10 ປີ, “ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ” ເຣີ່ມອອກນອກແລວ

ຫວງ ອີ້ຢີ, ວິທຍຸເອເຊັຽເສຣີ ຜແນກພາສາຈີນ
2023.10.03
ປີ 2013 ປວັດ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ

ປີ 2013: ປວັດ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ

ປີ 2014 ເຊັນສັນຍາຄວາມຮ່ວມ ທາງດ້ານເສຖກິຈ ລະຫວ່າງຈີນ-ປາກີສະຖານ. BRI ເປີດກອງທຶນເສັ້ນທາງສາຍໄໝ

ປີ 2014: ເຊັນສັນຍາຄວາມຮ່ວມ ທາງດ້ານເສຖກິຈ ລະຫວ່າງຈີນ-ປາກີສະຖານ. BRI ເປີດກອງທຶນເສັ້ນທາງສາຍໄໝ

ປີ 2015 ໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ທີເກີດຂຶ້ນທົ່ວໂລກ ລວມທັງ ການກໍ່ສ້າງ ທາງຣົຖໄຟລາວ-ຈີນ.

ປີ 2015: ໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ທີເກີດຂຶ້ນທົ່ວໂລກ ລວມທັງ ການກໍ່ສ້າງ ທາງຣົຖໄຟລາວ-ຈີນ.

ປີ 2016 ເຫຼົ່ານີ້ຄືສ່ວນນຶ່ງ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ

ປີ 2016: ເຫຼົ່ານີ້ຄືສ່ວນນຶ່ງ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ

ປີ 2017 ປາກກິ່ງຈັດກອງປະຊຸມ BRI  ແລະໂຄງການຕ່າງທີ່ກ່ຽວພັນກັບ BRI ເກີດຂຶ້ນ

ປີ 2017: ປາກກິ່ງຈັດກອງປະຊຸມ BRI ແລະໂຄງການຕ່າງທີ່ກ່ຽວພັນກັບ BRI ເກີດຂຶ້ນ

ປີ 2018 ປະເທດອອສເຕຣເລັຍ ແລະ ຫຼາຍປະເທດເຊັນຂໍ້ຕົກລົງ ໂຄງກຕ່າງໆ ທີ່ກ່ຽວກັບ BRI

ປີ 2018: ປະເທດອອສເຕຣເລັຍ ແລະ ຫຼາຍປະເທດເຊັນຂໍ້ຕົກລົງ ໂຄງກຕ່າງໆ ທີ່ກ່ຽວກັບ BRI

ປີ 2019 ປະເທດອີຕາລີ ເຊັນຂໍ້ຕົກລົງ BRI ລວມທັງໂຄງການຕ່າງໆທີ່ກ່ຽວກັນກັບ BRI ໃນຫຼາຍປະເທດ

ປີ 2019: ປະເທດອີຕາລີ ເຊັນຂໍ້ຕົກລົງ BRI ລວມທັງໂຄງການຕ່າງໆທີ່ກ່ຽວກັນກັບ BRI ໃນຫຼາຍປະເທດ

ປີ 2020 ໂຄງການທີ່ກ່ຽວພັນກັບ BRI

ປີ 2020: ໂຄງການທີ່ກ່ຽວພັນກັບ BRI

ປີ 2021 ເປີດແລ່ນຣົຖໄຟລາວ-ຈີນ ຢ່າງເປັນທາງການ ແລະໂຄງການອື່ນໆ ທີ່ກ່ຽວກັບ BRI ໃນຫຼາຍປະເທດ

ປີ 2021: ເປີດແລ່ນຣົຖໄຟລາວ-ຈີນ ຢ່າງເປັນທາງການ ແລະໂຄງການອື່ນໆ ທີ່ກ່ຽວກັບ BRI ໃນຫຼາຍປະເທດ

