ທະຫານພະມ້າ ໂຈມຕີ ປະຊາຊົນ ຢູ່ເມືອງສະກາງ

0:00 / 0:00

ທະ​ຫານ​ພະ​ມ້າ​ໂຈມ​ຕີ​ ເຂດ​ພົ​ລ​ເຮືອນ ເຮັດ​ໃຫ້​ຊາວ​ບ້ານ 4,000 ປາຍ​ຄົນ ຈາກ 15 ບ້ານ ຢູ່​ເຂດ​ສະ​ກາງ ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ ຂອງ​ພະ​ມ້າ ຊາວບ້ານຕ້ອງ​ໜີ ​ອອກ​ຈາກ​ບ້ານ ເພື່ອ​ຫຼົບຄວາມ​ຮຸນ​ແຮງ.

ການ​ໂຈມ​ຕີ​ດັ່ງ​ກ່າວ ເກີດ​ຂຶ້ນ​ເປັນ​ເວ​ລາ 3 ມື້ ແລ້ວ ແລະ ຍັງ​ສືບ​ຕໍ່​ມາ​ຮອດ​ວັນ​ສຸກ ຢູ່​ເຂດ​ເມືອງ​ສະ​ກາງ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ຂອງ​ພະ​ມ້າ ໂດຍ​ມີ​ທະ​ຫານ​ພະ​ມ້າ ​ປະ​ມານ 100 ຄົນ ໄດ້​ຫັນ​ມາ​ໂຈມ​ຕີ ພົລເຮືອນແທນ ເຊິ່ງ​ຂັດ​​ຕໍ່​ຫຼັກການ ​ທາງ​ການ​ທະ​ຫານ.

ມີ​ຍົນ​ເຮ​ລິ​ຄອບ​ເຕີ້ຣ໌ 4 ລຳ ໄດ້ໂຈມ​ຕີ​ໝູ່​ບ້ານ ເຮັດ​ໃຫ້​ມີ​ຜູ້​ເສັຽ​ຊີ​ວິຕ 1 ຄົນ ຊື່ວ່າ ຂິນ ​ເມືອງ​ສານ ແລະ ມີ​ຜູ້​ຍິງ ກັບຜູ້​ຊາຍ​ໄດ້​ຮັບ​ບາດ​ເຈັບ.

ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ​ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ:

“ມີ​ຜູ້​ເສັຽ​ຊີ​ວິຕ​ຄາ​ທີ່ ແລະ ຜູ້​ຍິງ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຢູ່​ຂັນ​ໄດ​ບ້ານ ແລະ ລາວ​ກໍ​ໄດ້​ຮັບ​ການ​ຮັກ​ສາ ​ຈາກກອງ​ກຳ​ລັງ​ ສະ​ພາ​ທະ​ຫານພະ​ມ້າ. ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໜີ ບໍ່​ກ້າ​ກັບ​ຄືນ​ບ້ານ ຈົນ​ກະ​ທັ້ງ​ທະ​ຫານ​ພະ​ມ້າ ຈະ​ອອກ​ຈາກ​ບ້ານ​ເຂົາ​ເຈົ້າ​ກ່ອນ. ສະ​ພາບ​ທາງ​ພາກ​ພື້ນ​ດິນ ມີ​ຄວາມ​ອັດ​ຕະ​ຄັດ​ຫຼາຍ.”

ປະ​ຊາ​ຊົນ ກ່າວ​ວ່າ ມີ​ປະ​ຊາ​ຊົນ​ປະ​ມານ 100 ຄົນ ບໍ່​ຍອມ​ໜີ​ຈາກ​ບ້ານ ແລະ ເຂົາ​ເຈົ້າ​ຖືກ​ບັງ​ຄັບ ແລະ ພວກ​ທະ​ຫານ ​ພາ​ກັນ​ມາ​ກວດ​ຂໍ້​ຄວາມ​ໂທ​ຣະ​ສັບ ​ເຂົາ​ເຈົ້າ ວ່າມີ​ການ​ຕິດ​ຕໍ່​ ກັບ​ກຸ່ມກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ​ຫຼືບໍ່.

