ນັກເຄື່ອນໄຫວສິ່ງແວດລ້ອມ ຖືກຕັດສິນ ຈຳຄຸກ

ອຸ່ນແກ້ວ ສຸກສະຫວັນ
2021.05.09
ນັກເຄື່ອນໄຫວສິ່ງແວດລ້ອມ ຖືກຕັດສິນ ຈຳຄຸກ ນັກເຄື່ອນໄຫວ ເພື່ອ ທັມມະຊາດຮຽກຮ້ອງ ໃຫ້ ຍຸຕິການພັທນາ ຢູ່ທະເລສາບ Boeung Tamok Lake ໃນພະນົມເປັນ, ໃນພາບຈາກ ວິດີໂອ ລົງໃນວັນທີ 30 ກໍຣະກະດາ 2020.
Mother Nature: Facebook page

ວິທຍຸເອເຊັຽເສຣີ ຜແນກ ພາສາກັມພູຊາ ໄດ້ຣາຍງານວ່າ ນັກເຄື່ອນໄຫວດ້ານສິ່ງແວດລ້ອມ 5 ຄົນ ຈາກອົງການ ທັມມະຊາດ ຂອງ ແມ່ ຫຼື Mother Nature ຢູ່ກັມພູຊາ ຖືກສານກັມພູຊາ ຕັດສິນຈຳຄຸກແຕ່ 18-20 ເດືອນ ໃນຂໍ້ຫາສ້າງຄວາມບໍ່ສງົບ.

ບັນດາອົງການຈັດຕັ້ງ ດ້ານສິດມະນຸດ ພາກັນວິພາກວິຈານວ່າ ການຕັດສິນຂອງສານ ກັມພູຊາ ບໍ່ມີຄວາມຍຸຕິທຳ ແລະ ເປັນການ ປິດກັ້ນສິດເສຣີພາບ ໃນການປາກເວົ້າ ຫຼັງຈາກ ສິ້ນສຸດການຕັດສິນ ໃນວັນທີ 5 ພຶສພາ ທີ່ຜ່ານມາ.

ກ່ອນທີ່ຈະຖືກຈັບກຸມ ແລະ ຖືກສານຕັດສິນ, ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມທັງ 5 ຄົນ ໄດ້ພາກັນໄປປະທ້ວງ ຮຽກຮ້ອງໃຫ້ ຣັຖ ບານກັມພູຊາ ຢຸດຕິໂຄງການພັທນາ ຢູ່ທະເລສາບ Boeung Tamok ຢູ່ພະນົມເປນ ນະຄອນຫຼວງປະເທດ ກັມພູຊາ ໃນວັນທີ 30 ກໍຣະກະດາ 2020 ທີ່ຜ່ານມາ.

ເຖິງວ່າເຂົາເຈົ້າ ຈະຮຽກຮ້ອງຄວາມເປັນທັມ ເພື່ອຢຸດຕິໂຄງການ ພັດທນາຢູ່ເຂດດັ່ງກ່າວ ຍ້ອນວ່າ ໂຄງການຂອງຣັຖບານ ສົ່ງຜົລ ກະທົບຕໍ່ຣະບົບ ນິເວດວິທະຍາ ແລະເຂົາເຈົ້າກໍຖືກຕັ້ງຂໍ້ຫາວ່າ ເປັນຜູ້ຍຸຍົງສົ່ງເສີມ ກໍໃຫ້ເກີດຄວາມບໍ່ສງົບ ຜ່ານສືສັງຄົມອອນລາຍ.

ສານນະຄອນຫຼວງພະນົມເປນ ປະເທດກັມພູຊາ ໄດ້ສົ່ງມອບຜູ້ທີ່ຖືກ ສານຕັດສິນທີ່ຊື່ວ່າ ລອງ ຂັນເຕັຍ, ພວງແກ້ວ, ຣັດສະໝີ ແລະ ເຈນຂັນລິນ ທີ່ຖືກຕັດອິສຣະພາບ ຕິດຄຸກ 18 ເດືອນ, ແລະ ຄົນທີ່ຊື່ ຕົ້ນຣັດຕາ ຕິດຄຸກ 20 ເດືອນ ໃນຂນະທີ່ ນັກສິດທິມະນຸດ ກໍ ເວົ້າວ່າ ການຕັດສິນດັ່ງກ່າວ ເປັນຂໍ້ຫາທີ່ຮ້າຍແຮງ ຈົນເກີນໄປ ແລະ ນັກເຄື່ອນໄຫວທັງ 5 ຄົນ ຖືກປັບໃໝ ຜູ້ລະ 1,000 ໂດລາ ສະຫະຣັດ.