ປີ 2022 ໂຄງການກ່ຽວພັບກັບ BRI ລວມທັງ ອາເຈັນຕິນາ ເຊັນຂໍ້ຕົກລົງ BRI

ປີ 2022: ໂຄງການກ່ຽວພັບກັບ BRI ລວມທັງ ອາເຈັນຕິນາ ເຊັນຂໍ້ຕົກລົງ BRI

ປີ 2023 ປະເທດຮອນດູຣັສ ເຊັນຂໍ້ຕົກລົງ BRI ເຫດການອື່ນໆທີ່ກ່ຽວພັນກັບ BRI

ປີ 2023: ປະເທດຮອນດູຣັສ ເຊັນຂໍ້ຕົກລົງ BRI ເຫດການອື່ນໆທີ່ກ່ຽວພັນກັບ BRI

BRI logo black background.jpg

ໃນເດືອນຕຸລາ ນີ້, ໃນຖານະເຈົ້າພາບ, ນະຄອນຫຼວງປັກກິ່ງ ປະເທດຈີນ ມີກຳນົດການຈັດງານ “ເວທີ ນຶ່ງແລວ ນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົລ” ຄັ້ງທີ 3, ໂດຍມີການຢືນຢັນ ການເຂົ້າຮ່ວມ ຂອງບັນດາຜູ້ນຳ ແລະ ໂຕແທນ ປະເທດຕ່າງ ແລະ ໂຕແທນອົງການລະດັບໂລກ ຈາກ 90 ປະເທດ, ອີງຕາມການຣາຍງານ ຈາກສຳນັກຂ່າວຊິນຮວາ ຂອງທາງການຈີນ.

ສິ່ງທີ່ເຣີ່ມຕົ້ນ ຈາກການເປັນຊ່ອງທາງ ໃນການສົ່ງເສີມຄວາມສັມພັນ ທາງການຄ້າ, ການຄ້ຳປະກັນ ການສນອງພະລັງງານ ແລະ ການລົງທຶນ ໃນໂຄງສ້າງພື້ນຖານ ລະດັບໂລກ ໃນປັດຈຸບັນນີ້, ໄດ້ຂຍາຍອອກໄປຍັງບັນດາໂຄງການ ດ້ານເຕັກໂນໂລຈີ້ ດິຈິຕັລ, ສຸຂພາບ, ວັທນະທັມ, ຄວາມໝັ້ນຄົງ ແລະ ການພັທນາທີ່ຍືນຍົງ, ເຊິ່ງບາງໂຄງການ ປະສົບບັນຫາດ້ານແຮງງານ ແລະ ຕົ້ນທຶນທີ່ສູງເກີນຈິງ.

ເມື່ອຢາກສື່ເຖິງແນວຄຶດ ຂອງເສັ້ນທາງການຄ້າບູຮານ ທີ່ເຊື່ອມໂຍງຕາເວັນອອກກາງ ແລະ ທະວີບຢຸໂຣປ ສ່ວນປະກອບຕ່າງໆ ຂອງແນວຄຶດນີ້ ແມ່ນມີຫຼາຍຢ່າງ ລວມເຖິງເສັ້ນທາງສາຍໄໝ ດິຈິຕັລ, ເສັ້ນທາງສາຍໄໝ ເທິງນ້ຳໃນເຂດຂົ້ວໂລກເໜືອ, ເສັ້ນທາງສາຍໄໝ ເພື່ອສຸຂພາບ, ເສັ້ນທາງສາຍໄໝອາວະກາດ ແລະ ເສັ້ນທາງສາຍໄໝສີຂຽວ.

ໃນຄວາມເປັນຈິງແລ້ວ, ປັດຈຸບັນນີ້ ໂຄງການຮ່ວມມື ໃນຕ່າງປະເທດ ເກືອບທັງໝົດ ຂອງຈີນ ສາມາດຈັດເປັນສ່ວນນຶ່ງ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ໄດ້, ເຊິ່ງທ່ານ ສີ ຈິ້ນຜິງ ຮຽກສິ່ງນີ້ວ່າ “ໂຄງການແຫ່ງສັຕວັດ.”

