່ງບໍ່ເຂົ້າຮ່ວມ; ເຮົາຈະເຫັນວ່າ ອາຊ້ຽນ ຖືກແບ່ງອອກເປັນສອງກຸ່ມ, ກຸ່ມທີ່ນຶ່ງ ເປັນກຸ່ມປະເທດຜະເດັດການ ຊຶ່ງປະກອບດ້ວຍ ໄທຍ, ລາວ, ພະມ້າ, ວຽດນາມ ແລະ ກັມພູຊາ ແລະກຸ່ມທີ່ສອງ ແມ່ນກຸ່ມປະຊາທິປະໄຕ ນຳໂດຍ ມາເລເຊັຍ, ສິງກະໂປ, ອິນໂດນີເຊັຽ, ແລະຟີລິບປິນສ໌.

ນັກວິເຄາະການເມືອງ ປະຈຳເຂດເອເຊັຽ ຕາວັນອອກ ສ່ຽງໃຕ້ ຫຼາຍທ່ານ ໃຫ້ຄຳເຫັນວ່າ ກຸ່ມທີ 1 ຢາກຊ່ວຍແນະນຳ ໃຫ້ຣັຖບານທະຫານ ພະມ້າ ຫຼຸດຜ່ອນການໃຊ້ກຳລັງ ຄວາມຮຸນແຮງ ໃນພະມ້າ ແລະປັບປຸງ ສະພາບການບ້ານເມືອງ ໃຫ້ທຸ່ນທ່ຽງ ແລະມີຄວາມສງົບ, ແຕ່ກຸ່ມທີ 2 ປະນາມຣັຖບານທະຫານພະມ້າ ທີ່ເຮັດຣັຖປະຫານຍຶດອຳນາດ ຈາກຣັຖບານພົລເຮືອນ ເມື່ອຕົ້ນປີກາຍ ແລະຢາກກົດດັນໃຫ້ຣັຖບານ ທະຫານພະມ້າ ປ່ອຍນັກໂທດການເມືອງ ໂດຍສະເພາະຜູ້ນຳພົລເຮືອນ ແລະຈັດການເລືອກຕັ້ງໃໝ່ ເພື່ອກ້າວໄປສູ່ ປະຊາທິປະໄຕ.

ນັກວິເຄາະ ການເມືອງປະຈຳ ເຂດພາກພື້ນ ໃຫ້ຄຳຄິດຄຳເຫັນຕື່ມວ່າ ກອງປະຊຸມ ທີ່ໄທຍຈັດຂຶ້ນເທື່ອນີ້ ຍິ່ງເຮັດໃຫ້ອາຊ້ຽນ ແຕກແຍກກັນ. ກອງປະຊຸມນີ້ ຈະບໍ່ຊ່ວຍແກ້ໄຂ ວິກິຕການທາງດ້ານການເມືອງໃນພະມ້າ ເລີຍ, ຖ້າຫາກວ່າ ພັກຝ່າຍອື່ນໆ ທີ່ກ່ຽວຂ້ອງໃນພະມ້າ ບໍ່ໄດ້ເຂົ້າຮ່ວມ.

ທ່ານ Zachary Abuza ນັກວິເຄາະການເມືອງ ໃນພາກພື້ນ ເອເຊັຽ ຕາວັນອອກ ສ່ຽງໃຕ້ ກ່າວກັບວິທະຍຸ ເອເຊັຽ ເສຣີ ວ່າ ກອງປະຊຸມທີ່ໄທຍຈັດຂຶ້ນ ສະແດງໃຫ້ຊາວໂລກ ເຫັນຄວາມແຕກແຍກ ພາຍໃນອາຊ້ຽນ ຢ່າງຈະແຈ້ງ. ຣັຖບານໄທຍ ຢາກສນັບສນູນ ຣັຖບານທະຫານພະມ້າ ໃຫ້ຍຶດອຳນາດ ຕລອດໄປ ແລະກໍເຊີນປະເທດ ທີ່ມີແນວຄິດ ຄ້າຍຄືກັນມາຮ່ວມ ຄື ລາວ, ກັມພູຊາ, ແລະ ວຽດນາມ. ການກະທຳແບບນີ້ ມັນຜິດຫຼັກການ ຂອງອາຊ້ຽນ ແລະຂໍ້ຕົກລົງ ນຶ່ງທີ່ສຳຄັນ ຄືທຸກປະເທດອາຊ້ຽນ ໄດ້ຕົກລົງກັນແລ້ວ ເມື່ອປີກາຍວ່າ ປະເທດໃດກໍຕາມ ໃນອາຊ້ຽນ ຈະບໍ່ຍອມຮ່ວມກອງປະຊຸມ ກັບຣັຖບານທະຫານພະມ້າ.

