ຊາວໜຸ່ມມຽນມ້າ ຫຼັ່ງໄຫຼໄປເຮັດວຽກ ຢູ່ເກົາຫຼີໃຕ້
2024.04.07
ສົງຄາມ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການບັງຄັບການເກນທະຫານ ຢູ່ມຽນມ້າ ເຮັດໃຫ້ຊາວມຽນມ້າ ຕ້ອງໄປຊອກຫາວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດເກົາຫຼີໃຕ້.
ຢູ່ເຂດຢ້າງກຸ້ງ, ມີປະຊາຊົນມຽນມ້າຫຼາຍ 100 ຄົນ ພາກັນຢືນລຽນແຖວຕະຫຼອດຄືນ, ທັງນອນຢູ່ທາງຍ່າງ ຢູ່ຕໍ່ໜ້າຫ້ອງການຈັດຫານງານ ເພື່ອລົງທະບຽນ ເສັງພາສາເກົາຫຼີ ຊຶ່ງເຂົາເຈົ້າຈະຕ້ອງເສັງຜ່ານ ກ່ອນທີ່ຈະໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.
ຊາຍໜຸ່ມຄົນໜຶ່ງ ກ່າວວ່າ ລາວໄດ້ລໍຖ້າລົງທະບຽນມາເປັນເວລາ 20 ຊົ່ວໂມງ ພວກເຮົາຢືນຖ້າແຕ່ 6 ໂມງແລງ ແຕ່ມື້ວານນີ້.
ຊາວໜຸ່ມເຫຼົ່ານີ້ ມີຄວາມຫວັງຢາກເຮັດວຽກຢູ່ໂຮງງານ, ຢູ່ຟາມ ແລະ ວຽກກໍ່ສ້າງ ຢູ່ປະເທດເກົາຫຼີໃຕ້ ບ່ອນທີ່ໄດ້ຄ່າຈ້າງສູງກ່ອນ ເຮັດວຽກຢູ່ບ້ານໂຕເອງ ພາຍໃຕ້ໂຄງການຂອງລັດຖະບານ ທີ່ລິເລີ່ມມາໄດ້ 10 ປີ. ລັດຖະບານທະຫານມຽນມ້າ ຕັ້ງເປົ້າໝາຍຮັບສະໝັກກໍາມະກອນ 11 ພັນຄົນ ໃນປີນີ້.
ໃນເວລາດຽວກັນ ທ້າວ ກໍ ກໍ ອາຍຸ 32 ປິີ ຈາກເມືອງມັນດາເລ ມີຄວາມສົນໃຈໄປເຮັດວຽກຕາມລະດູການຢູ່ຟາມ ຢູ່ປະເທດເກົາຫຼີໃຕ້. ລາວຕ້ອງຈ່າຍເງິນ 3 ແສນ ກຽດ ສະກຸນເງິນພະມ້າ ຫຼື ປະມານ 140 ໂດລ້າ ເພື່ອແລ່ນເອກະສານ.
ລາວກ່າວຕໍ່ນັກຂ່າວ ໃນເດືອນຕຸລາ 2023 ທີ່ຜ່ານມາວ່າ ລັດຖະບານເຫັນດີ ລິເລີ່ມໂຄງການເຮັດວຽກຕາມລະດູການເປັນເວລາ 8 ເດືອນ ຢູ່ປະເທດເກົາຫຼີໃຕ້.
ແຕ່ວ່າ ສະຖານທູດເກົາຫຼີໃຕ້ ປະຈໍາມຽນມ້າ ໄດ້ຖະແຫຼງການຍົກເລີິກລາຍງານທີ່ວ່າ ລັດຖະບານເກົາຫຼີໃຕ້ ບໍ່ໄດ້ປະກາດແນວທາງ ຫຼື ວຽກງານ ທີ່ກ່ຽວກັບຄົນງານທີ່ໄປເຮັດວຽກຕາມລະດູການ.
ສະຖານທູດເກົາຫຼີໃຕ້ ໄດ້ອ້າງອີງເຖິງ ຄໍາເວົ້າສຸດທ້າຍຂອງກະຊວງຍຸຕິທໍາເກົາຫຼີໃຕ້ ທີ່ປະຕິເສດວ່າ ບໍ່ມີການເຊັນຂໍ້ຕົກລົງກັນໃນເລື່ອງນີ້.
