ປະຊາຊົນ ຊາວພະມ້າ ຖືກທະຫານ ສັງຫານ

0:00 / 0:00

ກອງ​ກຳ​ລັງ​ປະ​ສົມ​ທະ​ຫານ​ພະ​ມ້າ ແລະ ກຸ່ມ​ຕິດ​ອາ​ວຸດທີ່​ສ​ນັບ​ສ​ນູນ​ທະ​ຫານ​ພະ​ມ້າ ໄດ້​ສັງ​ຫາ​ນ​ພົ​ລ​ເຮືອນ 20 ປາຍ ຄົນ ໃນ​​ອາ​ທິດທີ່​ຜ່ານ​ມາ ນີ້ ຢູ່​ໃນ​ເຂດ​ສະ​ກາງ ຂອ​ງ​ພະ​ມ້າ ອີງ​​ຕາມ​ແຫຼ່ງ​ຂ່າວ ຜູ້​ທີ່​ເວົ້າ​ວ່າ ທະ​ຫານ​ພະ​ມ້າ ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ນອນ​ຂວ້າມ​ໜ້າ ແລ້ວສັງ​ຫານ​ເຂົາ​ເຈົ້າ.

ສຳ​ນັກ​ຂ່າວ​ວິທຍຸເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ໄດ້​ຣາຍ​ງານ​ວ່າ ຜູ້​ທີ່​ເຄາະ​ຮ້າຍລວມ ຜູ້​ຊາຍ​ອາ​ຍຸ 70 ປີ ແລະ ໄວ​ໜຸ່ມ​ທີ່​ເປັນ​ຜູ້​ຍິງຢູ່​ນຳ ທີ່​ຖືກ​ສັງ​ຫານ​ໃນ​ວັນ​ທີ 2 ພຶ​ສ​ພາ, 3 ຄົນ ມາ​ຈາກ​ບ້ານເຊ​ກູນ, 6 ຄົນ ຈາກ​ບ້ານນີອອງບິນ, 9 ຄົນ ມາ​ຈາກ​ບ້ານອອດ​ໂປ, 1 ຄົນ ມາ​ຈາກ​ບ້ານອິນ​ພາດ ແລະ ອີກ 1 ຄົນ ມາ​ຈາກ​ບ້ານ​ມາ​ລີ​ຕາ.

ປະ​ຊາ​ຊົນ ບ້ານອອ​ດ​ໂປ ໄດ້​ກ່າວ​ວ່າ ຜູ້​ທີ່​ຖືກ​ສັງ​ຫານ ເປັນ​ພົ​ລ​ເຮືອນ ທີ່​ພາ​ກັນ​ມາ​ລີ້​ຈາກ​ກຸ່ມ​ ພວກ​ທະ​ຫານພະ​ມ້າ ມາ​ຢູ່​ໃນ​ເຂດ​ທີ່ບໍ່​ມີ​ການ​ຢຶດ​ຄອງ​ ຂອ​ງ​ທະ​ຫານ.

ປະ​ຊາ​ຊົນ​ກ່າວ​ວ່າ:

" ພວກ​ເຮົາ​ໄດ້​ຍິນ​ວ່າ ທະ​ຫານ​ກຳ​ລັງ​ເຂົ້າ​ມາ ແລະ ຊາວ​ບ້ານ​ກໍ​ພາ​ກັນ​ຫຼົບ​ໜີ ດ້ວຍ​ຄວາມ​ຢ້ານ​ກົວ . ຫຼາ​ຍ​ຄົນ​ກໍ​ພາ​ກັນ​ຫຼົບ​ເຂົ້າ​ໄປບ່ອນ​ລີ້​ຊ້ອນ ແລະ ໃນ​ເວ​ລາ​ນັ້ນ ທະ​ຫານ​ກໍ​ເຂົ້າ​ມາ​ພົບ​ພໍ​ດີ."