ການວິພາກວິຈານຕ່າງໆ ທີ່ມັກມີຄວາມເຫັນວ່າ ຣັຖບານຈີນ ໃຊ້ອຳນາດ ຂອງຕົນເອງ ທີ່ນັບມື້ນັບເພີ່ມຂຶ້ນນີ້ ເກືອບບໍ່ມີຜົລໃດໆ ຕໍ່ຣັຖບານຈີນ. ຣັຖບານສະຫະຣັຖອາເມຣິກາ ມັນກ່າວຫາຣັຖບານຈີນ ວ່າ ຂໍ້ຣິເຣີ່ມນີ້ ເປັນ “ການທູຕດ້ານໜີ້ສິນ”, ເຊິ່ງເຮັດໃຫ້ປະເທດຕ່າງໆ ມີໜີ້ສິນທາງດ້ານການເງິນ ໃນບັນດາໂຄງການ ດ້ານໂຄງສ້າງພື້ນຖານ ຂນາດໃຫຍ່ ທີ່ພວກເຂົາ ບໍ່ສາມາດຈ່າຍໜີ້ຄືນໄດ້ ແລະ ອາຈນຳໄປໃຊ້ ເພື່ອຜົລປໂຍດ ທາງການເມືອງ ຂອງຣັຖບານປັກກິ່ງເອງ.

ມີການລົງທຶນໄປແລ້ວ 1 ລ້ານລ້ານໂດ່ລ້າຣ໌ສະຫະຣັຖອາເມຣິກາ

ເວທີດັ່ງກ່າວ ເກີດຂຶ້ນ 4 ປີ ພາຍຫຼັງທີ່ມີກອງປະຊຸມສຸດຍອດ ນຶ່ງແລວ ນຶ່ງເສັ້ນທາງ ຄັ້ງຫຼ້າສຸດ ເມື່ອປີ 2019 ແລະ ເປັນສ່ວນນຶ່ງ ຂອງຄວາມພະຍາຍາມ ຂອງຣັຖບານຈີນ ທີ່ຈະສະແດງຄວາມສຳເຣັດ ຂອງໂຄງການນີ້ ຕໍ່ປະຊາຄົມ ລະວ່າງປະເທດ ຫຼັງຈາກທີ່ໄດ້ດຳເນີນການ ມາດົນເຖິງ 1 ທົສວັດ ພໍດີ.

Copy of ENG_CHN_Belt_Road10Years_09252023.2.jpg
ໂຄງການກໍ່ສ້າງ ເມືອງທ່າໂຄລຳໂບ ທີ່ມີມູນຄ່າການລົງທຶນ 1.4 ພັນລ້ານໂດລ້າຣ໌ ໃນທະເລອິນເດັຍ. Credit: Paula Bronstein/Getty Images

ທ່ານ ຫວາງ ເຫວິນປິ່ນ, ໂຄສົກ ກະຊວງການຕ່າງປະເທດຈີນ ຖແລງຕໍ່ກອງປະຊຸມນັກຂ່າວ ເມື່ອບໍ່ດົນມານີ້ວ່າ ໂຄງການດັ່ງກ່າວ ໄດ້ເກີດມີການລົງທຶນໄປແລ້ວ ມູລຄ່າສູງເຖິງ 1 ລ້ານລ້ານໂດ່ລ້າຣ໌ສະຫະຣັຖອາເມຣິກາ. ມີປະມານ 83% ທີ່ເປັນປະເທດເພື່ອນມິຕ ຂອງຈີນ ແລະ ເກືອບ 80% ທີ່ເປັນປະເທດສະມາຊິກ ອົງການສະຫະປະຊາຊາຕ ໄດ້ມີສ່ວນຮ່ວມ ໃນໂຄງການນີ້.

ໃນໄລຍະ 1 ທົສວັດ ທີ່ຜ່ານມາ, ຈີນ ໄດ້ລົງນາມໃນຂໍ້ຕົກລົງ ການຮ່ວມມື 200 ປາຍສບັບ ກັບ 152 ປະເທດ ແລະ ອົງການລະວ່າງປະເທດ 32 ອົງການ ພາຍໃຕ້ຂໍ້ຣິເຣີ່ມດັ່ງກ່າວ.