ທ່ານ ຟິລ ໂຣເບີຣ໌ຕຊັນ ຮອງຜູ້ອຳນວຍການ ອົງການ ສິ້ງຊອມ ສິດທິມະນຸສ ຫຼື Human Rights Watch ກໍມີຄຳຄິດຄຳເຫັນວ່າ ກອງປະຊຸມດັ່ງກ່າວ ສະແດງໃຫ້ເຫັນວ່າ ອາຊ້ຽນແຕກກັນຢ່າງແຮງ. ຝ່າຍນຶ່ງຮັບໃຊ້ ຄຳໂຄສະນາ ຊວນເຊື່ອຂອງຣັຖບານ ທະຫານພະມ້າ ແລະຊ່ວຍປົກປິດ ການກະທຳທີ່ໂຫດຮ້າຍ ຕໍ່ປະຊາຊົນພະມ້າ, ແຕ່ອີກຝ່າຍນຶ່ງ ຢາກສົ່ງເສີມ ໃຫ້ພະມ້າມີປະຊາທິປະໄຕ.

ນັກວິເຄາະອີກທ່ານນຶ່ງ ຄືທ່ານ Greg Poling ຜູ້ອຳນວຍການ ອົງການຄວາມໂປ່ງໃສ ໃນເອເຊັຽ ຖາມຣັຖບານໄທຍວ່າ ໄທຍຈະປະຊຸມຮ່ວມກັບພັກຝ່າຍອື່ນໆ ໃນພະມ້າບໍ່; ຖ້າບໍ່ ກໍແປວ່າ ໄທຍສນັບສນູນ ແຕ່ຣັຖບານທະຫານ ພະມ້າ ຊຶ່ງເປັນການຕັດສິນໃຈ ທີ່ຜິດກັບຫຼັກການ ທີ່ສຳຄັນຂອງອາຊ້ຽນ, ແຕ່ໂຄສົກຂອງກະຊວງ ການຕ່າງປະເທດໄທຍ ໃຫ້ເຫດຜົນໃນການຈັດກອງປະຊຸມ ເທື່ອນີ້ວ່າ ໄທຍພຽງແຕ່ຢາກສນັບສນູນ ອາຊ້ຽນໃຫ້ຊຸກຍູ້ ສົ່ງເສີມພະມ້າ ໃຫ້ມີຄວາມສງົບ ແລະກັບຄືນສູ່ ສະພາບປົກກະຕິເທົ່ານັ້ນ.

ນັ້ນແມ່ນການແບ່ງແຍກ ພາຍໃນອາຊ້ຽນຄັ້ງລ້າສຸດ. ການແຕກແຍກກັນມີຫຼາຍເທື່ອ; ເທື່ອທຳອິດ ເກີດຂຶ້ນເມື່ອປະມານ 10 ປີກ່ອນ ໃນເວລາກັມພູຊາ ເປັນປະທານອາຊ້ຽນ. ໃນເວລານັ້ນ ໃນນາມປະທານອາຊ້ຽນ ກັມພູຊາ ບໍ່ຍອມອອກຖແລງການຮຽກຮ້ອງໃຫ້ ຈີນປະຕິບັດຕາມກົດການປະພຶດ ກ່ຽວກັບການຮັກສາຄວາມປອດພັຍ ໃນເຂດທະເລຈີນໃຕ້ ຊຶ່ງຈີນມີຂໍ້ຂັດແຍ້ງ ທາງດ້ານດິນແດນ ກັບຫຼາຍປະເທດໃນອາຊ້ຽນ ເຊັ່ນວຽດນາມ, ມາເລເຊັຍ ແລະຟິລິບປິນສ໌. ໃນຄັ້ງນັ້ນ ກໍເຊັ່ນດຽວກັນ ປະເທດລາວ ກໍສນັບສນູນ ກັມພູຊາ.

