ທະຫານພະມ້າ ໂຈມຕີທາງອາກາດ ເຮັດໃຫ້ປະຊາຊົນ ເສັຽຊີວິດ 100 ຄົນ

0:00 / 0:00

ທະ​ຫານ​ພະ​ມ້າ ​ໄດ້​ໂຈມ​ຕີທາງ​ອາ​ກາດ ຕໍ່​ປະ​ຊາ​ຊົນ​ຂອງ​ຕົນ​ເອງ ໃນ​ຂະ​ນະ​ທີ່​ ມີປະ​ຊາ​ຊົນ​ປະ​ມານ 800 ຄົນ ກຳ​ລັງ​ເຂົ້າ​ຮ່ວມ​ພິ​ທີ ເປີດ​ຫ້ອງ​ການ ຢູ່ເມືອງ​ກັນ​ບູ​ລູ ເຂດ​ສະ​ກາງ ອີງ​ຕາມ​ຂໍ້​ມູ​ນ​ຈາກ​ປະ​ຊາ​ຊົນ. ຜູ້​ເຫັນ​ເຫດ​ການ ​ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ປະ​ຊາ​ຊົນທີ່​ໄດ້​ຮັບ​ບາດ​ເຈັບ ແລະ ເສັຽ​ຊີ​ວິດ ເປັນ​ແມ່​ຍິງ ແລະ ເດັກ​ນ້ອຍ, ແລະ ມັນ​ຍາກ​ທີ່​ຈະ​ບອກ​ໄດ້​ວ່າ ມີ​ຜູ້​ເສັຽ​ຊີ​ວິດ​ຫຼາຍ​ປານ​ໃດ ຍ້ອນ​ວ່າ ລູກ​ລະ​ເບີດ ແລະ ປືນ​ກົນ ທຳ​ລາຍ​ຊາກ​ສົບ​ຂອງ​ປະ​ຊາ​ຊົນ.

ປະ​ຊາ​ຊົນ ໄດ້​ກ່າວ​ຢູ່​ໃນ ວີ​ດີ​ໂອ ທີ່​ຜ່ານ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌ ​ວ່າ:

“ມີ​ຄົນ​ເສັຽ​ຊີ​ວິດ 100 ຄົນ ແລະ ບາດ​ເຈັບ 50 ຄົນ.”

ປະ​ຊາ​ຊົນ ທ່ານນີ້ ກ່າວ​ຕື່ມ​ອີກວ່າ ໄດ້​ເຫັນ​ສົບ​ເດັກ​ນ້ອຍ 4 ສົບ ໃນ​ຈຳ​ນວນ 6 ສົບ ທີ່​ຖືກ​ລະ​ເບີດ ທີ່​ຫ່າງ​ຈາກ​ຕຶກ​ອາ​ຄານປະ​ມານ 30 ແມັດ. ສື່ມວນ​ຊົນ​ທີ່​ເປັນ​ຂອງ​ທະ​ຫານ​ພະ​ມ້າ ໄດ້​ຣາຍ​ງານ​ວ່າ ກອງ​ກຳ​ລັງ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ຂອ​ງ​ທະ​ຫານ​ພະ​ມ້າ ໄດ້​ດຳ​ເນີນ​ການ​ໂຈມ​ຕີ ບ້ານ ພາ ຊິ ຈີ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ແຕ່ ບໍ່​ມີ​ໄດ້​ຣາຍ​ງານ​ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ. ພົນ​ຕ​ຣີ ຊໍ​ ມິນ​ ຕັນ ຮອງ​ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ຖ​ແລງ​ຂ່າວ ຂອງ​ທະ​ຫານ​ພະ​ມ້າ ໄດ້​ກ່າວ​ອ້າງແບບ​ເດົາ​ເອົາ​ວ່າ ໄດ້​ມີ​ການ​ເຂົ້າ​ຄວບ​ຄຸມ​ເມືອງ ກັນ ບູ​ ລາ ດ້ວຍ​ກຳ​ລັງ​ທະ​ຫານ ແລະ ກຳ​ລັງ​ທະ​ຫານ​ໄດ້​ເລັງ​ເປົ້າ​ໂຈມ​ຕີ ​ແຕ່​ສະ​ເພາະ​ກຸ່ມ​ກອງ​ກຳ​ລັງ​ຕິດອາ​ວຸດ ຢູ່​ໃນ​ງານ​ພິ​ທີດັ່ງ​ກ່າວ.

