ເຂດສະກາງ ພະມ້າ ສູ້ດຸເດືອນ ປະຊາຊົນ ອົບພະຍົບ 20,000 ຄົນ

0:00 / 0:00

ມີ​ປະ​ຊາ​ຊົນ 20,000 ປາຍ ຄົນ ຕ້ອງ​ຖິ້ມ​ບ້ານ​ເຮືອນ​ຂອງ​ຕົນ​ເອງ ຢູ່​ເຂດ​ສະ​ກາງ ໃນ​ຂະ​ນະ​ທີ່​ທະ​ຫານ​ພະ​ມ້າ ໄດ້​ເປີດ​ການ​ບຸກ​ໂຈມ​ຕີ ຢ່າງ​ໜັກ ຕໍ່​ກຸ່ມກອງ​ກຳ​ລັງປົ​ກ​ປ້ອງ​ປະ​ຊາ​ຊົນ ຫຼື PDFD. ການ​ໂຈມ​ຕີ​ ໄດ້​ມີ​ຂຶ້ນ ຫຼັງ​ຈາກນຶ່ງ​ອາ​ທິດ ທີ່​ທະ​ຫານ​ພະ​ມ້າ​ໂຈມ​ຕີ ທາງ​ອາ​ກາດໃສ່​ໝູ່ບ້ານ ຢູ່​ເຂດ​ເມືອງ​ກັນ​ບາ​ລູ ໃນ​ເວ​ລາ​ທີ່​ກີ​ການ​ເປີດ​ຫ້ອງ​ການ​ບໍ​ຣິ​ຫານ​ທ້ອງ​ຖິ່ນ ເຮັດ​ໃຫ້​ມີ​ຜູ້​ເສັຽ​ຊີ​ວິດ 200 ຄົນ ຈາກ​ໂຕ​ເລກ​ອັບ​ເດດ​ຫຼ້າ​ສຸດ.

ເຂດ​ສະ​ກາງ ເປັນ​ຈຸດ​ເດືອດ ໃນ​ການຕໍ່​ຕ້ານ​ທະ​ຫານ​ພະ​ມ້າ ແລະ ເປັນ​ສູນ​ກາງ​ການ​ຮູ້​ຣົບທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ທະ​ຫານ​ພະ​ມ້າ ເຂົ້າ​ມາ​ຢຶດ​ອຳ​ນາດ ໃນ​ວັນ​ທີ 1 ກຸມ​ພາ 2021.

ມີ​ທະ​ຫານ​ພະ​ມ້າ​ປະ​ມານ 100 ຄົນ ເຂົ້າ​ມາ​ບຸກ​ທະ​ລາຍ​ໝູ່​ບ້ານ ມີ​ອິນດວງ ໃນ​ວັນ​​ພຸດ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ກຸ່ມກອງ​ກຳ​ລັງ​ປົ​ກ​ປ້ອງ​ປະ​ຊາ​ຊົນ 5 ຄົນ ເສັຽ​ຊີ​ວິດ ອີງ​ຕາມ​ຂໍ້​ມູນ​ຈ​າກ​ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່. ກອງ​ກຳ​ລັງ​ປົ​ກ​ປ້ອງ​ປະ​ຊາ​ຊົນ ໄດ້​ຕອບ​ໂຕ້ ຍິງ​ປະ​ທະ​ກັນ​ກັບ​ທະ​ຫານ​ພະ​ມ້າ.

ຊາວ​ບ້ານ​ທີ່​ຢູ່​ໃກ້​ບ້ານ ອອງ​ຕາ ໄດ້​ກ່າວ​ວ່າ ຫຼັງ​ຈາກ​ທີ່​ມີ​ການ​ຕໍ່​ສູ້​ກັນ, ພວກ​ທະ​ຫານ​ພ​ະ​ມ້າ ກໍ​ຍິງ​ປືນ​ໃຫຍ່​ໃສ່​ບ້ານ​ອື່ນໆ ທຳ​ລາຍ​ວັດ ແລະ ເຜົາ​ເຮືອນ​ຂອງ​ປະ​ຊາ​ຊົນ 3 ຫຼັງ ໃນ​ໝູ່​ບ້ານ​ເຂົາ​ເຈົ້າ.