ນັກວິເຄາະການເມືອງ ໃນພູມມີພາກຫຼາຍທ່ານ ກໍເຫັນວ່າ ຍ້ອນໄດ້ຮັບການຊ່ວຍເຫຼືອຫຼາຍ ຈາກຈີນ, ກັມພູຊາ ຈຶ່ງສນັບສນູນຈີນ, ເຂົ້າຂ້າງຈີນ ແລະປະກົດວ່າ ການເຂົ້າຂ້າງຈີນນັ້ນ ກໍໄດ້ຮັບການສນັບສນູນ ຈາກບາງປະເທດ ໃນອາຊ້ຽນ, ແຕ່ປະເທດອາຊ້ຽນ ສ່ວນຫຼາຍແລ້ວ ຢາກຊຸກຍູ້ ໃຫ້ຈີນປະຕິບັດຕາມ ກົດການປະພຶດ ທີ່ອາຊ້ຽນໄດ້ວາງອອກ.

ເຖິງຢ່າງໃດກໍຕາມ ຈີນຖແລງວ່າ ຈີນຈະບໍ່ຍອມປະຕິບັດຕາມ ກົດການປະພຶດ ຂອງອາຊ້ຽນ ແຕ່ຈະເຈຣະຈາ ພະຍາຍາມແກ້ໄຂ ຂໍ້ຂັດແຍ້ງດິນແດນ ໃນເຂດທະເລຈີນໃຕ້ ກັບແຕ່ລະປະເທດໄປ.

ທ່ານ ທິຕິນັນ ພົງສຸທທິຣັກສ໌ ອາຈານສອນ ຢູ່ຈຸລາລົງກອນ ມະຫາວິທະໄລ ຂອງໄທຍ ກ່າວເມື່ອວັນທີ່ 12 ຕຸລາ ປີ 2022 ນີ້ວ່າ ສົງຄາມຢູຄເຣນ ກໍເຮັດໃຫ້ອາຊ້ຽນ ແບ່ງອອກເປັນຝ່າຍ. ຝ່າຍນຶ່ງ ຊຶ່ງມີ ລາວ, ກັມພູຊາ, ໄທຍ ແລະພະມ້າ ສນັບສນູນຈີນ ແລະຣັສເຊັຽ; ສ່ວນມາເລເຊັຽ, ສິງກະໂປ, ອິນໂດນີເຊັຽ ແລະຟີລິບປິນສ໌ ເຫັນດີ ເຫັນພ້ອມ ກັບຢູູຄເຣນ ແລະສະຫະຣັຖ ອາເມຣິກາ.