ທ່ານ ກ່າວ​ວ່າ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ກ່າວ​ວ່າ ມີ​ການ​ສັງ​ຫານ​ຊາວ​ບ້ານ ໃນ​ເວ​ລາ​ທີ່​ພາບ​ປະ​ກົດ​ອອກ​ມາ ຜູ້​ທີ່​ເຄາະ​ຮ້າຍ ຢູ່​ໃນ​ຊຸ​ດ​ພົນ​ລະ​ເຮືອນ, ແຕ່​ວ່າ ໃນ​ເວ​ລາ​ທີ່ ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ກະ​ທຳ​ການ​ໂຈມ​ຕີ. ກຸ່ມ​ຕໍ່​ຕ້ານ​ທະ​ຫານ​ພະ​ມ້າ ໄດ້ມີ​ການ​ຕົບ​ແຕ່ງ​ພາບ ຈາກ​ການ​ໂຈມ​ທາງ​ອາ​ກາດ ຫຼື ການ​ຣາຍ​ງານ​ເພື່ອ​ໃຫ້​ເຂົ້າ​ໃນ​ຜິດ ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ວ່າ​ ເປັນ​ຊາວ​ບ້ານ. ນອກ​ຈາກນີ້ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ຝັງ​ລະ​ເບີດ​ໄວ້​ໃນ​ດິນ ແລະ ອາ​ວຸດ​ອື່ນໆ ໄວ້​ສະ​ຖານ​ທີ່​ດັ່ງ​ກ່າວ ໃນ​ເວ​ລາ​ທີ່​ທະ​ຫານ​ພະ​ມ້າ​ໂຈມ​ຕີ ໄປ​ຖືກ​ລະ​ເບີດ​ຝ່າຍກົງກັນ​ຂ້າມ ​ທີ່​ເຊື່ອງ​ໄວ້ ຈຶ່ງ​ເຮັດ​ໃຫ້​ເກີດ​ລະ​ເບີດ​ທີ່​ຮ້າຍ​ແຮງ ແລະ ມີ​ຜູ້​ເຄາະ​ຮ້າຍ​ຫຼາຍ​ຄົນ.

ທ່ານ ຊໍ​ມິນ​ຕັນ ໄດ້​ກ່າວ​ອ້າງວ່າ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ແມ່ນ​ອົງ​ການກໍ່​ການ​ຮ້າຍ ທີ່ກໍ່​ອາ​ສຊຍາ​ກັມ​ສົງ​ຄາມ ລວມ​ທັງ​ການ​ນາບ​ຂູ່​ປະ​ຊາ​ຊົນ ແລະ ເຜົາ​ບ້ານ​ເຮືອນ​ປະ​ຊາ​ຊົນ ເຊິ່ງ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ຂໍ້​ມູນ​ທີ່ວິທຍຸ ເອ​ເຊັຽ​ເສ​ຣີ ໄດ້​ມາ ກໍ​ຄື ຊາວ​ບ້ານ ໄດ້​ກ່າວ​ຫາ​ວ່າ ທະ​ຫານ​ພະ​ມ້າເອງ ເປັນ​ຜູ້​ກະ​ທຳ.