ຊາວ​ບ້ານ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

“ທະ​ຫານ​ສັ່ງ​ໃຫ້​ຊາວ​ບ້ານ​ພາ​ກັນ​ນອນ​ຂວ້າມ​ໜ້າ​ແລະ ກໍ​ຍິງ​ໃສ່​ຫົວ​ເຂົາ​ເຈົ້າ. ທະ​ຫານບອກ​ໃຫ້​ພວກ​ເດັກ​ນ້ອຍອອກ​ໄປຈາກ​ສະ​ຖານ​ທີ່​ດັ່ງ​ກ່າວ ກ່ອນ​ທີ່​ທະ​ຫານ​ ກະ​ທຳການ​ສັງ​ຫານ​ຊາວ​ບ້ານ.”

ແມ່​ຊີ ທີ່ຖືກ​ບັງ​ຄັບ​ໃຫ້​ຮັບ​ໃຊ້​ພວກ​ທະ​ຫານ​ພະ​ມ້າ ໄດ້​ຫຼົບ​ໜີຈາກ​ພື້ນ​ທີ່​ດັ່ງ​ກ່າວ ຫຼັງ​ຈາກ​ຮູ້​ວ່າ ພວກ​ທະ​ຫານ​ພະ​ມ້າ​ຈະ​ເຂົ້າ​ມາ​ໃນ​ພື້ນ​ທີ່.

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ພວກ​ທະ​ຫານ​ພະ​ມ້າ ໄດ້​ເຜົາ​ຣົ​ຖ​ຂອງ​ຊາວ​ບ້ານ​ຫຼາຍ​ຄັນ ໃນບ້ານ ອອດ​ໂປ.

ແຫຼ່ງ​ຂ່າວ​ອີກ​ຄົນ​ນຶ່ງ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ໃນ​ມື້​ດຽວ​ກັນ , ກໍ​ມີ​ການ​ຕໍ່​ສູ້​ກັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່​ຢູ່​ແກ້​ກັບ​ການ​ບ້ານ ເຊ​ກູນ ແລະ ບ້ານ ຊີບີກອນ ໂດຍ ທີ່​ທະ​ຫານ​ພະ​ມ້າ​ໄດ້​ຍິງ​ປືນ​ໃຫຍ່​ເຂົ້າ​ມາ​ໃນ​ພື້ນ​ທີ່ ເປັນ​ເຫດ​ເຮັດ​ໃຫ້​ຊາວ​ບ້ານເສັຽ​ຊີ​ວິດ 3 ຄົນ ແລະ ບາດ​ເຈັບ 6 ຄົນ."

ຊາວ​ບ້ານເຊ​ກູນ ໄດ້​ກ່າວ​ວ່າ:

“ພວກ​ທະ​ຫານ​ໄດ້​ເຂົ້າ​ມາ​ໃນ​ໝູ່​ບ້ານ ຈາກ​ທີ່​ເຂົາ​ເຈົ້າ​ເຄີຍຕັ້ງ​ຖານ​ຢູ່ ເມືອງສະ​ວີ​ໂບ, ປະ​ມານ 10 ກິ​ໂລ​ແມັດ ໄປ​ທາງ​ພາກ​ເໜື​ອ​ຂອງເຂດ​ສະ​ຖາງ ໂດຍ​ທີ່​ເຂົາ​ເຈົ້າ​ມີ​ຈຸດ​ປະ​ສົງ​ກວ​າດ​ລ້າງ​ຊາວ​ບ້ານ.”

ຊາວ​ບ້ານ​ກ່າວ​ວ່າ:

“ພວກ​ທະ​ຫານ​ເຂົ້າ​ມາ​ໝູ່​ບ້ານ ບ​ອນ​ທີ່​ມີ​ວັດ ທີ່​ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໄພ​ຢູ່ ແລະ ພວກ​ທະ​ຫານ​ໃຊ້​ປະ​ຊາ​ຊົນ​ເປັນ​ໂລ້​ມະ​ນຸດ.”

