ທະຫານພະມ້າ ຍັງບໍ່ປ່ອຍໂຕຊາວໜຸ່ມ ທີ່ຖືກຈັບຢູ່ສນາມບິນ

ອຸ່ນແກ້ວ
2024.03.03
ທະຫານພະມ້າ ຍັງບໍ່ປ່ອຍໂຕຊາວໜຸ່ມ ທີ່ຖືກຈັບຢູ່ສນາມບິນ ໂສມໜ້າຂອງຊາວໜຸ່ມ 14 ຄົນ ໃນຈໍານວນຫຼາຍ 100 ຄົນ ທີ່ຖືກຈັບກຸມ ໃນວັນທີ 20 ກຸມພາ 2024.
ນັກຂ່າວ ພົລເມືອງ

ຊາວໜຸ່ມຊົນເຜົ່າຣັຖຣະຂ່າຍ 100 ປາຍຄົນ ທີ່ຖືກທະຫານພະມ້າຈັບໂຕໄປ ໃນຂະນະທີ່ເຂົາເຈົ້າເດີນທາງກັບ ບ້ານຈາກນະຄອນຢ້າງກຸ້ງ ຍັງບໍ່ມີໃຜສາມາດຕິດຕໍ່ຫາເຂົາເຈົ້າໄດ້ ນັບແຕ່ວັນຈັນ.

ຍາດພີ່ນ້ອງຊາວໜຸ່ມເຫຼົ່ານັ້ນ ໄດ້ສະແດງຄວາມເປັນຫ່ວງ ວ່າ ລູກຫຼານຂອງຕົນເອງ ຈະຖືກບັງຄັບໃຫ້ໄປເປັນທະຫານໃຫ້ຝ່າຍທະຫານພະມ້າ ຕາມກົດໝາຍການເກນທະຫານ ຂອງພະມ້າ. 

ທະຫານພະມ້າ ໄດ້ຈັບໂຕຊາວໜຸ່ມ ໃນວັນທີ 20 ກຸມພາ ຢູ່ຈຸດກວດ ເມືອງສະເວ ປີຕາ ອີງຕາມ ຂໍ້ມູນຈາກຄູບາ ທີ່ເດີນທາງມາກັບຣົຖຄັນດຽວກັນ ກັບຊາວໜຸ່ມເຫຼົ່ານັ້ນ.

ຄູບາອົງນັ້ນ ໄດ້ກ່າວວ່າ:

ຣົຖເມ 2 ໃນສາມຄັນ ຖືກທະຫານພະມ້າສັ່ງໃຫ້ຢຸດ ຂ້ອຍພະຍາຍາມຂຶ້ນໄປຣົຖເມ ທີ່ມີຜູ້ໂດຍສານລະຫວ່າງ 90-100 ຄົນ.

ທ່ານ ກ່າວວ່າ:

ສິ່ງສຸດທ້າຍທີ່ຂ້ອຍຮູ້ ຄື ຜູ້ໂດຍສານໃນຣົຖຖືກຈັບ. ເຫດຜົນທີ່ຂ້ອຍຮູ້ ກໍຍ້ອນວ່າ ເຂົາເຈົ້າເຂົ້າໄປຄ້າຍທະຫານ ແລ້ວບໍ່ເຫັນເຂົາເຈົ້າ ອອກມາເລີຍ.

ຊາວໜຸ່ມອາຍຸລະຫວ່າງ 18-30 ປີ ເຮັດວຽກຢູ່ໂຮງງານຕັດຫຍິບ, ໂຮງງານເກີບ ແລະ ໂຮງງານອື່ນໆ ຢູ່ ນະຄອນຢ້າງກຸ້ງ. ເຂົາເຈົ້າເຫຼົ່ານັ້ນ ເດີນທາງກັບບ້ານຢູ່ຣັຖຣະຂ່າຍ ຍ້ອນວ່າ ຢູ່ຢ້າງກຸ້ງ ບໍ່ອະນຸຍາດໃຫ້ເຂົາເຈົ້າລົງທະບຽນພັກເຊົາ ແລະ ເຂົາເຈົ້າຢ້ານຖືກຈັບ ຫຼັງຈາກທີີ່ທະຫານພະມ້າ ບັງຄັບໃຊ້ກົດໝາຍການເກນທະຫານ.

ຊາວໜຸ່ມເຫຼົ່ານັ້ນ ຖືກກັກຂັງຢູ່ຄ້າຍທະຫານ ເຂດນະຄອນຢ້າງກຸ້ງ. ຄູບາ ໄດ້ກ່າວວ່າ ບໍ່ສາມາດຕິດຕໍ່ຫາຜູ້ທີ່ຖືກຈັບໄດ້ ນັບແຕ່ວັນຈັນທີ່ຜ່ານມາ.

ທະຫານພະມ້າ ປະເຊີນກັບການສູນເສັຽ ຢ່າງໜັກ ຢູ່ສະໜາມຣົບ ໃນຫຼາຍເດືອນຜ່ານມາ ສ່ວນຫຼາຍຢູ່ເຂດຣັຖຣະຂ່າຍ ທາງພາກຕາເວັນຕົກ, ບ່ອນທີ່ກອງກໍາລັງອາຣະກັນ ຫຼື AA ສິ້ນສຸດການຢຸດຍິງກັບທະຫານພະມ້າ ໃນເດືອນພຶສຈິກາ 2023 ທີ່ຜ່ານມາ ແລະ ນັບແຕ່ນັ້ນເປັນຕົ້ນມາ ກອງກໍາລັງອາຣະກັນ ກໍສາມາດຢຶດໄດ້ 6 ເມືຶອງທີ່ເຄີຍເປັນເຂດຍຶດຄອງຂອງພະມ້າ.

ໃນວັນທີ 10 ກຸມພາ, ທະຫານພະມ້າ ໄດ້ບັງຄັບໃຊ້ກົດໝາຍການເກນທະຫານ ເຮັດໃຫ້ພົລເມືອງໃນອາຍຸເກນທະຫານ ພາກັນໜີອອກຈາກໂຕເມືອງ ເຂົ້າໄປຮ່ວມຂະບວນການກອງກໍາລັງ ຕໍ່ຕ້ານທະຫານ ໃນເຂດຫ່າງໄກ ເພື່ອຕໍ່ສູ້ກັບທະຫານພະມ້າ ນັບແຕ່ທະຫານພະມ້າເຂົ້າມາຢຶດອໍານາ ໃນປີ 2021 ເປັນຕົ້ນມາ.  

ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຮັບລາຍງານການການຮັບສະໝັກເອົາຄົນ ແລະ ການຈັບຊາວໜຸ່ມ ເຖິງວ່າ ເຈົ້າໜ້າທີ່ພະມ້າ ຈະເວົ້າວ່່າ ກົດໝາຍການເກນທະຫານ ຈະມີຜົລບັງຄັບໃຊ້ໃນເດືອນເມສາ.

ຍາດພີ່ນ້ອງ ຄົນນຶ່ງຂອງຜູ້ທີ່ຖືກຈັບໂຕ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ໃນຈໍານວນຊາວໜຸ້ມ 14 ຄົນ ທີ່ຖືກຈັບໂຕ ມາຈາກເມືອງ ຢໍເຈິງ.​

ຍາດພີ່ນ້ອງ ໄດ້ກ່າວວ່າ:

ຜູ້ທີ່ຖືກຈັບເປັນແມ່ຍິງ 10 ຄົນ ແລະ ຊາຍ 4 ຄົນ. ພວກເຮົາບໍ່ສາມາດຕິດຕໍ່ກັບເຂົາເຈົ້າໄດ້ ນັບແຕ່ເຂົາເຈົ້າຖືກຈັບໂຕໄປ. ເຂົາເຈົ້າເຮັດວຽກຢູ່ໂຮງງານ ຢູ່ນະຄອນຢ້າງກຸ້ງ.

ຍາດພີ່ນ້ອງຂອງຊາວໜຸ່ມເຫຼົ່ານັ້ນ ຮຽກຮ້ອງໃຫ້ທະຫານພະມ້າ ປ່ອຍໂຕລູກຫຼານເຂົາເຈົ້າໃຫ້ໄວເທົ່າທີ່ຈະໄວໄດ້.

ເຈົ້າໜ້າທີ່ບັນເທົາທຸກ ໄດ້ຢືນຢັນກັບວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ມີຊາວໜຸ້ມຣັຖຣະຂ່າຍ 100 ປາຍຄົນ ຖືກຈັບຢູ່ຄ້າຍທະຫານພະມ້າ ໃນວັນທີ 20 ກຸມພາ, ແຕ່ບໍ່ສາມາດໃຫ້ລາຍລະອຽດຜູ້ທີ່ຖືກຈັບຢູ່ໃນຄຸຸກໄດ້ ເຊັ່ນ ຊື່, ອາຍຸ ຫຼື ບ້ານເກີດຂອງເຂົາເຈົ້າ.

ຊາວບ້ານກ່າວວ່າ ນັບແຕ່ 2 ອາທິດມານີ້, ເຈົ້າໜ້າທີ່ຢູ່ນະຄອນຢ້າງກຸ້ງ ແລະ ມັນດາເລ ໄດ້ປັບໃຊ້ກົດໝາຍການຂຶ້ນບັນຊີ ຜູ້ທີ່ມາພັກເຊົາ ເຊິ່ງໃຫ້ອໍານາດເຈົ້າໜ້າທີ່ ສາມາດກັບໂຕ ປະຊາຊົນໄດ້ 7 ມື້ ແລະ ປັບໃໝເປັນເງິນ 5 ໂດລ້າຣ໌ ໂດຍສະເພາະ ຜູ້ທີ່ບໍ່ມາລົງທະບຽນ.

ໃນອາທິດທີ່ຜ່ານມາຜ່ານມາ, ທະຫານພະມ້າໄດ້ຈັບໂຕປະຊາຊົນຫຼາຍ 100 ຄົນ ຫຼັງຈາກທີີມີຖ້ຽວບິນຈາກນະຄອນຢ່າງກຸ້ງ ລົງຈອດຢູ່ສນາມບິນຣັຖຣະຂ່າຍ ເຖິງຕາມຂໍ້ມູນຈາກສະມາຊິກຄອບຄົວ ຂອງຜູ້ທີ່ຖືກຈັບ.

ຊາວໜຸ່ມຣັຖຣະຂ່າຍ ຄົນນຶ່ງທີ່ເຮັດວຽກຢູ່ນະຄອນຢ້າງກຸ້ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ທະຫານພະມ້າໄດ້ຈັບປະຊາຊົນທີ່ມາຈາກຣັຖຣະຂ່າຍ ຜູ້ທີ່ດໍາລົງຊີວິດຢູ່ໃນເມືອງ ເຖິງວ່າ ເຂົາເຈົ້າຈະລົງທະບຽນການພັກເຊົາກໍຕາມ, ແຕ່ວ່າ ໃນເວລາທີ່ກັບບ້ານໄປ ເຂົາເຈົ້າບໍ່ມີຄວາມປອດໄພ.

ສະມາຊິກຄອບຄົວ ຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ ທະຫານພະມ້າໄດ້ຈັບ ປະຊາຊົນ ທີ່ໂດຍສານໄປນໍາຍົນ ຍ້ອນສົງໄສວ່າ ປະຊາຊົນ ຈະເຂົ້າຮ່ວມກອງກໍາລັງ ຕໍ່ຕ້ານທະຫານພະມ້າ.

ການຈັບປະຊາຊົນ ມີຂຶ້ນ ຖ່າມກາງການບັງຄັບໃຊ້ກົດໝາຍການເກນທະຫານ ທີ່ເຮັດໃຫ້ປະຊາຊົນພະມ້າພາກັນໜີ ອອກຈາກປະເທດ ໂດຍທະຫານພະມ້າອ້າງວ່າ ປະຊາຊົນເຫລົ່ານັ້ນ ຈະໄປຮ່ວມກອງກໍາລັງຕໍ່ຕ້ານ ທະຫານພະມ້າ ຢູ່ເຂດພື້ນທີ່ຫ່າງໄກ ແທນທີ່ຈະມາຊ່ອຍທະຫານຕໍ່ສູ້ ໂດຍສະເພາະ ທະຫານພະມ້າ ທີ່ເຂົ້າມີຢຶດອໍານາດຣັຖຖະປະຫານ ໃນເດືອນກຸມພາ 2021.

ໃນວັນຈັນທີ່ຜ່ານມາ, ທະຫານພະມ້າ ໄດ້ກັກຂັງຜູ້ໂດຍສານເກືອບ 500 ຄົນ ຫຼັງຈາກທີ່ເຂົາເຂົ້າ ໂດຍທາງຍົນມາລົງ ທີ່ສະໜາມບິນຣັຖຣະຂ່າຍ ຫຼັງຈາກທີ່ເຂົາເຈົ້າບິນ ມາຈາກສະໜາມບິນ ຢ້າງກຸ້ງ. ຜູ້ໂດຍສານທີ່ຖືກຈັບ ຖືກສົ່ງໄປຂັງຢູ່ຄ້າຍທະຫານ ຢູ່ເຂດວັດລໍກັນນາດາ ອີງຕາມຂໍ້ມູນ ຈາກຍາດພີ່ນ້ອງຂອງຜູ້ທີ່ຖືກຈັບ.

ໃນວັນດຽວກັນ, ກໍມີຜູ້ໂດຍສານ 60 ປາຍຄົນ ທີ່ບິນຈາກນະຄອນຢ້າງກຸ້ງ ກໍຖືກຈັບໃນກໍລະນີດຽວກັນ ຫຼັງຈາກທີ່ເຂົາເຈົ້າ ລົງຈາກຍົນຢູ່ເມືອງ ກີອໍຟີຢູ.​

ໃນຈໍານວນຜູ້ທີ່ຖືກຈັບ ມີແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ເຖົ້າ ໄດ້ຮັບການປ່ອຍໂຕ ໃນວັນດຽວກັນ ແຕ່ ຍັງບໍ່ມີໂຕເລກທີ່ຊັດເຈນວ່າ ມີຈໍານວນເທົ່າໃດ.​

ຄົນໃນຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ:

ເຂົາເຈົ້າບໍ່ສາມາດລຸບຸຜູ້ທີ່ຖືກກັກຂັງໄດ້.

ຄົນໃນຄອບຄົວຜູ້ທີ່ຖືກຈັບ ໄດ້ກ່າວວ່າ:

ພວກເຮົາຮູ້ວ່າ ຜູ້ໂດຍສານທັງໝົດ ທີ່ບິນຈາກສະໜາມບິນຢ້າງກຸ້ງ ຖືກເຈົ້າໜ້າທີ່ທະຫານ ນໍາໂຕຂຶ້ນຣົຖ ໃນວັດ ລໍກັນນາດາ ເພື່ອສືບສວນສອບສວນ ທັນທີທີ່ເຂົາເຈົ້າລົງຈາກຍົນ.

ທະຫານພະມ້າຕັດສັນຍານໂທລະສັບ ແລະ ອິນເຕີເນັດ ໃນພື້ນທີ່, ແລະ ທະຫານໄດ້ຕັ້ງຖານ ຢູ່ເຂດວັດ ລໍກັນນາດາ ແລະ ບໍ່ອະນຸຍາດໃຫ້ປະຊາຊົນ ເຂົ້າໄປໃນເຂດວັດນັ້ນ ອີງຕາມແຫຼ່ງຂ່າວ ຜູ້ເຫັນເຫດການ.

ແຫຼ່ງຂ່າວ ໄດ້ກ່າວຕື່ມອີກວ່າ:

ຜູ້ຖືກຈັບຈໍານວນນຶ່ງ ທີ່ມີເອກກະສານສໍາມະໂນຄົວ ກໍຈະຖືກປ່ອຍໂຕ ແຕ່ວ່າ ຜູ້ໂດຍສານທີ່ມາຈາກພື້ນທີ່ອື່ນໆ ຍັງບໍ່ໄດ້ຮັບການປ່ອຍໂຕ.

ນອກຈາກນີ້ ຍັງມີການຍິງຕໍ່ສູ້ກັນຢູ່ ຣັຖຣະຂ່າຍ ຫຼັງຈາກທີ່ກອງກໍາລັງອາຣະກັນ ຫຼື AA ໄດ້ສິ້ນສຸດການຢຸດຍິງ ໃນເດືອນພຶສຈິກາ 2023 ທີ່ເກີດຂຶ້ນຢູ່ໃນພື້ນທີ່ ນັບແຕ່ມີການຣັຖປະຫານ. ໃນຕອນນັ້ນ, ທະຫານພະມ້າ ໄດ້ຄວບຄຸມຖະໜົນເຂົ້າ-ອອກ ໃນເຂດດັ່ງກ່າວ ບໍ່ວ່າຈະເປັນທາງບົກ ແລະ ທາງນ້ໍາ, ນັ້ນເປັນການບັງຄັບ ໃຫ້ປະຊາຊົນຕ້ອງເດີນທາງດ້ວຍຍົນ. 

ຫຼັງຈາກ ທະຫານພະມ້າ ປະກາດບັງຄັບໃຊ້ກົດໝາຍການເກນທະຫານ ໃນວັນທີ 10 ກຸມພາ, ຊາວໜຸ່ມຣັຖຣະຂ່າຍ ທີ່ເຮັດວຽກຢູ່ນະຄອນຢ້າງກຸ້ງ ຖືກຫ້າມບໍ່ໃຫ້ລົງທະບຽນ ຢູ່ໃນໂຕເມືອງຊົ່ວຄາວ. ຊາວບ້ານທີ່ຢ້ານຖືກຈັບກຸມ ກໍພາກັນກັບບ້ານກັນຫຼາຍຂຶ້ນ ອີງຕາມແຫຼ່ງຂ່າວ ຢູ່ນະຄອນຢ້າງກຸ້ງ.​

ຊາວນະຄອນຢ້າງກຸ້ງ ໄດ້ກ່າວຕໍ່ວິທຍຸເອເອເຊັຽເສຣີ ຜແນກພາສາພະມ້າ ວ່າ ທະຫານພະມ້າ ປະຈໍາຢູ່ສະໜາມບິນຣັຖຣະຂ່າຍ ໄດ້ຈັບໂຕຜູ້ໂດຍສານ ຍ້ອນສົ່ງໄສວ່າ ຜູ້ໂດຍສານຈະໄປຮ່ວມກອງກໍາລັງຕໍ່ຕ້ານຣັຖບານ ຢູ່ໃນຣັຖດັ່ງກ່າວ.

ຊາວເມືອງຢ້າງກຸ້ງ ໄດ້ກ່າວອີກວ່າ:

ປະຊາຊົນຣັຖຣະຂ່າຍ ທີ່ຢູ່ໃນນະຄອນຢ້າງກຸ້ງ ຖືກບັບຄັບໃຫ້ຕ້ອງກັບຄືນບ້ານ ເພື່ອເຂົ້າໄປຮັບການເກນທະຫານ ເຖິງວ່າ ເຂົາເຈົ້າຈະຍັງຮຽນຢູ່ ຫຼື ເຮັດວຽກກໍຕາມ. ເຖິງວ່າ ຜູ້ໂດຍສານທາງຍົນ ຈະມີບັດປະຈໍາໂຕກໍຕາມ ແຕ່ ເຂົາເຈົ້າກໍຖືກຈັບ ໃນຂໍ້ຫາທີ່ທະຫານພະມ້າສົງໄສວ່າ ເຂົາເຈົ້າມີແຜນຈະເຂົ້າໄປຮ່ວມກອງກໍາລັງອາຣະກັນ ເຊິ່ງເປັນກອງກໍາລັງຕໍ່ຕ້ານທະຫານພະມ້າ.

ວິທຍຸເອເຊັຽເສຣີ ຍັງໄດ້ຮັບລາຍງານວ່າ ທະຫານພະມ້າຈັບຊາວໜຸ່ມ ຢູ່ທາງດ່ວນແຕ່ຢ້າງກຸ້ງ-ຣັຖມັນດາເລ, ທາງຫລວງແຕ່ຣັຖມັນດາເລ-ຣັຖມິກິນນາ ໃນຂະນະທີ່ຊາວໜຸ່ມເຫລົ່ານັ້ນ ເດີນທາງໄປຣັຖກາຢິນ ແລະ ຣັຖສິນ.

ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວ ຍັງບໍ່ສາມາດລະບຸຈໍານວນຜູ້ທີ່ຖືກຈັບກຸມຄັ້ງນີ້ໄດ້ ແລະ ວິທຍຸເອເຊັຽເສຣີ ບໍ່ສາມາດຢືນຢັນໂຕເລກນີ້ໄດ້ ຢ່າງເປັນອິດສະຫຼະ.​

ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ທ່ານ ລາຕຽນ ໄອຍະການສານຂອງຣັຖຣະຂ່າຍ, ແລະ ໂຄສົກຂອງທະຫານພະມ້າ ປະຈໍາຂົງເຂດ ເພື່ອຖາມລາຍລະອຽດກ່ຽວກັບການຈັບກຸມ, ແຕ່ ກໍບໍ່ໄດ້ຄໍາຕອບຈາກທັງສອງທ່ານ.

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານພະມ້າ ທີ່ເປັນກອງພັນທະຫານລາບ 123 ຂອງທະຫານພະມ້າ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານພະມ້າ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານພະມ້າ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານທະຫານພະມ້າ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ ຊາຍແດນປະເທດຈີນ ທີ່ຫ່າງຈາກຣັຖສານ ພຽງແຕ່ 50 ກິໂລແມັດເທົ່ານັ້ນ.

ທ່ານ Jason Tower ເຈົ້າໜ້າທີ່ ສະຖາບັນເພື່ອສັນຕິພາບ ຂອງສະຫະຣັຖອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານພະມ້າ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານພະມ້າແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງ 3 ຝ່າຍ ກໍສາມາດຍຶດໄດ້ 15 ເມືອງ ທາງພາກເໜືອຂອງຣັຖສານ ແລະ ສາມາດເຂົ້າຍຶດຄອງຄ້າຍທະຫານ ພະມ້າໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານພະມ້າ 4,000 ຄົນ ຕ້ອງຍອມຈໍານົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.