ອົງການຈັດຕັ້ງພາກປະຊາສັງຄົມ ໄດ້ອອກແຈ້ງເຕືອນ ວ່າ ການດໍາເນີນການບໍ່ພຽງແຕ່ເປັນຊ່ອງທາງຫາລາຍໄດ້ໃຫ້ແກ່ຝ່າຍທະຫານມຽນມ້າເທົ່ານັ້ນ ແຕ່ ຄົນງານມຽນມ້າ ກໍມີຄວາມສ່ຽງທີ່ຖືກຕົວະ.
ມີລາຍງານວ່າ ຄົນງານເຮັດວຽກຕາມລະດູການ ທີ່ເດີນທາງອອກຈາກປະເທດເຂົາເຈົ້າ ໄດ້ຕົກເປັນເປົ້າໝາຍການຄ້າມະນຸດ ຢູ່ປະເທດເກົາຫຼີໃຕ້, ຖືກທໍາຮ້າຍຮ່າງກາຍ ແລະ ຄໍາເວົ້າ, ມີຊີວິດການເປັນຢູ່ບໍ່ດີ, ແລະ ນາຍຈ້າງບໍ່ຈ່າຍເງິນເດືອນ.
ອີງຕາມຖະແຫຼງການ ທີ່ວິທຍຸເອເຊັຽເສຣີ ໄດ້ມາ ໄດ້ລະບຸວ່າ ໂຄສົກກະຊວງຍຸຕິທໍາເກົາຫຼີໃຕ້ ໄດ້ກ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນ ໃນເກົາຫຼີໃຕ້ ແລະ ຄູ່ຮ່ວມຕໍາແໜ່ງ ໄດ້ມີອໍານາດ ເພື່ອເຊັນບົດບັນທຶກຄວາມຊົງຈໍາ ກັນ ກ່ຽວກັບ ຄົນງານເຮັດວຽກຕາມລະດູການ.
ແຕ່ວ່າ ໂຄສົກໄດ້ກ່າວວ່າ ຍັງມີຄວາມຈໍາເປັນສໍາລັບຄົນງານ ທີີ່ຈະຕ້ອງຜ່ານຂັ້ນຕອນທາງວີຊ້າ ກັບ ກະຊວງທີ່ກ່ຽວຂ້ອງ ກ່ອນທີ່ຈະດໍາເນີນການ ໂດຍບໍ່ມີ ຫຍັງເພີ່ມເຕີມນອກຈາກນີ້.
ໂຄງສົກກະຊວງຂອງເກົາຫຼີໃຕ້ ປະຕິເສດທີ່ຈະໃຫ້ຄໍາເຫັນເພີ່ມຕື່ມ ກ່ຽວກັບກໍານົດເວລາຂອງທະຫານມຽນມ້າ ກ່ຽວກັບການສົ່ງຄົນງານຕາມລະດູການ ຈະອອກມາໄວທີ່ສຸດພາຍໃນເດືອນມີນາ ໂດຍເອີ້ນວ່າ ມັນເປັນເລື່ອງການທູດ.
ເຖິງວ່າ ຈະບໍ່ມີຄວາມໝັ້ນຄົງກໍຕາມ, ແຕ່ ອົງການຈັດຫາງານຂອງທະຫານມຽນມ້າ ກໍຍັງຄົງຮັບສະໝັກກໍາມະກອນ ໂດຍເກັບເງິນລ່ວງໜ້າ ນໍາຜູ້ສະໝັກ ແລະ ໃຫ້ຄວາມຫວັງເຂົາເຈົ້າວ່າ ຈະມີໂອກາດໄດ້ວຽກເຮັດທີ່ດີຂຶ້ນກວ່າເກົ່າ ຢູ່ຕ່າງປະເທດ.
ສູນດູແລ ແລະ ອົບຮົມແຮງງານເຮັດວຽກຕາມລະດູການ ທີ່ສ້າງຕັ້ງຂຶ້ນໃນຕົ້ນປີ 2023 ໄດ້ກ່າວອ້າງວ່າ ໄດ້ສົ່ງຄົນງານມຽນມ້າ ໄປປະເທດເກົາຫຼີໃຕ້ ເພື່ອເຮັດວຽກຢູ່ຂະແໜງກະສິກໍາ ເພື່ອແກ້ໄຂການຂາດແຄນແຮງງານ ອີງຕາມການລາຍງານຂອງສື່ມວນຊົນເກົາຫຼີໃຕ້.