ຊາວ​ບ້ານ ໄດ້​ກ່າວ​ຕື່ມ​ວ່າ ມີ​ຊາວ​ບ້ານ 5 ຄົນ ຖືກ​ທະ​ຫານ​ພະ​ມ້າ ຈັບ​ໂຕ​ໄປ ເພື່ອ​ເປັນ​ໂຕ​ປະ​ກັນ ໃນ​ເວ​ລາ​ທີ່​ເຂົ​າ​ເຈົ້າ​ອອກ ຈາກ​ບ້ານ​ອອງ​ຕາ.

ຊາວ​ບ້ານ ມີ​ ອິນ ດວງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນຫຼາຍພັນ​ຄົນ ຢູ່​ບ້ານ​ໃກ້​ຄຽງ ໄດ້​ໜີ​ອອກ​ຈາກ​ບ້ານ. ຊາວ​ບ້ານ​ ກ່າວ​ຕື່ມ​ອີກວ່າ ມີ 10 ໝູ່​ບ້ານ ຢູ່​ເຂດ​ພາກ​ໃຕ້​ຂອງ​ ບ້ານ ມີ ອິນ ດວງ ທີ່​ມີປະ​ຊາ​ຊົນປະ​ມານ 18,000 ຄົນ ແລະ ມີ​ປະ​ຊາ​ຊົນອີກ 2,000 ຄົນ ຢູ່​ບ້ານທີ່​ຢູ່​ພາກ​ເໜືອ​ຂອງ​ບ້ານ ມີ ອິນ ດວງ ໄດ້​ພາ​ກັນ​ຫຼົບ​ໜີ.

ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ 21 ບ້ານ ບໍ່​ມີ​ຄົນ​ຢູ່​ເລີຍ. ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ໂທ​ຫາ ໂຄ​ສົກ​ທະ​ຫານ​ພະ​ມ້າ ຢູ່​ເຂດ​ສະ​ກາງ ເພື່ອ​ຖາມ​ຂໍ້​ມູນ​ເລື່ອງນີ້, ແຕ່ ບໍ່​ມີ​ໃຜ​ຮັບ​ໂທ​ລະ​ສັບ. ໃນ​ເດືອນ​ຕຸ​ລາ 2022 ທີ່​ຜ່ານ​ມາ, ອົງ​ການ​ສະ​ຫະ​ປະ​ຊາ​ຊາຕ ໄດ້​ປະ​ກາດ​ວ່າ ມີ​ປະ​ຊາ​ຊົນ 50,000 ຄົນ ໄດ້​ຫຼົບ​ໜີ​ຈາກ​ການ​ສູ້​ຣົບ​ ຢູ່​ເຂດ​ສະ​ກາງ ນັບ​ແຕ່​ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຢຶດ​ອຳ​ນາດ​ໃນ​ເດືອນ​ກຸມ​ພາ 2021. ຊາວ​ເມືອງດັ່ງ​ກ່າວ ຕ້ອງ​ຕໍ່​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ​ມາ​ແຕ່ ວັນ​ທີ 1 ກຸມ​ພາ 2021, ໂດຍ ເຂົ້າ​ເຈົ້າ​ມີ​ການ​ຈັດ​ຕັ້ງ​ກຸ່ມ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ຫຼັງ​ຈາກ​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ​ ຈາກ​ພັກສັນ​ນິ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ແລະ ມີ​ການ​ຕັດ​ສັນ​ຍາ​ໂທ​ລະ​ສັບ ແລະ ອິນ​ເຕີ​ເນັດ.