ປັດຈຸບັນ, ຈີນ ໃຊ້ຈ່າຍດ້ານການເງິນ ເພື່ອການພັທນາ ລະວ່າງປະເທດ ຫຼາຍຂຶ້ນເປັນ 2 ເທົ່າ ຂອງສະຫະຣັຖອາເມຣິກາ, ອີງຕາມຂໍ້ມູນ ຈາກອົງການ AidData, ທີ່ເປັນອົງການທີ່ມີສຳນັກງານ ຢູ່ໃນປະເທດສະຫະຣັຖອາເມຣິກາ, ໂດຍສ່ວນໃຫຍ່ ເກີດຂຶ້ນໃນໄລຍະ 10 ປີທີ່ຜ່ານມາ.

ນອກຈາກປໂຍດ ທາງດ້ານເສຖກິຈແລ້ວ, ຂໍ້ຣິເຣີ່ມດັ່ງກ່າວ ຍັງມີປໂຍດ ທາງການເມືອງພ້ອມ ເປັນຕົ້ນວ່າ ຂໍ້ຕົກລົງບາງສ່ວນ ໄດ້ເຮັດໃຫ້ປະເທດຫຸ້ນສ່ວນ ສນັບສນູນຢ່າງເປີດເຜີຍ ຕໍ່ໂຄສະນາຊວນເຊື່ອ ຂອງພັກຄອມມູນິສຈີນ ໃນເຂດປົກຄອງຕົນເອງ ຊິນຈ່ຽງ, ເຊິ່ງຣັຖບານຈີນ ໄດ້ຂົ່ມເຫງພົລເມືອງຈີນ “ຊາວວີເກີ້” ຈຳນວນ 11 ລ້ານຄົນ ແລະ ກຸ່ມຊົນເຜົ່າສ່ວນໜ້ອຍ “ເຊື້ອສາຍເຕີ໊ກ” ອື່ນໆ ພ້ອມທັງພະຍາຍາມ ລຶບລ້າງວັທນະທັມ ຂອງພວກເຂົາ.

ເປົ້າໝາຍແມ່ນຫຍັງ?

ບັນດານັກວິຈັຍ ໄດ້ຮິບໂຮມຂໍ້ມູນຈາກຫຼາຍແຫຼ່ງ ພ້ອມກັບແຫຼ່ງຂໍ້ມູນ ທີ່ເປັນທາງການ ຈຳນວນຫຼາຍ ເພື່ອພະຍາຍາມ ຫາຄຳຕອບວ່າ ຈຸດປະສົງ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ແມ່ນຫຍັງກັນແທ້? ມັນໄດ້ເປັນໄປຕາມ ຄວາມທະເຍີທະຍານ ດ້ານເສຖິຈ, ການທູຕ ຫຼື ທາງຍຸທສາຕ ຂອງຣັຖບານຈີນບໍ່? ຄຳຕອບຕ່າງໆ ກໍຄົງຈະເປັນໄປ ຄືດັ່ງທີ່ໄດ້ກ່າວມາຂ້າງຕົ້ນ.

Copy of ENG_CHN_Belt_Road10Years_09252023.1.jpg
ຄົນງານຕຣຽມຂຶ້ນຣົຖໄຟລາວ-ຈີນ ທີ່ສະຖານີນະຄອນຄຸນໝິງໃຕ້ ແຂວງຢຸນນານ ທາງພາກໃຕ້ຂອງຈີນ. ວັນທີ 16 ກໍຣະກະດາ 2023. ຣົຖໄຟສາຍທີ່ເຊື່ອມຕໍ່ລະຫວ່່າງນະຄອນຄຸນໝິງ ກັບນະຄອນຫຼວງວຽງຈັນ ສປປ ລາວ. Credit: Chen Xinbo/Xinhua via Getty Images

ຂໍ້ຣິເຣີ່ມດັ່ງກ່າວ ຊ່ອຍອຳນວຍຄວາມສະດວກ ໃນການຂຍາຍກຳລັງການຜລິຕ ຂອງຈີນ, ສເນີເຄື່ອງມື ທີ່ມີປະສິດທິພາບ ສຳລັບນັກການທູຕ ຂອງປະເທດ ແລະ ຍັງເປັນແກນຫຼັກ ໃນຂອບເຂດວຽກງານ ຍຸທສາຕພູມສັນຖານ ຂອງຣັຖບານປັກກິ່ງ.

ມັນໄດ້ຂຍາຍອິດທິພົລຈີນ ໄປທົ່ວໂລກ ແລະ ສົ່ງເສີມວິສັຍທັສ ອັນກວ້າງໄກ ຂອງທ່ານ ສີ ຈິ້ນຜິງ ໃນການສ້າງລະບຽບໂລກ ທີ່ມີຈີນ ເປັນສູນກາງ.

ແລະ ດ້ວຍການແຍກໂຕເອງ ຂອງເສຖກິຈຈີນ ທີ່ພວມຕົກຕ່ຳລົງຢູ່ນີ້ ໃຫ້ອອກຈາກ ການເພິ່ງພາເສຖກິຈ ຂອງສະຫະຣັຖອາເມຣິກາ ແລະ ການປິດກັ້ນຈີນ ໃຫ້ອອກຈາກ ຫ່ວງໂສ້ອຸປະທານ ດ້ານເຕັກໂນໂລຈີ້ ທີ່ເປັນຫົວໃຈສຳຄັນ ຍິ່ງເຮັດໃຫ້ຈີນ ຕ້ອງການໃຊ້ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼາຍຂຶ້ນກວ່າເກົ່າ.

ວິທຍຸເອເຊັຽເສຣີ ພວມຕິດຕາມ ເຫດການຄົບຮອບ 10 ປີ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ດ້ວຍບົດສາຣະຄະດີ, ບົດວິເຄາະຕ່າງໆ ວ່າ ຂໍ້ຣິເຣີ່ມດັ່ງກ່າວ ຜ່ານໄປ 1 ທົສວັດແລ້ວ, ມັນມີຄວາມຄືບໜ້າ ແລະ ໄດ້ສ້າງຜົລກະທົບຕໍ່ປະເທດ ແລະ ຜູ້ຄົນ ໃນປະເທດຕ່າງໆ ທີ່ພວກເຂົາເຈົ້າໄດ້ສັມຜັດນັ້ນ ແນວໃດແດ່?

ໂຕຢ່າງວ່າ ຈີນ ໄດ້ຫຼຸດຜ່ອນການລົງທຶນ ໃນໂຄງການໂຄງສ້າງພື້ນຖານ ໃນຕ່າງປະເທດ ຂະນະດຽວກັນ ກໍສົ່ງເສີມການລົງທຶນ ໃນຂແນງການເຕັກໂນໂລຈີ້ ດິຈິຕັລ.

ປັດຈຸບັນ, ລະບົບດາວທຽມນຳທາງ ທົ່ວໂລກ ຂອງຈີນ ທີ່ມີຊື່ວ່າ “ເປີ່ຍໂຕວ່” ຫຼື “Beidou” ກວມເອົາເມືອງຫຼວງ ໃນ 165 ປະເທດທົ່ວໂລກ, ໂດຍກວມເອົາເນື້ອທີ່ ໃຫ້ບໍຣິການ ກວ້າງກວ່າລະບົບ GPS ທີ່ສະຫະຣັຖອາເມຣິກາ ສ້າງຂຶ້ນ.

ບໍຣິສັດ ຫົວເຫວີ່ຍ ຫຼື Huawei, ເຊິ່ງຖືກບັນດາຣັຖບານ ປະເທດໃນທະວີບຢຸໂຣປ ແລະ ສະຫະຣັຖອາເມຣິກາ ລົງໂທສດ້ານການຄ້າ ຢ່າງກວ້າງຂວາງ ນັ້ນ, ພັດໄດ້ສ້າງເຄືອຂ່າຍ 4G ຫຼາຍກວ່າ 70% ທີ່ເປີດໃຫ້ໃຊ້ບໍຣິການ ຢູ່ໃນທະວີບອາຟຣິກາ ໃນປັດຈຸບັນ.

