ຈີນຈະສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າ Yarlung Zangbo

ມະນີຈັນ
2021-03-29
Share
ຈີນຈະສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າ Yarlung Zangbo ເຫດນໍ້າຖ້ວມ ໄດ້ທໍາລາຍ ເຂື່ອນແລະຂົວ ຢູ່ Tapovan ທາງພາກເໜືອ ຂອງແຂວງ Uttarakhand ທີ່ປະເທດ ອິນເດັຍ. ເດືອນກຸມພາ 12, 2021.
Credit: Reuters

ພັກຄອມມິວນິສຈີນ ມີໂຄງການ ສ້າງເຂື່ອນໄຟຟ້າ ຂນາດໃຫຍ່ ໃສ່ແມ່ນໍ້າ Yarlung Zangbo ໃນທິເບດ ເຂດປົກຄອງຕົນເອງ ຊຶ່ງ ເຮັດໃຫ້ ເກີດຄວາມວິຕົກກັງວົນ ໃນເຣື່ອງ ພັຍພິບັດ ດ້ານສິ່ງແວດລ້ອມ, ອີງຕາມຣາຍງານຂ່າວ RFA ຜແນກພາສາຈີນ ແມັນດາ ຣີນ ໃນມື້ວັນທີ 23 ມີນາ 2021 ນີ້.

ປັດຈຸບັນ ໂຄງການດັ່ງກ່າວ ໄດ້ຖືກບັນຈຸ ໄວ້ໃນແຜນພັທນາ 5 ປີ ສມັຍທີ 14 ຂອງພັກຄອມມິວນິສຈີນ ແລະເປົ້າໝາຍໄລຍະຍາວ ຂອງພັກ ແຕ່ນີ້ໄປຈົນຮອດປີ 2035 ພາຍຫຼັງກອງປະຊຸມ ປະຈໍາປີ ຂອງສະພາປະຊາຊົນ ແຫ່ງຊາດ ຂອງຈີນ.

ແຫຼ່ງຂ່າວທີ່ໃກ້ຊິດ ກັບການອອກແບບໂຄງການ ສ້າງເຂື່ອນໄຟຟ້າດັ່ງກ່າວ ເວົ້າຕໍ່ໜັງສືພິມ Global Times ຂອງພັກຄອມມິວນິສ ຈີນ ໂດຍອີງຕາມຄໍາເວົ້າຂອງທ່ານ Yan Zhiyong ປະທານບໍຣິສັກໍ່ສ້າງ ພະລັງງານຂອງຈີນ ຫຼືທີ່ຮູ້ຈັກກັນວ່າ POWERCHINA ນັ້ນ. ໂຄງການແມ່ນໍ້າ Yarlung Zangbo ນີ້ ຈະຢູ່ໃນຮູບແບບ ເຂື່ອນໄຟຟ້າ ທີ່ຕັ້ງ ລຽງລາຍກັນ ຫຼາຍເຂື່ອນ, ເປັນໂຄງການ ທີ່ສາມາດ ໃຫ້ພະລັງງານໄຟຟ້າ ທີ່ສະອາດໝູນວຽນ ແລະຜລິດພະລັງງານ ໄດ້ 300 ພັນລ້ານກິໂລວັດໂມງ ແລະເປັນພະລັງງານ ໄຟຟ້າ ປອດກາກບອນ.

ແຕ່ ນັກວິທຍາສາດອິນເດັຍ ໄດ້ເຕືອນວ່າ ໂຄງການເຂື່ອນ ໄຟຟ້ານີ້ ສາມາດນໍາໄປສູ່ພັຍພິບັດໄດ້. ທ່ານກ່າວ ໂດຍອ້າງເຖິງ ການ ຣະເບີດ ຂອງແຜ່ນນໍ້າແຂງ Nanda Devi ຢູ່ແຂວງ Uttarakhand ເມື່ອເດືອນກຸມພາ 2021 ຊຶ່ງເຮັດໃຫ້ຄົນງານປະມານ 150 ຄົນຢູ່ເຂື່ອນໄຟຟ້າ 2 ເຂື່ອນໃນເມືອງ Tapovan-Reni ຫາຍສາບສູນໄປ ແລະກໍເຊື່ອກັນວ່າ ເສັຽຊີວິດ ໄປແລ້ວ ຫລັງຈາກຖືກ ພັດໄປຕາມ ກະແສນໍ້າ, ສະຖານີໄຟຟ້າ ແລະບ້ານເຮືອນ ທີ່ຢູ່ອ້ອມຂ້າງ ກໍຖືກທໍາຣາຍ ເສັຽຫາຍຈົນກ້ຽງ.