ປະ​ຊາ​ຊົນທີ່​ໜີ​ການ​ສູ້​ຣົບ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ຕ້ອງ​ໜີ​ປະ​ເລົ້າ​ເຂົ້າ, ສັດ​ລ້ຽງ ບໍ່​ວ່າ ຈະ​ເປັນ​ງົວ ແລະ ແບ້. ພວກ​ເຮົາ​ເປັນ​ຫ່ວງ​ສັດ​ລ້ຽງ ຖ້າ​ວ່າ ສັດ​ລ້ຽງ​ຖືກ​ຍິງ​ຕາຍ ພວກ​ເຮົາ​ຈະ​ບໍ່​ມີ​ຫຍັງ​ເຫຼືອ ພວກ​ເຮົາ​ບໍ່​ມີ​ວຽກ​ເຮັດ ແລະ ຍາກ​ທີ່​ຫາ​ລ້ຽງ​ຄ​ອບ​ຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິດ ລວມ​ມີ​ເດັກ​ຍິງ ຍ້ອນ​ການ​ໂຈມ​ຕີ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູ ຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສຳ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ ແລະ ເດັກ​ຍິງ ອາ​ຍຸ 15 ປີ ແລະ ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.

ຊາວ​ບ້ານ​ກ່າວ​ວ່າ ເຫດ​ເກີດ​ໃນ​ຕອນສວາຍ ທະ​ຫານ​ພະ​ມ້າ​ພາ​ກັນ​ເຂົ້າ​ມາ ທາງ​ຕາ​ເວັນ​ອອກ​ຂອງ​ບ້ານ ແລະ ຊາວ​ບ້ານກໍ​ພາ​ກັນ​ໜີ. ຊາວ​ບ້ານ​ກ່າວ​ຕື່ມ​ວ່າ ມີ​ຜູ້​ຍິງ 2 ຄົນ ແລະ ເດັກ​ຍິງ 1 ຄົນ ເສັຽ​ຊີ​ວິດ, ທີ່​ຖືກ​ພົບ​ສົບ​ຢູ່​ຫ້ອງ​ນ້ຳ ແລະ ມີ​ຜູ້​ຊາຍ​ເສັຽ​ຊີ​ວິດ ​ທີ່​​ຖືກ​ເຊືອກ​ມັດ​ຄໍ​ຢູ່.

ໃນ​ທີ່​ສຸດ ພວກ​ທະ​ຫານ ກໍ​ອອກ​ຈາກ​ໝູ່​ບ້ານ ຊາວ​ບ້ານ​ຈຶ່ງ​ເຂົ້າ​ມາ​ພົບ​ສົບ​ຜູ້​ເສັຽ​ຊີ​ວິດ ຫຼັງ​ຈາກ​ທີ່​ເຂົ້າ​ເຈົ້າ​ເຂົ້າ​ມາ​ບ້ານ. ຊາວ​ບ້ານ ໄດ້​ກ່າວ ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ສົບ​ຜູ້​ເສັຽ​ຊີ​ວິດ ຖືກ​ຝັງ ນອກ​ໝູ່​ບ້ານ. ຍັງ​ບໍ່​ຈະ​ແຈ້ງວ່າ ເປັນ​ຍ້ອນ​ສາ​ເຫດ​ຫຍັງ ໜ່ວຍ​ງານ​ຂອງ​ທະ​ຫານພະ​ມ້າ ຈຶ່ງ​ບຸກ​ໂຈມ​ຕີບ້ານ ແລ້ວສັງ​ຫານ​ປະ​ຊາ​ຊົນ. ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ ຊາວ​ບ້ານ​ກຳ​ລັງ​ລ້ຽງ​ງົວ ແລະ ເກືອ​ໝູ​ຢູ່ ໃນ​ບ້ານ ແລະ ເຂົາ​ເຈົ້າ​ກໍ​ຖືກ​ຍິງ ໂດຍ​ທະ​ຫານ​ພະ​ມ້າ.

ປະ​ຊາ​ຊົນ ກ່າວ​ວ່າ:

“ພວກ​ທະ​ຫານ​ພະ​ມ້າ ບໍ່​ສົນ​ກັບ​ຊີ​ວິດ​ມະ​ນຸ​ສ ປະ​ຊາ​ຊົນ​ຖືກ​ທໍ​ລະ​ມານ ແລະ ຖືກ​ສັງ​ຫານ ພວກ​ເຮົາ​ມີ​ການ​ບັນ​ທຶກວີ​ດີ​ໂອ ຢູ່​ໃນ​ພື້ນ​ທີ່​ ທີ່​ມີ​ການ​ສັງ​ຫານ ແລະ ຫຼຸມ​ສົບ.”