ການສົ່ງອອກ ອຸປະກອນສິ້ງຊອມ ແລະ ຕິດຕາມ

ໃນຂະນະດຽວກັນ, ຈີນ ຍັງຄົງສືບຕໍ່ສົ່ງອອກ ອຸປະກອນສິ້ງຊອມ ແລະ ຕິດຕາມ ໃນວຽກງານຕຳຣວດ ແລະ ວຽກງານດ້ານຄວາມໝັ້ນຄົງ ໃຫ້ແກ່ປະເທດຕ່າງໆ ໃນທົ່ວໂລກ ຢ່າງໜ້ອຍ 80 ປະເທດແລ້ວ.

ຂແນງການເຕັກໂນໂລຈີ້ ໄດ້ກາຍເປັນບັ້ນຣົບ ທີ່ມີການແຂ່ງຂັນກັນ ຢ່າງຮ້ອນແຮງ ໃນແຜນຍຸທສາຕລະດັບໂລກ ຂອງຈີນ, ເຊິ່ງລວມເຖິງການສົ່ງອອກ ເຄື່ອງໝາຍການຄ້າ ໃນແງ່ຄວາມເປັນຜະເດັດການ ດ້ານເຕັກໂນໂລຈີ້ ດິຈິຕັລ, ໃນຂະນະທີ່ກຳລັງແຂ່ງຂັນ ເພື່ອມີສ່ວນແບ່ງຕລາດ ໃນອະນາຄົດ.

Copy of ENG_CHN_Belt_Road10Years_09252023.3.jpg
ພາບສະຊາຊິກ ລໍ້ຖ້າແຂກ ທີ່ຄວບຄຸມຜ່ານກ້ອງວົງຈອນປິດ ໂດຍພາກຣັຖ ທີ່ບູດ Hikvision ໃນລະຫວ່າງການກວດກາຄວາມປອດໄພ ຂອງຈີນ ປີ 2023 ທີ່ນະຄອນຫຼວງປາກກິ່ງ ວັນທີ 7 ເດືອນມິຖຸນາ 2023. Credit: Ng Han Guan/AP

ປະຊາກອນ 2.9 ຕື້ຄົນ ໃນທົ່ວໂລກ ຍັງຄົງຂາດການເຂົ້າເຖິງ ອິນເຕີເນັທ ແລະ ຈີນ ໄດ້ຕັ້ງເປົ້າໝາຍ ໄປຍັງການແບ່ງແຍກ ດ້ານເຕັກໂນໂລຈີ້ ດິຈິຕັລ, ໂດຍຫວັງວ່າ ຈະໄດ້ຮັບການສນັບສນູນ ຈາກປະເທດອື່ນໆ ຫຼາຍຂຶ້ນ, ໂດຍການຕັ້ງຫຼັກ ໄປເປີດກິຈການໃນຂແນງເຕັກໂນໂລຈີ້ ດິຈິຕັລ ໃນບັນດາປະເທດ ທີ່ເປັນຕລາດເກີດໃໝ່, ເຊິ່ງສາມາດ ວາງຕຳແໜ່ງໂຕເອງ ໃນຖານະຜູ້ກຳນົດ ມາຕຖານດິຈິຕັລ ໄດ້.

ປະເທດອິນໂດເນເຊັຽ, ເຊິ່ງເປັນປະເທດ ທີ່ມີປະຊາກອນຫຼາຍ ລຳດັບທີ 4 ຂອງໂລກ, ຖືວ່າເປັນນຶ່ງ ໃນຕລາດເຫຼົ່ານັ້ນ. ເກືອບເຄິ່ງນຶ່ງ ຂອງປະຊາກອນ ຈຳນວນ 270 ລ້ານຄົນ ຂອງປະເທດ ມີອາຍຸຕ່ຳກວ່າ 30 ປີ, ເຊິ່ງຖືເປັນດິນແດນ ທີ່ບໍ່ເຄີຍມີມາກ່ອນ ສຳລັບເສຖກິຈດິຈິຕັລ.

ຢ່າງໃດກໍຕາມ, ບໍຣິສັດຫົວເຫວີ່ຍ ໃນຖານະບໍຣິສັດຍັກໃຫຍ່ ຂອງຈີນ ພວມສ້າງແຜນທີ່ພາກພື້ນ ໃນປະເທດດັ່ງກ່າວ, ໂດຍສເນີການສ້າງ ໂຄງສ້າງພື້ນຖານ ດ້ານດິຈິຕັລ ທີ່ລາຄາຖືກ, ການເຝິກອົບຮົມບຸກຄະລາກອນ ແລະ ບໍຣິການ ປະຊາສັມພັນຣັຖບານ.

ວິທຍຸເອເຊັຽເສຣີ ໄດ້ທຳການຕິດຕາມ ເຖິງຂໍ້ກັງວົນຕ່າງໆ ແລະ ພັຍຄຸກຄາມທີ່ເປັນໄປໄດ້ ອັນເກີດຂຶ້ນຈາກ ການຜູກຂາດ ຂອງຣັຖບານຈີນ ໃນພາກພື້ນນີ້.

ການມີຢູ່ ທາງດ້ານເຕັກໂນໂລຈີ້ ດິຈິຕັລ ຂອງຈີນ ສາມາດສັມຜັດໄດ້ ໃນບັນດາໂຄງການ ທີ່ເປັນໂຄງສ້າງພື້ນຖານ ຂນາດໃຫຍ່ຈຳນວນນຶ່ງ.

ໂຄງການທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ພຽງແຕ່ແລ່ນ ເທິງຣາງຣົຖໄຟ ຂອງຈີນ ທີ່ມີຫົວຈັກຣົຖໄຟ ແລະ ຕູ້ຣົຖໄຟ ທີ່ຜລິຕໃນຈີນເທົ່ານັ້ນ, ແຕ່ຍັງໃຊ້ເຕັກໂນໂລຈີ້ ຂອງຈີນ ໃນລະບົບ ການກວດສອບ-ຢັ້ງຢືນ ບັດປະຈຳໂຕ ຂອງປະຊາຊົນ ແລະ ບັນດາຈຸດກວດກາ ດ້ານຄວາມປອດພັຍ ກ່ອນທີ່ຈະຂຶ້ນຣົຖໄຟພ້ອມ.

ການຕໍ່ຕ້ານ ຂໍ້ຣິເຣີ່ມດັ່ງກ່າວ

ບັນດາຜູ້ນຳ ຈຳນວນນຶ່ງ ແລະ ບາງປະເທດ ພະຍາຍາມຕໍ່ຕ້ານ “ແບບຢ່າງຈີນ” ຫຼື “China Model”, ລວມເຖິງທ່ານ ເດວິດ ປານູ່ເອ່ໂລ້, ອະດີດປະທານປະເທດ ຂອງປະເທດໄມໂຄຣເນເຊັຽ.

ໃນຈົດໝາຍເປີດຊອງ ທີ່ເຜີຍແຜ່ ເມື່ອບໍ່ດົນມານີ້ ພາຍຫຼັງທີ່ທ່ານ ອຳລາຕຳແໜ່ງ ໃນເດືອນພຶສພາ ປີ 2023, ທ່ານ ເດວິດ ປານູ່ເອ່ໂລ້ ໄດ້ກ່າວວ່າ ຣັຖບານຈີນ ໃຊ້ການປະສົມປະສານ ດ້ວຍພັຍຄຸກຄາມ, ການໃຫ້ສິນບົນ ແລະ ການແຊກຊຶມຢ່າງລັບໆ ເພື່ອກົດດັນເຈົ້າໜ້າທີ່ ໃນປະເທດໄມໂຄຣເນເຊັຽ ໃນການບັງຄັບ ໃຫ້ເປົ້າໝາຍການຮ່ວມມື ດ້ານຍຸທສາຕ ແລະ ຄວາມໝັ້ນຄົງ ຂອງປະເທດໄມໂຄຣເນເຊັຽ ໃຫ້ໄປໄກ ນອກເໜືອຂອບເຂດ ຂອງຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ.