ທ່ານ Wang Weiluo ວິສວະກອນ ປະຈໍາຢູ່ເຢັຽຣະມັນກ່າວວ່າ ຈີນ ຄວນຮຽນຮູ້ບົດຮຽນ ຈາກອິນເດັຍ ກ່ຽວກັບພັຍອັນຕຣາຍ ຂອງ ເຂື່ອນໄຟຟ້າ ທີ່ຢູ່ເຂດພູເຂົາ Himalay ຊຶ່ງເປັນເຂດທີ່ຄາດກັນວ່າ ການປ່ຽນແປງ ຂອງແຜ່ນດິນໄຫວຈະເກີດຂຶ້ນ ແລະຣະບົບນິເວດ ຂອງແຜ່ນ ນໍ້າແຂງ ກໍຈະປ່ຽນແປງໃນອີກ ບໍ່ເທົ່າໃດທົດສວັດຂ້າງໜ້ານີ້. ທ່ານ Wang ກ່າວຕໍ່ RFA ວ່າ ຄືດັ່ງນັກວິທຍາສາດ ອິນເດັຍ ໄດ້ເວົ້າມາແລ້ວ, ມີ 2 ບັນຫາ ທີ່ຄວນເອົາໃຈໃສ່:

ຄື: 1. ແຜ່ນນໍ້າແຂງໄດ້ພັງທະລາຍລົງໃນໄລຍະ ທີ່ໜາວທີ່ສຸດຂອງປີ, ເຖິງແມ່ນວ່າ ແຜ່ນນໍ້າແຂງ ມັກຈະພັງທະລາຍ ຫຼືແຕກຫຼາຍ ໃນຣະດູຮ້ອນ ແລະຣະດູໃບໄມ້ລົ່ນກໍຕາມ.

ອັນທີ 2 ຄື ມັນມີຄວາມກ່ຽວຂ້ອງກັນ ຣະຫວ່າງນໍ້າ ຫລືອູນຫະພູມຂອງນໍ້າ ທີ່ເພີ່ມສູງຂຶ້ນ ເຮັດໃຫ້ການສະສົມຂອງນໍ້າແຂງ ທີ່ລະ ລາຍ ກັບເຂື່ອນໄຟຟ້າ ທີ່ມີຈໍານວນຫລາຍ ຊຶ່ງຖືກສ້າງຂຶ້ນໃນເຂດເຈີ້ຍພູ ທາງດ້ານໃຕ້ຂອງພູເຂົາຫິມະໄລ, ທ່ານກ່າວ.

ທົ່ງຮາບ Qinghai-Tibet ເປັນເຂດທີ່ຕັ້ງຂອງແຜ່ນນໍ້າແຂງ Hidu Kush-Himalay ເປັນເຂດທີ່ຖືກເອີ້ນວ່າ ຂົ້ວໂລກທີ 3, ເປັນ ເຂດທີ່ມີຫິມະ ແລະນໍ້າແຂງປະມານ 15% ຂອງໂລກ ຊຶ່ງຖືເປັນປາລິມານຫຼາຍທີ່ສຸດ ຢູ່ນອກເຂດ Actic ແລະ Antarctica, ແຕ່ວ່າ ມີການຫົດຕົວຫຼາຍ ໃນໄລຍະບໍ່ເທົ່າໃດປີມານີ້ ຍ້ອນວ່າມັນດູດຊຶມພະລັງງານ ທີ່ເກີດຈາກ ຄວາມຮ້ອນຂອງໂລກ.

ທ່ານ Wang Chung-ho ນັກວິຈັຍ ຈາກສະຖາບັນ Earth Science ຂອງໄຕ້ຫວັນເວົ້າວ່າ ທົ່ວທັງພູມີພາກນີ້ ບໍ່ມີສະເຖັຽຣະພາບ ຍ້ອນເກີດຈາກຄວາມຮ້ອນຂອງໂລກ ຫລື global warming ເຮັດໃຫ້ພັຍພິບັດ ທີ່ກ່ຽວຂ້ອງກັບ ແຜ່ນນໍ້າແຂງ ປາກົດວ່າ ຍິ່ງຈະເກີດ ຂຶ້ນໄດ້ໃນຂັ້ນຕໍ່ໄປ. ທ່ານ Ang Chung-ho ເວົ້າວ່າ ຂນະນີ້ ຄວາມໜາຂອງນໍ້າແຂງ ຫລື ແຜ່ນນໍ້າແຂງ ຢູ່ເຂດພູເຂົາຫິມະລັຍ ຫຼຸດ ໜ້ອຍລົງເຖິງ 10 ແມັດຫາ 15 ແມັດຕໍ່ປີ. ປາຣິມານ ການລະລາຍຂອງນໍ້າແຂງ ໄດ້ເພີ່ມຂຶ້ນ 2 ເທົ່າໃນ 20 ປີຫຼັງມານີ້ ຫາກປຽບ ທຽບໃສ່ 20 ປີກ່ອນ.