ປະ​ຊາ​ຊົນ​ກ່າວ​ວ່າ ມີ​ການ​ສຳ​ເນົາ​ວີ​ດີ​ໂອ ໃຫ້​ແກ່​ໜ່ວຍ​ງານກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ເຊິ່ງເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ສົ່ງ​ວີ​ດີ​ໂອ​ດັ່ງ​ກ່າວ ໃຫ້​ໂຕ​ແທນຣັ​ຖ​ບານ​ເງົາຂອງ​ພະ​ມ້າ.

ແຫຼ່ງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ: “ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ແມ່ນ​ພົ​ລ​ເຮືອນ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງກັບ ຝ່າຍ​ຕໍ່​ຕ້ານ​ທະ​ຫານ.”

ນອກ​ຈາກນີ້, ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ.

ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ເພກອ​ນ ແລະ ທ້າວ ເມືອງເຢັນ ແລະ ທ້າວ ໂຈ​ເຊບ, ນອກ​ຈາກນີ້ ສານ​ທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ເຂດ​ຣັ​ຖສະ​ກາງ ໄດ້​ສັ່ງຕັດ​ສິນຈຳ​ຄຸກ ຜູ້​ຍິງ​ຊາວ​ພະ​ມ້າ 9 ຄົນ ເປັນ​ເວ​ລາ 12 ປີ ຍ້ອນ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ ເປັນ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDFD. ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຖືກ​ຈັດ​ຕັ້ງ​ຂຶ້ນໂດຍ​ປະ​ຊາ​ຊົນ​ພະ​ມ້າ ເພື່ອ​ຕໍ່​ຕ້ານ​ກຸ່ມ​ທະ​ຫານ​ພະ​ມ້າ​ທີ່ຣັ​ຖ​ປະ​ຫານ​ຢຶດ​ອຳ​ນາດ​ຈາກ​ຣັ​ຖ​ບານ​ພະ​ມ້າ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ. ບັນ​ດາ​ຜູ້​ຍິງ​ທັງ 9 ຄົນຖືກ​ດຳ​ເນີນ​ຄະ​ດີ ພາຍ​ໃຕ້ກົດ​ໄອ​ຍະ​ການ​ເສິກຂອງ​ທະ​ຫານ​ພະ​ມ້າ ໂດຍ​ສານ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖືກຕັດ​ສິນ​ຈຳ​ຄຸກໃນ​ເດືອນຕຸ​ລາ 2022 ທີ່​ຜ່​ານ​ມາ ອີງ​ຕາມແຫຼ່ງ​ຂ່າວ ທີ່​ໃກ້​ຊິດຄ້າຍ​ຄຸມ​ຂັງ ແລະ ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ. ຂໍ້​ມູນ​ດັ່ງ​ກ່າວ ຕ້ອງ​ໃຊ້​ເວ​ລາ 1 ເດືອນ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ທະ​ຫານ​ພະ​ມ້າ ບໍ່​ໄດ້​ແຈ້ງ​ໃຫ້​ຄອບ​ຄົວຜູ້​ທີ່​ຖືກ​ສັ່ງ​ຈຳ​ຄຸກ​ຮັບຮູ້. ຜູ້​ຍິງ​ທີ່​ຖືກ​ສານ​ ຕັດ​ສິນທັງໝົດ ມີ​ອາ​ຍຸ​ປະ​ມານ 20 ປີ ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໂຕ ໃນ​ເວ​ລາ​ທີ່ທະ​ຫານ​ພະ​ມ້າ ໄດ້​ບຸກ​ລະ​ທາຍຄ້າຍ ​ຂອງ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຢູ່​ເມືອງ​ກາ​ເລ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ເຊິ່ງ​ເຂົ້າ​ເຈົ້າ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ເມືອງ​ກາ​ເລ. ພວກ​ເຂົາ​ແຕ່​ລະ​ຄົນ​ ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 505 ແລະ ອີກ 10 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 50 ຂອງ​ກົດ​ໝາຍ ຕ້ານ​ການກໍ່​ການ​ຮ້າຍຂອງ​ທະ​ຫານ​ພະ​ມ້າ. ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ແມ່​ຍິງ​ເຫຼົ່າ​ນັ້ນ ບໍ່​ໄດ້​ໂທດ​ໜັກ ແຕ່ ເຂົາ​ເຈົ້າ​ກໍ​ຖືກ​ບັງ​ຄັບ​ໃຫ້ເຮັດ​ວຽກ​ຢູ່​ໃນ​ຄຸກ.