ທ່ານ ແຊມ ແຣນສີ ຫົວໜ້າຝ່າຍຄ້ານ ກັມພູຊາ ຊຶ່ງປັດຈຸບັນ ລີ້ພັຍການເມືອງ ຢູ່ຕ່າງປະເທດ ອະທິບາຍຂໍ້ຂັດແຍ້ງ ພາຍໃນອາຊ້ຽນ ເມື່ອເດືອນເມສາ ປີ 2022 ນີ້ວ່າ ອາຊ້ຽນ ສາມາດຈັດຕັ້ງ ເປັນປະຊາຄົມເສຖກິຈ ໄດ້ແລ້ວ ແປວ່າ ສາມາດເປັນກ້ອນກຸ່ມດຽວກັນໄດ້ແລ້ວ ໃນດ້ານການຮ່ວມມື ທາງດ້ານເສຖກິຈແລະການຄ້າ; ແຕ່ອາຊ້ຽນ ລ້າຫຼັງ ທາງດ້ານການເມືອງ ນັບມື້ນັບມີ ສະມາຊິກ ເປັນປະເທດ ຜະເດັດການຫຼາຍຂຶ້ນ ຕົວຢ່າງ ຢູ່ພະມ້າ ຣັຖບານທະຫານ ຍຶດອຳນາດ ເຮັດຣັຖປະຫານ ປາບປາມປະຊາຊົນ ທີ່ຂັດຄ້ານຕົນ; ຢູ່ກັມພູຊາ ພັກຣັຖບານ ກໍປາບປາມ ຝ່າຍຄ້ານ ແລະຢູ່ໄທຍ ທະຫານ ກຳອຳນາດ ມາເປັນເວລາດົນນານແລ້ວ. ປັດຈຸບັນ ກຸ່ມນິຍົມປະຊາທິປະໄຕ ຄືື ມາເລເຊັຽ, ສິງກະໂປ, ອິນໂດນີເຊັຽ ແລະຟີລິບປິນສ໌ ກຳລັງຮ່ວມກັນຂັດຄ້ານ ກຸ່ມຜະເດັດການ ຊຶ່ງປະກອບດ້ວຍ ກັມພູຊາ, ພະມ້າ, ລາວ, ວຽດນາມ ແລະໄທຍ.

ນອກຈາກບັນຫາພະມ້າ ແລະບັນຫາທະເລຈີນໃຕ້ແລ້ວ, ການພິຈາຣະນາຮັບເອົາ ຕີມໍຕາວັນອອກ ຫຼືຕີມໍແລສຕ໌ (Timor-Leste) ເຂົ້າເປັນສະມາຊິກອາຊ້ຽນ ກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ອາຊ້ຽນ ແຕກແຍກກັນ. ການແຍ່ງແຍກເທື່ອນີ້ ເກີດຂຶ້ນໃນເວລາມີກອງປະຊຸມ ສຸດຍອດອາຊ້ຽນ ຢູ່ກັມພູຊາ ເມື່ອປະມານກາງປີ 2022 ນີ້. ໃນເວລາພິຈາຣະນາ ຄຳຮ້ອງ ຂອງຕີມໍແລສຕ໌ ສະມາຊິກອາຊ້ຽນ ກຸ່ມນຶ່ງ ນຳໂດຍສິງກະໂປ ຍັງບໍ່ພ້ອມທີ່ຈະຮັບເອົາຕີມໍແລສຕ໌ ເຂົ້າເປັນສະມາຊິກໃໝ່ ຂອງອາຊ້ຽນ ເພາະຕີມໍແລສຕ໌ ມີຄວາມສັມພັນໃກ້ຊິດ ກັບຈີນຫຼາຍເກີນໄປ; ຖ້າຮັບເອົາຕີມໍແລສຕ໌, ອາຊ້ຽນ ຈະມີສຽງສນັບສນູນຈີນ ຫຼາຍຂຶ້ນ; ປັດຈຸບັນ ອາຊ້ຽນ ກໍມີຫຼາຍປະເທດແລ້ວ ທີ່ສນັບສນູນຈີນ ເຊັ່ນລາວ, ກັມພູຊາ ແລະພະມ້າ; ຜົນປະກົດວ່າ ສະມາຊິກ ສ່ວນຫຼາຍຂອງອາຊ້ຽນ ເຫັນດີເຫັນພ້ອມກັບສິງກະໂປ ໝາຍຄວາມວ່າ ຍັງບໍ່ຮັບເອົາຕີມໍແລສຕ໌ເຂົ້າອາຊ້ຽນເທື່ອ.

ສລຸບແລ້ວ ອາຊ້ຽນ ແບ່ງແຍກອອກເປັນສອງກຸ່ມ ຕາມຣະບອບການປົກຄອງ ຄືລະບອບຜະເດັດການແລະປະຊາທິປະໄຕ.