Copy of ENG_CHN_Belt_Road10Years_09252023.4.jpg
ຄົນງານຜູ້ນຶ່ງ ກຳລັງກວດກາ ເຂດໂຄງການກໍ່ສ້າງ ຂອງສະຖານີປ່ຽນຖ່າຍໄຟຟ້າ ສຳລອງ Konza ໃນເມືອງ Machakos ປະເທດເຄັນຢ້າ, ວັນທີ 5 ປີ 2023. ສະຖານີປ່ຽນຖ່າຍໄຟຟ້າ ສຳລອງແຫ່ງນີ້ ຕັ້ງຢູ່ທາງພາກຕາເວັນອອກ ຂອງປະເທດເຄັນຢ້າ ຫ່າງຈາກ ນະຄອນຫຼວງໄນໂຣບີ້ ປະມານ 70 ກິໂລແມັດ ເຊິ່ງເປັນສ່ວນນຶ່ງ ຂອງໂຄງການ ຂຍາຍສະຖານີປ່ຽນຖ່າຍ ໄຟຟ້າ ຂອງເຄັນຢ້າ ແລະຢູ່ພາຍໃຕ້ ໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ. Credit: Han Xu/Xinhua via Getty Images

ວິທຍຸເອເຊັຽເສຣີ ໄດ້ສັມພາດທ່ານ ເດວິດ ປານູ່ເອ່ໂລ້ ໃນເຫດການຄົບຮອບ 10 ປີ ຂອງໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ແລະ ເພື່ອກວດສອບຄຸນນະພາບ ຂອງໂຄງການຕ່າງໆ ໃນເຂດທີ່ມີການດຳເນີນການ ຂໍ້ຣິເຣີ່ມນັ້ນ.

ຣັຖບານຈີນ ໄດ້ຍື່ນປະມູລ ໂຄງການສາຍສົ່ງ ອິນເຕີເນັທ ພື້ນທະເລ ພາກຕາເວັນອອກ ຂອງປະເທດໄມໂຄຣເນເຊັຽ, ເຊິ່ງຕໍ່ມາ ໄດ້ຖອນການປະມູລ ເນື່ອງຈາກເຫດຜົລ ດ້ານຄວາມປອດພັຍ.

10 ປີຜ່ານມາ, ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຖືເປັນອົງປະກອບທີ່ສຳຄັນ ຂອງການທູຕຈີນ ແລະ ເປົ້າໝາຍດ້ານຍຸທສາຕ ລະດັບໂລກ ຂອງຈີນ.

ອິນໂດເນເຊັຽ, ລາວ ແລະ ໄມໂຄຣເນເຊັຽ ຕ່າງກໍຕົກເປັນເປົ້າໝາຍ ຂອງການດຳເນີນການຕ່າງໆ ດ້ານເສຖກິຈ, ການທູຕ ແລະ ຍຸທສາຕ ຈາກປະເທດຈີນ.

ໃນໄລຍະເວລາ ແຫ່ງຄວາມສັບສົນ ທີ່ເພີ່ມສູງຂຶ້ນ ແລະ ຜັນແປໄປ ຢ່າງລະອິດລະອ້ຽວ ທາງດ້ານພູມສາຕການເມືອງ ນີ້, ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ໄດ້ພັທນາ ແລະ ຂຍາຍໄປ ສູ່ອານາຈັກ ດ້ານເຕັກໂນໂລຈີ້ ດິຈິຕັລ ແລະ ສົ່ງຜົລກະທົບ ຕໍ່ຊີວິຕປະຈຳວັນ ຂອງຜູ້ຄົນ ໃນປະເທດຫຸ້ນສ່ວນ ຫຼາຍຂຶ້ນເລື້ອຍໆ.

ຂ່າວ/ບົດສາຣະຄະດີ/ບົດວິເຄາະ ກ່ຽວກັບ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຍັງຄົງຖືກຂຽນຢູ່ ແລະ ຈະນຳສເນີອອກມາຕື່ມ ຕາມພາຍຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.