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ກ່ອນ​ທີ່​ພວກ​ທະ​ຫານ​ຈະ​ເຂົ້າ​ມາ​ໃນ​ໝູ່​ບ້ານ, ພວກ​ເຂົ້າ​ເຂົາ​ພາ​ກັນ​ຍິ່ງ​ປືນ​ໃຫຍ່​ໃສ່​ທຸກ​ທິດ​ທາງ ເຮັດ​ໃຫ້​ມີ​ປະ​ຊາ​ຊົນເສັຽ​ຊີ​ວິດ 3 ຄົນ ແລະ ບາດ​ເຈັບ 6 ຄົນ ​ຈາກລູກ​ປືນ​ໃຫຍ່​ມາ​ຕົກ​ໃສ່.

ແຫຼ່ງ​ຂ່າວ ກ່າວ​ວ່າ:

“ປະ​ຊາ​ຊົນ 1 ຄົນ ອາ​ຍຸ 25 ປີ ຖືກ​ເຜົາ​ຈົນ​ເສັຽ​ຊີ​ວິດ ໃນ​ຂະ​ນະ​ທີ່ອີກ 2 ຄົນ ເສັຽ​ຊີ​ວິດ​ຍ້ອນອາ​ການ​ບາດ​ເຈັບ.”

ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ພວກ​ທະ​ຫານ ເຂົ້າ​ມາ​ບ້ານ​ເຊ​ກູນ ໃນ​ປີ 2021 ແລະ ໄດ້​ທຳ​ລາຍ​ກີ່​ຕຳ​ຫູກ​ຂອງ​ຊາວ​ບ້ານ ຍ້ອນ​ວ່າ ຍ້ອນ​ວ່າ ປະ​ຊາ​ຊົນ ບໍ່​ຈ່າຍ​ຄ່າ​ໄຟ​ຟ້າ."

ຊາວ​ບ້ານ ນີອອງບິນ ໄດ້​ກ່າວ​ວ່າ ຊາວ​ບ້ານ 6 ຄົນ ຖືກ​ຍິງ​ເສັຽ​ຊີ​ວິດ ໃນ​ວັນ​ທີ 2 ພຶ​ສ​ພາ ຫຼັງ​ຈາກ​ພວກ​ທະ​ຫານ​ພະ​ມ້າ ໄດ້​ບຸກ​ເຂົ້າ​ມາ ເປັນ​ຄັ້ງ​ທີ 2 ໃນ​ອາ​ທິດທີ່​ຜ່ານ​ມາ.

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ພວກ​ທະ​ຫານ​ພະ​ມ້າ ພາ​ກັນ​ເຜົາ​ບ້ານກີ​ເອ ໄດ້​ຢຸດໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ມາ ຢູ່​ໃນ ບ້ານ​ປັນ​ຍາ ແລະ ມຸ້ງ​ໜ້າ​ໄປບ້ານນີອອງບິນ. ພວກກອງ​ກຳ​ລັງສ​ນັບ​ສ​ນູນ​ທະ​ຫານ​ພະ​ມ້າ ໄດ້​ຝັງ​ຣະ​ເບີດໄວ້​ພື້ນ​ດິນ ເພື່ອ​ປ້ອງ​ກັນ​ໂຕ​ເອງ ສະ​ນັ້ນ ພວກ​ທະ​ຫານ​ຈຶ່ງ​ພາ​ກັນ​ຖອຍ​ອອກ​ມາ ແລະ ເຣີ່ມ​ຍິງ​ປຶນ​ໃສ່ໝູ່​ບ້ານ ເຮັດ​ໃຫ້​ຊາວ​ບ້ານ 2 ຄົນ ໄດ້​ຮັບ​ບາດ​ເຈັບ.

ຊາວ​ບ້ານ​ກ່າວ​ວ່າ:

" ພວກ​ທະ​ຫານ ໄດ້​ມຸ້ງ​ໜ້າ​ໄປ​ເມືອງຂິນ​ອູ ແລະ ເຂົາ​ເຈົ້າ ໄດ້​ສັງ​ຫານ​ປະ​ຊາ​ຊົນ 5 ຄົນ. ຊາວ​ບ້ານຄົນ 1 ຖືກ​ສັງ​ຫານ ຢູ່​ໃນ​ເຮືອນ ບ່ອນ​ທີ່​ລາວ​ຖືກ​ພວກ​ທະ​ຫານ​ພະ​ມ້າ​ຈັບ​ໂຕ ຢູ່ບ້ານພີຊໍຕີ."

ນອກ​ຈາກນີ້ ປະ​ຊາ​ຊົນ​ຜູ້​ເຫັນ​ເຫດ​ການ​ຍັງ​ກ່າວ​ວ່າ ຢ່າງ​ໜ້ອຍມີ​ຊາວ​ບ້ານ 1 ຄົນ ເສັຽ​ຊີ​ວິດ ໃນ​ເວ​ລາ​ທີ່​ທະ​ຫານ​ເຜົ່າ​ເຮືອນ​ຂອງ​ປະ​ຊາ​ຊົນປະ​ມານ 300 ຫຼັງ ຢູ່ ບ້ານ ອິນພາດ ທີ່​ຂຶ້ນ​ກັບ​ເມືອງ ຂິນ​ອູ ແລະ ມີ​ຄົນ​ຕາ​ບອດ 1 ຄົນ ເສັຽ​ຊີ​ວິດໃນ​ການໂຈມ​ຕີ​ຂອງ​ພວກ​ທະ​ຫານ​ພະ​ມ້າ ຢູ່​ບ້ານມາ​ແລ.

ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ທະ​ຫານ​​ພະ​ມ້າ ໄດ້ປະ​ຕິ​ເສດ​ຣາຍ​ງານ ການ​ທີ່​ທະ​ຫານ​ພະ​ມ້າ​ສັງ​ຫານ​ປະ​ຊາ​ຊົນ ໂດຍ ອ້າງວ່າ ຄຳ​ກ່າວ​ຫາບໍ່​ມີ​ມູນ ແຕ່ກ່າວ​ຫາ​ວ່າ ພວກກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ເປັນ​ຜູ້​ກະ​ທຳ, ສ່ວນ​ວ່າ ທະ​ຫານ​ພະ​ມ້າ ​ເປັນ​ຜູ້​ຂັບ​ໄລ່​ກຸ່ມກໍ່​ການ​ຮ້າຍ.

ທະ​ຫານ​ພະ​ມ້າ ຕັດ​ສັນ​ຍານ ອິນ​ເຕີເນັດ ຢູ່​ເຂດ​ເມືອງ​ສະ​ກາງ ນັບ​ແຕ່​ເດືອນ ມີ​ນາ 2022 ເປັນ​ຕົ້ນ​ມາ ໃນ​ເວ​ລາ​ທີ່ ມີ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ ໃນ​ເຂດ​ພື້ນ​ທີ່​ດັ່ງ​ກ່າວ. ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ໄດ້​ຮັບຣາຍ​ງານ​ວ່າ ຊາວ​ບ້ານ​ບ້ານ​ຖືກ​ທະ​ຫານ​ຈັບ​ໂຕ, ຖືກປຸ້ນ​ສະ​ດົມ, ຂົ່ມ​ຂືນ, ​ທໍ​ຣະ​ມານ, ລອບ​ສັງ​ຫານ ແລະ ຄາ​ຕ​ກັມ ໃນ​ເຂດ​ສະ​ກາງ.

ທ່ານ ອົງ ກີວ ອະ​ດີດ​ສະ​ມາ​ຊິກ​ສະ​ພາ ຂອງ​ພະ​ມ້າສັງ​ກັດ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່​ອ​ປະ​ຊາ​ທິ​ປະ​ໄຕ ທີ່​ຖືກ​ທະ​ຫານ​ຢຶດ​ອຳ​ນາດ ໄດ້​ກ່າວ​ວ່າ:

" ທະ​ຫານ​ພະ​ມ້າ ໄດ້​ເລັງ​ເປົ້າ​ໝາຍ​ສັງ​ຫານ​ພົ​ລ​ເຮືອນ​ຜູ້​ບໍ​ລິ​ສຸດ ຍ້ອນ​ວ່າ ທະ​ຫານບໍ່​ສາ​ມາດ​ເອົາ​ຊະ​ນະ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ."

ທ່ານ ກ່າວ​ວ່າ:

“ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ຝັງ​ຣະ​ເບີດ​ໄວ້​ໃນ​ພື້ນ​ທີ່ ແຕ່​ໃນ​ເວ​ລາ​ທີ່​ພວກ​ທະ​ຫານ​ໄປ​ຢຽບ ໄດ້​ຮັບ​ບາດ​ຈັບ ພວກ​ເຂົາ​ກໍ​ພາ​ກັນ​ເຂັ່ນ​ຂ້າ​ປະ​ຊາ​ຊົນ​ແທນ ເພື່ອ​ເປັນ​ການ​ແກ້​ແຄ້ນ. ທະ​ຫານ​ພະ​ມ້າ ໄດ້​ກາຍ​ເປັນ​ສັນ​ຍາ​ລັກຜູ້ກໍ່​ການ​ຮ້າຍ ທີ່​ຣະ​ເມີດ​ກົດ​ໝ​າຍ ເຂົາ​ເຈົ້າບໍ່​ແມ່ນ​ມະ​ນຸສ. ປັດ​ຈຸ​ບັນ​ມີ​ການ ປະ​ທ້ວງ​ຕ້ານ​ທະ​ຫານພະ​ມ້າ ຢູ່​ໃນ​ເຂດ​ສະ​ກາງ.”

ສຳ​ນັກ​ຂ່າວ BenarNews ໄດ້​ຣາຍ​ງານ ວ່າ ໃນ​ກອງ​ປະ​ຊຸມສຸດຍອດ ​ຜູ້​ນຳ​ອາ​ຊຽນ-ສະ​ຫະ​ຣັ​ຖ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນໃນ​ວັນ​ທີ 12-13 ພຶ​ສ​ພາ ຢູ່ນະຄອນຫຼວງ ​ວໍ​ຊິງ​ຕັນ ດີ.​ຊີ. ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະ​ບໍ່​ເຊີນ​ເອົາ ພົນ​ເອກ ມິນ​ອອງ​ລາຍ ຜູ້​ນຳ​ທະ​ຫານພະ​ມ້າເຂົ້າ​ມາ​ຮ່ວມ.

ນອກ​ຈາກນີ້ ປະ​ທາ​ນາ​ທິ​ບໍ​ດີ Duterte ຂອງ​ຟິ​ລິ​ປິນ​ສ ທີ່​ມີ​ກຳ​ນົດ​ໝົດ​ວາ​ລະ​ ການ​ດຳ​ລົງ​ຕຳ​ແໜ່ງ ໃນ​ເດຶອນ​ມິ​ຖຸ​ນາທີ່​ຈະ​ມາ​ເຖິງນີ້ ກໍ​ຈະ​ບໍ່​ປະ​ກົດ​ຢູ່​ໃນ​ທີ່​ປະ​ຊຸມເຊັ່ນ​ດຽວ​ກັນ.

ຂ່າວ​ຍັງ​ຣາຍ​ງານ​ວ່າ ນັບ​ແຕ່​ໄດ້​ດຳ​ລົງ​ດຳ​ແໜ່ງ​ເປັນ​ເວ​ລາ 6 ປີ ປະ​ທາ​ນາ​ທິ​ບໍ​ດີ Duterte ບໍ່​ເຄີຍ​ມາ​ຢ້ຽມ​ຢາມ ນະຄອນຫຼວງ ວໍ​ຊິງ​ຕັ້ນ ​ດີ.​ຊີ. ຍ້ອນ​ວ່າ ບັນ​ຄວາມ​ສັມ​ພັນ​ກັບ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ.

ການ​ປະ​ຊຸມ​ທີ່​ຈະ​ມີ​ຂຶ້ນ ໃນ​ວັນ​ທີ 12-13 ພຶ​ສ​ພາ ລະ​ຫວ່າງ ຜູ້​ນຳ​ອາ​ຊຽນ ແລະ ຜູ້​ນຳ​ສະ​ຫະ​ຣັ​ຖ ນັ້ນ ເປັນ​ໂອ​ກາດ ທີ່​ຈະ​ໄດ້ເພີ່ມ​ທະ​ວີ ການ​ເປັນ​ຄູ່​ພາ​ຄີ​ກັນ ແລະ ທັງ​ເປັນ​ການ​ສ​ກັດ​ກັ້ນອິ​ດ​ທິ​ພົນ​ຂອງ​ຈີນ ທີ່​ເຂົ້າ​ມາ​ຢູ່​ໃນ​ຂົງ​ເຂດ​ອາ​ຊຽນ.

ຫ້ອງ​ການ​ປະ​ທານາ​ທິ​ບໍ​ດີ ​ສະ​ຫະ​ຣັ​ຖ ຫຼື The White House ໄດ້​ຕັ້ງ​ວິ​ໄສ​ທັດ​ຂອງກອງ​ປະ​ຊຸມນີ້​ວ່າ “Free and Open” ທີ່​ມີ​ຄວາມໝາຍ​ວ່າ ເສ​ຣີ ແລະ ເປີດກວ້າງ ໃນ​ເຂດອິນ​ໂດ-ປາ​ຊິ​ຟິກ.

​ທະ​ຫ​ານ​ພະ​ມ້າ ໄດ້ປ່ອຍ​ຕົວ​ຜູ້​ທີ່​ຖືກ​ຂັງ 2,300 ຄົນ ຊຶ່ງ​ເກືອບ​ທັງ​ໝົດ ເປັນ​ນັກ​ໂທດ​ການ​ເມືອງ ທີ່ຖືກ​ຈັບ​ໃນ​ຂໍ້​ຫາວິ​ຈານ​ຣັ​ຖ​ບານ ຫຼື ທະຫານ​ຝ່າຍ​ຢຶດ​ອຳ​ນາດ.

ການ​ປ່ອຍ​ຕົວ​ຄັ້ງ​ນີ້ ຖື​ວ່າ​ເປັນການ​ນິ​ຣະ​ໂທ​ສ​ກັມ ທົ່ວ​ປະ​ເທດໃນ​ວັນ​ທີ ພຸດ​ທີ 30 ມິ​ຖຸ​ນາ 2021 ທີ່​ຜ່ານ​ມາ, ແຕ່​ນັກ​ວິ​ເຄາະ​ຕັ້ງ​ຂໍ້​ສົງ​ໄສວ່າ ການ​ປ່ອຍ​ຕົວ​ດັ່ງ​ກ່າວ ​ເປັນ​ເງື່ອນ​ໄຂ​ເພື່ອໃຫ້​ໄດ້​ ການຍອມ​ຮັບ​ຈາກ​ສາ​ກົ​ລ ຫລັງ​ຈາກ​ທີ່​ຝ່າຍ​ທະ​ຫານ​ໄດ້​ຢຶດ​ອຳ​ນາດ ​ໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ.

ຜູ້​ຖືກ​ຂັງ​ຄຸກ 2,300 ຄົນ ຖືກ​ປ່ອຍ​ຕົວຈາກ​ຄຸກ​ຢູ່ ນະ​ຄອນ​ຫລວງ​ເນ​ປີ​ດໍ ແລະ ຈາກ​ຄຸກ​ຢູ່​ທົ່ວ​ປະ​ເທດ ແລະ ຂົງ​ເຂດ​ຕ່າງໆ ລວມ​ມີ ນັກ​ຂ່າວ, ຜູ້​ປະ​ທ້ວງ, ເຈົ້າ​ໜ້າ​ທີ່ບັນ​ເທົາ​ທຸກ ທີ່​ຖືກ​ກ່າວ​ຫາ​ວ່າ ຣະ​ເມີດມາດ​ຕ​ຣາ 505 ວ່າ​ດ້ວຍ​ບົດ​ບັນ​ຍັດ​ລົງ​ໂທດຜູ້​ທີ່​ວິ​ຈານ​ທະ​ຫານ.