ການ​ໂຈມ​ຕີ​ປະ​ຊາ​ຊົນ ໄດ້​​ເກີດ​ຂຶ້ນ ໃນ​ເວ​ລາ​ທີ່​ມີ​ພິທີ​ເປີດຫ້ອງ​ການ ​ບໍ​ຣິ​ຫານປົກ​ຄອງ ຂອງ​ຣັ​ຖ​ບານ​ເງົາ​ຂອງ​ພະ​ມ້າ ທີ່​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ ທະ​ຫານ​ພະ​ມ້າ ອີງ​ຕາມ​ຂໍ້​ມູນ​ຈາກ ທ່ານ ເນ ຊິນ ລັດ ຂອງ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ.

ທ່ານ ເນ ຊິນ ລັດ ໄດ້​ອອກ​ຖ​ແລງ​ການທີ່​ເຜີຍ​ແຜ່ ​ທາງ​ເຟ​ສ​ບຸກ ​ວ່າ ຜູ້​ທີ່​ຖືກ​ເສັຽ​ຊີ​ວິດ ເປັນ​ຜູ້​ຊາຍ, ຜູ້​ຍິງ ແລະ ເດັກ​ນ້ອຍ ​ທີ່ບໍ່​ເປັນ​ພິດ ເປັນ​ໄພ​ຫຍັງ​ຕໍ່​ທະ​ຫານ​ພະ​ມ້າ.

ທ່ານ ຍັງ​ກ່າວ​ຕື່ມ​ວ່າ ທະ​ຫານ​ພະ​ມ້າ ຍັງ​ສືບ​ຕໍ່ ເຮັດ​ສົງ​ຄາມ​ກັບ​ປະ​ຊາ​ຊົນ​ຂອງ​ຕົນ​ເອງ ຈຸດ​ປະ​ສົງ​ຂອງ​ທະ​ຫານ​ພະ​ມ້າ ກໍ​ເພື່ອ​ຮັກ​ສາ​ອຳ​ນາດ ​ຂອງ​ຕົນ​ເອງ ດ້ວຍ​ການ​ທຳ​ລາຍ ແລະ ການ​ສັງ​ຫານ​ປະ​ຊາ​ຊົນ, ແຕ່ ທະ​ຫານ​ພະ​ມ້າ ຈະ​ບໍ່​ມີ​ວັນ​ສຳ​ເລັດ​ຜົ​ລ.

ທະ​ຫານ​ພະ​ມ້າ ໄດ້​ຍຸບ​ພັກ​ສັນ​ນິ​ບາດ​ແຫງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຫຼື NLD ໃນ​ເດືອນ​ມີ​ນາ ທີ່​ຜ່ານ​ມາ ຫຼັງ​ຈາກ ພັກ​ດັ່ງ​ກ່າວ ບໍ່​ມາ​ຈົດ​ທະ​ບຽນ​ຄືນ ກັບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ ທີ່​ເປັນ​ຝ່າຍ​ທະ​ຫານ ແຕ່​ວ່າ ສະ​ມ​ຊິກ​ພັກ ຍັງ​ສືບ​ຕໍ່​ເຮັດ​ວຽກກັບ​ຣັ​ຖ​ບານ​ເງົາ​ ແຫ່ງ​ຊາຕຂອງ​ພະ​ມ້າ ເພື່ອ​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ ໃນ​ພະ​ມ້າ ແລະ ເຮັດ​ວຽກ​ບໍ​ຣິ​ຫານ ໃນ​ເຂດ​ທີ່ບໍ່​ຢູ່​ພາຍ​ໃຕ້​ການ​ອິດ​ທິ​ພົນ ​ຂອ​ງທະ​ຫານ.

ປະ​ຊາ​ຊົນ​ທ້ອງ​ຖິ່ນ​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໄດ້​ໂຈມ​ຕີ ບ້ານ ພາ ຊິ ຢີ.