ສູນດັ່ງກ່າວ ຍັງກ່າວອ້າງວ່າ ຍັງຢູ່ຂັ້ນຕອນການເຈລະຈາ ແລະ ເຊັນສັນຍາ ກັບເຈົ້າໜ້າທີ່ເກົາຫຼີໃຕ້ ທັງຂັ້ນທ້ອງຖິ່ນ ແລະ ຂັ້ນສູນກາງ.
ມີລາຍງານຈາກນະຄອນຢ້າງກຸ້ງ ປະເທດມຽນມ້າວ່າ ມີປະຊາຊົນປະມານ 10,000 ຄົນ ໄດ້ລົງທະບຽນ ແລະ ຜ່ານການຝຶກອົບຮົມເຮັດວຽກ ແລະ ການຮຽນພາສາເກົາຫຼີ ເປັນເວລາ 5 ວັນ.
ປະຊາຊົນຕ້ອງໄດ້ຈ່າຍຄ່າ ຫຼັກສູດ ແລະ ລົງທະບຽນ 180 ໂດລ້າ ຕໍ່ຄົນ ແລະ ເປົ້າໝາຍຮັບເອົາຄົນງານ ຈໍານວນ 60,000 ຄົນ ໃນປີ 2024, ແຕ່ ອົງການຈັດຫາງານຂອງມຽນມ້າ ບໍ່ໄດ້ໃຫ້ຄໍາເຫັນຫຍັງຕໍ່ນັກຂ່າວ.
ທ່ານ ນາງ ອີ ເຕັດ ຜູ້ທີ່ເຮັດວຽກ ຢູ່ສູນຊ່ອຍເຫຼືອຄົນເຂົ້າເມືອງ ຢູ່ປະເທດເກົາໃຕ້້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ລາວໄດ້ເຫັນ ນາຍໜ້າ ສະເໜີໃບອະນຸຍາດເຮັດວຽກຕາມລະດູການ ໃຫ້ແກ່ຄົນງານມຽນມ້າ ເຖິງວ່າ ໂຄງການນີ້ ຍັງບໍ່ທັນໄດ້ຮັບການອະນຸມັດຈາກລັດຖະບານເກົາຫຼີໃຕ້ກໍຕາມ.
ທ່ານ ນາງ ອີ ເຕັດ ໄດ້ກ່າວວ່າ: ພວກນາຍໜ້າ ໄດ້ປະກາດໂຄສະນາ ວ່າ ເຂົາເຈົ້າມີໃບອະນຸຍາດເຮັດວຽກ ຄືກັບ ບົດບັນທຶກຄວາມຊົງຈໍາ ຫຼື MOU ລະຫວ່າງ ລັດຖະບານ ແລະ ບໍລິສັດຈັດຫາງານ, ແຕ່ວ່າ ມັນບໍ່ເປັນຄວາມຈິງ.
ນາງ ກ່າວຕື່ມອີກວ່າ: ພວກນາຍໜ້າປະກາດວ່າ ເຂົາເຈົ້າມີໃບອະນຸຍາດເຮັດວຽກ ໃຫ້ແກ່ຄົນງານມຽນມ້າ ແລະ ຄົນງານຕ້ອງຈ່າຍ 5,000 ໂດລ້າ.
ອົງການຈັດຕັ້ງພາກປະຊາສັງຄົມ 100 ອົງການ ຢູ່ເກົາຫຼີໃຕ້ ໄດ້ສະແດງຈຸດຢືນຄັດຄ້ານແຜນການສົງຄົນງານມຽນມ້າມາເຮັດວຽກ ໂດຍ ໄດ້ສົ່ງຈົດໝາຍເຖິງກະຊວງຍຸຕິທໍາ ທີ່ລະບຸເຖິງຜົນກະທົບທີີ່ຈະເກີດຂຶ້ນຕໍ່ຄົນງານມຽນມ້າ.
ທ່ານ ນາງ ຮີ ພິນ ນາ ຜູ້ອໍານວຍການອົງ Korean House ຊຶ່ງເປັນອົງການທີ່ສົ່ງເສີມສິດທິມະນຸດ ແລະ ປະຊາທິປະໄຕ ໃນເກົາຫຼີໃຕ້ ໄດ້ກ່າວວ່າ ແຜນການດັ່ງກ່າວ ມັນຜົນປະໂຫຍດຕໍ່ລັດຖະບານທະຫານມຽນມ້າ ແຕ່ ຈະບໍ່ໃຫ້ຜົນຫຍັງຕໍ່ຄົນງານມຽນມ້າເອງ.
ນາງ ຮີ ຟີນ ນາ ຍັງກ່າວຕື່ມວ່າ ລັດຖະບານທະຫານມຽນມ້າ ໄດ້ສົ່ງຄົນງານມຽນມ້າ ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ ມາປະເທດເກົາຫຼີໃຕ້ ເພື່ອຜົນປະໂຫຍດທາງດ້ານການທູດ.
ນາງ ຍັງຕັ້ງຄໍາຖາມວ່າ ຄົນງານມຽນມ້າ ຈະໄດ້ຮັບຜົນກະທົບທະວີຄູນພາຍໃຕ້ໂຄງການນີ້ ແລະ ສິ່ງທີ່ຫຍຸ້ງຍາກກໍຄື ລັດຖະບານທະຫານມຽນມ້າຈະປົກປ້ອງສິດຜົນປະໂຫຍດຂອງຄົນງານໂຕເອງໄດ້ ຫຼື ບໍ່ ຫຼັງຈາກທີ່ເຂົ້າເຈົ້າມາ ເຮັດວຽກຢູ່ເກົາຫຼີໃຕ້ແລ້ວ.
ນອກຈາກນີ້ ທະຫານມຽນ້ມາ ຍັງຈັບຄົນທີ່ເດີນທາງໄປນໍາຍົກ. ສະມາຊິກຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ ທະຫານມຽນມ້າໄດ້ຈັບປະຊາຊົນ ທີ່ໂດຍສານໄປນໍາຍົນ ຍ້ອນສົງໄສວ່າ ປະຊາຊົນ ຈະເຂົ້າຮ່ວມກອງກໍາລັງຕໍ່ຕ້ານທະຫານມຽນມ້າ.
ການຈັບປະຊາຊົນ ມີຂຶ້ນ ຖ່າມກາງການບັງຄັບໃຊ້ກົດໝາຍການເກນທະຫານ ທີ່ເຮັດໃຫ້ປະຊາຊົນມຽນມ້າພາກັນໜີອອກຈາກປະເທດ ໂດຍ ທະຫານມຽນ ມ້າອ້າງວ່າ ປະຊາຊົນເຫລົ່ານັ້ນ ຈະໄປຮ່ວມກອງກໍາລັງຕໍ່ຕ້ານທະຫານມຽນມ້າ ຢູ່ເຂດພື້ນທີ່ຫ່າງໄກ ແທນທີ່ຈະມາຊ່ອຍທະຫານຕໍ່ສູ້ ໂດຍ ສະເພາະ ທະຫານມຽນມ້າ ທີ່ເຂົ້າມີຢຶດອໍານາດຣັຖຖະປະຫານ ໃນເດືອນກຸມພາ 2021.
ທະຫານມຽນມ້າ ໄດ້ກັກຂັງຜູ້ໂດຍສານເກືອບ 500 ຄົນ ຫຼັງຈາກທີ່ເຂົາເຂົ້າ ໂດຍທາງຍົນມາລົງທີ່ສະໜາມບິນລັດຣະຂ່າຍ ຫຼັງຈາກທີ່ເຂົາເຈົ້າບິນມາຈາກສະໜາມບິນຢ້າງກຸ້ງ. ຜູ້ໂດຍສານທີ່ຖືກຈັບ ຖືກສົ່ງໄປຂັງຢູ່ຄ້າຍທະຫານ ຢູ່ ເຂດວັດລໍກັນນາດາ ອີງຕາມຂໍ້ມູນຈາກຍາດພີ່ນ້ອງຂອງຜູ້ທີ່ຖືກຈັບ.
ໃນວັນດຽວກັນ, ກໍມີຜູ້ໂດຍສານ 60 ປາຍຄົນ ທີ່ບິນຈາກນະຄອນຢ້າງກຸ້ງ ກໍຖືກຈັບໃນກໍລະນີດຽວກັນ ຫຼັງຈາກທີ່ເຂົາເຈົ້າລົງຈາກຍົນຢູ່ເມືອງ ກີອໍຟີຢູ.
ໃນຈໍານວນຜູ້ທີ່ຖືກຈັບ ມີແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ເຖົ້າ ໄດ້ຮັບການປ່ອຍໂຕ ໃນວັນດຽວກັນ ແຕ່ ຍັງບໍ່ມີໂຕເລກທີ່ຂັດເຈນວ່າ ມີຈໍານວນເທົ່າໃດ.
ຄົນໃນຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ: ເຂົາເຈົ້າບໍ່ສາມາດລະບຸຈໍານວນຜູ້ທີ່ຖືກກັກຂັງໄດ້.
ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທະມະນຸດ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:
“ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານມຽນມ້າທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນມຽນມ້າຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.”
ຄົນໃນຄອບຄົວຜູ້ທີ່ຖືກຈັບ ໄດ້ກ່າວວ່າ: ພວກເຮົາຮູ້ວ່າ ຜູ້ໂດຍສານທັງໝົດ ທີ່ບິນຈາກສະໜາມບິນຢ້າງກຸ້ງ ຖືກເຈົ້າໜ້າທີ່ທະຫານນໍາໂຕຂຶ້ນລົດ ໃນວັດ ລໍກັນນາດາ ເພື່ອສືບສວນສອບສວນ ທັນທີທີ່ເຂົາເຈົ້າລົງຈາກຍົນ.
ຍາດພີ່ນ້ອງ ຜູ້ຖືກຈັບ ໄດ້ກ່າວວ່າ ມີຜູ້ໂດຍສານຖືກຈັບທັງໝົດປະມານ 500 ຄົນ ແລະ ບໍ່ຮູ້ວ່າ ເຈົ້າໜ້າທີ່ທະຫານມຽນມ້າສອບສວນຫຍັງເຂົາເຈົ້າ.
ທະຫານມຽນມ້າຕັດສັນຍານໂທລະສັບ ແລະ ອິນເຕີເນັດ ໃນພື້ນທີ່, ແລະ ທະຫານໄດ້ຕັ້ງຖານຢູ່ເຂດວັດ ລໍກັນນາດາ ແລະ ບໍ່ອະນຸຍາດໃຫ້ປະຊາຊົນເຂົ້າໄປໃນເຂດວັດນັ້ນ ອີງຕາມແຫຼ່ງຂ່າວຜູ້ເຫັນເຫດການ
ແຫຼ່ງຂ່າວ ໄດ້ກ່າວຕື່ມອີກວ່າ: ຜູ້ຖືກຈັບຈໍານວນນຶ່ງ ທີ່ມີເອກກະສານສໍາມະໂນຄົວ ກໍຈະຖືກປ່ອຍໂຕ ແຕ່ວ່າ ຜູ້ໂດຍສານທີ່ມາຈາກພື້ນທີ່ອື່ນໆ ຍັງບໍ່ໄດ້ຮັບການປ່ອຍໂຕ.
ນອກຈາກນີ້ ຍັງມີການຍິງຕໍ່ສູ້ກັນຢູ່ ລັດຣະຂ່າຍ ຫຼັງຈາກທີ່ກອງກໍາລັງອາຣະກັນ ຫຼື AA ໄດ້ສິ້ນສຸດການຢຸດຍິງ ໃນເດືອນພິຈິກ 2023 ທີ່ເກີດຂຶ້ນຢູ່ໃນພື້ນທີ່ ນັບແຕ່ມີການລັດຖະປະຫານ. ໃນຕອນນັ້ນ, ທະຫານມຽນມ້າ ໄດ້ຄວບຄຸມຖະໜົນເຂົ້າ-ອອກ ໃນເຂດດັ່ງກ່າວ ບໍ່ວ່າຈະເປັນທາງບົກ ແລະ ທາງນ້ໍາ, ນັ້ນເປັນການບັງຄັບໃຫ້ປະຊາຊົນຕ້ອງເດີນທາງດ້ວຍຍົນ.