ປະ​ຊາ​ຊົນ ກ່າວ​ວ່າ ຍົນ​ເຮ​ລິ​ຄອບ​ເຕີ້ຣ໌ ຂອງ​ທະ​ຫານ​ພະ​ມ້າ ໄດ້​ຍິງ​ປືນ​ໃສ່​ໝູ່​ບ້ານ ໃນ​ວັນ​ທີ 2 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ຊາວ​ເມືອງດັ່ງ​ກ່າວ ຕ້ອງ​ຕໍ່​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ​ມາ​ແຕ່ ວັນ​ທີ 1 ກຸມ​ພາ 2021, ໂດຍ ເຂົ້າ​ເຈົ້າ​ ມີ​ການ​ຈັດ​ຕັ້ງ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ຫຼັງ​ຈາກ​ທະ​ຫານ​ ເຂົ້າ​ມາ​ຍຶດ​ອຳ​ນາດ​ ຈາກ​ພັກສັນ​ນິ​ບາດ ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ແລະ ມີ​ການ​ຕັດ​ສັນ​ຍາ​ໂທ​ຣະ​ສັບ ແລະ ອິນ​ເຕີຣ໌​ເນັຕ.

ປະ​ຊາ​ຊົນທີ່​ໜີ​ການ​ສູ້​ຣົບ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ຕ້ອງ​ໜີ​ປະ​ເລົ້າ​ເຂົ້າ, ສັດ​ລ້ຽງ ບໍ່​ວ່າ ຈະ​ເປັນ​ງົວ ແລະ ແບ້. ພວກ​ເຮົາ​ເປັນ​ຫ່ວງ​ສັດ​ລ້ຽງ ຖ້າ​ວ່າ ສັດ​ລ້ຽງ​ຖືກ​ຍິງ​ຕາຍ ພວກ​ເຮົາ​ຈະ​ບໍ່​ມີ​ຫຍັງ​ເຫຼືອ ພວກ​ເຮົາ​ບໍ່​ມີ​ວຽກ​ເຮັດ ແລະ ຍາກ​ທີ່​ຫາ​ລ້ຽງ​ຄ​ອບ​ຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກ ຖືກ​ຍິງ ຍ້ອນ​ການ​ໂຈມ​ຕີ ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສັມ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ, ເດັກນ້ອຍແມ່​ຍິງ ອາ​ຍຸ 15 ປີ, ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.

ມີ​ທະ​ຫານ​ພະ​ມ້າປະ​ມານ 100 ຄົນ ໄດ້​ເຂົ້າ​ມາທີ່​ໝູ່​ບ້ານ ໃນ​ວັນ​ທີ​ 10 ກໍ​ຣະ​ກະ​ດາ ແລະ ບັງ​ຄັບ​ໃຫ້​ຊາວ​ບ້ານທັງ​ໝົດ ໜີ​ເຂົ້າ​ໄປ​ໃນ​ປ່າ.

ຊາວ​ບ້ານ​ກ່າວ​ວ່າ: “ເຫດ​ເກີດ​ໃນ​ຕອນສວາຍ ​ວັນ​ທີ 10 ກໍ​ຣະ​ກະ​ດາ ທະ​ຫານ​ພະ​ມ້າ​ ພາ​ກັນ​ເຂົ້າ​ມາ ທາງ​ຕາ​ເວັນ​ອອກ​ ຂອງ​ບ້ານ ແລະ ຊາວ​ບ້ານກໍ​ພາ​ກັນ​ໜີ.”

ຊາວ​ບ້ານ​ກ່າວ​ຕື່ມ​ວ່າ: “ມີ​ຜູ້​ຍິງ 2 ຄົນ, ເດັກນ້ອຍແມ່​ຍິງ 1 ຄົນ ເສັຽ​ຊີ​ວິຕ ທີ່​ຖືກ​ພົບ​ສົບ​ຢູ່​ຫ້ອງ​ນ້ຳ ແລະ ມີ​ຜູ້​ຊາຍ​ເສັຽ​ຊີ​ວິຕ​ ທີ່​​ຖືກ​ເຊືອກ​ມັດ​ຄໍ​ຢູ່.”

ໃນ​ທີ່​ສຸດ ພວກ​ທະ​ຫານ ກໍ​ອອກ​ຈາກ​ໝູ່​ບ້ານ ໃນ​ວັນ​ທີ 11 ກໍ​ຣະ​ກະ​ດາ ຊາວ​ບ້ານ​ຈຶ່ງ​ເຂົ້າ​ມາ​ ພົບ​ສົບ​ຜູ້​ເສັຽ​ຊີ​ວິຕ.

ຊາວ​ບ້ານ ໄດ້​ກ່າວ ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ສົບ​ຜູ້​ເສັຽ​ຊີ​ວິຕ ຖືກ​ຝັງ ນອກ​ໝູ່​ບ້ານ.

ຍັງ​ບໍ່​ຈະ​ແຈ້ງວ່າ ເປັນ​ຍ້ອນ​ສາ​ເຫດ​ຫຍັງ ໜ່ວຍ​ງານ​ຂອງ​ທະ​ຫານພະ​ມ້າ ຈຶ່ງ​ບຸກ​ໂຈມ​ຕີບ້ານ ແລ້ວສັງ​ຫານ​ປະ​ຊາ​ຊົນ. ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ: ຊາວ​ບ້ານ​ກຳ​ລັງ​ລ້ຽງ​ງົວ, ເກືອ​ໝູ​ຢູ່ໃນ​ບ້ານ ແລະ ເຂົາ​ເຈົ້າ​ກໍ​ຖືກ​ຍິງ ໂດຍ​ທະ​ຫານ​ພະ​ມ້າ.

ປະ​ຊາ​ຊົນ ກ່າວ​ວ່າ:

“ພວກ​ທະ​ຫານ​ພະ​ມ້າ ບໍ່​ສົນ​ກັບ​ຊີ​ວິດຕມະ​ນຸ​ສ ປະ​ຊາ​ຊົນ​ຖືກ​ທໍ​ລະ​ມານ ແລະ ຖືກ​ສັງ​ຫານ ພວກ​ເຮົາ​ມີ​ການ​ບັນ​ທຶກວີ​ດີ​ໂອ ຢູ່​ໃນ​ພື້ນ​ທີ່​ ທີ່​ມີ​ການ​ສັງ​ຫານ ແລະ ຫຼຸມ​ສົບ.”

ປະ​ຊາ​ຊົນ​ກ່າວ​ວ່າ: “ມີ​ການ​ສຳ​ເນົາ​ວີ​ດີ​ໂອ (Copy) ໃຫ້​ແກ່​ໜ່ວຍ​ງານ ກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ເຊິ່ງເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ສົ່ງ​ວີ​ດີ​ໂອ​ດັ່ງ​ກ່າວ ໃຫ້​ໂຕ​ແທນຣັ​ຖ​ບານ​ເງົາ ຂອງ​ພະ​ມ້າ.”

ແຫຼ່ງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ: "ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ແມ່ນ​ພົ​ລ​ເຮືອນ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງກັບ ຝ່າຍ​ຕໍ່​ຕ້ານ​ທະ​ຫານ."