ແລະວ່າ ໃນຂນະທີ່ ແຜ່ນນໍ້າແຂງລະລາຍ ແລະຫາຍໄປນັ້ນ, ຈໍານວນປະຊາຊົນ ທີ່ອາສັຍຢູ່ອ້ອມຮອບ ກໍຈະເພິ່ມຂຶ້ນເປັນ ຫຼາຍຮ້ອຍ ລ້ານຄົນ ຢູ່ອິນເດັຍ, ຈີນ, Nepal, ແລະປະເທດ ອື່ນໆ ແລະຈະຕ້ອງ ປະເຊີນກັບການ ຂາດເຂີນນໍ້າ ຊຶ່ງເປັນອັນຕຣາຍ ຫຼາຍນັ້ນ. ທ່ານເວົ້າວ່າ ຫິມະເທິງພູເຂົາ Mount Everest ແລະບໍຣິເວນອ້ອມຂ້າງ ກໍໜ້ອຍລົງ 13% ໃນ 50 ປີທີ່ຜ່ານມາ, ແລະເສັ້ນຫິມະ snowline ໄດ້ເພີ່ມສູງຂຶ້ນເກືອບ 200 ແມັດ.

ທ່ານ Wang Weiluo ກ່າວວ່າ Tibet ກໍາລັງປະເຊີນກັບຜົລກະທົບ ຈາກພາວະໂລກຮ້ອນແລ້ວ. ໃນປີ 2016, ມີແທ່ງນໍ້າແຂງ 2 ແທ່ງ ຖລົ່ມລົງຢູ່ເຂດ Ngari ຂອງທິເບດ ທາງດ້ານເໜືອ ຂອງພູເຂົາຫິມະລັຍ, ແລະກໍມີຂນາດໃຫຍ່ກວ່າ ທີ່ເກີດຂຶ້ນ ຢູ່ເຂດອິນເດັຍ ນັ້ນຫຼາຍ. ແລະແຜ່ນນໍ້າແຂງເຂດ Ngari ນີ້ ນັກວິທຍາສາດຈີນ ຖືເປັນແຜ່ນ ນໍ້າແຂງ ໃນຈໍານວນແຜ່ນນໍ້າແຂງ ທີ່ໜາແໜ້ນຫຼາຍ ທີ່ສຸດ.

ເມື່ອຕົ້ນປີນີ້ ສະຖາບັນວິທຍາສາດຂອງຈີນ ໄດ້ພິມເຜີຍແຜ່ຜົລການສຶກສາຄົ້ນຄວ້າ ທາງນິຕິຍະສານ “The Cryosphere” ໂດຍ ຣະບຸວ່າ ການລະລາຍ ຂອງແຜ່ນນໍ້າແຂງ Ngari ໄດ້ປ່ອຍນໍ້າລົງມາ ຫຼາຍເຖິງ 150 ລ້ານແມັດກ້ອນ ໃນ ຣະຫວ່າງປີ 2016 ຫາ 2019 ເຮັດໃຫ້ຣະດັບນໍ້າໃນທະເລສາບ Manasarovar ສູງຂຶ້ນເຖິງ 23%.

ທ່ານ Wang Chung-ho ຄາດຄະເນວ່າ ໃນຂນະທີ່ແຜ່ນນໍ້າແຂງລະລາຍ, ທະເລສາບນໍ້າແຂງໃໝ່ຫຼາຍແຫ່ງ ຢູ່ເຂດລຸ່ມລົງມາກໍຈະ ປາກົດຕົວຂຶ້ນ. ແລະທະເລສາບນໍ້າແຂງ ທີ່ມີຢູ່ກໍຈະຂຍາຍຕົວອອກ. ທ່ານກ່າວວ່າ ຜູ້ຊ່ຽວ ຊານຈາກຕ່າງປະເທດ ໃຊ້ພາບຖ່າຍ ດາວທຽມ ເພື່ອວິເຄາະພື້ນທີ່ ພູເຂົາຫະມະລັຍ ທີ່ຢູ່ໃກ້ຊາຍແດນຈີນ, ເນປານ, ແລະອິນເດັຍ ແລະກໍໄດ້ພົບ ທະເລສາບນໍ້າແຂງ 3,624 ແຫ່ງ.