ທ່ານ​ ເນ ຊີນ ກ່າວ​ວ່າ ປະ​ຊາ​ຊົນ​ຫຼາຍ​ຄົນ​ເສັຽ​ຊີ​ວິດຄາ​ທີ່ ຫຼັງ​ຈາກ​ເຮືອ​ບິນ​ຣົບ ​ຂອງ​ທະ​ຫານ​ພະ​ມ້າ ໄດ້​ຖິ້ມ​ລະ​ເບີດ​ລົງ​ໃສ່​ໝູ່​ບ້ານ ແລະ ແລະ ຍົນເຮ​ລິ​ຄອບ​ເຕີ້ຣ໌ ຂອງ​ພະ​ມ້າ ກໍ​ໄດ້​ຍິງ​ປືນ​ກົນ​ ປະ​ມານ 200 ນັດ ໃສ່ປະ​ຊາ​ຊົນ.

ທ່ານ ເນ ຊິນ ກ່າວ​ວ່າ: ຊາວ​ບ້ານກຳ​ລັງ​ປຶກ​ສາ​ກັນ ກ່ຽວ​ກັບ​ ວິ​ທີ​ການ ຄຸ້ມ​ຄອງ​ບັນ​ຫາ​ສັງ​ຄົມ ຢູ່​ພາຍ​ໃນ​ບ້ານ. ທັນ​ໃດ​ນັ້ນ ກໍ​ມີ​ລະ​ເບີດ​ຕົກ​ມາ​ຈາກ​ທ້ອງ​ຟ້າ ແລະ ກໍ​ມີ​ກາ​ຍິງ​ປືນ​ກົນ​ໃສ່ ​ແບບບໍ່​ຢຸດ ເປັນ​ເວ​ລາເຖິງ 15 ນາ​ທີ.

ທ່ານ​ກ່າວ​ວ່າ:

“ຜູ້​ທີ່​ຖືກ​ບາດ​ເຈັບ ຖືກ​ນຳ​ສົ່ງ​​ໄປໝູ່​ບ້ານ​ໃກ້​ຄຽງ ແລະ ກຸ່ມ​ອາ​ສາ​ສະ​ໝັກ ກໍ​ໃຫ້​ການ​ປະ​ຖົມ​ພະ​ຍາ​ບານ.”

ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ພະ​ຍາ​ຍາມ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ ໂຄ​ສົກ​ທະ​ຫານ​ພະ​ມ້າ ຢູ່​ເຂດ​ສະ​ກາງ ແຕ່ວ່າ ບໍ່​ມີ​ໃຜ​ຮັບ​ສາຍ. ນອກ​ຈາກນີ້, ໃນ​ອາ​ທິດ​ທີ່​ຜ່ານ​ມາ ທະ​ຫານ​ພະ​ມ້າ​ຍັງ​ມີ​ການ​ຍິງ​ປືນ​ໃຫຍ່ໂຈມ​ຕີ​ປະ​ຊາ​ຊົນ ຢູ່​ເຂດ​ສະ​ກາງ ເຮັດ​ໃຫ້ປະ​ຊ​າ​ຊົນ 50,000 ຄົນ ຈາກ 17 ບ້ານ ຕ້ອງ​ພາ​ກັນໜີ​ອອກ​ຈາກ​ບ້ານ. ລູ​ກ​ປີ​ໃຫຍ່​ລົງ​ມາ​ປານ​ຫ່າ​ຝົນ ລົງ​ມາ​ໃສ່​ໝູ່​ບ້ານຢູ່​ທາງ​ພາກ​ເໜືອ​ ຂອງ​ເມືອງ​ກະ​ເລ ຂອງ​ພະ​ມ້າ ໃນ​ວັນ​ທີ 30 ມີ​ນາ ທີ່​ຜ່​ານ​ມາ ນັ້ນ ການ​ເປັນ​ອາ​ທິດ​ແຫ່ງ​ການ​ຕໍ່​ສູ້​ກັນ​ຢ່າງ​ດຸ​ເດືອດ ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ກອງ​ກຳ​ລັງ​ຝ່າຍ​ກົງ​ກັນ​ຂ້າມ. ຜູ້​ນຳ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າ​ວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜແນກ​ພາ​ສາ​ພະ​ມ້າ ວ່າ ເຍົາ​ວະ​ຊົນ​ພະ​ມ້າສອງ​ຄົນ ທີ່​ຖືກຂ້າ​ຕັດ​ຄໍ ສັງ​ກັດ​ຢູ່​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ.