ນອກ​ຈາກນີ້, ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ​ແຫ່ງ​ຊາ8 ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ​ ຈຳ​ຄຸກ​ຕ​ລອດ​ຊີ​ວິ8 ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ ໃນ​ເດືອນ​ທີ່​ຜ່ານ​ມາ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິຕ ທ້າວເພກອ​ນ, ທ້າວເມືອງເຢັນ ແລະ ທ້າວໂຈ​ເຊບ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ຣັ​ຖ​ສານ ມີ​ຊາຍ​ແດນ​ຕິດ​ກັບ ຣັ​ຖ​ກະ​ຢາ ບ່ອນ​ທີ່ ທະ​ຫານ​ກະຫ​ລ່ຽງ ໄດ້​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ ເພື່ອຄວາມ​ເປັນ​ເອກ​ຣາຊ. ການ​ຕໍ່​ສູ້​ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ທະ​ຫານກະ​ຫລ່ຽງ ໂດຍ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່ໄດ້​ພາ​ກັນເຂົ້າ​ໄປ​ຢູ່​ໃນ​ເຂດ​ຣັ​ຖ​ສານ. ນອກ​ຈາກນີ້ ຍາງ ອອນ​ຊານ ຊູ​ຈີ ​ຫົວ​ໜ້າສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ທີ່​ຖືກທະ​ຫານ​ພະ​ມ້າ ຍຶດດ​ດຳ​ນາດ ແລະ ກັກ​ໂຕ ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ ນັບ​ແຕ່ເດືອນ​ມິ​ຖຸ​ນາ ທີ່​ຜ່ານ​ມາ. ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ເນ​ປີ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ:

“ຄະ​ດີ ຂອງ​ຍາ​ນາງ ອອງ ຊານ ຊູ​ຈີ ແລະ ຄົນໃກ້​ຊິດ​ຂອງ ຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ.”

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ​-ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ ຍາ​ນາງ ອອງ​ຊານ ຊູ​ຈີ ຍັ​ງ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ. ທີ່​ຜ່ານ​ມາ, ໄດ້​ມີ​ການໄຕ່​ສວນ​ຄະ​ດີ​ດັ່ງ​ກ່າວ ທຸກໆ​ວັນ​ພະ​ຫັດ ໃນ​ສານ​ພິ​ເສດ ຢູ່ ນະ​ຄອນ​ຫລວງ ເນປີ​ດໍ ເຊິ່ງ​ດຳ​ເນີນ​ການ ​ຢູ່​ຄ້າຍ​ທະ​ຫານ ນັບ​ແຕ່​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ. ທ່ານ ຊານ ເທີ​ເນວ ໄດ້​ເປັນ​ທີ່​ປຶກ​ສາ ​ທາງ​ດ້ານ​ທຸ​ຣະ​ກິ​ຈ ຂອງ​ຍາ​ນາງ ອອງ ຊານ ຊູ ຈີ ນັບ​ແຕ່​ປີ 2017 ຢູ​ພາຍ​ໃຕ້​ຣັ​ຖ​ບານ ຂອງ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ. ທ່ານ ເປັນ​ຄົນ​ຕ່າງ​ປະ​ເທດ ຄົນ​ທຳ​ອິດ ທີ່​ໃກ້​ຊິດ​ກັບ​ຣັ​ຖ​ບານ ຂອງຍາ​ນາງ ອອງ ຊານ ຊູ ຈີ ໄດ້​ຖືກ​ຈັບ​ ແລະ ກັກ​ໂຕ ນັບ​ແຕ່​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາ​ຍຸ 77 ປີ ໄດ້ຖືກດຳ​ເນີນ​ຄະ​ດີ 19 ຂໍ້​ຫາ ນັບ​ແຕ່ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຍຶດ​ອຳ​ນາດ. ຍານາງ ຖືກ​ຕັດ​ສິນ​ຈຳ​ຄຸກ 11 ປີ ໃນ 6 ຂໍ້​ຫາ. ທີ່ເຫຼືອ ອີກ 13 ຂໍ້​ຫາ ຍັງ​ຄົງ​ພິ​ຈາ​ຣະ​ນາ ຢູ່. ຖ້າ​ມີ​ການ​ຕັດ​ສິນ​ໝົດ​ທຸກ​ຂໍ້​ຫາ ຍາງ​ນາງ ກໍ​ຈະ​ຖືກ​ຕັດ​ສິນ​ຈຳ​ຄຸກ ເປັນ​ເວ​ລາ 100 ປາຍ ປີ.

ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ ໄດ້​ປະ​ກາດ ວ່າ:

“ຍາ​ນາງ ອອງ ຊານ ຊູ ຈີ ໄດ້ຖືກ​ສົ່ງ​ຂັງ​ຄຸກ ພາຍ​ໃຕ້​ກົດ​ໝາຍອາ​ສຍ​າ​ ຫຼັງ​ຈາກ ທີ່​ສານ​ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ໄຕ່​ສວນ ກ່ອນ​ໜ້າ​ນີ້ ຍາ​ນາງ ອອງ ຊານ ຊູຈີ ຖືກ​ກັກ​ບໍ​ລິ​ເວນ ຢູ່​ພາຍ​ໃນ​ບ້ານ​ພັກ.”

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ວາງ​ກຳ​ລັງ​ເຈົ້າ​ໜ້າ​ທີ່ ຢູ່​ຄຸກ​ຄຸມ​​ຂັງ ແລະ ໄດ້​ເພີ່ມ​ການ​ຮັກ​ສາ​ຄວາມ​ປອດ​ພັຍ ຫຼັງ​ຈາກ ຍາງ ນາງ ອອງ ຊານ ຊູ​ຈີ ຖືກ​ນຳ​ໂຕ​ມາ ຢູ່​ຄຸກນະ​ຄອນ​ຫລວງ ເນ​ປີ​ດໍ.

ກອງ​ກຳ​ລັງ ​ປະ​ສົມ​ທະ​ຫານ​ພະ​ມ້າ ແລະ ກຸ່ມ​ຕິດ​ອາ​ວຸດທີ່​ສ​ນັບ​ສ​ນູນ ​ທະ​ຫານ​ພະ​ມ້າ ໄດ້​ສັງ​ຫາ​ນ​ພົ​ລ​ເຮືອນ 20 ປາຍ ຄົນ ໃນ​ເດື​ອນພືດ​ສ​ພາ ທີ່​ຜ່ານ​ມາ ນີ້ ຢູ່​ໃນ​ເຂດ​ສະ​ກາງ ຂອ​ງ​ພະ​ມ້າ ອີງ​​ຕາມ​ແຫຼ່ງ​ຂ່າວ ຜູ້​ທີ່​ເວົ້າ​ວ່າ ທະ​ຫານ​ພະ​ມ້າ ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ ​ນອນ​ຂວ້າມ​ໜ້າ ແລ້ວ ສັງ​ຫານ​ເຂົາ​ເຈົ້າ.

ສຳ​ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ໄດ້​ຣາຍ​ງານ​ວ່າ ຜູ້​ທີ່​ເຄາະ​ຮ້າຍລວມ ຜູ້​ຊາຍ​ອາ​ຍຸ 70 ປີ ແລະ ໄວ​ໜູ່ມ​ທີ່​ເປັນ​ຜູ້​ຍິງຢູ່​ນຳ ທີ່​ຖືກ​ສັງ​ຫານ​ໃນ​ວັນ​ທີ 2 ພຶ​ສ​ພາ, 3 ຄົນ ມາ​ຈາກ​ບ້ານ ເຊ​ກູນ, 6 ຄົນ ຈາກ​ບ້ານນີ ອອງ ບິນ, 9 ຄົນ ມາ​ຈາກ ​ບ້ານອອດ​ໂປ, 1 ຄົນ ມາ​ຈາກ ​ບ້ານອິນ​ພາດ ແລະ ອີກ 1 ຄົນ ມາ​ຈາກ​ບ້ານ​ມາ​ລີ​ຕາ.