ໃນນັ້ນມີ 47 ແຫ່ງ ຖືວ່າເປັນອັນຕຣາຍຢ່າງຍິ່ງ ຍ້ອນມັນມີແນວໂນ້ມ ທີ່ຈະລົ້ນຝັ່ງ ແລະເຮັດໃຫ້ເກີດນໍ້າຖ້ວມ ເຂດລຸ່ມລົງມາ ເປັນ ພັຍພິບັດ ທີ່ຄອງຖ້າຈະເກີດຂຶ້ນ. ທ່ານ Wang Weiluo ກ່າວວ່າ ການລະລາຍ ຂອງແຜ່ນນໍ້າແຂງ ແລະເຫດການນໍ້າລົ້ນທະເລ ສາບ ເປັນພັຍຂົ່ມຂູ່ ໃຫຍ່ຫລວງ ຕໍ່ເຂື່ອນໄຟຟ້າ.

ທ່ານກ່າວວ່າ ອ່າງເກັບນໍ້າຫຼາຍແຫ່ງຢູ່ທິເບດ ແມ່ນນໍ້າ ມາຈາກແຜ່ນນໍ້າແຂງໃຫຍ່ໂດຍກົງ, ແລະກໍເປັນອ່າງເກັບນໍ້າ ທີ່ອາສັຍ ການ ລະລາຍຂອງນໍ້າແຂງ ແລະແຜ່ນນໍ້າແຂງ. ອ່າງເກັບນໍ້າ Manla ໃນແມ່ນໍ້າ Nianchu ສາຂາແມ່ນໍ້າ Yarlung Zangbo ມີແຜ່ນນໍ້າແຂງ 83 ແຜ່ນ ຢູ່ຕົ້ນນໍ້າ ມີເນື້ອທີ່ຮວມທັງໝົດ 130 ຕາຕະລາງກິໂລແມັດ. ມີແຜ່ນ ນໍ້າແຂງນຶ່ງແຜ່ນ ໄດ້ເລື່ອນລົງມາ ຕາມສາຍນໍ້າ ລຽບຫ່ອມພູເຂົາໃນປີ 1954 ເຮັດໃຫ້ມີຜູ້ເສັຽຊີວິດໄປ ຈໍານວນຫຼາຍ.

ຄວາມວັຍແລະຄວາມແຮງ ຂອງແຜ່ນນໍ້າແຂງ ທີີ່ໄຫລລົງມາ ແມ່ນແຮງກວ່ານໍ້າຖ້ວມ ທີ່ເກີດຈາກເຂື່ອນແຕກໃດໆ, ທ່ານ Wang Weiluo ກ່າວ. ແລະວ່່າ ເຖິງຢ່າງໃດກໍຕາມ, ການເລັ່ງສ້າງອ່າງເກັບນໍ້າ ແລະການສ້າງເຂື່ອນ ຢູ່ເຂດນີ້ກໍຍັງເປັນໄປຢ່າງຄຶກຄັກ ໂດຍມີອ່າງເກັບນໍ້າຂນາດໜ້ອຍ 100 ປາຍແຫ່ງ, ອ່າງເກັບນໍ້າ ຂນາດກາງ 11 ແຫ່ງ, ແລະອ່າງເກັບນໍ້າຂນາດໃຫຍ່ 10 ແຫ່ງ ທີ່ມີຄວາມສ່ຽງສູງ.

ເຖິງແມ່ນວ່າ ຈະມີຄວາມສ່ຽງຄືແນວນັ້ນ ແຕ່ຄະນະກັມການ ເພື່ອການພັທນາ ແລະການປະຕິຮູບ ແຫ່ງຣັຖຂອງຈີນ ກໍຍັງໃຫ້ຄໍາໝັ້ນ ສັນຍາ ວ່າຈະເດີນໜ້າ ຜັກດັນ ການພັທນາ ເຂື່ອນໄຟຟ້າ ໃນພື້ນທີ່ຕອນລຸ່ມຂອງແມ່ນໍ້າ Yarlung Zangbo ຊຶ່ງເປັນໂຄງການ ໃຫຍ່ກວ່າ ເຂື່ອນໄຟຟ້າແມ່ນໍ້າ 3 ແລວ ໃນແມ່ນໍ້າ Yangze ທີ່ມີຂນາດໃຫຍ່ນັ້ນ ເຖິງເຖິງ 3 ເທົ່າ ແລະເປັນໂຄງການ ທີ່ມີການ ຖົກຖຽງກັນຫຼາຍນັ້ນ.