ຜູ້​ທີ່​ຖືກ​ປ່ອຍ​ຕົວຄົນ​ນຶ່ງ ໄດ້​ກ່າວ​ວ່າ:

" ຂ້າ ​ພະ​ເຈົ້າ​ດີ​ໃຈ ທີ່​ຈະ​ໄດ້​ເຫັນ​ຄອບ​ຄົວ ແລະ ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ທຸກ​ຄົນ​ຍັງ​ມີ​ຄວາມ​ສຸກ ແລະ ຖ້າ​ເບິ່ງວ່າ ຊິ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ."

ຜູ້​ປ​ະ​ທ້ວງຕ້ານ​ການ​ຣັ​ຖ​ປະ​ຫານ ທີ່​ຖືກ​ປ່ອຍ​ຕົວ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ ທະຫານ ບໍ່​ມີ​ການ​ຟ້ອງ​ຮ້ອງ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ຍັງ​ຈະຕໍ່​ສູ້ຕ້ານ​ກັບ ທະ​ຫານ​ຝ່າຍ​ຢຶດ​ອຳ​ນາດ.

ທ່ານ ອອງ ເຢ ໂກ, ນັກ​ຂ່າວ​ຈາກ​ສຳ​ນັກ​ຂ່າວ 7 Days News ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີຜ​ແນກ​ພ​າ​ສາ​ພະ​ມ້າ​ ວ່າ ລາວ​ໄດ້​ຖືກ​ປ່ອຍໂ​ຕ ຫຼັງ​ຈາກ​ຖືກ​ຈັບໃນ​ວັນ​ທີ 27 ເດືອນ​ກຸມ​ພາ 2021 ໃນ​ຂ​ນະ​ທີ່​ກຳ​ລັງ​ຣາຍ​ງານ​ຂ່າວ​ການ​ປ​ະ​ທ້ວງຢູ່​ເມືອງ ເລນ​ດານ ຢູ່​ນະ​ຄອນຢາງ​ກຸ້ງ​ ຊຶ່ງ​ເປັນ​ນະ​ຄອນ​ຫລວງ​ເກົ່າຂອງ​ພະ​ມ້າ.

ທ່ານ ກ່າວ​ວ່າ ຂ້າ​ພ​ະ​ເຈົ້າບໍ່​ຮູ້​ຈຸດ​ປະ​ສົງ​ ຂອງ​ທະ​ຫານ ຫຼື ເປັນ​ຫຍັງ ທະ​ຫານ​ຝ່າຍທີ່​ຢຶດ​ອຳ​ນາດ ຈຶ່ງ​ປ່ອຍ​ໂຕ​ຂ້ອຍ ແຕ່​ວ່າ ຂ້າ​ພະ​ເຈົ້າ​ກໍ​ຈະ​ຍັງ​ຄົງ​ເຮັດ​ໜ້າ​ທີ່ ​ຣາຍ​ງານ​ຂ່າວຄື​ເກົ່າ.

ໃນ​ວັນ​ທີ 1 ກຸມ​ພາ 2021, ທ​ະຫານ​ພະ​ມ້າ ໄດ້​ພາ​ກັນ​ຢຶດ​ອຳ​ນາດ ຈາກ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ຍາ​ນາງ ອອງ ​ຊານ ຊູ ຈີ (Aung San Suu Kyi) ຫຼັງ​ຈາກ​ພັກ​ຂອງ​ຍາ​ນາງ ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ປີ​ເດືອນ​ພຶ​ສ​ຈິ​ກາ ປີ 2020 ໂດຍ ທ​ຫານ​ກ່າວ​ອ້າງ​ເຫດ​ຜົນ​ ໃນ​ການ​ຢຶດ​ອຳ​ນາດ​ວ່າ ມີ​ການ​ໂກງ​ການ​ເລືອກ​ຕັ້ງ. ຍາງ ນາງ ອອງ ຊານ ຊູ ຈີ ແລະ ສ​ມາ​ຊິກ​ພັກ​ຄົນ​ອື່​ນໆ ໄດ້​ຖືກ​ກັກ​ຕົວ ຢູ່​ໃນ​ຄຸກ ນັບ​ແຕ່​ມີ​ການ​ຢຶດ​ອຳ​ນາດ.