ບັນຫານ້ຳເສັຽ ຢູ່ທະເລສາບ Boeung Tamok ໄດ້ເກີດຂຶ້ນມາດົນແລ້ວ ໂດຍສະເພາະມີຄົນທະເລສາບດັ່ງກ່າວ ມີກອງຂີ້ເຫຍື້ອ ແລະ ການຂຸດຊາຍທີ່ຜິດກົດໝາຍ.

ປະຊາຊົນ ທ່ານ ນຶ່ງກ່າວວ່າ: "ເປັນເວລາຫຼາຍປີ ທີ່ນ້ຳຢູ່ໃນທະເລສາບດັ່ງກ່າວເໝັນ ເຕັມໄປດ້ວຍຂີ້ເຫຍື້ອ ແລະ ມີການຂຸດຊາຍ ຢ່າງຜິດກົດໝາຍ, ແລະ ມີການຄ້າຂາຍສຸດປ່າໃກ້ສູນພັນ ທີ່ຜິດກົດໝາຍ."

ພັນລະຍາ ຂອງທ່ານ ຣັດສະໝີ ຜູ້ທີ່ຖືກສານຕັດສິນ ໄດ້ສະແດງຄວາມຜິດຫວັງ ທີ່ສານບໍ່ໃຫ້ຄວາມຍຸຕິທັມ ຄວນທີ່ຈະຈັບໃສ່ຄຸກໂລດ ຍ້ອນວ່າ ລາວເຮັດວຽກ ເພື່ອປົກປ້ອງ ຊັພຍາກອນທັມມະຊາດຂອງປະເທດ.

ຍານາງ ກ່າວຕໍ່ນັກຂ່າວວ່າ: ຂ້າພະເຈົ້າບໍ່ເຊື່ອສານອີກຕໍ່ໄປ. ຂ້າພະເຈົ້າບໍ່ເຊື່ອ ກົດໝາຍອີກຕໍ່ໄປ. ຂ້າພະເຈົ້າບໍ່ເຊື່ອກົດໝາຍ ຂອງ ກັມພູຊາອີກຕໍ່ໄປ.

ທ່ານ ຣັດສະໝີ ຮຽກຮ້ອງໃຫ້ ອົງການຈັດຕັ້ງພາກປະຊາສັງຄົມ ເພື່ອມາໃຫ້ການຊ່ວຍເຫຼືອແກ້ໄຂ ຄະດີຄວາມຂອງລາວ.

ຜູ້ເປັນເອື້ອຍ ຂອງນາງ ລອງ ກັນເຕັຍ ທີ່ຊື່ວ່າ ລອງ ໂຊຊິຣິ ລິນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ສານໄດ້ກ່າວຫາ ນ້ອງສາວຂອງລາວ ວ່າກະທຳຜິດ ແຕ່ລາວຢືນຢັນວ່າ ນ້ອງຂອງລາວ ບໍ່ໄດ້ເຮັດຜິດ ແລະ ລາວໄດ້ກ່າວວ່າ ຄຳຕັດສິນຂອງສານ ເປັນການນາບຂູ່ ເພື່ອ ຫ້າມຄົນບໍ່ໃຫ້ເຂົ້າໄປ ຮ່ວມເຄື່ອນໄຫວເຣື່ອງສິ່ງແວດລ້ອມ.

ນາງ ລອງ ໂຊຊິຣິ ລິນ ກ່າວຕື່ມອີກວ່າ: ນ້ອງສາວຂອງຂ້ອຍ ບໍ່ໄດ້ເຮັດຜິດກົດໝາຍຫຍັງ ລາວເປັນຄົນໜຸ່ມ ທັມມະດາ ທີ່ຮັກສິ່ງ ແວດລ້ອມ ແລະ ໄດ້ເຕືອນຣັຖບານວ່າ ການພັທນນາບຶງນ້ຳດັ່ງກ່າວ ສົ່ງຜົລກະທົບຕໍ່ສັງຄົມ ຊຶ່ງມັນກໍເປັນແນວຄວາມຄິດຂອງລາວ.

ນາງກ່າວຕື່ມວ່າ: ຄຳສເນີແນະຂອງນ້ອງສາວຂອງຕົນ ພັດຖືກຕີຄວາມໄປວ່າ ຍຸຍົງສົ່ງເສີມໃຫ້ການຄວາມບໍ່ສງົບ ຈົນວ່າ ນ້ອງສາວ ຖືກຕິດຄຸກ 18 ເດືອນ ຊຶ່ງລາວເຫັນວ່າ ມັນບໍ່ຍຸຕິທັມ.