ເຍົາ​ວະ​ຊົນດັ່ງ​ກ່າວ ໄດ້​ພາ​ກັນຝັງ​ຣະ​ເບີດໄວ້​ໃນ​ດິນ ໃນ​ຂະ​ນະ​ທີ່​ກຳ​ລັງ​ຖອຍ​ທັບ ຫຼັງ​ຈາກ​ທີ່​ຕໍ່​ສູ້​ກັບທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ຂອງເຂດ​ສະ​ກາງ ແລະ ເຂົາ​ເຈົ້າ​ຖືກ​ຈັບຢູ່​ໃກ້​ກັບ​ ບ້ານ ນີ ອອງ ຢິນ. ຫົວ​ໜ້າ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ວ່າ ພວກ​ເຮົາ​ໄດ້​ພົບ​ສົບ​ຂອງ​ເຂົາ​ເຈົ້າ ໃນ​ຕອນ​ເຂົ້າ​ຂອງວັນ​ທີ 27 ກຸມ​ພາ ແລະ ໄດ້​ລະ​ບຸ​ເຖິງສ​ະ​ຖານ​ທີ່ ທີ່​ພວກ​ເຂົາ​ຖືກ​ສັງ​ຫານ ໂດຍ ທະ​ຫານ​ພະ​ມ້າ. ຜູ້​ທີ່​ຖືກ​ເຄາະ​ຮ້າຍສອງ​ຄົນ ມີຊື່​ວ່າ ລາ​ມິນ​ເຊນ ອາ​ຍຸ 15 ປີ, ແລະ ໂພ​ເກ ອາ​ຍຸ 17 ປີ.

ຫົວ​ໜ້າ ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ວ່າ ທ່ານ ໄດ້​ເຂົ້າໄປ​ຖາມ​ຊາວ​ບ້ານ​ທ້ອງ​ຖິ່ນ ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ, ແຕ່ວ່າ ບໍ່​ມີ​ຊາວ​ບ້າ​ນ​ຄົນ​ໃດຢູ່​ໃນ​ໝູ່​ບ້ານ ຕິດ​ຕາມການ​ບຸກ​ທະ​ລາຍ​ ຂອງ​ພວກ​ທະ​ຫານ​ພະ​ມ້າ.

ໃນ​ອີກ​ເຫດ​ການ​ນຶ່ງ, ຫົວ​ໜ້າ​ກອງ​ກຳ​ລັງ​ປົ​ກ​ປ້ອງ​ ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ນັກ​ຣົບ​ເຍົາ​ວະ​ຊົນ​ທັງ​ສອງ ຖືກ​ຂ້າຕັດ​ຄໍ ຫຼັງ​ຈາກວັນ​ທີ 27 ກຸມ​ພາ ທີ່​ມີ​ການ​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ.

ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຈຳ​ເປັນ​ຕ້ອງ​ໄດ້​ຖອຍ​ທັບ ຈາກ​ການ​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ ຢູ່​ບ້ານຂັນ​ຄໍ ຍ້ອນ​ວ່າ ຂາດ​ແຄນ​ລູກ​ປືນ. ໃນ​ເວ​ລາ​ເຂົາ​ເຈົ້າ​ກັບ​ຄືນ​ໃນ​ຕອນ​ເຊົ້າ ເຂົາ​ເຈົ້າ​ກໍ​ພົບ​ສົບ​ຂອງ​ທະ​ຫານ​ທີ່​ເປັນ​ເຍົາ​ວະ​ຊົນ​ທັງ​ສອງ.