ປະ​ຊາ​ຊົນ ບ້ານອອ​ດ​ໂປ ໄດ້​ກ່າວ​ວ່າ ຜູ້​ທີ່​ຖືກ​ສັງ​ຫານ ເປັນ​ພົ​ລ​ເຮືອນ ທີ່​ພາກ​ກັນ​ມາ​ລີ້​ຈາກ ​ກຸ່ມ​ພວກ​ທະ​ຫານພະ​ມ້າ ມາ​ຢູ່​ໃນ​ເຂດ​ທີ່ບໍ່​ມີ​ການ​ຍຶດ​ຄອງ​ ຂອ​ງ​ທະ​ຫານ.

ປະ​ຊາ​ຊົນ​ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ຍິນ​ວ່າ ທະ​ຫານ​ກຳ​ລັງ​ເຂົ້າ​ມາ ແລະ ຊາວ​ບ້ານ​ກໍ​ພາ​ກັນ​ຫຼົບ​ໜີ ດ້ວຍ​ຄວາມ​ຢ້ານ​ກົວ. ຫຼາ​ຍ​ຄົນ​ກໍ​ພາ​ກັນ ​ຫຼົບ​ເຂົ້າ​ໄປບ່ອນ​ລີ້​ຊ້ອນ ແລະ ໃນ​ເວ​ລາ​ນັ້ນ ທະ​ຫານ​ກໍ​ ເຂົ້າ​ມາ​ພົບ​ພໍ​ດີ.”

ຊາວ​ບ້ານ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ ທະ​ຫານ​ສັ່ງ​ໃຫ້​ຊາວ​ບ້ານ​ພາ​ກັນ​ນອນ​ຂວ້າມ​ໜ້າ​ ແລະ ກໍ​ຍິງ​ໃສ່​ຫົວ​ເຂົາ​ເຈົ້າ. ທະ​ຫານບອກ​ໃຫ້​ພວກ​ເດັກ​ນ້ອຍ ອອກ​ໄປຈາກ​ສະ​ຖານ​ທີ່​ດັ່ງ​ກ່າວ ກ່ອນ​ທີ່​ທະ​ຫານ​ ກະ​ທຳ​ການ​ສັງ​ຫານ​ຊາວ​ບ້ານ.

ແມ່​ຊີ ທີ່ຖືກ​ບັງ​ຄັບ​ໃຫ້​ຮັບ​ໃຊ້ ​ພວກ​ທະ​ຫານ​ພະ​ມ້າ ໄດ້​ຫຼົບ​ໜີຈາກ​ພື້ນ​ທີ່​ດັ່ງ​ກ່າວ ຫຼັງ​ຈາກ​ຮູ້​ວ່າ ພວກ​ທະ​ຫານ​ພະ​ມ້າ ​ຈະ​ເຂົ້າ​ມາ​ໃນ​ພື້ນ​ທີ່.

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ພວກ​ທະ​ຫານ​ພະ​ມ້າ ໄດ້​ເຜົາ​ຣົ​ຖ​ຂອງ​ຊາວ​ບ້ານ​ຫຼາຍ​ຄັນ ໃນບ້ານອອດ​ໂປ.

ແຫຼ່ງ​ຂ່າວ​ອີກ​ຄົນ​ນຶ່ງ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: “ໃນ​ມື້​ດຽວ​ກັນ, ກໍ​ມີ​ການ​ຕໍ່​ສູ້​ກັນ ລະ​ຫວ່າງ ​ທະ​ຫານ​ພະ​ມ້າ ກັບ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່​ຢູ່ໃກ້​ກັບ​ການ​ບ້ານ ເຊ​ກູນ ແລະ ບ້ານ ຊີບີກອນ ໂດຍ ທີ່​ທະ​ຫານ​ພະ​ມ້າ ​ໄດ້​ຍິງ​ປືນ​ໃຫຍ່​ເຂົ້າ​ມາ​ໃນ​ພື້ນ​ທີ່ ເປັນ​ເຫດ​ເຮັດ​ໃຫ້​ຊາວ​ບ້ານເສັຽ​ຊີ​ວິຕ 3 ຄົນ ແລະ ບາດ​ເຈັບ 6 ຄົນ.”