ທ່ານ Alejandro ນັກເຄື່ອນໄຫວຈາກອົງການ ທີ່ມີຊື່ວ່າ ທັມມະຊາດຂອງແມ່ ຫຼື Mother National ທີ່ຖືກເນລະເທດ ອອກຈາກ ກັມພູຊາ ແຕ່ປີ 2015 ກ່າວວ່າ:

"ຂ້າພະເຈົ້າຢາກກັບໄປກັມພູຊາ ເພື່ອຮັບໂທດ ຖ້າວ່າ ນາຍົກຣັຖມົນຕຼີ ຮຸນເຊນ ໃຫ້ວີຊາ ແກ່ຂ້າພະເຈົ້າກັບເຂົ້າໄປ."

ທ່ານ ກ່າວຕື່ມອີກວ່າ: ການຕັດສິນຂອງສານ ທີ່ອັປໂຍດ ເຮັດໃຫ້ປະຊາຊົນຢ້ານກົວ ທີ່ຈະເຮັດວຽກປົກປ້ອງ ຊັພຍາກອນທັມມະຊາດ ໃນກັມພູຊາ ແທນທີ່ ຄຳຕັດສິນຂອງສານ ຈະສນັບສນູນຊາວໜຸ່ມຫຼາຍຂຶ້ນ ເພື່ອຮ່ວມແຮງຮ່ວມໃຈກັນ ປົກສິ່ງແວດລ້ອມຂອງປະເທດ.

ທ່ານ ແຊມ ຊາມຣອນ ທະນາຍຂອງນັກເຄື່ອນໄຫວ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຄຳຕັດສິນຂອງສານ ເປັນສິ່ງທີ່ຮັບບໍ່ໄດ້ ຍ້ອນວ່າ ການດຳເນີນຄະດີ ດຳເນີນຄະດີ ບໍ່ມີຫຼັກຖານຫຍັງ ທີ່ພິສູດວ່າ ລູກຄວາມຂອງລາວ ໄດ້ກະທຳຜິດ ແລະ ຍັງມີແຜນການ ທີ່ຈະຂໍ ຍື່ນອຸທອນ ໃຫ້ແກ່ລູກຄວາມຂອງລາວ.

ທ່ານກ່າວວ່າ ພວກເຮົາບໍ່ຍອມຮັບ ຄຳຕັດສິນຂອງສານ ແລະ ຈະປຶກສາກັບລູກຄວາມ ວ່າຈະເຮັດຫຍັງໃນຕໍ່ໄປ ຍ້ອນວ່າພວກເຮົາ ມີເວລານຶ່ງເດືອນ ໃນການຂໍອຸທອນ.

ສະຖານທູດ ສະຫະຣັດອາເມຣິກາ ປະຈຳພະນົມເປນ ໄດ້ສະແດງຄວາມເປັນຫ່ວງຢ່າງສູງ ຕໍ່ຄຳຕັດສິນ ຂອງສານໃນວັນພຸດ ທີ 5 ພຶສພາ ທີ່ຜ່ານມາ ແລະ ສະຖານທູດສະຫະຣັດ ກ່າວສນັບສນູນ ການນັກເຄື່ອນໄຫວ.

ສະຖານທູດ ໄດ້ສົ່ງຂໍ້ຄວາມ ທາງ Twitter ວ່າ ເຮົາຄວນຍ້ອງຍໍ ການເວົ້າເພື່ອປົກປ້ອງ ສິ່ງແວດລ້ອມ ທີ່ຖືກນາບຂູ່ ຈາກການ ຕັດໄມ້ເຖື່ອນ ພວກເຮົາຮຽກຮ້ອງ ໃຫ້ປ່ອຍຕົວຜູ້ທີ່ ຖືກຂັງຄຸກ ຢູ່ນັ້ນ.

ທ່ານ ນີ ໂສຂະ ເຈົ້າໜ້າທີ່ອົງການສິດທິມະນຸດ ຂອງກັມພູຊາ ກ່າວວ່າ: ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ບໍ່ໄດ້ເຮັດຫຍັງຜິດ ໃນ ການປົກປ້ອງຊັພຍາກອນ ທັມມະຊາດຂອງປະເທດ ແລະ ກ່າວເສັຽໃຈ ຕໍ່ກັບຄຳຕັດສິນຂອງສານ.

ທ່ານຍັງກ່າວວ່າ ອົງການສິດທິມະນຸດ ໄດ້ຢື່ນໜັງສື ເພື່ອສະແດງຄວາມເປັນຫ່ວງ ກ່ຽວກັບການທຳລາຍຊັພຍາກອນທັມມະຊາດ. ເປັນຫຍັງຈຶ່ງກ່າວຫາ ນັກເຄື່ອນໄຫວວ່າ ກໍ່ຄວາມບໍ່ສງົບ ໃນສັງຄົມ ແລະ ຕໍ່ຕ້ານຣັຖບານ.

ຄຳຕັດສິນຂອງສານ ສະແດງເຖິງຄວາມຫຼົ້ມແຫຼວ ໃນການປະຕິບັດ ປະຊາທິປະຕັຍ ແລະ ສະແດງເຖິງຄວາມບໍ່ໝັ້ນຄົງ ຂອງ ຣະບຽບຣັຖທຳມະນູນ.

ທ່ານ ຟິວ ໂຣເບີດຊັນ ຮອງອຳນວຍການ ອົງການສິ້ງຊອມດ້ານສິດດ້ານສິດທິມະນຸດ ປະຈຳເອເຊັຽ ໄດ້ກ່າວຊົມເຊີຍ ເຖິງຄວາມ ກ້າຫານຂອງນັກເຄື່ອນໄຫວ ທີ່ໄດ້ເປີດໂປງ ການສໍ້ຣາຊບັງຫຼວງ ແລະ ການສວຍໃຊ້ອຳນາດ ເພື່ອເຮັດທຸຣກິຈທີ່ເປັນພັຍ ຕໍ່ ຊັພຍາກອນ ທັມມະຊາດ ແລະ ຊີວະນາໆພັນຂອງກັມພູຊາ.

ທ່ານ ຟິວ ໂຣເບີດຊັນ ກ່າວວ່າ ຄຳຕັດສິນ ເປັນສ່ວນນຶ່ງຂອງຣັຖບານກັມພູຊາ ທີ່ຍັງຄົງຫາເຣື່ອງໃສ່ ອົງການ Mother Nature ທີ່ມີເຈົ້າໜ້າທີ່ ຫວັງທີ່ຈະທຳລາຍ ນັກເຄື່ອນໄຫວດ້ວຍການໃສ່ຂໍ້ຫາ.

ທ່ານ ຟິວ ໂຣເບີດຊັນ ກ່າວໃນຖແລງການ ຈາກບາງກອກປະເທດໄທຍ ວ່າ ເປັນທີ່ຈະແຈ້ງແລ້ວວ່າ ກັມພູຊາ ເຫັນວ່າມັນຮ້າຍແຮງ ແລະ ການດຳເນີນຄະດີ ນັກເຄື່ອນໄຫວ ທີ່ບໍ່ເປັນທີ່ຍອມຮັບ ພຽງແຕ່ເຂົາເຈົ້າໃຊ້ສິດ ແລະ ລຸກຂຶ້ນມາປົກປ້ອງສິ່ງແວດລ້ອມ ທີ່ປະຊາ ຄົມສາກົລ ຍັງບໍ່ທັນໄດ້ສັງເກດເຫັນ ຍ້ອນວ່າ ມັນຢູ່ໃນໄລຍະ ການຣະບາດຂອງໂຄວິດ- 19.

ທ່ານ ຍັງກ່າວຕື່ມວ່າ ຣັຖບານຕ່າງປະເທດ ແລະ ອົງການສະຫະປະຊາຊາດ ແລະ ຜູ້ບໍຣິຈາກຄວນຈະ ຮຽກຮ້ອງໃຫ້ມີ ການປ່ຽນ ຄຳຕັດສິນ ແລະ ນັກເຄື່ອນໄຫວ ຈະຕ້ອງຖືກ ປ່ອຍຕົວທັນທີ ໂດຍບໍ່ມີເງື່ອນໄຂ.

ການຕັດສິນຈຳຄຸກ ນັກເຂື່ອນໄຫວ ດ້ານສິ່ງແວດລ້ອມ ຢູ່ກັມພູຊາ ກໍຄ້າຍຄືກັນກັບ ການຈັບຊາວບ້ານ ທີ່ເຄື່ອນໄຫວຮຽກຮ້ອງ ຄວາມເປັນທັມ ເຣື່ອງສິດທິການ ນຳໃຊ້ທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ໃນປີ 2017 ທີ່ຜ່ານມາ.

ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບ ໃນປີ 2017, ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມ ສຳປະທານ.

ທ່ານ Phil Robertson, ຮ້ອງຜູ້ອຳນວຍການອົງການສິ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຄວາມຈິງກໍຄື, ປະຊາຊົນ ຖືກຣັຖບານດຳເນີນຄະດີນັ້ນ, ເປັນທີ່ກະຈ່າງວ່າ ມັນເປັນການລະເມີດ ສິດທິມະນຸດ. ຣັຖບານລາວ ຄວນຍົກເລີກ ການດຳເນີນຄະດີປະຊາຊົນ ແລະ ປ່ອຍຕົວເຂົາເຈົ້າທັນທີ ພ້ອມທັງໃຫ້ຄ່າຊົດເຊີຍ ທີ່ເຂົາເຈົ້າຖືກຕິດຄຸກຫຼາຍປີ, ໂດຍທີ່ ເຂົາເຈົ້າ ບໍ່ມີຄວາມຜິດຫຍັງ ລວມທັງຄ່າຊົດເຊີຍ ທີ່ເຂົາເຈົ້າເສັຽ ທີ່ດິນນຳອີກ.

ປະຊາຊົນອອກມາຮຽກຮ້ອງຄວາມເປັນທັມ ແລະ ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດ, ແຕ່ຜັດຖືກເຈົ້າໜ້າທີ່ຈັບກຸມ:

ປະຊາຊົນທີ່ຖືກຈັບ ຍ້ອນປະທ້ວງທີ່ເຂົາເຈົ້າເສັຽດິນ ແລະ ບໍຣິສັດຢາງພາຣາ ຢຶດດິນຂອງເຂົາເຈົ້າ. ປະຊາຊົນມີສິດ ທີ່ຈະອອກ ມາເວົ້າ ແລະ ມີສິດເສຣີພາບໃນການປາກເວົ້າ ແລະ ເຂົາເຈົ້າປະທ້ວງ ແບບສງົບ ເພື່ອຮຽກຄວາມເປັນທັມ. ສິ່ງທີ່ຊາວບ້ານເຮັດ ບໍ່ໄດ້ ຜິດກົດໝາຍຫຍັງ.

ອັນນັ້ນ ເປັນຄຳຂອງ ທ່ານ Phil Robertson, ຮ້ອງຜູ້ອຳນວຍການອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳເຂດເອເຊັຽ.

ທ່ານ Phil Robertson ກ່າວຕື່ມອີກວ່າ: ຄວາມຈິງກໍຄືວ່າ ປະຊາຊົນຄວນຈະມີສ່ວນຮ່ວມ ໃນການໂອ້ລົມ ແລະ ເຈຣະຈາ ກ່ຽວກັບ ຄ່າຊົດເຊີຍ ແຕ່ພວກເຮົາກໍຮູ້ວ່າ ຢູ່ປະເທດລາວ ມັນເປັນຄືແນວໃດ, ຣັຖບານໄດ້ຕັດສິນໃຈ ແລະສັ່ງໃຫ້ທຸກຄົນ ເຮັດສິ່ງທີ່ຕ້ອງການ ແລະ ຣັຖບານບໍ່ມັກໃຫ້ຜູ້ໃດ ມາຕໍ່ວ່າຕໍ່ຂານ ຫຼື ບໍ່ມັກຜູ້ທີ່ວິຈານຣັຖບານ ໃນເວລາທີ່ຣັຖບານ ເຮັດສິ່ງທີ່ຜິດພາດ ກໍຄື ກໍຣະນີ ຊາວ ບ້ານຢຶບ ທີ່ຖືກຈັບນີ້.

ບັນຫາທີ່ນັກເຄື່ອນໄຫວ ດ້ານສິດທິມະນຸດ ແລະ ສິ່ງແວດລ້ອມ ບໍ່ວ່າຈະຢູ່ປະເທດລາວ ແລະ ປະເທດກັມພູຊາ ໄດ້ເປັນສິ່ງຊີ້ວັດ ວ່າ ຣະບົບກົດໝາຍຂອງທັງສອງປະເທດ ບໍ່ໄດ້ເນັ້ນໃສ່ຫຼັກທຳທາພິບານ ຄື ການໃຊ້ຫຼັກກົດໝາຍຢ່າງແທ້ຈິງ ແຕ່ເປັນການສວາຍໃຊ້ ອຳນາດຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.