ທະ​ຫານ​ພະ​ມ້າ ໄດ້​ສັງ​ຫານ ຜູ້​ທີ່​ຖືກ​ສົງ​ໄສວ່າ​ເປັນ​ກຸ່ມກອງ​ກຳ​ລັງ ​ປົ​ກ​ປ້ອງ​ປະ​ຊາ​ຊົນ ໃນ 14 ເມືອງ ຢູ່​ເຂດ​ສະ​ກາງ ນັບ​ແຕ່​ມີ​ການ​ປະ​ກາດ​ກົດໄ​ອ​ຍະ​ການ​ເສິກ ເຊິ່ງ​ເປັນ​ກົດ​ໝາຍ​ພິ​ເສດ ​ຂອງ​ທະ​ຫານ​ປະ​ກາດ​ໃຊ້ ໃນ​ເວ​ລາ​ທີ່​ມີ​ການ​ຣັ​ຖ​ປະ​ຫານ ນັບ​ແຕ່​ເດືອນ​ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ທ່ານ ທອມ ແອນດຣູ ຜູ້​ຣາຍ​ງານ​ພິ​ເສດ​ ຂອງ​ສະ​ຫະ​ປະ​ຊາ​ຊາຕ ສຳ​ລັບ​ປະ​ເທດ​ພະ​ມ້າ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ ວິ​ທີ​ການ​ທໍ​ລະ​ມານ ​ຂອງ​ທະ​ຫານ​ພ​ະ​ມ້າ ລວມ​ມີ ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ ແລະ ກໍ່​ການ​ຮ້າຍ ໂດຍ​ສະ​ເພາະ​ຢູ່​ເຂດ ທີ່​ມີ​ການ​ຕໍ່​ຕ້ານ​ທີ່​ເຂັ້ມ​ແຂງ ຕໍ່ກັບທະ​ຫານພະ​ມ້າ.

ການ​ບັນ​ທຶກ​ເຫດ​ການ​ດັ່ງ​ກ່າວ ແລະ ເຫດ​ການ​ອື່ນໆ ເວົ້າ​ເຖິງຄວາມ​ປ່າ​ເຖື່ອນ ​ຂອງ​ທະ​ຫານ​ພະ​ມ້າ ຜູ້​ທີ່​ກໍ່​ອາ​ສະ​ຍາ​ກຳ​ສົງຄາມ ແລະ ອາ​ຊຍາ​ກັມ​ຕໍ່​ມະ​ນຸດ​ຊາຕ ຈະ​ຕ້ອງ​ຮູ້​ວ່າ ພວກ​ເຂົາຈ​ະ​ຕ້ອງ​ຮັບ​ຜິດ​ຊອບ.

ທະ​ຫານ​ພະ​ມ້າ ໄດ້​ເຂົ້າ​ມາ​ບຸກ​ທະ​ລາຍ​ໝູ່​ບ້ານ ຢູ່​ເຂດ​ສະ​ກາງ, ເປັນ​ເຫດ​ເຮັດ​ໃຫ້ມີ​ຊາວ​ບ້ານ 3 ຄົນ​ເສັຽ​ຊີ​ວິດ ແລະ ໄດ້​ທຳ​ລາຍ​ບ້ານ​ເຮືອນ​ ຂອງ​ປະ​ຊາ​ຊົນ 700 ຫຼັງ ແລະ ເຫດ​ການ​ອື່ນໆ ທີ​ເກີດ​ຂຶ້ນ​ຢູ່ເຂດ​ສະ​ກາງ ກໍ​ຄື ມີ​ຄົນ​ພົບ​ສົບ 16 ສົບ ຢູ​ບ້ານ ນີ​ອອງ​ຢິນ ຢູ່​ເຂດ​ເມືອງ ມີ​ອິນ​ມູ. ທະ​ຫານ​ພະ​ມ້າ ໄດ້​ລັກ​ພາ​ໂຕ​ຊາວ​ບ້ານ 17 ຄົນ ຢູ່​ບ້ານ ຕາ​ ເຕັງ ໃນ​ວັນ​ທີ 1 ມີ​ນາ.

ຊາວ​ບ້ານ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ທະ​ຫານ​ພະ​ມ້າເກືອບ 100 ຄົນ ໄດ້​ເຂົ້າ​ໄປ​ບຸກ​ທະ​ລາຍ​ໝູ່​ບ້ານ​ຕາ​ເຕງ. ຊາວ​ບ້​ານ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ບ້ານຕາ​ເຕງ ແລະ ບ້ານ ນີ​ອອງ​ຢິນ ຢູ່​ເມືອງ ມີ​ອີນ​ມູ ຖືກ​ຂັ້ນ​ກາງ​ລະ​ຫວ່າງ ແມ່​ນ້ຳ​ມູ. ຊາວ​ບ້ານບໍ່​ຍອມ​ໜີ ຍ້ອນ​ ເຂົາ​ເຈົ້າ​ຄິດ​ວ່າ ທະ​ຫານຈະ​ບໍ່​ເຂົ້າ​ມາ​ໝູ່​ບ້ານ. ຍັງ​ມີຊາກ​ສົບ​ຜູ້​ເສັຽ​ຊີ​ວິດເປັນ​ຜູ້​ຊາຍ 7 ຄົນ ທີ່​ຊາວ​ບ້ານ​ໄດ້​ພົບ ຢູ່​ບ້ານ ນີ​ອອງ​ຢິນ ແລະ ຍັງ​ມີຊາກ​ສົບ​ຂອງ​ຜູ້​ຊາຍອີກ 6 ຄົນ ແລະ ຜູ້​ຍິງ 3 ຄົນ ຖືກ​ພົບ​ເຫັນ ​ຢູ່​ບ່ອນ​ອື່ນ​ໆອີກ. ຜູ້​ເສັຽ​ຊີ​ວິດ​ທັງ​ໝົດ​ຖືກ​ຍິງ​ໃສ່​ຫົວ ຈາກ​ທາງ​ດ້ານ​ຫຼັງ.

ຜູ້​ເສັຽ​ຊີ​ວິດ 16 ຄົນ ທັງ​ໝົດ​ອາ​ຍຸ ລະ​ຫວ່າງ 30-50 ປີ ແລະ ຍັງ​ບໍ່​ມີ​ຂໍ້​ມູນ​ຈະ​ແຈ້ງວ່າ ຜູ້​ທີ່​ຖືກ​ລັກ​ພາ​ໂຕ​ຄົນ​ອື່ນໆ ນັ້ນ ຍັງ​ມີ​ຊີ​ວິດ​ຢູ່ ​ຫຼືບໍ່.

ທະ​ຫານ​ພະ​ມ້າ​ໄດ້ ກະ​ທຳ​ການ​ທາ​ລຸນ ແລະ ສັງ​ຫານ​ຜູ້​ນຳ​ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນໃນ​ລະ​ດັບ​ທ້ອງ​ຖິ່ນ ໃນ​ຊ້ວງ​ທີ່​ມີ​ການ​ບຸກ​ລະ​ລາຍ​ໝູ່​ບ້ານ ໃນ​ວັນ​ທີ 1 ມີ​ນາ ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ. ແຕ່ ໂຄ​ສົ​ກ​ຂອງ​ທະ​ຫານ​ພະ​ມ້າ ທ່ານ ອາຍ​ ເລັງ ຢູ່​ເຂດ​ສະ​ກາງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ທ່ານບໍ່​ຮູ້​ເລື່ອງນີ້.

ຂໍ້​ມູນ​ຈາກນັກ​ຂ່າວ ທີ່​ຢູ່​ຝ່າຍ​ທະ​ຫານ​ພະ​ມ້າ ເປີດ​ເຜີຍ​ວ່າ ການ​ຕໍ່​ສູ້​ກັນ​ລະ​ຫວ່າງ ທະ​ຫານພ​ະ​ມ້າ ແລະ ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ລະ​ເບີດ​ຂຶ້ນ ຢູ່​ບ້ານ ຕາ​ເຕງ ເຂດ​ສະ​ກາງ ໃນ​ວັນ​ທີ 1 ມີ​ນາ, ແລະ ຢູ່​ບ້ານ ນີ​ອອງ ຢິນ ໃນ​ວັນ​ທີ 2 ມີ​ນາ ເຊິ່​ງ​ມີ​ສະ​ມາ​ຊິກ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ 15 ຄົນ​ຖືກ​ຈັບ​ໂຕ.

ອີງ​ຕາມ​ວີ​ດີ​ໂອ ແລະ ຮູບ​ພາບ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ທີ່​ເຜີຍ​ແຜ່​ລົງ​ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌, ຊາກສົບ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຢູ່​ໃນ​ຊຸດ​ພົນ​ລະ​ເຮືອນ ໂດຍສະ​ເພາະ​ນຸ່ງ​ຜ້າ​ສະ​ໂລ່ງ ແລະ ເສື້ອ​ເຊີດ, ແລະ ບາງ​ຄົນກໍ​ຖືກ​ຍິງ​ໃສ່​ຫົວ.

ພັກ​ສັນ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ພະ​ມ້າ ຫຼື NLD ເປັນ​ພັກ​ຂອງ​ຍາ​ນາງ ອອງ ​ຊານ ຊູ​ຈີ ທີ່​ຊະ​ນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ປະ​ເທດພະ​ມ້າ​ ຢ່າງ​ຂາດ​ລອຍ ໃນ​ປີ 2020 ທີ່​ຜ່ານ​ມາ, ແຕ່ ຕ້ອງ​ຖືກ​ຍຸບ​ໄປ​ໃນ​ທີ່​ສຸດ. ພັກ NLD ຂອງ​ພະ​ມ້າ ບໍ່​ໄດ້​ຄືນ​ມາ​ຈົດ​ທະ​ບຽນ ​​ກັບ​ຄະ​ນະ​ກັມມະ​ການ​ເລືອກ​ຕັ້ງ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ທະ​ຫານ​ພະ​ມ້າ​ ຜູ້​ຍຶດ​ອຳ​ນາດ. ຄ​ະ​ນະ​ກັມ​ມະ​ການ​ເລືອກ​ຕັ້ງ ​ຂອງ​ທະ​ຫານ​ພະ​ມ້າ ໄດ້​ກ່າວ​ວ່າ ມີ 40 ພັກ​ການ​ເມືອງ ຖືກ​ຍຸບ ຍ້ອນ​ວ່າ ເຂົາ​ເຈົ້າ​ບໍ່​ກັບ​ມາ​ລົງ​ທະ​ບຽນ​ຄືນ​ໃໝ່ ໃຫ້​ເປັນ​ພັກ​ການ​ເມືອ​ງ​ພາຍ​ໃນ 60 ວັນ ອີ​ງ​ຕາມ​ລະ​ບຽບ​ກົດ​ໝາຍ​ໃໝ່​ ຂອງ​ທະ​ຫານ​ພະ​ມ້າ.

ຝ່າຍ​ກົງ​ກັນ​ຂ້າມ ແລະ ນັກ​ວິ​ເຄາະ ໄດ້​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໄດ້​ອອກ​ລະ​ບຽບ​ການ​ເລືອກ​ຕັ້ງ​ໃໝ່ ​ໃນ​ເດືອນ​ມົກກະ​ຣາ ທີ່​ຜ່ານມາ. ມັນ​ເປັນ​ການ​ສ​ນັບ​ສ​ນູນ ​ພັກ​ການ​ເມືອງ ​ຂອງ​ທະ​ຫານ ແລະ ສ້າງ​ຄວາມ​ຊອບ​ທັມ ໃຫ້​ແກ່​ທະ​ຫານ​ພະ​ມ້າ​ເຂົ້າມາໂດຍ​ຜ່ານ​ການ​ເລືອກ​ຕັ້ງ ​ທີ່​ໜ້າ​ອັບ​ອາຍ ແລະ ອັບ​ປະ​ຍົດ.