ພ້ອມດຽວກັນ ທ່ານ Wang Weiluo ຍັງໄດ້ອ້າງເຖິງຣະບົບນິເວດ ທີ່ບອບບາງ ແລະຄວາມບໍ່ໝັ້ນຄົງ ຂອງເຫດ ແຜ່ນດິນໄຫວ ຢູ່ເຂດນີ້ວ່າ ເປັນເຫດຜົລດີ ທີ່ຈະບໍ່ຜັກດັນໂຄງການນີ້ຕໍ່ໄປ ຂນະທີ່ປາກົດວ່າ ຈະປະເຊີນກັບການຄັດຄ້ານ ຈາກອິນເດັຽ ແລະ Bangladesh ຫາກເວົ້າເຖິງແມ່ນໍ້າ Yarlung Zangbo ໃນຖານະເປັນແມ່ນໍ້າ Brahmaputra.

ທ່ານເວົ້າວ່າ ຈີນ ກໍາລັງສ້າງ ເຂື່ອນໄຟຟ້າ 2 ແຫ່ງ ໃສ່ແມ່ນໍ້າ Zangmu. ນອກຈາກນັ້ນ ຈີນ ກໍຍັງກໍາລັງສ້າງສະຖານີ ພະລັງງານ ໄຟຟ້າ ໃສ່ແມ່ນໍ້າ Jinsha ແລະອີກ ຫຼາຍໆເຂື່ອນ ໄຟຟ້າ ສ້າງໃສ່ແມ່ນໍ້າລ້ານຊ້າງ ຫລືແມ່ນໍ້າຂອງຕອນເທິງ ໃນເຂດແດນຂອງຈີນ. ທ່ານເວົ້າວ່າ ໃນແຜນ 5 ປີສບັບທີ 14 ຍັງມີແຜນທີ່ຈະພັທນາແມ່ນໍ້າ Nu ໃນເຂດທີເບດ ຊຶ່ງ ມາຮອດມື້ນີ້ ເປັນພຽງແມ່ນໍ້າສາຍດຽວ ທີ່ຍັງບໍ່ມີເຂື່ອນສ້າງໃສ່.

ຈາກຜົລວິຈັຍ ຂອງມະຫາວິທຍາລັຍ Colombia ແລະມະຫາວິທຍາລັບ Utah ສະຫະຣັຖ ອາເມຣິກາ ທີ່ຖືກພິມເຜີຍແຜ່ ໃນເດືອນ ມິຖຸນາ 2019 ບົ່ງບອກວ່າ ແຜ່ນນໍ້າແຂງ ໃນເຂດ ພູເຂົາຫິມາລັຍ ບາງລົງເຖິງ 2 ເທົ່າ ຄືປີ 2000 ບາງລົງ 25 ຊັງຕີແມັດ ແລະປີ 2016 ບາງລົງຫຼາຍເຖິງ 50 ຊັງຕີແມັດຕໍ່ປີ ໝາຍຄວາມວ່າ ຈະເຮັດໃຫ້ບໍ່ມີແຜ່ນນໍ້າແຂງ ເຫລືອອີກ ໃນທ້າຍສັຕວັດນີ້ ຢູ່ເຂດພູເຂົາ ຫິມະລັຍ ທ່ານ Wang Weiluo ກ່າວ.

ນັກວິທຍາສາດຈີນ ຕ່າງກໍສລຸບວ່າ ເຂດພູພຽງ Qinghai-Tibet ມີສະພາບຮ້ອນໄວຂຶ້ນເຖິງ 2 ເທົ່າ ຄືໄວກວ່າ ຢູ່ເຂດອື່ນໆໃນໂລກ. ແລະການລະລາຍ ຂອງແຜ່ນນໍ້າແຂງ ຈະຊ່ວຍ ເພີ່ມຣະດັບນໍ້າ ໃນທະເລສາບ ແລະແມ່ນໍ້າຕ່າງໆ ໃນຂັ້ນຕົ້ນ, ແຕ່ຂບວນການນີ້ ຈະບໍ່ຍັ້ງຍືນ ແລະກໍຈະສົ່ງຜົລໃຫ້ ແມ່ນໍ້າແຫ້ງຂອດ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