ທ່ານ ກ່າວ​ຕື່ມ​ອີກວ່າ: “ແມ່​ຍິ່ງ​ເຫຼົ່າ​ນັ້ນ ທີ່​ຢູ່​ໃນ​ຄຸກ ຍັງ​ມີ​ສຸ​ຂ​ພາບ​ທີ່​ດີ ເຂົາ​ເຈົ້າ​ເຮັດ​ວຽກ​ຕາມ​ທີ່​ເຈົ້າ​ໜ້າ​ທີ່​ສັ່ງ ໂດຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຕັດ​ຫຍິບ.”

ແມ່​ຍິງ​ທີ່​ຖືກ​ຈັບ​ນັ້ນ ຊື່​ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາ​ ລອນ ສານ, ລາ ມອມ ຄາມ, ວັນ​ ລາ ລອນ, ມາ​ ລາ ປຽນ ເປວ, ຊາມ ຊູ ຊາ ອຳ, ແມນ ລຳ ດິມ, ນິ ອອງ ດອນ ກິ​ອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກ​ຄອບ​ຄົວ​ຂອງ​ລາວ ວ່າ ຜູ້ຍິງ​ທັງ​ໝົດ ຖືກ​ທະ​ຫານ​ພະ​ມ້າ​ຈັບ​ໂຕ​ໄປ ເປັນ​ເວ​ລາ ເກືອບ 5 ເດືອນ. ໃນ​ເວ​ລາ​ນັ້ນ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ໃຜ​ໄດ້ ຢູ່ນອກ​ຄຸກ. ຕໍ່​ມາ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຕິດ​ຕໍ່​ຫາ​ຄອບ​ຄົວ ແຕ່ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ບອກ​ຄອບ​ຄົວ​ວ່າ ເຂົາ​ເຈົ້າ​ຖືກ​ສານ​ຕັດ​ສິນ​ຕອນ​ໃດ ເຊິ່ງ​ຂໍ້​ມູນ​ດັ່ງ​ກ່າວ ຫາກໍ່​ຖືກ​ຮັບ​ຮູ້​ໃນ​ທ້າຍ​ປີ 2022 ໂດຍ ຜ່ານ​ທະ​ນາຍ​ຄວາມ ແລະ ເຈົ້າ​ໜ້າ​ທີ່​ຄຸກ. ນອກ​ຈາກນີ້, ໃນ​ເດືອນ​ຕຸ​ລາ ປີ 2022 ທີ່​ຜ່ານ​ມາ, ທ່ານ ຕູ​ຣູ ຄູ​ໂບ​ຕ້າ ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ລາວ​ເອງກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ​ຊາວ​ພະ​ມ້າ ໂດຍ ສານ​ທະ​ຫານ​ພະ​ມ້າ​ຕັດ​ສິນ​ວ່າ ລາວ​ມີ​ຄວາມ​ຜິດຂໍ້​ຫາ​ປະ​ຈານ​ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍການ​ສື່​ສານ​ທາງ​ອິນ​ເຕີ​ເນັດ. ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີນຶ່ງ ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີສອງ, ແຕ່​ວ່າ ໃນ​ການຕັດ​ສິນ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີອີກໃນ​ຂໍ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ.