ທະຫານອາຣະກັນ ໃຫ້ປະຊາຊົນອົບພະຍົບ ຈາກພື້ນທີ່ສູ້ຮົບ
2024.06.23
ມີການສັ່ງປິດຖະໜົນທຸກສາຍ ຢູ່ເມືອງມວງດໍ ທາງພາກຕາເວັນຕົກຂອງມຽນມາ ບ່ອນທີ່ກອງກໍາລັງອາຣະກັນ ໄດ້ແຈ້ງເຕຶືອນປະຊາຊົນຢູ່ເມືອງດັ່ງກ່າວ 20,000 ຄົນ ໃຫ້ພາກັນອົບພະຍົບ ອອກຈາກພື້ນທີ່ການສູຸ້ຮົບກັບທະຫານມຽນມາ.
ປະຊາຊົນກ່າວວ່າຕໍ່ວິທຍຸເອເຊັຽເສຣີ ພະແນກພາສາມຽນມາ ວ່າ ທະຫານອາຣະກັນ ໄດ້ມາບອກຊາວບ້ານໃຫ້ພາກັນອົບພະຍົບ ໃນວັນອາທິດ ແລະ ຊາວບ້ານກໍຄວນອົບພະຍົບອອກຈາກບ້ານພາຍໃນ 9 ໂມງແລງ.
ແຕ່ວ່າ ປະຊາຊົນຫຼາຍຄົນ ກໍບໍ່ສາມາດອອກຈາກເມືອງດັ່ງກ່າວໄດ້ ໂດຍເມືອງດັ່ງກ່າວ ຕິດກັບ ຊາຍແດນປະເທດບັງກະລາເດສ ຍ້ອນວ່າ ທະຫານມຽນມາ ໄດ້ພາກັນຕັ້ງແຜນກັ້ນຖະໜົນເອົາໄວ້ ອີງຕາມຂໍ້ມູນຈາກຊາວບ້ານ.
ຊາວບ້ານ ກ່າວວ່າ ທະຫານມຽນມາ ໄດ້ຕັ້ງຖານຢູ່ໃກ້ ແລະ ຢູ່ໃນເມືອງ. ປະຊາຊົນ ບໍ່ມີທາງອອກ ແລະ ຈໍານວນຜູ້ເສັຍຊີວິດສູງຂຶ້ນ.
ກອງກໍາລັງອາຣະກັນ ໄດ້ພາກັນຢຶດຄາຍທະຫານມຽນມາ ຢູ່ເມືອງມວງດໍ ລວມທັງປ້ອມທະຫານມຽນມາ ອີກຫຼາຍປ້ອມ.
ກອງກໍາລັງອາຣະກັນ ໄດ້ອອກຖະແຫຼງການວ່າ ໄດ້ໂຈມຕີເມືອງມວງດໍ ແລະ ຖານທີ່ໝັ້ນສໍາຄັນຂອງທະຫານມຽນມາ ຢູ່ລັດຣະຂ່າຍ ທີ່ຢູ່ໃກ້ກັບເປົ້າໝາຍ.
ທະຫານມຽນມາ ໄດ້ກະກຽມກັບການຕໍ່ສູ້ຢ່າງໜັກ ແລະ ມີການແຈ້ງເຕືອນປະຊາຊົນໃຫ້ຢູ່ຫ່າງຈາກຖະໜົນ ແລະ ເຮືອນ ຊຶ່ງເປັນທີ່ທໍາການຂອງສະພາບໍລິຫານ ຂອງຝ່າຍທະຫານມຽນມາ.
ເມືອງມວງດໍ ເປັນເຂດການຄ້າທີ່ສໍາຄັນ ໃນການຂົນສົ່ງສິນຄ້າເຂົ້າອອກປະເທດມຽນມ້າ ຜ່ານ ປະເທດບັງກະລາເດສ.
ທະຫານມຽນມາ ໄດ້ຝຶກອົບຮົມ ຜູ້ຊາຍຊາວໂຣຮິງຢາ ໃນຫຼາຍເດືອນທີ່ຜ່ານມາ ແລະ ຫຼາຍຄົນໃນຈໍານວນດັ່ງກ່າວ ກໍເປັນທະຫານໃໝ່ ຫາກໍ່ບັນຈຸເຂົ້າ ເພື່ອຮັບມືກັບການຕໍ່ສູ້. ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຊາວບ້ານເຫັນ ຊາວໂຣຮິງຢາ ໄດ້ໃສ່ເຄື່ອງແບບທະຫານມຽນມາ ແລະ ມີອາວຸດປະຈໍາກາຍ ຢູ່ໃນຄ້າຍທະຫານມຽນມາ ຢູ່ໃນໂຕເມືອງ.
ທະຫານມຽນມາ ໄດ້ເສັຍຂັວນກໍາລັງໃຈ ແລ້ວຫັນມາເກນເອົາທະຫານໃໝ່ ຍ້ອນວ່າ ທະຫານມຽນມາ ປະເຊີນກັບການສູນເສັຍ ແລະ ຫຼາຍຄົນກໍຍອມຈໍານົນ ຕໍ່ຝ່າຍຕໍ່ຕ້ານ.
ທັງທະຫານມຽນມາ ແລະ ທະຫານອາຣະກັນ ກົດດັນຊາວໂຣຮິງຢາ ໃຫ້ມາເຂົ້າເປັນຝ່າຍຕົນເອງ ແລະ ໃນເວລາດຽວກັນ ກໍກ່າວຫາຊາວໂຣຮິງຢາ ວ່າ ໄປຊ່ວຍເຫຼືອສັດຕູ. ຍັງມີລາຍງານອອກມາວ່າ ກອງກໍາລັງທັງສອງຝ່າຍ ບັງຄັບຊາວໂຣຮິງຢາ ທີ່ເປັນຄົນມຸດສະລິມ ດ້ວຍການໃຊ້ຄວາມຮຸນແຮງ.
ມີການຈັບໂຕຊາວບ້ານທີ່ເປັນຊົນເຜົ່າປະມານ 600 ຄົນ ທີ່ຫຼົບໄພຢູ່ສູນຫຼົບໄພ ຢູ່ວັດແຫ່ງ ໜຶ່ງ ຫຼັງຈາກທີ່ເຂົາເຈົ້າພາກັນໜີໄປໝູ່ບ້ານໃກ້ຄຽງ.
ຊາວບ້ານຈໍານວນດັ່ງກ່າວ ຂາດແຄນອາຫານ ແລະ ຢາຮັກສາໂລກ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ບັນເທົາທຸກ.
ເຈົ້າໜ້າທີ່ບັນເທົາທຸກ ໄດ້ກ່າວວ່າ ພວກເຮົາຕ້ອງຂໍອະນຸຍາດອົບພະຍາມປະຊາຊົນເຫຼົ່ານັ້ນ. ທັງກອງກໍາລັງອາຣະກັນ ແລະ ທະຫານມຽນມາ ຢູ່ທີ່ນັ້ນ ຍັງບໍ່ຮູ້ວ່າ ໃຜຈະຮັບຜິດຊອບໃນການອອກໃບອະນຸຍາດ.
ກອງກໍາລັງອາຣະກັນ ທີ່ໄດ້ສິ້ນສຸດການຢຸດຍິງ ນັບແຕ່ທະຫານມຽນມາເຂົ້າມາຢຶດອໍານາດ ໃນປີ 2021 ໄດ້ປະກາດໃນວັນທີ 18 ພຶດສະພາ ວ່າ ໄດ້ຢຶດດ້າຍທະຫານມຽນມາຫຼາຍຄ້າຍ ຢູ່ເມືອງມຸດທິດົງ ຊຶ່ງຕິດກັບຊາຍແດນເມືອງມວງດໍ.
ປັດຈຸບັນ ກອງກໍາລັງອາຣະກັນ ໄດ້ຢຶດ 8 ເມືອງ ຢູ່ລັດຣະຂ່າຍ ແລະ ເມືອງປາເລວັດ ທີ່ຕິດກັບລັດສິນ.
ເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ທ່ານ ຮະເລເຕັນ ໂຄສົກກອງທະຫານມຽນມາ ປະຈໍາລັດຣະຂ່າຍ ທາງໂທລະສັບ ແຕ່ບໍ່ສາມາດຕິດຕໍ່ໄດ້.
ສົງຄາມ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການບັງຄັບການເກນທະຫານ ຢູ່ມຽນມ້າ ເຮັດໃຫ້ຊາວມຽນມາ ຕ້ອງໄປຊອກຫາວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດເກົາຫຼີໃຕ້.
ຢູ່ເຂດຢ້າງກຸ້ງ, ມີປະຊາຊົນມຽນມາຫຼາຍ 100 ຄົນ ພາກັນຢືນລຽນແຖວຕະຫຼອດຄືນ, ທັງນອນຢູ່ທາງຍ່າງ ຢູ່ຕໍ່ໜ້າຫ້ອງການຈັດຫານງານ ເພື່ອລົງທະບຽນ ເສັງພາສາເກົາຫຼີ ຊຶ່ງເຂົາເຈົ້າຈະຕ້ອງເສັງຜ່ານ ກ່ອນທີ່ຈະໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.
ຊາຍໜຸ່ມຄົນໜຶ່ງ ກ່າວວ່າ ລາວໄດ້ລໍຖ້າລົງທະບຽນມາເປັນເວລາ 20 ຊົ່ວໂມງ ພວກເຮົາຢືນຖ້າແຕ່ 6 ໂມງແລງ ແຕ່ມື້ວານນີ້.
ຊາວໜຸ່ມເຫຼົ່ານີ້ ມີຄວາມຫວັງຢາກເຮັດວຽກຢູ່ໂຮງງານ, ຢູ່ຟາມ ແລະ ວຽກກໍ່ສ້າງ ຢູ່ປະເທດເກົາຫຼີໃຕ້ ບ່ອນທີ່ໄດ້ຄ່າຈ້າງສູງກ່ອນ ເຮັດວຽກຢູ່ບ້ານໂຕເອງ ພາຍໃຕ້ໂຄງການຂອງລັດຖະບານ ທີ່ລິເລີ່ມມາໄດ້ 10 ປີ.
ລັດຖະບານທະຫານມຽນມ້າ ຕັ້ງເປົ້າໝາຍຮັບສະໝັກກໍາມະກອນ 11 ພັນຄົນ ໃນປີນີ້.
ໃນເວລາດຽວກັນ ທ້າວ ກໍ ກໍ ອາຍຸ 32 ປິີ ຈາກເມືອງມັນດາເລ ມີຄວາມສົນໃຈໄປເຮັດວຽກຕາມລະດູການຢູ່ຟາມ ຢູ່ປະເທດເກົາຫຼີໃຕ້. ລາວຕ້ອງຈ່າຍເງິນ 3 ແສນ ກຽດ ສະກຸນເງິນມຽນມາ ຫຼື ປະມານ 140 ໂດລ້າ ເພື່ອແລ່ນເອກະສານ.
ລາວກ່າວຕໍ່ນັກຂ່າວ ວ່າ ລັດຖະບານເຫັນດີ ລິເລີ່ມໂຄງການເຮັດວຽກຕາມລະດູການເປັນເວລາ 8 ເດືອນ ຢູ່ປະເທດເກົາຫຼີໃຕ້.
ແຕ່ວ່າ ສະຖານທູດເກົາຫຼີໃຕ້ ປະຈໍາມຽນມາ ໄດ້ຖະແຫຼງການຍົກເລີິກລາຍງານທີ່ວ່າ ລັດຖະບານເກົາຫຼີໃຕ້ ບໍ່ໄດ້ປະກາດແນວທາງ ຫຼື ວຽກງານ ທີ່ກ່ຽວກັບຄົນງານທີ່ໄປເຮັດວຽກຕາມລະດູການ.
ສະຖານທູດເກົາຫຼີໃຕ້ ໄດ້ອ້າງອີງເຖິງ ຄໍາເວົ້າສຸດທ້າຍຂອງກະຊວງຍຸຕິທໍາເກົາຫຼີໃຕ້ ທີ່ປະຕິເສດວ່າ ບໍ່ມີການເຊັນຂໍ້ຕົກລົງກັນໃນເລື່ອງນີ້.
ອົງການຈັດຕັ້ງພາກປະຊາສັງຄົມ ໄດ້ອອກແຈ້ງເຕືອນ ວ່າ ການດໍາເນີນການບໍ່ພຽງແຕ່ເປັນຊ່ອງທາງຫາລາຍໄດ້ໃຫ້ແກ່ຝ່າຍທະຫານມຽນມາເທົ່ານັ້ນ ແຕ່ ຄົນງານມຽນມາ ກໍມີຄວາມສ່ຽງທີ່ຖືກຕົວະ.
ມີລາຍງານວ່າ ຄົນງານເຮັດວຽກຕາມລະດູການ ທີ່ເດີນທາງອອກຈາກປະເທດເຂົາເຈົ້າ ໄດ້ຕົກເປັນເປົ້າໝາຍການຄ້າມະນຸດ ຢູ່ປະເທດເກົາຫຼີໃຕ້, ຖືກທໍາຮ້າຍຮ່າງກາຍ ແລະ ຄໍາເວົ້າ, ມີຊີວິດການເປັນຢູ່ບໍ່ດີ, ແລະ ນາຍຈ້າງບໍ່ຈ່າຍເງິນເດືອນ.
ອີງຕາມຖະແຫຼງການ ທີ່ວິທຍຸເອເຊັຽເສຣີ ໄດ້ມາ ໄດ້ລະບຸວ່າ ໂຄສົກກະຊວງຍຸຕິທໍາເກົາຫຼີໃຕ້ ໄດ້ກ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນ ໃນເກົາຫຼີໃຕ້ ແລະ ຄູ່ຮ່ວມຕໍາແໜ່ງ ໄດ້ມີອໍານາດ ເພື່ອເຊັນບົດບັນທຶກຄວາມຊົງຈໍາ ກ່ຽວກັບ ຄົນງານເຮັດວຽກຕາມລະດູການ.
ແຕ່ວ່າ ໂຄສົກໄດ້ກ່າວວ່າ ຍັງມີຄວາມຈໍາເປັນສໍາລັບຄົນງານ ທີີ່ຈະຕ້ອງຜ່ານຂັ້ນຕອນທາງວີຊ້າ ກັບ ກະຊວງທີ່ກ່ຽວຂ້ອງ ກ່ອນທີ່ຈະດໍາເນີນການ ໂດຍບໍ່ມີ ຫຍັງເພີ່ມເຕີມນອກຈາກນີ້.
ມີປະຊາຊົນເກືອບ 1,000 ຄົນ ທີ່ຢູ່ໃນໄວເກນທະຫານຂອງກອງທັບມຽນມາ ພາກັນເຂົ້າປ່າໄປຝຶກອົບຮົມວິຊາການທະຫານ ກັບລັດຖະບານເງົາ ທີ່ເປັນຝ່າຍຕໍ່ຕ້ານທະຫານມຽນມາ.
ທະມຽນມາ, ທີ່ເຂົ້າມາຢຶດອໍານາດ ໃນປີ 2021ແລະ ໄດ້ປະເຊີນກັບຄວາມໂດດດ່ຽວ ແລະ ການສູນເສັຍທາງກໍາລັງທະຫານ ໃນທົ່ວປະເທດ, ໄດ້ປະກາດໃຊ້ກົດໝາຍການເກນທະຫານ ໃນເດືອນກຸມພາ 2024 ທີ່ຜ່ານມາ. ທະຫານມຽນມາ ໄດ້ເກນປະຊາຊົນຈໍານວນ 9,000 ຄົນ ເຂົ້າມາເປັນທະຫານຮອບທີ 2 ດ້ວຍການສ່ຽງຈັບ ໃບແດງ ໃບດໍາ.
ປະຊາຊົນຈໍານວນຫຼາຍພາກັນ ໜີອອກຈາກປະເທດ ຍ້ອນຢ້ານວ່າ ເຂົ້າເຈົ້າອາດຈະຖືກເກນທະຫານ. ການເກນທະຫານຂອງມຽນມາ ເປັນການບີບບັບຄັບຊາວໜຸ່ມ, ລວມທັງເຍົາວະຊົນ, ມີການນາບຂູ່ ຫຼື ທໍາລາຍຊັບສິນ, ຂູ່ຈະປັບ ໃໝ ພໍ່ແມ່ ຜູ້ປົກຄອງ ໂດຍສະເພາະ ການເກນທະຫານທີ່ຈະມີຂຶ້ນໃນຮອບທີ 3.
ມີປະຊາຊົນເກືອບ 1,000 ຄົນ ຕ້ອງເລືອກທີ່ຈະໄປເຂົ້າຝຶກອົບຮົມກັບກອງກໍາລັງປົກປ້ອງປະຊາຊົນ ທີ່ຕໍ່ສູ້ກັບທະຫານມຽນມາ ອີງຕາມຖະແຫຼງການ ຂອງກອງກໍາລັງປົກປ້ອງປະຊາຊົນ ທີ່ຢູ່ທາງພາກໃຕ້ຂອງມຽນມາ. ຖະແຫຼງການດັ່ງກ່າວ ໄດ້ລວມເອົາຮູບພາບຂອງຜູ້ທີ່ເຂົ້າຝຶກອົບຮົມ ທີ່ຫາກໍ່ຮຽນຈົບ. ລັດຖະບານເງົາ ຫຼື ລັດຖະບານລວມຊາດຂອງມຽນມາ ຖືກສ້າງຕັ້ງຂຶ້ນໂດຍ ເຈົ້າໜ້າທີ່ພົນລະເຮືອນ ທີ່ຖືກຢຶດອໍານາດລັດຖະປະຫານໃນເດືອນ ກຸມພາ 2021.
ນອກຈາກນີ້ ສະພາບຄວາມບໍ່ສະຫງົບຢູ່ປະເທດມຽນມາ ເຮັດໃຫ້ມີຜູ້ອົບພະຍົບເປັນຈໍານວນຫຼາຍ. ອົງການສິດທິມະນຸດກໍຮຽກຮ້ອງໃຫ້ສາກົນເຂົ້າມາມີບົດບາດໃນການແກ້ໄຂ.
ນັກສິດທິມະນຸດ ທ່ານໜຶ່ງກ່າວວ່າ:
“ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານມຽນມາທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມາຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.”
ຊາຍຄົນໜຶ່ງ ອາຍຸ 28 ທີ່ຢູ່ໃນໄວເກນທະຫານ ຢູ່ ລັດມັນດາເລ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ວ່າ: ລາວວາງແຜນທີ່ຈະໄປຢູ່ຕ່າງປະເທດ ຄືກັບຄົນອື່ນໆ, ແຕ່ວ່າ ລາວຕັດສິນໃຈ ເຂົ້າຮ່ວມກຸ່ມກອງກໍາລັງປົກປ້ອງປະ ຊາຊົນ.
ລາວກ່າວວ່າ: ໃນເບື້ອງຕົ້ນ ຂ້ອຍຍັງລັງເລ ທີ່ຈະປ່ອຍໃຫ້ຄອບຄົວມີຄວາມສ່ຽງ ແຕ່ວ່າ ຕອນນີ້ ຂ້ອຍໄດ້ຍົກເລີກແຜນການທີ່ຈະໄປຕ່າງປະເທດ ແລະ ໄດ້ຕັດສິນໃຈ ເຂົ້າມາຈັບອາວຸດຕໍ່ສູ້. ປັດຈຸບັນ ຂ້ອຍກໍາລັງກະກຽມ ແລະ ຍັງພະຍາຍາມຕິດຕໍ່ຫາກຸ່ມກອງກໍາລັງທີ່ຈະໃຫ້ການຝຶກອົບຮົມ.
ລາວ ກ່າວຕື່ມອີກວ່າ: ຂ້ອຍບໍ່ສາມາດເຮັດຫຍັງໄດ້ ຍ້ອນວ່າ ຄວາມອະຍຸຕິທໍາຂອງທະຫານມຽນມາ, ໂດຍສະເພາະ ແນວທາງທີ່ເຂົາຂ້າ ແລະ ທໍລະມານປະຊາຊົນ. ຊາວໜຸ່ມສ່ວນຫຼາຍ ກໍພາກັນຕັດສິນໃຈແບບດຽວກັນ. ນີ້ຄືທາງດຽວທີ່ຈະຂຸດຮາກຖອນໂຄນຜະເດັດການທະຫານ.
ກອງບັນຊາການກອງກໍາລັງປົກປ້ອງປະຊາຊົນຢູ່ພາກໃຕ້ ທີ່ຢູ່ພາຍໃຕ້ລັດຖະເງົາຂອງມຽນມາ ໄດ້ເປີດຮັບສະໝັກເອົາປະຊາຊົນມາຝຶກອົບຮົມຫຼັກສູດການທະຫານຂັ້ນພື້ນຖານ ໃນເດືອນເມສາ ແລະ ພຶດສະພາ ອີງຕາມຖະແຫຼງການຂອງກອງກໍາລັງປົກປ້ອງປະຊາຊົນ.
ເອເຊັຽເສຣີ ພະແນກພາສາ ມຽນມາ ໄດ້ພະຍາຍາມຕິດຕໍ່ຫາກອງບັນຫາການກອງກໍາລັງປົກປ້ອງປະຊາຊົນ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ ບໍ່ສາມາດຕິດຕໍ່ໄດ້ ຍ້ອນວ່າ ການສື່ສານໃນພື້ນທີ່ມີຂໍ້ຈໍາກັດ.